ມາແທ້ 21 ສິງຫາ ນີ້ ກັບການ Come Back ຂອງໜຸ່ມໆ BTS

ຖືໄດ້ວ່າເປັນທີ່ຮືຮາຈົນ Twitter ເກືອບແຕກເລີຍກໍວ່າໄດ້ຫຼັງຈາກທີ່ວັນທີ 26 ກໍລະກົດທີ່ຜ່ານມານີ້ໜຸ່ມໆ BTS ໄດ້ອອກມາສົ່ງສັນຍານແຫ່ງການ Come back ທີ່ກຳລັງຈະກັບມາອີກຄັ້ງຫຼັງຈາກທີ່ໜຸ່ມໆ BTS ໄດ້ພາກັນມາ Live ໃນ ແອັບພລິເຄຊັນ V Live ຂອງຕົນໂດຍການປະກາດຜ່ານ V Live Audio livestream ເຊິ່ງໜຸ່ມໆທັງ 7 ຄົນກໍໄດ້ເວົ້າເຖິງແຜນທີ່ພວກເຂົາຈະປ່ອຍເພງໃໝ່ໃນເດືອນໜ້ານີ້. ເຊິ່ງເພງດັ່ງກ່າວນີ້ຈະຖືກປ່ອຍໃນເກົາຫຼີ ແລະ ສາກົນພ້ອມໆກັນໃນວັນສຸກ ທີ 21 ເດືອນສິງຫາ 2020 ນີ້ເອງ.
ຈາກການສົນທະນາກັນຂອງໜຸ່ມໆທັງ 7 ຄົນເຮັດໃຫ້ຮູ້ວ່າບົດເພງທີ່ຈະປ່ອຍອອກມານັ້ນແມ່ນເວົ້າເຖິງການໃຫ້ກໍາລັງໃຈແກ່ຜູ້ຄົນໃນທົ່ວໂລກຕໍ່ກັບສະຖານະການທີ່ກໍາລັງເກີດຂຶ້ນໃນປັດຈຸບັນ ຫຼື ສະຖານະການໂຄວິດ-19 ນັ້ນເອງ ແລະ ກໍຍັງຢູ່ໃນໄລຍະພິຈາລະນາວ່າຈະເອົາບົດເພງດັ່ງກ່າວນີ້ເພີ່ມເຂົ້າໃນອາລະບໍ້າໃໝ່ ຫຼື ບໍ່.
ເຊິ່ງວ່າໜຸ່ມວີກໍຍັງໄດ້ເວົ້າຕື່ມອີກວ່າເນື້ອເພງທີ່ຈະປ່ອຍນີ້ມີເນື້ອຫາເປັນພາສາອັງກິດ ເຊິ່ງທຸກຄົນໃນວົງເອງກໍເຫັນວ່າເນື້ອເພງຂ້ອນຂ້າງຈະສົມບູນແບບຫຼາຍ.
ແລະ ທາງຜູ້ຂຽນເອງກໍມີເນື້ອຫາຈາກການສົນທະນາໃນ V Live ບາງສ່ວນຂອງໜຸ່ມໆມາຝາກກັນ ເຊິ່ງແຟນຄລັບບາງຄົນກໍໄດ້ມີການແປເນື້ອຫາອອກມາດັ່ງນີ້:
ຊູກ້າ: ເຈໂຮບ ລອງສະປອຍແນ່
ເຈໂຮບ: ເປັນເພງມ່ວນໆແລະ
ວີ: ຮ້ອງເບິ່ງເປັນພາສາອັງກິດເຂົ້າກັນຫຼາຍ
ອາເອັມ: ພວກເຮົາວາງແຜນທີ່ຈະປ່ອຍອາລະບໍ້າຕອນທ້າຍປີ ແຕ່ວ່າຍ້ອນສະຖານະການໂຄວິດເລີຍຈະປ່ອຍເພງມາກ່ອນ
ຊູກ້າ: ແລ້ວເພງນີ້ຈະຢູ່ໃນອາລະບໍ້ານໍາບໍ?
ຈິນ: ບໍ່ຮູ້ເດ!!
ວີ: ເຮົາຖ່າຍຮູບປົກກັນແລ້ວເດີ
ຈອງກຸກ: ເວົ້າໄດ້ຫວາ
ວີ:ເວົ້າໄດ້ ບອກວ່າຖ່າຍຊື່ໆບໍ່ໄດ້ໂຊໃຫ້ເບິ່ງ
ນອກຈາກໜຸ່ມໆຈະມາບອກຂ່າວດີແລ້ວວ່າຈະມີການປ່ອຍເພງໃນວັນທີ 21 ສິງຫານັ້ນ. ນອກຈາກນີ້, ສ່ວນຕົວຂອງສະມາຊິກແຕ່ລະຄົນກໍມີຂ່າວດີບໍ່ແພ້ກັນນັ້ນກໍຄື:
ໜຸ່ມວີ ຫຼື ຄິມ ແທຮະຢອງ ກໍາລັງກຽມທີ່ຈະປ່ອຍມິກເທບ (mixtape)
ໜຸ່ມຊູກ້າ ຫຼື ມິນຢຸນກິ ກໍາລັງຈະມີລາຍການວິທະຍຸເປັນຂອງໂຕເອງ
ໜຸ່ມຈິນ,ຈີມິນ ແລະ ຈອງກຸກກໍກໍາລັງຈະມີລາຍການວິທະຍຸເຊັ່ນກັນ
ສ່ວນໜຸ່ມເຈໂຮບ ແລະ ອາເອັມ ແມ່ນກໍາລັງຢູ່ໃນຂັ້ນຕອນການແຕ່ງເພງ
ແຕ່ທີ່ສໍາຄັນຄືໜຸ່ມໆ BTS ຖ່າຍປົກກັນຮຽບຮ້ອຍແລ້ວ!!!
ອ່ອຍຍຍ ເປັນແນວໃດດດອາມີ້ (army ຊື່ເອີ້ນແຟນຄລັບຂອງ BTS) ທັງຫຼາຍ ສະປອຍກັນປານນີ້ ຂາຍຂອງກັນເກັ່ງງງງ ຫົວໃຈອາມີ້ຊິລະລາຍກັນໝົດແລ້ວລະລາຍທັງໃຈລະລາຍທັງຊັບ ບອກເລີຍວ່າໜຸ່ມໆ BTS ນີ້ມີຜົນງານມາໃຫ້ເຮົາຕິດຕາມກັນຕະຫຼອດ ຖືໄດ້ວ່າບໍ່ໃຫ້ອາມີ້ທັງຫຼາຍເຫງົາເລີຍກະວ່າໄດ້ ເປັນແບບນີ້ຊິບໍ່ໃຫ້ຮັກແນວໃດ ສົມແລ້ວລະທີ່ເຂົາເອີ້ນ Boy band of the world.
ແຕ່ແນວໃດ 21 ສິງຫານີ້ ທຸກຄົນຢ່າລືມຕຽມນິ້ວ! ຕຽມແບັດໂທລະສັບ ແລະ ທີ່ສໍາຄັນຢ່າລືມຕຽມເງິນຕື່ມບັດໂທລະສັບເພື່ອຈະປັ່ນຍອດວິວໄປພ້ອມໆກັນ.
ບອກໄດ້ເລີຍວ່າຄັ້ງນີ້ບັນກາອ່າມມີ່ຂອງໜຸ່ມໆຄາດກັນໄວ້ຄືຈະເອົາ 100 ລ້ານວິວພາຍໃນ 24 ຊົ່ວໂມງ
ອູ້ວວວວ ສະນັ້ນທຸກຄົນຕ້ອງກຽມກາຍ ແລະ ໃຈໃຫ້ພ້ອມເພື່ອໜຸ່ມໆຂອງພວກເຮົາ ສູ້ໆ!!!
ຂຽນໂດຍ: J’daisy
ອ້າງອີງ:
- https://www.forbes.com/sites/jeffbenjamin/2020/07/26/bts-new-single-august-21-album/amp/?utm_campaign=forbes&utm_source=twitter&utm_medium=social&utm_term=Valerie%2F&__twitter_impression=true&fbclid=IwAR19B6VSuZdfzWZRSaK_DGUnPBJhZIW2evQjDEkpqB3ctr4-bOKI3HWhuM8
- https://channels.vlive.tv/fe619
- @ggtwjm
ຮູບປະກອບ:
- https://www.instagram.com/p/CDHT_gPJKpN/
- https://www.instagram.com/p/CDJP6pPJcdB/
- https://www.instagram.com/p/CCa-S8alWxc/
- https://www.instagram.com/p/B86CB5OlfaX/
- https://www.instagram.com/p/CCvfXtvJ1-a/
- https://www.instagram.com/p/CCvfXtvJ1-a/
- https://www.instagram.com/p/CCtaglSJPdQ/
- https://www.instagram.com/p/CCtaglSJPdQ/
- https://www.instagram.com/p/B_PAxk6DFL9/