ຮູ້ຈັກ 1MDB ກອງທຶນຕົ້ນເລື່ອງທີ່ເຮັດໃຫ້ ນາຈິບ ຣາຊັກ ອະດີດນາຍົກມາເລເຊຍຖືກຕັດສິນຈຳຄຸກ 12 ປີ

ອະດີດນາຍົກລັດຖະມົນຕີຂອງມາເລເຊຍ "ນາຈິບ ຣາຊັກ" ຖືກສານມາເລເຊຍຕັດສິນໃຫ້ຈຳຄຸກເປັນເວລາ 12 ປີ ຈາກຄະດີທຸຈະລິດທີ່ກ່ຽວຂ້ອງກັບກອງທຶນ 1MDB ຂອງມາເລເຊຍ. ພ້ອມນັ້ນກໍຍັງຖືກຕັດສິນໃຫ້ຈຳຄຸກອີກ 10 ປີ ສຳລັບຄວາມຜິດທີ່ກ່ຽວຂ້ອງກັບການຟອກເງິນ ແລະ ກະທຳຜິດໜ້າທີ່ຕາມທີ່ໄດ້ຮັບມອບໝາຍ ຈົນເປັນເຫດໃຫ້ເກີດຄວາມເສຍຫາຍຕໍ່ຊັບສິນທີ່ເບິ່ງແຍງຢູ່.
ແນວໃດກໍຕາມ ການຈຳຄຸກຂອງທຸກໆຄະດີຈະບໍ່ໄດ້ມີການບວກເວລາລວມເຂົ້າກັນ ແຕ່ນັບເວລາໄປພ້ອມກັນເລີຍ ແລ້ວຢຶດເອົາໂທດຈຳຄຸກທີ່ໜັກທີ່ສຸດ ເຊິ່ງໃນກໍລະນີຂອງ ນາຈິບ ຣາຊັກ ແມ່ນ 12 ປີ. ສຳນັກຂ່າວຕ່າງປະເທດລະບຸວ່າ ອະດີດນາຍົກລັດຖະມົນຕີມາເລເຊຍຄົນນີ້ ຈະຍັງບໍ່ທັນໄດ້ເຂົ້າຮັບໂທດຈຳຄຸກ ຈົນກວ່າຂະບວນການອຸທອນຄະດີຈະສິ້ນສຸດລົງ.
ຄະດີດັ່ງກ່າວນີ້ຖືກຈັບຕາ ຕ່າງກວ້າງຂວາງໃນທົ່ວປະເທດມາເລເຊຍເອງ ແລະ ໃນທົ່ວໂລກ ທັງນີ້ກໍເປັນບົດທົດສອບຄວາມພະຍາຍາມຂອງມາເລເຊຍໃນການປາບປາມການທຸຈະລິດ ແລະ ອາດສົ່ງຜົນກະທົບທາງການເມືອງຄັ້ງໃຫຍ່ຂອງປະເທດໃນອາຊີຕາເວັນອອກສ່ຽງໃຕ້.
ຍ້ອນຫຍັງ ນາຈິບ ຣາຊັກ ຈຶ່ງຖືກຂໍ້ກ່າວຫາດັ່ງກ່າວ?
ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີຂອງມາເລເຊຍໄວ 67 ປີ ດຳລົງຕຳແໜ່ງໃນໄລຍະປີ 2009 ຫາ 2018 ຕ້ອງປະເຊີນກັບຂໍ້ກ່າວຫາທາງອາຍາ ທັງການຟອກເງິນ ແລະ ການໃຊ້ອຳນາດໃນທາງທີ່ບໍ່ຖືກຕ້ອງ ຈາກກໍລະນີຮັບເງິນໂອນຈຳນວນ 10 ລ້ານໂດລາສະຫະລັດ (ປະມານ 90 ກວ່າລ້ານກີບ) ຈາກບໍລິສັດ ເອສອາຊີ ອິນເຕີເນຊັນແນລ (SRC International) ເຊິ່ງເຄີຍເປັນສ່ວນໜຶ່ງຂອງໂຄງການ 1MDB ເຂົ້າບັນຊີທະນາຄານສ່ວນຕົວ ແຕ່ຜູ້ກ່ຽວໃຫ້ການປະຕິເສດໃນທຸກຂໍ້ກ່າວຫາ. ນາຈິບ ດຳລົງຕຳແໜ່ງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ປະທານກອງທຶນ 1MDB ໃນຂະນະທີ່ເງິນຫາຍໄປຈາກກອງທຶນໃນລະຫວ່າງປີ 2011 ຫາ 2014.
ຫຼັງຈາກທີ່ເສຍໄຊໃນເສິກເລືອກຕັ້ງຄັ້ງປະຫວັດສາດຂອງມາເລເຊຍໃນປີ 2018, ນາຈິບ ໄດ້ຖືກຂໍ້ກ່າວຫາຢ່າງໜັກ ຢ່າງໜ້ອຍ 32 ເລື່ອງ ຈາກກໍລະນີການຢັກຢອກເງິນຈາກ 1MDB ຫຼາຍກວ່າ 4,500 ລ້ານໂດລາສະຫະລັດ ຫຼື ປະມານ 40,859 ຕື້ກີບ. ທັງນີ້ ໄອຍະການມາເລເຊຍລະບຸວ່າ ເງິນຈຳນວນຫຼາຍກວ່າ 1 ຕື້ໂດລາສະຫະລັດ ຖືກໂອນເຂົ້າບັນຊີສ່ວນຕົວຂອງ ນາຈິບ ແຕ່ວ່າລາວປະຕິເສດທຸກຂໍ້ກ່າວຫາ.
ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ທີ່ດຳລົງຕຳແໜ່ງລະຫວ່າງປີ 2009 ຫາ 2018 / ພາບ: AFP
ກອງທຶນ 1MDB ແມ່ນຫຍັງ?
ກອງທຶນ 1MDB ຫຼື 1 Malaysia Development Berhad ແມ່ນ ເງິນກອງທຶນເພື່ອການພັດທະນາຂອງລັດ ຈັດຕັ້ງຂຶ້ນໃນປີ 2009 ໂດຍມີເປົ້າໝາຍຫຼັກໃນການປ່ຽນ ກົວລາລຳເປີ ເມືອງຫຼວງຂອງມາເລເຊຍໃຫ້ກາຍເປັນສູນກາງທາງດ້ານການເງິນ ເພື່ອກະຕຸ້ນເສດຖະກິດຜ່ານກົນລະຍຸດການລົງທຶນ. ແນວໃດກໍຕາມໃນປີ 2015 ກອງທຶນລະດັບຊາດນີ້ຊໍ້າພັດເລີ່ມສົ່ງສັນບານບໍ່ດີຜ່ານການຜິດນັດຊຳລະໜີ້ຈຳນວນ 11,000 ລ້ານໂດລາສະຫະລັດ ໃຫ້ກັບທະນາຄານ ແລະ ຜູ້ຖືພັນທະບັດຫຼາຍລາຍ.
ຫຼັງຈາກນັ້ນບໍ່ດົນ, ສຳນັກຂ່າວເດິວໍສະຕຣີດເຈີນັລ ອອກມາເປີດລາຍງານທີ່ຊີ້ວ່າມີການໂອນເງິນຈາກກອງທຶນ 1MDB ຈຳນວນຫຼາຍກວ່າ 700 ລ້ານໂດລາສະຫະລັດ ເຂົ້າບັນຊີສ່ວນຕົວຂອງ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ຂະນະທີ່ຕົວເລກຈຳນວນເງິນສໍ້ໂກງໃນຄັ້ງນີ້ຈາກຝັ່ງໄອຍະການຂອງສະຫະລັດມີມູນຄ່າສູງເຖິງ 1 ຕື້ໂດລາສະຫະລັດ.
ນອກຈາກນີ້ອີກໜຶ່ງບຸກຄົນສຳຄັນທີ່ຕົກເປັນເປົ້າຂອງການສືບສວນຫາຂໍ້ເທດຈິງກໍຄື "ໂລວ ຕຽກ ໂຈວ" ເຊິ່ງເປັນນັກທຸລະກິດຊາວມາເລເຊນທີ່ເປັນຄົນຈັດຕັ້ງກອງທຶນດັ່ງກ່າວຂຶ້ນມາ ແລະ ຖືກກ່າວຫາວ່າດຳເນີນການໂອນເງິນຈາກກອງທຶນເຂົ້າໂຕເອງ, ຄອບຄົວ ແລະ ຄົນທີ່ຮູ້ຈັກອີກເປັນຈຳນວນຫຼາຍ. ທັງນີ້ ສຳນັກງານສອບສວນກາງຂອງສະຫະລັດ ຫຼື FBI ເຊິ່ງມີສ່ວນຮ່ວມໃນການກວດສອບການສໍ້ໂກງໃນຄັ້ງນີ້ ເຖິງຂັ້ນອອກມາກ່າວໃນຕອນນັ້ນວ່າ "ຊາວມາເລເຊຍຖືກສໍ້ໂກງມູນຄ່າມະຫາສານ".
ນີ້ຈຶ່ງຖືວ່າເປັນໜຶ່ງໃນຄະດີເສື່ອມເສຍທາງການເງິນທີ່ໃຫຍ່ ແລະ ມີເປັນທີ່ຮູ້ຈັກຫຼາຍທີ່ສຸດໃນໂລກ.
ອ້າງອີງ:
- https://www.bbc.com/thai/international-53563020
- http://www.voicetv.co.th/read/a2IJsNAsF
- https://www.bbc.com/thai/international-47783618
ພາບ: AFP