ແບຣນເນມໂຕແມ່! ສ່ອງຊີວິດສຸດຫຼູ "ເມເມ ອິນສີຊຽງໃຫມ່" ສາວໄຮໂຊ ເສດຖີເເຫ່ງເມືອງລາວ

ສ່ອງຊີວິດສຸດອະລັງການຂອງ ເມເມ ອິນສີຊຽງໃຫມ່ ສາວໄຮໂຊສຸດເລີດເເຫ່ງເມືອງລາວ ເຈົ້າຂອງທຸລະກິດເກຣມາເກັດ ນໍາເຂົ້າລົດຫລູ Phonesavanh Trading ແລະ ເປັນເຊເລບຊື່ດັງ ບອກເລີຍສາວຄົນນີ້ບໍ່ທໍາມະດາເພາະຖ້າໃຜຕິດຕານໄອຈີຂອງລາວ ຈະເຫັນເລີຍວ່າເຄື່ອງຂອງທີ່ສາວເມໃຊ້ນັ້ນ ເເບຣນເນມທັງນັ້ນ. ຕ້ອງບອກວ່າຖານະຄອບຄົວຢູ່ໃນລະດັບເສດຖີເມືອງລາວກໍວ່າໄດ້. ແຖມບັນດາໝູ່ເພື່ອນເເຕ່ລະຄົນລ້ວນເປັນຄົນດັງໃນເເວດວົງສັງຄົມ ເເຕ່ວ່າຊີວິດຈະຫຼູປານໃດໄປເບິ່ງກັນເລີຍ.
ເມເມ ເປັນນັກທຸລະກິດສາວຈາກສະຫວັນນະເຂດ ໃຫຍ່ມາໃນຄອບຄົວຖານະລໍ້າລວຍ ຈາກການເຮັດທຸລະກິດນໍາເຂົ້າລົດຫລູ ຊື່ບໍລິສັດ Phonesavanh Trading ເເລະ ຍັງມີທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າຈາກປະເທດໄທໄປສົ່ງຂາຍທີ່ປະເທດຫວຽດນາມ ນອກນີ້ຍັງເປີດກິດຈະການເຄື່ອງປະດັບເປັນຂອງຕົນເອງພາຍໃຕ້ເເບຣນທີ່ມີຊື່ວ່າ Savan Diamond ພ້ອມທັງເມເມມີສ່ວນໃນການອອກເເບບ ເເລະ ຄັດເລືອກເພັດດ້ວຍຕົນເອງອີກດ້ວຍ.
ເມ ຈະເດີນທາງມາເມືອງໄທຕະຫລອດ ຢ່າງຫນ້ອຍ 3-4 ເທື່ອຕໍ່ເດືອນ ເເລ້ວມັກປາກົດໂຕຕາມງານສັງຄົມໃນລຸກທີ່ມາພ້ອມກັບເເບຣນເນມທັງໂຕ ຈັດເປັນລູກຄ້າ Top Spender ຂອງເເບຣນດັງຕ່າງໆຫລາກຫລາຍຈົນເປັກເເຂກ V.I.P ຖືກເຊີນໄປນັ່ງ Front Row ເບິ່ງເເຟຊັນວີກທີ່ Paris ເມື່ອຫລາຍເດີນທີ່ຜ່ານມາ.
ເເລ້ວເເບລນທີ່ເມມັກຫລາຍ ເເລະ ເປັນເເຟນພັນເເທ້ເເບບຂາດບໍ່ໄດ້ ເອີ້ນວ່າທຸກຄັ້ງທີ່ມາໄທຕ້ອງຫອບຫິ້ວກະເປົາ Hermés ເເລະ ເເບຣນອື່ນໆກັບປະເທດລາວປະຈໍາ ເປັນຄວາມມັກສ່ວນຕົວຈົນເລີ່ມສະສົມເເບບຈິງຈັງ ໂດຍລາວເບິ່ງວ່າການຊື້ກະເປົາກໍຄືການລົງທຶນຢ່າງຫນຶ່ງ ຕອນນີ້ເລີຍມີເປັນກະເປົາ ແລະ ເຄື່ອງປະດັບ ມີເກືອບທຸກເເບຣນ. ເຄື່ອງຂອງເເຕ່ລະຢ່າງເເບຣນເນມຈັດເຕັມເເບບບໍ່ທໍາມະດາຈັດເປັນເເຟຊັນນິສຕ້າເເບຣນເນມໂຕເເມ່ເລີຍ
ສາມາດຕິດຕາມຊີວິດໄຮໂຊເມເມທີ່ IG:@maymay_savan ຫຼື ກົດທີ່ລິ້ງ: https://www.instagram.com/maymay_savan/
ຂໍຂອບໃຈ
ພາບ : maymay_savan