ໄອເດຍກະຕຸກນໍ້າດື່ມບໍ່ມີສະຫຼາກ ຊ່ວຍໃຫ້ສາມາດນຳເອົາໄປ RECYCLE ໄດ້ 100%

ກະຕຸກນໍ້າດື່ມທີ່ເຮົາເຫັນກັນສ່ວນໃຫຍ່ໃນປັດຈຸບັນນີ້ ຖ້າຈະເວົ້າສະເພາະກະຕຸກ ແລະ ຝາອັດຢ່າງດຽວ ແມ່ນສາມາດນຳເອົາໄປຣີໄຊເຄິລ (Recycle) ຫຼື ພາສາເຮົາແມ່ນ ນຳເອົາໄປໃຊ້ຄືນໄດ້ 100% ແຕ່ເລື່ອງລາວໃນໂລກຄວາມຈິງມັນຊໍ້າພັດບໍ່ເປັນແບບນັ້ນ ເພາະນອກຈາກກະຕຸກ ແລະ ຝາອັດທີ່ເປັນປຼາສະຕິກແລ້ວ ຜູ້ຜະລິດຍັງຕ້ອງໄດ້ສະແດງອັດຕະລັກຄວາມເປັນໂຕເອງຜ່ານ "ສະຫຼາກ" ຂອງສິນຄ້ານຳ ເຊິ່ງໃນສ່ວນຂອງສະຫຼາກນີ້ເອງທີ່ຍາກຕໍ່ການນຳເອົາໄປນຳໃຊ້ຄືນໃໝ່.
ບັນຫາດັ່ງກ່າວນີ້ໄດ້ຮັບການແກ້ໄຂແລ້ວ ໂດຍນໍ້າດື່ມຍີ່ຫໍ້ "ເອວຽງ" (Evian) ເຊິ່ງເປັນແບຣນນໍ້າດື່ມແຮ່ທາດຊື່ດັງຈາກຝຣັ່ງ ໄດ້ພັດທະນາ ແລະ ຜະລິດກະຕຸກແບບໃໝ່ ໂດຍນຳໃຊ້ປຼາສະຕິກຣີໄຊເຄິລ 100% ແລະ ພິເສດທີ່ສຸດກໍຄືສາມາດນຳເອົາໄປຣີໄຊເຄິລໄດ້ 100% ນຳອີກ.
ເຫດຜົນກໍຄື ກະຕຸກແບບໃໝ່ຂອງເອວຽງໄດ້ຢຸດໃຊ້ສະຫຼາກແບບເກົ່າ ແຕ່ຫັນມານຳໃຊ້ວິທີການສະຫຼັກ ຫຼື ປໍ້າກາຜະລິດຕະພັນ (logo) ລວມທັງລາຍລະອຽດຕ່າງໆຂອງນໍ້າດື່ມລົງໄປໃນກະຕຸກໂດຍກົງແທນ ເຮັດໃຫ້ເຮົາສາມາດນຳເອົາກະຕຸກນີ້ໄປແຍກສ່ວນເພື່ອຣີໄຊເຄິລໄດ້ງ່າຍຂຶ້ນກວ່າເກົ່າ.
ແລ້ວເປັນຫຍັງສະຫຼາກສິນຄ້າຈຶ່ງກາຍເປັນປະເດັນໃນເລື່ອງນີ້?
ອີງຕາມຂໍ້ມູນຈາກ Recyclebank ບໍລິສັດທີ່ສົ່ງເສີມການຣີໄຊເຄິລ ແລະ ອະນຸລັກສິ່ງແວດລ້ອມລະບຸວ່າ ເຕັກໂນໂລຊີການຣີໄຊເຄິລປຼາສະຕິກ, ແກ້ວ ແລະ ໂລຫະໃນປັດຈຸບັນ ໄດ້ມີການນຳໃຊ້ອຸນຫະພູມສູງເພື່ອເຮັດໃຫ້ສະຫຼາກ ລວມທັງກາວຕ່າງໆທີ່ໃຊ້ຕິດສະຫຼາກຖືກເຜົາໄໝ້. ນີ້ໝາຍຄວາມວ່າ ສະຫຼາກເອງເຖິງວ່າຈະເຮັດຈາກປຼາສະຕິກ ແຕ່ກໍເປັນປຼາສະຕິກຄົນລະຊະນິດກັບທີ່ເປັນກະຕຸກ ແລະ ຖືກທຳລາຍຖິ້ມໄປລ້າໆໃນຂະບວນການຣີໄຊເຄິລ ບໍ່ສາມາດນຳກັບຄືນມາໃຊ້ໃໝ່ອີກ.
ສະນັ້ນ ບາດກ້າວໃໝ່ຂອງເອວຽງໃນການນຳໃຊ້ກະຕຸກນໍ້າແບບບໍ່ມີສະຫຼາກ ຈຶ່ງເປັນອີກໜຶ່ງແນວຄິດເພື່ອຊ່ວຍຫຼຸດຜ່ອນການນຳໃຊ້ປຼາສະຕິກທີ່ບໍ່ໄດ້ຖືກນຳເອົາໄປຣີໄຊເຄິລຄືນ. ທ່ານເດ ຄິດແນວໃດກັບແນວຄິດນີ້?
ບົດຄວາມໂດຍ: ທີມບັນນາທິການ muan.la
ແຫຼ່ງອ້າງອີງ: