ເຮັດເພື່ອສັງຄົມໂດຍບໍ່ຮັບຄ່າຕົວ! 3 ສາວ ລູກນໍ້າ-ນຸ້ຍ-ເຈນນີ້ ໃນງານແຟຊັນການກຸສົນຮ່ວມປັນຮັກ

ລວມທັບນັກສະແດງລະດັບແຖວໜ້າ 3 ສາວ 3 ມຸງກຸດຈາກເວທີໃຫຍ່ໃນງານແຟຊັນເດີນແບບການກຸສົນ ໄດ້ເປັນ Brand Ambassador ໃຫ້ງານເຊິ່ງນຳໂດຍ: ລູກນໍ້າ ທິດາລັດ ເຈົ້າຂອງມຸງກຸດນາງສາວລາວ ປີ 2009, ເຈນນີ້ ຕົ້ນຄຳ Miss World Laos 2017 ແລະ ນຸ້ຍ ສຸພາພອນ ສົມວິຈິດ Miss Universe Laos 2017. ບອກເລີຍ 3 ສາວໂຕທັອບຂອງວົງການບັນເທີງ ເຊິ່ງມາເຮັດດ້ວຍໃຈ ຕັ້ງໃຈຢາກຊ່ວຍເຫຼືອນ້ອງໆທີ່ບໍ່ມີໂຮງຮຽນຢູ່ແທ້ໆ ເງິນຮ່ວມສົບທົບຈາກການເຂົ້າເບິ່ງງານນີ້ທັງໝົດຈະເອົາໄປໄປສ້າງໂຮງຮຽນປະຖົມສົມບູນ, ບ້ານ ຫ້ວຍຕັ້ງນາຍ, ເມືອງກາສີ ແຂວງວຽງຈັນ. ພາຍໃຕ້ໂຄງການ ຮ່ວມປັນຮັກ Better Together ໃນງານ Fashion Show Charity.
1.ເຈນນີ້ ຕົ້ນຄຳ Miss World Laos 2O17: ມາໃນຊຸດໄໝລາວ ງາມສະຫງ່າ ຊຸດຈາກຫ້ອງເສື້ອເອກໂພໄຊ
ພາຍໃນງານ ເຈນນີ້ ຕົ້ນຄຳໄດ້ໃຫ້ສຳພາດວ່າ: "ການເປັນຜູ້ໃຫ້ສຳຄັນຫຼາຍທີ່ສຸດ ກວ່າການເປັນຜູ້ຮັບຝ່າຍດຽວ ເຈນນີ້ກໍຕ້ອງຂໍຂອບໃຈປະທານແມ່ຕິມ ລວມໄປເຖິງທີມງານເບື້ອງໜ້າ-ຫຼັງ ແລະ ຊ່າງແຕ່ງໜ້າ ທຸກພາກສ່ວນຕ້ອງຂອບໃຈ ທີ່ເປັນກຽດເຂົ້າຮ່ວມໃນການຄັ້ງນີ້ ທຸກຄົນສາມາດເປັນສ່ວນໜຶ່ງມອບໂອກາດດີໆໃຫ້ກັບນ້ອງໆ ເຕີມເຕັມຄວາມຝັນຂອງນ້ອງໃຫ້ກາຍເປັນຈິງໄດ້"
2.ລູກນໍ້າ ທິດາລັດ Miss Laos 2009 ໃນຊຸດລາຕີສີແດງທີ່ຫຼູຫຼາ ງາມໂດດເດັ່ນຈາກຫ້ອງເສື້ອ Taka ແລະ ເຄື່ອງປະດັບງາມໆຈາກ Taka Jewelry.
ລູກນໍ້າທິດາລັດ ນາງງາມສາຍບຸນໄດ້ເຜີຍຄວາມຮູ້ສຶກວ່າ: "ສຳລັບຕົນນັ້ນເປັນຜູ້ໜຶ່ງທີ່ມັກເຮັດບຸນຢູ່ແລ້ວ ຮູ້ວ່າອ້າຍຕ້າ ເອແພັກຈັດງານນີ້ຂຶ້ນມາ ກໍຕອບຮັບໂດຍທັນທີ ນໍ້າຈັດຕາຕະລາງມາເພື່ອງານນີ້ໂດຍສະເພາະ ເພື່ອຢາກຊ່ວຍເຫຼືອສັງຄົມ ແລະ ຊຸກຍູ້ແບຣນລາວ ເພາະໄລຍະນີ້ກໍຍັງຢູ່ໃນໄລຍະໂຄວິດ ຖ້າມີໂຄງການນີ້ກໍຈະເປັນສ່ວນໜຶ່ງໃນການກະຕຸ້ນວົງການບັນເທີງລາວໃຫ້ຫຼາຍຂຶ້ນ.
3.ນຸ້ຍ ສຸພາພອນ Miss Universe Laos 2017 ມາໃນຊຸດລາຕີທີ່ເບິ່ງແລ້ວລຽບຫຼູ ແລະ ເບິ່ງແພງ ຊຸດງາມໆຈາກຫ້ອງເຄື່ອງຄຳເພົ້າສັ່ງໄດ້. ສຳລັບເຄື່ອງປະດັບແມ່ນມາຈາກ Petphathai Jewelry.
ນຸ້ຍເຜີຍວ່າ: "ຮູ້ສຶກດີໃຈທີ່ເຂົ້າຮ່ວມ ແລະ ເປັນສ່ວນໜຶ່ງ ໃນການກຸສົນຄັ້ງນີ້ ເພາະຢາກຊ່ວຍນ້ອງ ເດັກນ້ອຍຄືອະນາຄົດຂອງຊາດ ຢາກຊ່ວຍໄດ້ຫຼາຍທີ່ສຸດ ເທົ່າທີ່ຈະຊ່ວຍ."
ງານຈະຈັດຂຶ້ນໃນວັນທີ 29-30 ສິງຫາ 2020 ນີ້ ທີ່ໂຮງແຮມລາວເທວ ( LAOTEL HOTEL & RESORT) ຫວັງວ່າທຸກຄົນຈະເຂົ້າມາຮ່ວມໃນໂຄງການດີໆແບບນີ້ນຳກັນ ເພື່ອເປັນສ່ວນໜຶ່ງທີ່ຈະເຕີມເຕັມ ໃຫ້ກັບຄົນທີ່ຕັ້ງໃຈເຕີມເຕັມແທ້ໆແຕ່ບໍ່ມີໂອກາດ ທຸກຄົນທີ່ມີໂອກາດ ແລະ ແຂກທີ່ຈະມາ ສາມາດເຕີມເຕັມຄວາມຝັນໃຫ້ນ້ອງໆໄດ້ເປັນຈິງ ໃນອະນາຄົດ. ເຊື່ອຢ່າງຍິ່ງວ່າທຸກຄົນຈະເຂົ້າຮ່ວມ ເຊິ່ງບັດມີ 2 ລາຄາ: ບ່ອນນັ່ງໂຊນພິເສດລາຄາ 500,000 ກີບ ແລະ ບ່ອນນັ່ງທຳມະດາລາຄາ 300,000 ກີບ. ເຊິ່ງຕອນນີ້ມີຄົນຈອງແລ້ວ 300 ກວ່າບັດ ນອກຈາກຈະໄດ້ເບິ່ງໂຊສຸດພິເສດຈາກເຫຼົ່າດາລາທີ່ມີຊື່ສຽງ ແລະ ແບຣນຫ້ອງເສື້ອຕ່າງໆແລ້ວ ຍັງຈະໄດ້ເຮັດບຸນນຳອີກ. ທຸກການສົມທົບທຶນລ້ວນແຕ່ມີຄວາມໝາຍສຳລັບນ້ອງເດີ້.
ຕິດຕາມການເຄື່ອນໄຫວຂອງງານ ຮ່ວມປັນຮັກ Better Together Fashion Show Charity ໄດ້ທາງ Facebook: https://www.facebook.com/bettertogethkercharity/