ໂອລ້າ BlackEyes ສຸດດີໃຈ ປີນີ້ໄດ້ຂອງຂວັນແສນພິເສດຈາກພັນລະຍາ

ໂອລ້າ BlackEyes ນັກຮ້ອງຊື່ດັງມີຄວາມສຸກ ແລະ ດີໃຈສຸດກັບຂອງຂວັນທີ່ພິເສດໃນປີນີ້. ຫຼ້າສຸດຜູ້ກ່ຽວໄດ້ໂພສພາບຕົນເອງ ແລະ ຄອບຄົວ ລົງໂຊຊຽວພ້ອມແຄັບຊັນທີ່ວ່າ: "ມາສະຫຼອງວັນຄ້າຍວັນເກີດລ່ວງໜ້າກັບຄອບຄົວ ເເລະ ສິ່ງທີ່ດີໃຈທີ່ສຸດໃນຊີວິດ ສຳລັບຂອງຂວັນວັນເກີດປີນີ້ເເມ່ນພັນລະຍາທີ່ໜ້າຮັກມີນ້ອງເເລ້ວ ຂໍອວຍພອນໃຫ້ ຄອບຄົວມີສຸຂະພາບເເຂງເເຮງ, ບໍ່ເຈັບບໍ່ໄຂ້ ຮັກຄອບຄົວເດີ້."
ເຊິ່ງທາງພັນລະຍາຂອງໂອ້ລ້າກໍໄດ້ໂພສວ່າ "ຂອງຂວັນວັນເກີດປີນີ້ ແມ່ນໂຕນ້ອຍໃນທ້ອງເດີ້ໄດ້ໃຊ້ຊິວິດຄູ່ຫຼັງແຕ່ງງານສົມໃຈແລ້ວ 4 ປີ ມີຄວາມສຸກຫຼາຍ, ປີນີ້ເຮົາຈະມີຄົນມາສ້າງ ສີສັນໃຫ້ຄອບຄົວນ້ອຍໆເຮົາຕື່ມເນາະ! ຂໍໃຫ້ພໍ່ໂອລ້າ ສຸຂະພາບແຂງແຮງ ກ້າມໃຫຍ່ໆໄວ້ເພື່ອອຸ້ມລູກເດີ້, ຂໍໃຫ້ໂຄງການທີ່ຕັ້ງເປົ້າໝາຍໄວ້ສຳເລັດຜົນ, ເຖິງມັນຈະໃຊ້ເວລາ ຫຼື ຄວາມລຳບາກສໍ່າໃດ ເມຍຈະຢູ່ຄຽງຂ້າງສະເໝີເດີ້! ຂອບໃຈທີ່ເປັນພະລັງບວກ ໃຫ້ເມຍສະເໝີມາ, ຮັກທີ່ສຸດ" ຫວານກັນເລີຍແມ່ນບໍ່?.
ສຳລັບຂອງຂວັນສຸດພິເສດຂອງໜຸ່ມໂອລ້າໃນຄ້າຍວັນເກີດຂອງປີນີ້ກໍຄືການທີ່ຈະໄດ້ກຽມເປັນພໍ່ຄົນຢ່າງເຕັມໂຕແລ້ວ! ຍິນດີນຳທັງສອງເດີ້. ຫຼັງຈາກທີ່ຮູບພາບ ແລະ ແຄບຊັ່ນອອກສູ່ສັງຄົມອອນລາຍ ຄົນຮູ້ຈັກ, ໝູ່ເພື່ອນ ແລະ ແຟນຄລັບຫຼາຍຄົນຕ່າງກໍມາສະແດງຍິນດີນຳທັງສອງ.
ດັ່ງທີ່ຫຼາຍຄົນຮູ້ວ່າໜຸ່ມໂອລ້າໄດ້ສະລະໂສດ ແລະ ເຂົ້າພິທີວິວາຕັ້ງແຕ່ວັນທີ 18 ທັນວາ ປີ 2016. ເຊິ່ງນັກຮ້ອງນຳວົງ BlackEyes ເຈົ້າຂອງຜົນງານເພງດັງ ບໍ່ຢາກໄດ້ຍິນ ໄດ້ຕົກລົງປົງໃຈໃຊ້ຊີວິດຄູ່ກັບ "ກະຕ່າຍ ມະໂນທິບ" ເຈົ້າຂອງທຸລະກິດກະເປົາແບຣນເນມລາວ ຊື່ດັງ NAREE. ທັງສອງຄົບຫາກັນມາດົນນານຫຼາຍຟ້າຫຼາຍປີ ນັບແຕ່ມື້ນັ້ນຈົນມາເຖິງມື້ນີ້ ນັບມື້ຍິ່ງຮັກກັນ ແລະ ເຕີມຄວາມຫວານຢູ່ຕະຫຼອດ. ເອົາລະໄປສ່ອງພາບຄວາມຫວານ ແລະ ໂຣແມນຕິກຂອງຄອບຄົວນີ້ທີ່ອາລະບໍາຮູບດ້ານລຸ່ມເລີຍ:
ຂໍຂອບໃຈ
ພາບ : Ola Khampasong