10 ໝາກໄມ້ແກ້ "ບັນຫາການຂັບຖ່າຍຍາກ" ຢາກທ້ອງແວບເມື່ອໃດຈັດເລີຍ

ບັນຫາ "ການຂັບຖ່າຍຍາກ" ເປັນບັນຫາກວນໃຈຂອງສາວໆ ຫຼາຍຄົນ ເຖີງວ່າບາງຄົນອາດຈະເປັນຄົນທາດອ່ອນ ຮັບປະທານອັນໃດກໍຖ່ຍຄ່ອງສະດວກສະບາຍເຕັມຕົວ ແຕ່ຫາກມີຊ່ວງໜື່ງທີ່ຕ້ອງການດຳລົງຊີວິດຕ່າງທີ່ຕ່າງເວລາ ຕ້ອງຮັບປະທານອາຫານທີ່ບໍ່ຄືທີ່ເຄີຍຮັບປະທານຢູ່ທຸກວັນ ອາດເຮັດໃຫ້ບັນຫາ "ທ້ອງຜູກ" ມາເຍືອນກໍເປັນໄດ້ແທນທີ່ຈະກາຢາຖ່າຍ ຫຼື ຢາລະບາຍມາຮັບປະທານ ເຮົາໃຊ້ວິທີທຳມະຊາດ ໂດຍການຮັບປະທານໝາກໄມ້ເຫຼົ່ານີ້ ເພື່ອຊ່ວຍແກ້ທ້ອງຜູກກັນດີກ່ວາ
1. ໝາກຫຸ່ງ
ນອກຈາກໝາກຫຸ່ງຈະຊ່ວຍຂັບປັດສະວະແລ້ວ ຍັງຊ່ວຍຂັບຖ່າຍໄດ້ດີອີກດ້ວຍ ເພາະໝາກຫຸ່ງສຸກມີລິດເປັນຢາລະບາຍອ່ອນ ລົດຊາດຫວານ ຮັບປະທານງ່າຍ ຍ່ອຍງ່າຍ ແຖມຍັງມີວິຕາມິນເອສູງ, ມີໄຂມັນ ແລະ ຄໍເລສເຕີລໍໜ້ອຍ, ແຕ່ຢ່າຮັບປະທານຫຼາຍເກີນໄປ ເພາະອາດສ່ຽງຕໍ່ເປັນໂລກກະດູກ, ຂໍ້ຕໍ່ ແລະ ອາດມີອາການເບື່ອອາຫານ ເຊື່ອງຊືມ ຫຼື ນອນບໍ່ຫຼັບໄດ້
2. ແອັບເປີ້ນ
ແອັບເປີ້ນມີສານແພດຕິນ ທີ່ຊ່ວນເພີ່ມກາກໃຍໃຫ້ກັບທາງເດີນອາຫານ ຈື່ງຊ່ວຍເພີ່ມປະສິດທິພາບຂອງລະບົບຂັບຖ່າຍໃຫ້ເຮັດວຽກໄດ້ດີຂື້ນ ນອກຈາກນີ້ ວິຕາມິນຊີ ທີ່ຊ່ວຍປ້ອງກັນໂລກຫັວດ, ປ້ອງກັນໂລກລັກປິດລັກເປີດ ແລະ ຍັງຊ່ວຍປ້ອງກັນມະເຮັງລຳໃສ້ໃຫ່ຍອີກດ້ວຍ
3. ໝາກກ້ວຍ
ເຂົາວ່າກັນວ່າຫາກມີອາຈົມທີ່ມີຄວາມແຂງລະດັບກ້ວຍ ຈື່ງຈະເອີ້ນວ່າເປັນອາຈົມທີ່ດີ ບໍ່ແຫຼວ ແລະ ບໍ່ແຂງເກີນໄປ, ດັ່ງນັ້ນ ບໍ່ແປກທີ່ຮັບປະທານກ້ວຍແລ້ວຈະຊ່ວຍໃຫ້ຂັບຖ່າຍໄດ້ງ່າຍຂື້ນ ກາກໃຍ ແລະ ສານອາຫານໃນກ້ວຍຊ່ວຍລຸດອາການທ້ອງຜູກ ໄດ້ຢ່າງເຫັນຜົນ ແລ້ວຍັງຊ່ວຍປັບສົມດຸນຂອງລະບົບຂັບຖ່າຍໃຫ້ເປັນປົກກະຕິອີກດ້ວຍ
4. ໝາກມ່ວງສຸກ
ໝາກມ່ວງສຸກມີວິຕາມິນຊີສູງ ແລະ ຍັງມີສານຕ້ານອະນຸມູນອິດສະຫຼະ, ວິຕາມີນເອ, ເບຕາແຄໂຣທີນ ແລະ ຍັງຊ່ວຍເຮັດໃຫ້ອາຈົມອ່ອນນຸ້ມຂື້ນອີກດ້ວຍ, ແຕ່ຂໍ້ຄວນລະວັງຄື ຢ່າຮັບປະທານໝາກມ່ວງສຸກຫຼາຍເກີນໄປ ເພາະໝາກມ່ວງສຸກມີນ້ຳຕານຫຼາຍ ລະວັງຈະຕຸ້ຍໄດ້
5. ໝາກກ້ຽງ
ຮູ້ກັນດີວ່າໝາກກ້ຽງອຸດົມໄປດ້ວຍວິຕາມິນຊີ ທີ່ຊ່ວຍເຮັດໃຫ້ຮ່າງກາຍແຂງແຮງ ປາສາຈາກໂລກຫັວດ ຫາກຢາກຮັບປະທານໝາກກ້ຽງ ເພື່ອຊ່ວຍເລື່ອງລະບົບຂັບຖ່າຍ ຄືກາກໃຍຂອງໝາກກ້ຽງນີ້ແລະ ເພາະສະນັ້ນ ຫາກຮັບປະທານພຽງນ້ຳສົ້ມຄັ້ນ ອາດຈະໄດ້ປະສິດທິພາບດີບໍ່ເທົ່າຮັບປະທານເປັນໝາກ
6. ໝາກພຸຣນ
ສາວໆຫຼາຍຄົນຮູ້ຈັກກິດຕິຊັບຂອງລູກພຸຣນກັນດີ ວ່າຮັບປະທານປຸ໊ບ ລາດປັ໊ບ ເພາະລູກພຸຣນມີຄຸນສົມບັດເດ່ນໃນເລື່ອງຊ່ວຍການຂັບຖ່າຍ ແຖມຍັງອຸດົມໄປດ້ວຍເບຕາໂຄໂຣທີນ, ສານຕ້ານອະນຸມູນອິດສະຫຼະ, ຊະລໍຄວາມແກ່, ບຳລຸງຫົວໃຈ, ບຳລຸງສາຍຕາ ແລະ ຍັງຊ່ວຍເສີມສ້າງກະດູກ ແລະ ແຂ້ວໃກ້ແຂງແຮງອີກດ້ວຍ
7. ໝາກນັດ
ອີກໜື່ງໝາກໄມ້ທີ່ເນື້ອສຸກມີລົດຫວານ (ຫາກເລືອກເລືອກພັນຫວານມາຮັບປະທານ) ຊ່ວຍຍ່ອຍອາຫານຈຳພວກໂປຣຕິນ (ຄາບໃດທີ່ຮັບປະທານເນື້ອສັດຫຼາຍໆ ເຊັ່ນ: ຫາກໍ່ຮັບປະທານຊີ້ນດາດມາ ຢ່າລືມຮັບປະທານໝາກນັດ) ວິຕາມິນຊີສູງ ລຸດອາການອັກເສບດວງຕ່າງໆ ໃນຮ່າງກາຍ ແລະ ທີ່ສຳຄັນ ຊ່ວຍເພີ່ມປະສິດທິພາບໃນລະບົບຂັບຖ່າຍໄດ້ດີສຸດໆ
8. ລະມຸດ
ບາງພື້ນທີ່ໂດຍສະເພາະຄົນໃນເມືອງອາດຈະຫາຮັບປະທານຍາກແນ່ໜ້ອຍໜື່ງ, ແຕ່ຫາກໄດ້ລອງລຸຍຕະຫຼາດ ແລ້ວພົບລະມຸດຮີບຄ້ວາໄວ້ໄດ້ເລີຍ ເພາະລະມຸດເປັນໝາກໄມ້ທີ່ມີກາກໃຍອາຫານຫຼາຍ (ຫຼື ໄຟເບີນັ້ນແຫຼະ) ຈື່ງຊ່ວຍປ້ອງກັນໂລກທ້ອງຜູກໄດ້ດີ ແຕ່ລະມຸດສຸກນ້ຳຕານກໍສູງເຊັ່ນກັນ ຢ່າຮັບປະທານຫຼາຍຈົນເກີນໄປ
9. ໝາກເຟືອງ
ມາຮອດອີກໜື່ງໝາກໄມ້ທີ່ຕ້ອງລຸຍຕະຫຼາດຈື່ງຈະເຫັນ ແຕ່ຮັບຮອງວ່າບໍ່ໄດ້ຫາຍາກຢ່າງທີ່ຄິດແນ່ນອນ ໝາກຟືອງນອກຈາກມີຄຸນສົມບັດເປັນຢາລະບາຍອ່ອນໆແລ້ວ ຍັງຊ່ວຍລຸດກົດໃນກະເພາະອາຫານໄດ້ດີອີກດ້ວຍ
10. ອະງຸ່ນ
ລົດຊາດຫວານອົມສົ້ມຂອງອະງຸ່ນ ນອກຈາກຈະນຳໄປເຮັດເປັນເຄື່ອງດື່ມ ເພື່ອຄວາມສົດຊື່ນ ຖືກໃຈສາວໆ ໜຸ່ມໆ ຫຼາຍຄົນແລ້ວ ອະງຸ່ນຍັງມີລິດເປັນຢາລະບາຍ ທີ່ຊ່ວຍແກ້ບັນຫາທ້ອງຜູກໄດ້ດີ ນອກຈາກນີ້ຍັງຊ່ວຍແກ້ບັນຫາທ້ອງຜູກຊຳເຮື້ອໄດ້ອີກດ້ວຍ ແຕ່ອະງຸ່ນຫວານໆ ຮັບປະທານຫຼາຍກໍລະວັງນ້ຳຕານຂື້ນໄດ້
ທີ່ສຳຄັນຂອງການຮັບປະທານໝາກໄມ້ເພື່ອຊ່ວຍການຂັບຖ່າຍ ຄືຮັບປະທານໃນປະລິມານທີ່ເໝາະສົມ ຢ່າຮັບປະທານຫຼາຍເກີນໄປ, ດື່ມນ້ຳໃຫ້ຫຼາຍໆ ເພື່ອຊ່ວຍໃຫ້ອາຈົມອ່ອນນຸ້ມລົງ ແລະ ທີ່ສຳຄັນ ເຊື່ອ ຫຼື ບໍ່ວ່າການອອກກຳລັງກາຍ ກໍຊ່ວຍໃຫ້ການຂັບຖ່າຍເປັນປົກກະຕິເຊັ່ນດຽວກັນ ຖ້າບໍ່ເຊື່ອລອງໄປແລ່ນຕອນເຊົ້າໆເບີ່ງ ເຮັດເປັນປະຈຳຮັບຮອງວ່ານອກຈາກຈະເຊົາທ້ອງຜູກແລ້ວ ຍັງຊ່ວຍໃຫ້ຂັບຖ່າຍຕົງເວລາອີກດ້ວຍ
ຂໍຂອບໃຈ
ພາບ : istockphoto