ເທດສະການກິນເຈ 2016 ເລີ່ມ 1-9 ຕຸລານີ້

ເທດສະການກິນເຈປີ 2016 ນີ້ ກົງກັບວັນທີ 1-9 ຕຸລາ ລວມເປັນເວລາ 9 ມື້ ເປັນຍັງເຮົາຕ້ອງກິນເຈ, ກິນເຈແລ້ວໄດ້ຍັງ ແລ້ວເທດສະການກິນເຈຖືກຳເນີດຂຶ້ນມາໄດ້ແນວໃດ ມ່ວນ! Health ຈະເລົ່າໃຫ້ຟັງ
ເທດສະການກິນເຈ
ຄຳວ່າ ເຈ ໃນພາສາຈີນທາງພະພຸດທະສາດສະໜາ ໝາຍເຖິງ ອຸໂບສົດ ຫຼື ການຮັກສາສີນ 8 ຂອງສາດສະໜາພຸດນິກາຍມະຫາຍານ ທີ່ຈະມີການຮັກສາອຸໂບສົດສີນ ບໍ່ບໍລິໂພກຍັງຫຼັງທ່ຽງຕາມຫຼັກສີນ 8 ຂໍ້ ແລະ ບໍ່ບໍລິໂພກເນື້ອສັດ ເພື່ອເປັນການບໍ່ບຽດບຽນສິ່ງມີຊີວິດ ຊ່ວງຫຼັງຈຶ່ງເອີ້ນຄົນທີ່ບໍ່ກິນເນື້ອສັດວ່າ ກິນເຈ ໄປພ້ອມ ແຕ່ເຖິງຢ່າງນັ້ນ ການກິນເຈບໍ່ແມ່ນພຽງແຕ່ເນື້ອສັດ ອາຫານ ແລະ ເຄື່ອງປຸງທີ່ມີສ່ວນປະກອບຂອງເນື້ອສັດ ແຕ່ຍັງລວມເຖິງການຮັກສາສິນ ປະພຶດຕົວເປັນຄົນດີ ທັງກາຍ, ວາຈາ ແລະ ໃຈ ອີກດ້ວຍ
ຊ່ວງເວລາເທດສະການກິນເຈ
ຊ່ວງເທດສະການກິນເຈຂອງທຸປີ ກົງກັບວັນຂຶ້ນ 1 ຄໍ່າ ເຖິງ 9 ຄໍ່າ ເດືອນ 9 ຕາມປະຕິທິນຈີນ ກົງກັບເດືອນ 11 ລາວ ຫຼື ເດືອນ 10 ສາກົນ ລວມເປັນເວລາທັງໝົດ 9 ມື້ 9 ຄືນ ສຳຫຼັບປີນີ້ແມ່ນຈະເລີມເທດສະຖານຕັ້ງແຕ່ວັນທີ່ 1 – 9 ຕຸລາ
ເປັນຫຍັງຕ້ອງກິນເຈ
- ກິນເຈເພື່ອສຸຂະພາບທີ່ດີຂຶ້ ເພາະອາຫານເຈຖືເປັນອາຫານຊີວະຈິດຢ່າງໜຶ່ງ ຊ່ວຍປັບສະພາບຮ່າງກາຍໃຫ້ສົມດຸນ ລ້າງພິດໃນຮ່າງກາຍ ລວມເຖິງຊ່ວຍເສີມສ້າງຮ່າງກາຍໃຫ້ແຂງແຮງ ແລະ ເຮັດວຽກຢ່າມມີປະສິດທິພາບຫຼາຍຂຶນ ເພາະຄົນຈີນເຊື່ອວ່າ: ເນື້ອສັດເປັນ ຫຍິນ ແລະ ຜັກ ໝາກໄມ້ເປັນ ຫຍາງ ໂດຍທຳມະຊາດຄົນເຮົາມັກກິນເນື້ອສັດຫຼາຍກວ່າໝາກໄມ້ ແລະ ຜັກ ການຫຼຸດເນື້ອສັດຈຶ່ງເປັນການປັບໃຫ້ ຫຍິນ ແລະ ຫຍາງສົມດຸນຫຼາຍຍິ່ງຂຶ້ນ
- ກິນເຈເພື່ອເຮັດບຸນ ເພື່ອຊໍາລະສ້າງໃຈໃຫ້ໃສສະອາດ ບໍ່ບຽດບຽນສັດໂລກ ເຮັດໃຫ້ຈິດໃຈເຮົາຜ່ອງໃສຫຼາຍຂຶ້ນ ເມື່ອເຮົາຮູ້ວ່າສິ່ງທີ່ເຮົາເຮັດເປັນສິ່ງທີ່ດີ ກໍຈະສົ່ງຜົນຕໍ່ຈິດໃຈ ທີ່ເບີກບານເປັນສຸກນັ້ນເອງ
- ກິນເຈເພື່ອລະເວນກຳ ທີ່ເກີດຈາກການຂ້າສັດຕັດຊີວິດ ຫຼື ແມ້ນແຕ່ການຈ້າງຂ້າເພື່ອ ການບໍລິໂພກ ຫາກເຮົາຮູ້ວ່າການຫຼຸດການບໍລິໂພກຊີ້ນສັດເປັນການຊ່ວຍຊີວິດນັບພັນນັບໝື່ອນເຮົາກໍຈະຊ່ວຍຫຼຸດກຳຂອງເຮົາໄດ້ຫຼາຍຂຶ້ນ
ເປັນຫຍັງຕ້ອງລ້າງທ້ອງ
ການລ້າງທ້ອງໝາຍເຖິງ ເລີ່ມກິນເຈກ່ອນຮອດມື້ວັນເລີ່ມຕົ້ນເທດສະການ 1-2 ມື້ເພື່ອໃຫ້ຮ່າງກາຍຄ່ອຍໆປັບສະພາບ ແລະ ສ້າງຄວາມຄຸ້ນເຄີຍກັບການກິເຈໄດ້ດີຍິ່ງຂຶ້ນ
ທຸງເຈ ມີຄວາມໝາຍແບບໃດ
ຕົວອັກສອນພາສາຈີນ ອ່ານວ່າ ໄຈ ຫຼື ເຈ ໝາຍເຖິງ ຂອງບໍ່ຄາວ ຕົວອັກສອນສີແດງ ໝາຍເຖິງຄວາມເປັນສິລິມົງຄົນໃນຊີວິດ ພື້ນຫຼັງ ສີເຫຼືອງ ໝາຍເຖິງ ສີຂອງພະພຸດທະສາດສະໜາດ ຫຼື ຜູ້ຊົງສີນ ທຸງເຈຈຶງເປັນສັນຍາລັກຂອງການກິນເຈ ແລະ ການເປັນເຄື່ອງຢືນຢັນຢໍ້າເຕືອນຊາວພຸດໃຫ້ຫັນມາກຽມພ້ອມຮ່ວມເທດສະການກິນເຈນຳກັນ
ນອກຈາກເນື້ອສັດແລ້ວ ຫ້າມກິນຍັງແດ່
- ຜັກທີ່ມີກິ່ນຂິວ 5 ຢ່າງໄດ້ແກ່ ກະທ່ຽມ (ບໍ່ດີຕໍ່ຫົວໃຈ), ຫົວຜັກບົ່ວໃຫຍ່ ແດງ, ຂາວ, ຕົ້ນຫອມ (ບໍ່ດີຕໍ່ໄຂຫຼັງ), ຫຼັກກ້ຽວ ຜັກຂອງຈີນ ມີຫຼັກສະນະຄືກະທຽມໂທນ (ບໍ່ດີຕໍ່ມມ້າມ), ກຸຍຊ່າຍ (ບໍ່ດີຕໍ່ຕັບ) ແລະ ໃບຍາສູບ (ບໍ່ດີຕໍ່ປອດເມືອໃຊ້ສູບ) ນອກຈາກນີ້ຜັກຊະນິດໃດທີ່ມີກິ່ນຂິວກໍ່ບໍ່ຄວນກິນລະຫວ່າງຊ່ວງກິນເຈນຳ
- ນົມ, ເນີຍ, ນໍ້າມັນ ແລະ ຜະລິດຕະພັນຈາກສັດ
- ອາຫານລົດຈັດ ບໍ່ວ່າຈະເປັນເຄັມຈັດ, ຫວານຈັດ, ສົ້ມຈັດ ຫຼື ເຜັດຈັດ
- ເຫຼົ້າ ແລະ ເຄື່ອງດື່ມມືນເມົາ
- ໃຜທີ່ກິນເຈແບບຈິງຈັງ ຫ້າມກິນອາຫານເທິງພາສະນະທີ່ໃຊ້ຮ່ວມກັບຜູ້ທີ່ບໍ່ໄດ້ກິນເຈ ແລະ ຕ້ອງກິນອາຫານທີ່ປຸງຈາກຄົນທີ່ກິນເຈນໍາກັນເທົ່ານັ້ນ
ເຖິງແມ້ນການກິນເຈຈະເບິ່ງເປັນເລື່ອງຍາກສຳຫຼັບຄົນມັກກິນຊີ້ນສັດ ແຕ່ເຮົາເຊື່ອວ່າຫາກທ່້ານໄດ້ລອງກິນເຈແລ້ວ ນອກຈາກສຸຂະພາບທີ່ຈະດີຂຶ້ນຢ່າງທັນຕາເຫັນແລ້ວ ຍັງອີ່ມບຸນ ອີ່ມໃຈຈາກການຖືສີນ ແລະ ຫາກອອກກຳລັງກາຍຢ່າງສະໜໍ່າສະເໜີຄວຍຄູ່ໄປດ້ວຍຍັງໄດ້ຜິວພັນທີ່ດີ ແລະ ຫຸ່ນທີ່ງາມແນ່ນອນ ໃຜຍັງບໍ່ເຄຍກໍລອງກິນເຈປີນີ້ ປີທຳອິດລອງເບິ່ງເດີ ຮັບຮອງວ່າຈະຕ້ອງຕິດໃຈຈົນບໍ່ຢາກຢຸດກິນເຈແນ່ນອນ
ຂໍຂອບໃຈ
ຂໍ້ມູນ : Thaihealth.or.th, เมนูอร่อย.com
ພາບ : www.bloggang.com ແລະ guideubon.com