ບໍລິສັດ ເບຍລາວ ຈຳກັດ ໄດ້ປະກອບສ່ວນຫຼາຍກວ່າ 3.4 ຕື້ກີບ ບູລະນະ 3 ສວນທາລະນະໃນນະຄອນຫຼວງ

ວຽກງານປົກປັກຮັກສາສິ່ງແວດລ້ອມເປັນໜຶ່ງໃນວຽກງານປາຍແຫຼມ ທີ່ທາງ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນອັນດັບຕົ້ນໆຕະຫຼອດມາ, ໂດຍນັບຕັ້ງແຕ່ປີ 2007-2020, ບໍລິສັດເບຍລາວ ຈໍາກັດ ໄດ້ປະກອບສ່ວນທຶນຮອນເຂົ້າໃນວຽກງານການບົວລະບັດຮັກສາສວນສາທາລະນະ 3 ແຫ່ງໃນນະຄອນຫຼວງວຽງຈັນ ປະກອບມີ: ສວນອະນຸສອນເຈົ້າຟ້າງຸ່ມ, ສວນວົງວຽນຈີ່ນາຍໂມ້ ແລະ ສວນວົງວຽນ 450 ປີ (ຖະໜົມໄກສອນ ພົມວິຫານ) ໄປແລ້ວຫຼາຍກວ່າ 3.4 ຕື້ກີບ.
ໃນຕອນເຊົ້າວັນທີ 18 ກໍລະກົດ 2020, ບໍລິສັດ ເບຍລາວ ຈຳກັດ ຮ່ວມກັບ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ.ວຈ) ແລະ ບໍລິສັດ ສຸກປັນຍາ ກໍ່ສ້າງ ໄດ້ຮ່ວມກັນ ຈັດກິດຈະກຳອອກແຮງງານລວມ ທີ່ ສວນວົງວຽງຈີ່ນາຍໂມ້, ໂດຍມີຈຸດປະສົງເພື່ອປັບປຸງສວນວົງວຽນໂມງຈີ່ນາຍໂມ້ ໃຫ້ມີຄວາມສວຍງາມ, ສະອາດງາມຕາ, ພ້ອມທັງປັບປຸງ ສ່ວນທີ່ມີການເປເພ່ເສຍຫາຍຈຳນວນໜຶ່ງ. ກິດຈະກໍາອອກແຮງງານລວມໃນເທື່ອນີ້ແມ່ນເພື່ອຜັນຂະຫຍາຍ 6 ສ ຂອງນະຄອນຫຼວງວຽງຈັນ ໃຫ້ປາກົດຜົນເປັນຈິງເທື່ອລະກ້າວ ໂດຍສະເພາະແມ່ນ ສ. ສີຂຽວ ແລະ ສ. ສະອາດ.
ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ ໄດ້ແຈ້ງໃຫ້ຮູ້ວ່າ ທາງບໍລິສັດເບຍລາວ ໄດ້ໃຫ້ການສະໜັບສະໜຸນງົບປະມານ ໃນການບູລະນະຮັກສາສວນສາທາລະນະ 3 ແຫ່ງດັ່ງກ່າວ ກວມເອົາເນື້ອທີ່ທັງໝົດ 9,165 ຕາແມັດ ເຊິ່ງຜ່ານມາໄດ້ຮັບການສ້ອມແປງບູລະນະທັງໝົດ 3 ຄັ້ງ. ກິດຈະກໍາຫຼັກໃນການບູລະນະສວນສາທາລະນະທັງ 3 ແຫ່ງປະກອບມີ: ການສ້ອມແປງລະບົບໄຟຟ້າ, ການປັບປຸງອ່າງນໍ້າພຸ, ການທາສີ, ການເຮັດກະຕ່າຂີ້ເຫຍື້ອໃສ່ສວນ, ການປູກຕົ້ນໄມ້ປະດັບ, ການທໍາຄວາມສະອາດ, ການຕັດຫຍ້າ, ການຫົດນໍ້າຕົ້ນໄມ້ ແລະ ອື່ນໆ.
ທ່ານຍັງໄດ້ກ່າວຕື່ມອີກວ່າ: ເນື່ອງຈາກງົບປະມານໃນການບົວລະບັດຮັກສາສວນສາທາລະນະໃນຕົວເມືອງຂອງພວກເຮົາມີຈຳນວນຈຳຈັດ ແລະ ຍັງມີອີກຫຼາຍສວນສາທາລະນະ ທີ່ຍັງຕ້ອງການງົບປະມານ ມາບູລະນະຮັກສາໃຫ້ສວຍງາມ, ສະນັ້ນ ຈື່ງຢາກຮຽນເຊີນທຸກພາກສ່ວນເຂົ້າຮ່ວມ ອຸປະຖຳບົວລະບັດຮັກສາສວນສາທາລະນະ ເພື່ອຊ່ວຍກັນ ຮັກສາສິ່ງແວດລ້ອມຕົວເມືອງ ໃຫ້ມີຄວາມສະອາດຈົບງານ ຄືກັນກັບບໍລິສັດ ເບຍລາວ ຈໍາກັດ ທີ່ເຫັນຄວາມສໍາຄັນ ແລະ ໄດ້ເອົາໃຈໃສ່ປະກອບສ່ວນດ້ວຍດີຕະຫຼອດມາ.