ສ່ອງຄວາມລວຍອາພາດເມັນຫຼູໃນດູໄບຂອງ "ໂຣເຈີ ເຟເດິເຣີ" ນັກກີລາລວຍທີ່ສຸດໃນໂລກປີ 2020

ຕ້ອງບອກວ່າບໍ່ທຳມະດາເລີຍສຳລັບ Roger Federer ໂຣເຈີ ເຟເດິເຣີ ນັກເທັນນິດມື 4 ຂອງໂລກ ຊາວສະວິດເຊີແລນ ທີ່ສ້າງປະຫວັດ ແລະ ຊື່ສຽງມາແລ້ວນັບບໍ່ຖ້ວນ ກາຍເປັນນັກເທັນນິດຄົນທຳອິດທີ່ສາມາດ ຂຶ້ນສູ່ອັນດັບ 1 ນັກກີລາທີ່ເຮັດລາຍໄດ້ສູງທີ່ສຸດໃນໂລກ ຈາກການຈັດອັນດັບຂອງ Forbes ວາລະສານທາງການເງິນຊື່ດັງຂອງສະຫະລັດອາເມຣິກາ.
ຊຶ່ງໃນປີ 2020 ອະດີດນັກເທັນນິດມື 1 ຂອງໂລກ, ສາມາດກວດເງິນໄປໄດ້ເຖິງ 106.3 ລ້ານໂດລາ ແຊງໜ້າສອງດາວເຕະດັງຢ່າງຄຣິສຕິໂນ່ ໂດລັນໂດ້ ກອງໜ້າຈາກຕູເວັນຕຸດ ທີ່ເຮັດໄປໄດ້ 105 ລ້ານໂດລາ ແລະ ລິໂອເນລ ເມັດຊີ່ ດາວຍິງຂອງບາເຊໂຣນ່າ ທີ່ເຮັດໄດ້ 104 ລ້ານໂດລາ.
ຫຼ້າສຸດ The Sun ສື່ດັງຂອງເກາະອັງກິດ ໄດ້ໄປຂຸດຄຸ້ຍມາວ່າ ນັກກີລາໂຣເຈີ ເຟເດິເຣີ ຊື່ດັງ ອາຍຸ 38 ຄົນນີ້ ໄດ້ທຸ້ມເງິນ 13 ລ້ານປອນ ເພື່ອຊື້ຫ້ອງໃນຕຶກ (Le Reve) ທີ່ເມືອງດູໄບໃນປະເທດ ສະຫະລັດອາລັບ ເກັບໄວ້ຕັ້ງແຕ່ປີ 2014. ສຳລັບຫ້ອງດັ່ງກ່າວຕັ້ງຢູ່ຫໍຄອຍອັນຫຼູຫຼາ ມີເນື້ອທີ່ຂະໜາດ 566 ຕາແມັດ ປະກອບດ້ວຍ 5 ຫ້ອງນອນ, ຫ້ອງໂຖງທີ່ກວ້າງໃຫຍ່, ຫ້ອງຄົວ ແລະ ສິ່ງອຳນວຍຄວາມສະດວກອີກຫຼາກຫຼາຍພາຍນຫ້ອງ ແຖມຍັງມີລະບົບ Smart Home ທີ່ຄວບຄຸມແສງ, ອຸນຫະພູມ ແລະ ລະບົບ Multimedia ໃນທຸກຫ້ອງອີກດ້ວຍ.
ນອກຈາກນີ້ຍັງມີລະບຽງຂະໜາດ 80 ຕາແມັດ ທີ່ສາມາດເຫັນ ວິວຂອງທ່າຈອດເຮືອດູໄບ ທີ່ເຕັມໄປດ້ວຍເຮືອລຳຫຼູມູນຄ່າຫຼາຍຮ້ອຍລ້ານໂດລາ. ສຳລັບອາຄານນີ້ມີຄວາມສູງ 64 ຕາແມັດ ມີທັງໝົດ 52 ຊັ້ນ ປະກອບດ້ວຍຫ້ອງຫຼູ 80 ຫ້ອງ ຊຶ່ງສ່ວນໃຫຍເປັນຂອງເຫຼົ່າໄຮໂຊ ແລະ ຄົນດັງທີ່ລໍ້າລວຍໃນທຸກແວດວົງ.
ສຳລັບສາເຫດທີ່ເຮັດໃຫ້ນັກກີລາຄົນນີ້ຕັດສິນໃຈເລືອກຊື້ຫ້ອງຊຸດນີ້ ເພາະຜູ້ກ່ຽວເຄີຍເຂົ້າມາແຂ່ງຂັນເທັນນິດລາຍການພິເສດທີ່ດູໄບ ເມື່ອປີ 2006 ຊຶ່ງຜູ້ກ່ຽວໄດ້ມັກຫຼາຍ ເພາະຈະໃຊ້ພັກອາໄສໃນລະດູໜາວ ພ້ອມມາພັກຜ່ອນໃນດູໄບໃນໄລຍະຝຶກຊ້ອນເທັນນິດ ເນື່ອງຈາກສະຖານທີ່ນີ້ມັນສະຫງົບດີ ແລະ ໃຫ້ຄວາມເປັນສ່ວນຕົວ. ເອົາລະໄປສ່ອງຄວາມງາມ ແລະ ຫຼູຫຼາພ້ອມໆກັນເລີຍທີ່ອາລະບໍ້າຮູບລຸ່ມສຸດ:
ຂໍຂອບໃຈ
ພາບ : sanook.com , sanook.com