ເປັນຫຍັງແຟນຄລັບຂອງ “ລິເວີພູ (Liverpool) ແລະ ແມນຢູ (Man U)” ຄືບໍ່ຖືກກັນ?

ແຟນກີລາເຕະບານທຸກຄົນທີ່ທັງບໍ່ແມ່ນແຟນຄລັບຂອງສອງທີມ ແລະ ເປັນແຟນຄລັບຂອງສອງທີມຄົງຈະຮູ້ຈັກກັນດີຢູ່ແລ້ວວ່າສອງທີມເຕະບານດັ່ງກ່າວເປັນຄູ່ເຕະບານທີ່ຂ້ອນຂ້າງເປັນຄູ່ແຂ່ງກັນຕະຫຼອດການ. ແຕ່ຈະມີໃຜຮູ້ບໍ່ວ່າ ສາເຫດໃດທີ່ພວກເຂົາທັງສອງຄືບໍ່ຖືກກັນ? ລວມທັງແຟນຄລັບຂອງທັງສອງຝ່າຍກໍຍັງບໍ່ຖືກກັນອີກດ້ວຍ.
ຕາມຄວາມເປັນຈິງແລ້ວກ່ອນໜ້າທີ່ຈະມາເປັນທີມເຕະບານແມ່ນໃນຍຸກວິກຕໍເຣຍ ປີ ຄ.ສ. 1750-1850 ເປັນໄລຍະທຳອິດໃນການປະຕິວັດອຸດສາຫະກຳແລ້ວທັງສອງເມືອງກໍຄື: ເມືອງ ແມນເຊສເຕີ ຢູໄນເຕັດ (Manchester United) ຈະມີປະຊາຊົນໃນເມືອງເຊິ່ງເອີ້ນວ່າ ແມນຄູນຽນ ແລະ ເມືອງ ລິເວີພູ (Liverpool) ມີປະຊາຊົນເຊິ່ງເອີ້ນວ່າ ສະເກົາເຊີ. ທັງສອງເມືອງແມ່ນມີຄວາມຜິດໃຈທາງດ້ານອຸດສະຫະກຳມາແຕ່ສະໄໝກ່ອນກໍຄື: ເມືອງລິເວີພູແມ່ນເປັນເມືອງທີ່ມີຄອງນ້ຳ ແລະ ຍັງມີທ່າເຮືອສຳລັບຂົນສົ່ງສິນຄ້າດັ່ງນັ້ນທາງເມືອງແມນຢູກໍເປັນເມືອງທີ່ຂຶ້ນຊື່ໃນດ້ານຜ້າຝ້າຍ ແລະ ນຳມາເຮັດເປັນຜະລິດຕະພັນເຊັ່ນ: ເສື້ອ ເປັນຕົ້ນ, ດັ່ງນັ້ນທາງເມືອງແມນຢູຈຳເປັນຕ້ອງໄດ້ສັ່ງອຸປະກອນນຳເຂົ້າມາເພື່ອປະກອບໃນການຜະລິດ ແລະ ຕ້ອງໄດ້ເສຍພາສີໃຫ້ແກ່ເມືອງລິເວີພູ.
ຕໍ່ມາໃນປີ ຄ.ສ. 1894 ທາງເມືອງແມນຢູກໍຮູ້ສຶກວ່າບໍ່ຢາກຈະເສຍພາສີຫຼາຍອີກຕໍ່ໄປແລ້ວຈຶ່ງໄດ້ມີການຂຸດຄອງນ້ຳ (Manchester Ship Canal) ຂຶ້ນມາເພື່ອສະດວກແກ່ການຂົນສົ່ງ ເຊິ່ງມັນສ້າງຜົນກະທົບໃຫ້ກັບເມືອງລິເວີພູຢ່າງຫຼວງຫຼາຍຍ້ອນເຮັດໃຫ້ທັງເສຍລູກຄ້າ ແລະ ບໍ່ມີລາຍໄດ້ຈົນເຮັດໃຫ້ພະນັກງານບໍ່ມີວຽກເຮັດງານທຳເປັນຈຳນວນຫຼາຍ ແລະ ນັ້ນກໍເຮັດໃຫ້ເກີດເປັນຄວາມຜິດໃຈກັນ.
ໃນປີ ຄ.ສ. 1894 ກ່ອນທີ່ຈະມີການຂຸດຄອງແມ່ນທາງທີມເຕະບານລີເວີພູເຊິ່ງເປັນສະໂມສອນໃໝ່ທີ່ເລີ່ມກໍ່ຕັ້ງຫຼັງແຍກຈາກທີມເອເວີຕັນ ໄດ້ສິດໃນການລົງແຂ່ງລະດັບດິວິຊັ່ນ 2 ແລະ ໄດ້ສ້າງຜົນງານອັນດີເລີດບໍ່ນ້ອຍໜ້າໃຜໃນຕະຫຼອດລະດູການ ເຊິ່ງຜົນງານດັ່ງກ່າວເຮັດໃຫ້ມີການສະເໜີຊື່ໃນການທົດສອບເພື່ອທີ່ຈະໄປແຂ່ງຂັນໃນລະດັບດິວິຊັ່ນ 1 ແລະ ຄູ່ແຂ່ງຂັນທີ່ລິເວີພູຈະໄດ້ພົບກໍຄືທີມ ນິວຕັນ ຮີດ ຫຼື ກໍຄືຊື່ເກົ່າຂອງທີມ ແມນເຊສເຕີ ຢູໄນເຕັດ. ນັ້ນເປັນການແຂ່ງຂັນ ‘ແດງເດືອດ’ ຄັ້ງທຳອິດສຳລັບທັງສອງທີມ ແລະ ຝ່າຍລີເວີພູກໍເປັນຝ່າຍທີ່ຊະນະດ້ວຍຄະແນນ 2-0 (28 ເມສາ 1894).
ແຕ່ເຖິງຢ່າງໃດກໍຕາມທັງສອງທີມກໍບໍ່ໄດ້ຊັງກັນເພາະວ່າໃນໄລຍະທີ່ທາງແມນຢູມີບັນຫາ ທາງລິເວີພູກໍມີການເຂົ້າມາຊ່ວຍເຫຼືອທັນທີຄືໄລຍະປີ ຄ.ສ. 1958 ເຮືອບິນຂອງທີມແມນຢູໄດ້ປະສົບອຸບັດເຫດຈົນເຮັດໃຫ້ນັກເຕະໃນທີມເສຍຊີວິດເຖິງ 7 ຄົນ ແລ້ວທາງລິເວີພູກໍໄດ້ສະເໜີນັກເຕະຊຸດໃຫຍ່ຂອງລິເວີພູໃຫ້ 5 ຄົນ ໂດຍມີເງື່ອນໄຂ ແລະ ອອກຄ່າໃຊ້ຈ່າຍໃຫ້ເອງອີກດ້ວຍ.
ແລ້ວເມືອຖາມວ່າເປັນຫຍັງແຟນຄລັບຂອງສອງທີມບໍ່ຖືກໃຈກັນ? ຄຳຕອບແມ່ນ ອາດຈະເປັນຍ້ອນໂຕຂອງທີມເອງກໍຜິດໃຈກັນຈຶ່ງສົ່ງຜົນເຮັດໃຫ້ທາງແຟນຄລັບກໍຜິດໃຈກັນໄປນຳ ແຕ່ວ່າສາເຫດອື່ນກໍມີຄືກັນໂດຍຜ່ານການໂຫວດ ແລະ ໃຫ້ອອກຄຳຄິດເຫັນວ່າເປັນຫຍັງຄືຕ່າງຝ່າຍຕ່າງບໍ່ຖືກກັນມີດັ່ງນີ້໊:
- ບໍ່ມັກແຟນຄລັບຂອງອີກທີມຈຶ່ງເຮັດໃຫ້ຊັງທີມ 43%
- ບໍ່ຮູ້ສາເຫດແຕ່ວ່າຮູ້ສຶກຊັງມາດົນແລ້ວ 24%
- ທັງສອງທີມເປັນຄູ່ແຄ້ນກັນ ມັກແມນຢູເລີຍຊັງລິເວີພູ-ມັກລິເວີພູເລີຍຊັງແມນຢູ 22%
ເມື່ອມາຮອດນີ້ກໍເຮັດໃຫ້ເຮົາໄດ້ຮູ້ວ່າໃນຄວາມເປັນຈິງແລ້ວບໍ່ໄດ້ມີພຽງແຕ່ທາງແຟນຄລັບທີ່ບໍ່ຖືກໃຈກັນແຕ່ມັນກ່າວໄປເຖິງການບໍ່ຖືກໃຈກັນລະຫວ່າງທັງສອງທີມທີ່ມີມາແຕ່ດົນນານແລ້ວນັ້ນເອງ ແຕ່ສາເຫດສ່ວນຫຼາຍກໍຍ້ອນໂຕຂອງແຟນຄລັບເອງທີ່ບໍ່ພໍໃຈເຊິ່ງກັນ ແລະ ກັນ.
ແຫຼ່ງອ້າງອີງ