ຟັງແລ້ວບໍ່? ພາບເຄື່ອນໄຫວ ເວີຊັນໄທ ຄວາມພະຍາຍາມຄັ້ງທີສອງຂອງຕ່າຍ ອາກາດ ໃນຕະຫຼາດຕ່າງແດນ

ກະແສແຮງເພງດັງກັບມາອີກຄັ້ງ ສຳລັບເພງ "ພາບເຄື່ອນໄຫວ" ຂອງໜຸ່ມຕ່າຍ ອາກາດ ໂດຍໄດ້ໜຸ່ມໂອລ້າມາຮ່ວມຮ້ອງຖ່າຍທອດອາລົມນຳ. ຫຼ້າສຸດ, ຕ່າຍໄດ້ເອົາເພງ ພາບເຄື່ອນໄຫວ ເຮັດເປັນເວີຊັນໄທແລ້ວເດີ້ ໃນຊື່ ແລະ ເອັມວີຄືກັນກັບເວີຊັນລາວ. ບອກໄດ້ເລີຍ ສື່ອາລົມຄວາມເຈັບປວດໄດ້ເປັນຢ່າງດີທັງສຽງຮ້ອງ ແລະ ທຳນອງ. ນີ້ເປັນການຂະຫຍາຍຕະຫຼາດຜູ້ຟັງຂອງໜຸ່ມຕ່າຍຄັ້ງທີສອງກໍວ່າໄດ້. ແລ້ວທຸກຄົນໄດ້ຟັງກັນ ຫຼື ຍັງ? ສຳລັບເພງເວີຊັນໄທໄດ້ປ່ອຍໃຫ້ທຸກຄົນໄດ້ຮັບຊົມກັນແລ້ວໃນວັນທີ 17 ກໍລະກົດ 2020 ທີ່ຜ່ານມາ. ມ່ວນບໍ່ແພ້ເພງເວີຊັນລາວເລີຍເດີ້ ໃຜມັກຟັງເວີຊັນໃດກໍເລືອກຟັງກັນໄດ້ເລີຍ ນັກຮ້ອງສຽງດີ ມີຄຸນນະພາບຢ່າງໜຸ່ມຕ່າຍ ບໍ່ເຮັດໃຫ້ແຟນຄລັບຢ່າງເຮົາຜິດຫວັງແນ່ນອນ.
ເພງ ພາບເຄື່ອນໄຫວ ຖືໄດ້ວ່າເປັນເພງເສົ້າອີກຜົນງານໜຶ່ງທີ່ຖືກໃຈຫຼາຍຄົນ ທັງເນື້ອເພງທີ່ສື່ເຖິງຄວາມຮູ້ສຶກຂອງຄົນທີ່ລືມແຟນເກົ່າບໍ່ໄດ້ ເຖິງຈະລອງເປີດໃຈມີຄົນໃໝ່ຢູ່ຄຽງຂ້າງ ແຕ່ກໍຍັງຄິດເຖິງແຕ່ອະດີດ ທີ່ບໍ່ອາດລືມໄດ້. ສ່ວນ ເພງ ພາບເຄື່ອນໄຫວ ເວີຊັນລາວຖືກປ່ອຍໃຫ້ຟັງ ແຕ່ວັນທີ 7 ກຸມພາ 2020.
ນີ້ຖືວ່າເປັນຄວາມພະຍາຍາມຄັ້ງທີສອງຂອງ ຕ່າຍ ທີ່ນຳເອົາເພງລາວເຮັດເປັນເວີຊັນໄທ, ໂດຍການນຳເອົາຜົນງານຂອງຕົນເອງອອກສູ່ຕະຫຼາດຕ່າງປະເທດ. ໂດຍສະເພາະແມ່ນໄທ ເຊິ່ງມີພາສາໃກ້ຄຽງກັນ ແລະ ມີວັດທະນະທຳໃນການຟັງເພງທີ່ຄ້າຍຄືກັນ ໂດຍກ່ອນໜ້ານີ້ຜົນງານເພງຂອງຕ່າຍຫຼາຍເພງກໍໄດ້ປ່ອຍໃຫ້ຟັງຜ່ານທາງແອັບພລິເຄຊັນ JOOX ເຊິ່ງເປັນແອັບພລິເຄຊັນຟັງເພງທີ່ຂຶ້ນຊື່ ແລະ ໄດ້ຮັບຄວາມນິຍົມສູງໃນກຸ່ມຜູ້ຟັງຊາວໄທ.
ສຳລັບເພງຂອງໜຸ່ມ ຕ່າຍ ອາກາດ ຫຼາຍໆເພງ ຍັງມີໃຫ້ຟັງແລ້ວເດີ້ໃນແອັບພິເຄຊັນ Joox ເຊິ່ງເປັນແອັບພິເຄຊັ່ນຟັງເພງຊື່ດັງ ມີໃຫ້ບໍລິການຫຼາຍປະເທດສູນລວມເພງຫຼາກຫຼາຍ ໂດຍສະເພາະເພງໄທ, ການທີ່ຕ່າຍ ອາກາດ ເອົາເພງລາວມາເຮັດເປັນພາສາໄທ ກໍເປັນການຕີຕະຫຼາດເພງໃນໄທຢ່າງໜຶ່ງ ທັງໄດ້ເພີ່ມຖານຜູ້ຟັງໃຫ້ຫຼາຍຂຶ້ນກວ່າເກົ່າ. ນອກນັ້ນ ໜຸ່ມຕ່າຍຍັງເຜີຍວ່າອາດຈະເຮັດເປັນເວີຊັນອື່ນໃຫ້ໄດ້ຟັງນຳ ບໍ່ມີແຕ່ເວີຊັນໄທເດີ້ ອາດຈະເປັນເວີຊັນພາສາຈີນ, ພາສາອັງກິດ. ລໍຖ້າອີກບໍ່ດົນໄດ້ຟັງຜົນງານໃໝ່ແນ່ນອນ ມັກເວີຊັນໃດກໍເລືອກໄດ້ເລີຍ.
ສຳລັບເພງ "ພາບເຄື່ອນໄຫວ" ເວີຊັນໄທ ຢາກໃຫ້ທຸກຄົນໄດ້ຟັງ ແລະ ສະໜັບສະໜຸນຄົນລາວເຮົານຳກັນເດີ້ ໃຫ້ເພງນີ້ກາຍເປັນອີກເພງທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງ. ຫວັງວ່າທຸກຄົນຈະເຂົ້າໃຈມຸມມອງຂອງຜູ້ທີ່ເຮັດສາຍອາຊີບນີ້ເດີ້ ພ້ອມສົ່ງເສີມກັນ ແລະ ກັນ.
ຂໍຂອບໃຈ
ວີດີໂອ : TAIY AKARD