HOW TO - ໃຫ້ຂອງຂວັນແນວໃດເພື່ອໃຫ້ຖືກໃຈຜູ້ຮັບ?

ສະບາຍດີທຸກຄົນມື້ນີ້ ເຮົາມີຂອງຂວັນດີໆມາຝາກ ໃນຮູບແບບບົດຄວາມນີ້ ເຊິ່ງສາມາດນຳໄປໃຊ້ໄດ້ໃນຊີວິດປະຈຳວັນ ແລະ ຮັບຮອງວ່າເມື່ອໄດ້ເຮັດຕາມແລ້ວ ຈະມີຄົນຮັກເພີ່ມຂຶ້ນ ແລະ ຈະພົບແຕ່ສິ່ງດີໆເຊັ່ນດຽວກັນ. ການນຳຂອງຂວັນໄປໃຫ້ທຸກຄົນທີ່ຮູ້ຈັກ ຫຼື ບໍ່ວ່າຈະໄປພົບຜູ້ໃດ ຕ້ອງມີຂອງຂວັນໄປມອບໃຫ້ເພິ່ນ ກ່ອນຈະໄປເຖິງເລື່ອງ ຂອງຂວັນ ຂໍເວົ້າຄວາມສຳຄັນນ້ອຍໆຂອງກົດເກນການໃຫ້ກ່ອນເດີ!
ກົດຂອງທຳມະຊາດຄືການໄຫຼວຽນ ເພາະທຳມະຊາດບໍ່ເຄີຍຢູ່ບ່ອນເກົ່າ ແຕ່ ຕ້ອງມີການແລກປ່ຽນຖ່າຍທອດ ຢູ່ຕະຫຼອດເວລາ. ດັ່ງນັ່ນ ຕ້ອງມີການໃຫ້ ແລະ ຮັບ ເພື່ອໃຫ້ວົງຈອນທຳມະຊາດໄຫຼຕໍ່ເນື່ອງ ແລະຖ້າເຮົາຍັງມີຊີວິດເຮົາກໍຕ້ອງຮູ້ຈັກຮັບມາ ແລະ ຮູ້ຈັກໃຫ້ຕໍ່ ແລະ ຖ້າເຮົາຍິ່ງໃຫ້ຫຼາຍເຮົາກໍຍິ່ງໄດ້ຮັບຫຼາຍເທົ່ານັ້ນ. ເມື່ອເຮົາໃຊ້ຊີວິດຕາມກົດເກນຂອງການໃຫ້ ແລະ ຮັບ ເຮົາຈະຮູ້ສຶກຕະຫຼອດເວລາວ່າເຮົາມີພະລັງ ເຮົາໄດ້ຮັບຈາກສິ່ງຕ່າງໆຈາກຄົນອື່ນໆຢູ່ຕະຫຼອດ ໃນຂະນະດຽວກັນເຮົາກໍໄດ້ຖ່າຍທອດໃຫ້ຄົນອື່ນໆເຊັ່ນດຽວກັນ.
ພາບ: https://stocksnap.io/photo/christmas-xmas-OCS0KRIMGN
ການໃຫ້ເປັນສິ່ງທີ່ດີ ແລະ ຈະຮູ້ແນວໃດວ່າ’’ຂອງຂວັນ’’ທີ່ເຂົາເຈົ້າມັກແມ່ນຫຍັງ??
ເຮົາກໍຕ້ອງລອງຖາມຕົນເອງ ເມື່ອມີຄົນໃຫ້ຂອງຂວັນ ເຮົາເຄີຍປະຕິເສດບໍ່ ເຂົາໃຫ້ເຂົ້າຫນົມອົມກ້ອນຫນຶ່ງ ເຮົາກໍຍັງດີໃຈ ເເລະບໍ່ວ່າເທື່ອໃດ ທີ່ເຂົານັ້ນຮູ້ຄິດພໍ້ເຮົາ ເຮົາຈະດີໃຈແລະຮູ້ສຶກສຳຄັນມາອີກລະດັບຫນຶ່ງ. ສະນັ້ນ ການໃຫ້ຂອງຂວັນກັບທຸກຄົນທີ່ເຫັນນັ້ນ ບໍ່ໝາຍເຖິງການຊື້ຂອງມາແຈກ ແຕ່ເປັນການໃຫ້ ບໍ່ວ່າຈະເປັນ ດອກໄມ້ດອກຫນຶ່ງ, ການເວົ້າຊື່ນຊົມສິ່ງທີ່ເຂົາກຳລັງເຮັດ ຫຼື ເປັນຢູ່, ການຍ້ອງຍໍ, ການໃຫ້ຂອງເລັກໆນ້ອຍໆທີ່ຢູ່ອ້ອມຕົວ ເມື່ອເຮົາຮູ້ວ່າເຂົາກຳລັງຕ້ອງການຫຍັງ ເຮົາໃຫ້ໄດ້ກໍໃຫ້ ໃຫ້ຂອງໃນຈັງຫວະທີ່ກຳລັງຕ້ອງການທີ່ສຸດ ກໍຍິ່ງມີຄຸນຄ່າທາງຈິດໃຈ ໂດຍບໍ່ຈຳເປັນຕ້ອງເປັນເຄື່ອງຂອງລາຄາແພງ ບໍ່ວ່າຄົນໃນຖານະໃດ ກໍສາມາດເປັນຜູ້ໃຫ້ໄດ້.
ຮູບພາບ : https://stocksnap.io/photo/socks-footwear-TFRHSVS7NL
ຕົວຢ່າງ ມີຜູ້ຊາຍຄົນຫນຶ່ງແຕ່ງໂຕທຳມະດາໆ ຄືປົກກະຕິທີ່ລາວເຄີຍເປັນ ແລະ ເປັນຄົນທີ່ບໍຄ່ອຍມີຈຸດເດັ່ນຫຍັງຫຼາຍ ຢູ່ໃນສະຫນາມບິນແຫ່ງຫນຶ່ງ ແລະ ມີຝຣັ່ງຄົນຫນຶ່ງ ມາທັກລາວ ແລ້ວເວົ້າວ່າຖົງຕີນເຈົ້າເທ້ນໍ! ລາວຊື່ນຊົມກັບຖົງຕີນຂອງຜູ້ຊາຍຄົນນັ້ນ. ເຂົາທັງສອງທັກທາຍກັນພຽງສໍ່ານີ້ ເເລະເຂົາບໍ່ໄດ້ຮູ້ຈັກກັນມາກ່ອນ.
ຈາກເຫດການນີ້ ຮູ້ບໍ່ວ່າ ມັນຫນ້າຮັກບ່ອນໃດ? ຫນ້າຮັກບ່ອນທີ່ວ່າ ມັນຫາຍາກຫຼາຍດຽວນີ້ທີ່ຈະມີຄົນ ພະຍາຍາມຫາຈຸດດີຂອງຄົນອື່ນ ແລະສຸດທ້າຍກໍຫາຈົນເຫັນ. ນີ້ກໍຖືໄດ້ວ່າເປັນຂອງຂວັນ ທີ່ບໍ່ຕ້ອງເສຍເງິນຫຍັງເລີຍ ແລະ ຖ້າເປັນເຮົາ ເຮົາເອງກໍຍັງດີໃຈ ທີ່ຍັງມີຄົນເຫັນຈຸດດີຂອງເຮົາທັງທີ່ເຮົາເອງອາດຍັງບໍ່ຮູ້.
ນັບແຕ່ນີ້ເປັນຕົ້ນໄປ ພະຍາຍາມໃຫ້ຂອງຂວັນແກ່ ຄົນອື່ນຫຼາຍໆ ແລະ ພະຍາຍາມຫາຈຸດດີຂອງຄົນອື່ນໃຫ້ເຫັນ ແທນຄຳທັກທ້ວງທີ່ເຮົາແລະເຂົາເອງກໍບໍ່ຕ້ອງການຮັບໄວ້ ຕັ້ງກົດກັບຕົວເອງ ເມື່ອເຈີໃຜ ຢ່າລືມທີ່ຈະມອບສິ່ງດີໆໃຫ້ເຂົາ ບາງຄັ້ງເຮົາອາດໄດ້ມອບສິ່ງໆດີກັບຄົນທີ່ບໍ່ເຄີຍໄດ້ຮັບ ແລະ ລອງຈິນຕະນາການເບິ່ງເຂົາຈະດີໃຈສ່ຳໃດ ແລະອາດຈະເຮັດໃຫ້ເປັນມື້ທີ່ເບີກບານທີ່ສຸດຂອງເຂົາກໍເປັນໄດ້.
ຂຽນໂດຍ: ທິນ່າພອນ ບຸນສະຫວັດ
ອ້າງອີງ: