"ເຈນນີ້ ຕົ້ນຄຳ" ກັບວຽກໃໝ່ ກຽມພ້ອມເປັນພຣີເຊັນເຕີແບຣນລາວ ເຂົ້າຢິມຟິດຫຸ່ນລົວໆ

ທັງງາມ ແລະ ເກັ່ງສຳລັບນາງງາມສູ້ຊີວິດຜູ້ຢູ່ເບື້ອງໜ້າ ແລະ ເບື້ອງຫຼັງແຫ່ງວົງການບັນເທີງລາວ ເມື່ອກ່າວເຖິງຊື່ນີ້ "ເຈນນີ້ ຕົ້ນຄຳ" ຫຼາຍຄົນຄົງຮູ້ຈັກກັນດີ. ເຈນນີ້ດີກຣີນາງງາມ Miss World Laos 2017 ທີ່ຫຼ້າສຸດໄດ້ເປັນພຣີເຊັນເຕີໃຫ້ແບຣນໃຫຍ່ຜະລິດຕະພັນໃນລາວທີ່ມີຊື່ວ່າ Jai Fate (ບໍລິສັດ ໃຈເຟເຕ້) ເຊິ່ງເປັນຜະລິດຕະພັນຊ່ວຍໃນເລື່ອງຮູບຮ່າງໃຫ້ດູດີຂຶ້ນ. ງານນີ້ກໍເຮັດໃຫ້ສາວເຈນນີ້ພູມໃຈ ແລະ ດີໃຈສຸດໆທີ່ໄດ້ຮັບໂອກາດຈາກຜູ້ໃຫຍ່ໃຈດີ ພ້ອມຈະເຮັດໃຫ້ສຸດຄວາມສາມາດ! ເຊິ່ງຜູ້ກ່ຽວໄດ້ໂພສພາບການເປັນພຣີເຊັນເຕີຮຽບຮ້ອຍດ້ວຍໃບໜ້າທີ່ມີຄວາມສຸກລົງໃນເຟສບຸກສ່ວນໂຕໃນວັນທີ 20 ກໍລະກົດທີ່ຜ່ານມາ.
ເຈນນີ້ມີຜົນງານເຂົ້າມາເລື້ອຍໆ ແລະ ຫຼ້າສຸດກໍຄືການເປັນພຣີເຊັນເຕີ ບໍ່ແປກໃຈເລີຍເປັນຫຍັງສາວຄົນນີ້ຈຶ່ງໄດ້ງານນີ້ໄປຄອງ ເພາະເຈນນີ້ກຽມພ້ອມກັບທຸກວຽກງານຢູ່ສະເໝີ. ນອກຈາກເປັນຜູ້ໜຶ່ງທີ່ມີຄວາມສາມາດຫຼາກຫຼາຍໃນດ້ານວົງການບັນເທີງແລ້ວ ຍັງເປັນອີກໜຶ່ງຄົນທີ່ມີວິໄນຕໍ່ຕົນເອງໃນດ້ານວຽກງານ. ນັບຕັ້ງແຕ່ປະກວດຈົນເຂົ້າສູ່ເສັ້ນທາງວົງການບັນເທີງຢ່າງເຕັມໂຕ ບໍ່ເຄີຍຢຸດພັດທະນາຕົນເອງເປັນຈັກເທື່ອ. ບວກກັບການດູແລຮັກສາຕົນເອງຢູ່ເລື້ອຍໆຂອງຕົ້ນຄຳ ບໍ່ວ່າຈະເປັນການບຳລຸງຜິວພັນ ແລະ ຫຼັກໆກໍແມ່ນການອອກກຳລັງກາຍທີ່ເຈນນີ້ຫຼົງໃຫຼເປັນພິເສດ. ເຊິ່ງເຮົາຈະເຫັນເຈນນີ້ມີຄວາມມຸ່ງໝັ້ນຫຼາຍໃນການຟິດຫຸ່ນເຂົ້າຢິມ ເພື່ອປັ້ນຫຸ່ນໃຫ້ເປະຢູ່ຕະຫຼອດ ໃຜຕິດຕາມເພິ່ນທາງໂຊຊຽວຈະເຫັນໄດ້ເລີຍວ່າອອກກຳລັງກາຍ ແລະ ດູແລຕົນເອງໃຫ້ສົດໃສຢ່າງສະໝໍ່າສະເໝີ.
ສຳລັບເສັ້ນທາງວົງການບັນເທີງຂອງເຈນນີ້ແມ່ນເຮັດມາເກືອບໝົດທຸກຢ່າງແລ້ວບໍ່ວ່າຈະເປັນນາງງາມ, ນາງແບບ, ພິທີກອນ, ພຣີເຊັນເຕີ ແລະ ຍັງເປັນເຈົ້າຂອງໂມເດວລິງທີ່ມີຊື່ວ່າ: Tonkham Modeling. ໃນປີ 2017 ເຈນນີ້ກໍກາຍເປັນຜູ້ໜຶ່ງທີ່ມີຊື່ສຽງ ເພາະໄດ້ເປັນ Miss World Laos 2017 ຄົນທຳອິດຂອງປະເທດລາວ. ສາມາດຕິດຕາມການເຄື່ອນໄຫວ ແລະ ຜົນງານຂອງສາວຄົນນີ້ໄດ້ທີ່ເຟສບຸກ: Tonkham Phonchanheuang ຫຼື ທີ່ລິ້ງ https://www.facebook.com/phonchanheuang
ຂໍຂອບໃຈ
ພາບ : Tonkham Phonchanheuang