ນັກໄຕຣກີລາສາວຖືກ 'ຂົ່ມເຫງ' ຈົນນຳໄປສູ່ການຈົບຊີວິດຂອງໂຕເອງ ສະເທືອນວົງການກີລາເກົາຫຼີໃຕ້

ເຫດການສະຫຼົດໃຈຂອງ "ຊະເວ ຊຸກຮະຢອນ" ນັກໄຕຣກີລາສາວດີກຣີທີມຊາດເກົາຫຼີໃຕ້ ໄວ 22 ປີ ເຊິ່ງໄດ້ຈົບຊີວິດຂອງໂຕເອງລົງ ເນື່ອງຈາກຖືກຂົ່ມເຫງທາງຈິດໃຈ ແລະ ຮ່າງກາຍຈາກຮຸ່ນເອື້ອຍ ແລະ ຄູຝຶກສອນໃນສະໂມສອນທີ່ນາງສັງກັດຢູ່ ກາຍເປັນປະເດັນທີ່ສ້າງຄວາມສະເທືອນໃຈໃຫ້ກັບວົງການກີລາຂອງເກົາຫຼີໃຕ້ຫຼາຍ ຈົນນຳໄປສູ່ການຕັ້ງຄຳຖາມເຖິງປະເດັນຄວາມຮຸນແຮງໃນວົງການກີລາ.
ກ່ອນທີ່ນັກກີລາສາວຄົນນີ້ຈະຈົບຊີວິດຂອງຕົນເອງລົງ ລາວຖືກຂົ່ມເຫງທາງຈິດໃຈ ແລະ ຮ່າງກາຍແນວໃດແດ່ນັ້ນ, muan.la ຈະພາໄປຮູ້ເລື່ອງລາວດັ່ງກ່າວນີ້ແບບເຂົ້າໃຈງ່າຍໆໃນ 12 ຂໍ້ຕໍ່ໄປນີ້.
1.ຊະເວ ຊຸກຮະຢອນ ນັກກີລາໄຕຣກີລາສາວໄວ 22 ປີ ສົ່ງຂໍ້ຄວາມສັ້ນ 2 ຂໍ້ຄວາມໃຫ້ໝູ່ສະໜິດທີ່ຢູ່ໃນສະໂມສອນໄຕຣກີລາ ແລະ ແມ່ຂອງຕົນເອງ ເຊິ່ງຂໍ້ຄວາມທີ່ສົ່ງຫາໝູ່ນັ້ນ ໄດ້ຝາກໃຫ້ເບິ່ງແຍງໝາທີ່ລ້ຽງໄວ້ຕອນທີ່ຕົນເອງບໍ່ຢູ່ ແລະ ຂໍ້ຄວາມທີ່ສົ່ງຫາແມ່ ແມ່ນບອກວ່າ "ແມ່ ຂ້ອຍຮັກແມ່ຫຼາຍເດີ ແລະ ແມ່ຕ້ອງສັນຍາວ່າ ທົ່ວໂລກຈະຕ້ອງໄດ້ຮູ້ ວ່າພວກມັນເຮັດຫຍັງກັບລູກ". ເມື່ອສົ່ງຂໍ້ຄວາມແລ້ວ ຊະເວ ກໍໄດ້ຂ້າໂຕຕາຍຢູ່ໃນຫ້ອງພັກຂອງຕົນເອງ ໃນກາງຄືນຂອງວັນທີ 26 ມິຖຸນາ 2020.
2.ຫຼັງຈາກທີ່ ຊະເວ ເສຍຊີວິດ ແມ່ຂອງລາວໄດ້ນຳເອົາປຶ້ມບັນທຶກ (diary) ທີ່ລາວຂຽນບັນທຶກເອົາໄວ້ມາໃຫ້ເຈົ້າໜ້າທີ່ຕຳຫຼວດ ພ້ອມທັງຄລິບເຫດການບາງຢ່າງທີ່ລາວລັກຖ່າຍເອົາໄວ້ ເຊິ່ງເປັນຫຼັກຖານທີ່ເຮັດໃຫ້ຮູ້ວ່າ ໄລຍະ 4 ປີທີ່ຜ່ານມາ ຊະເວ ຖືກຂົ່ມເຫງຫຍັງມາແດ່.
3. ຊະເວ ເປັນທີ່ຮູ້ຈັກໃນວົງການກີລາຂອງເກົາຫຼີຕັ້ງແຕ່ປີ 2009 ໂດຍໃນການລົງແຂ່ງກີລາລອຍນໍ້າ, ລົດຖີບ ແລະ ແລ່ນ (ໄຕຣກີລາ) ລາວສາມາດຄວ້າໄດ້ຫຼຽນຄຳ ແລະ ຖືກເອີ້ນວ່າ Iron Girl ຫຼື ເດັກສາວຈອມພະລັງ ແລະ ຖືກຈັບຕາມາຕັ້ງແຕ່ຕອນນັ້ນ.
4. ຊະເວ ພັດທະນາຕົວເອງມາເລື້ອຍໆ ຈົນຮອດປີ 2015 ຖືກຄັດເລືອກໃຫ້ເປັນຕົວແທນທີມຊາດເກົາຫຼີໃຕ້ໄປແຂ່ງລາຍການເຍົາວະຊົນຊີງແຊ້ມອາຊີຢູ່ໄຕ້ຫວັນ ແລະ ສາມາດຄວ້າຫຼຽນທອງມາຄອງ. ຊະເວ ເປີດເຜີຍໃນຕອນນັ້ນວ່າຄວາມຝັນຂອງຕົນເອງແມ່ນຢາກລົງແຂ່ງຂັນ ລາຍການໄຕຣກີລາຊີງແຊ້ມໂລກ.
5.ຫຼັງຈາກຈົບມັດທະຍົມປາຍໃນປີ 2017 ເພື່ອເປົ້າໝາຍທີ່ຢາກເປັນນັກກີລາທີມຊາດ ຊະເວ ຈຶ່ງຕ້ອງຫາສັງກັດຢູ່ ຈຶ່ງຕັດສິນໃຈເຊັນສັນຍາກັບ ກວາງຈູ ຊິຕີຮໍ ເຊິ່ງເປັນສະໂມສອນທີ່ມີຊື່ສຽງລະດັບແຖວໜ້າຂອງປະເທດ. ສະໂມສອນນີ້ມີນັກກີລາທີ່ມີຊື່ສຽງຢ່າງ ຈາງ ຢຸນຢອງ ນັກກີລາໄຕຣກີລາຍິງເຈົ້າຂອງຫຼຽນທອງ ເອຊຽນເກມ 2010 ທີ່ກວາງໂຈວ ສປ ຈີນ ແລະ ເປັນນັກກີລາຄົນທຳອິດໃນປະຫວັດສາດເກົາຫຼີທີ່ໄດ້ຫຼຽນເອຊຽນເກມ.
6. ຫຼັງຈາກທີ່ເຂົ້າຮ່ວມສະໂມສອນນີ້ ສິ່ງທີ່ ຊະເວ ຕ້ອງພົບກໍຄື ຖືກຮຸ່ນເອື້ອຍຄົນເກັ່ງສະກັດດ້ວຍການ "ຂົ່ມເຫງ" (bullying) ເປັນເວລາ 1 ປີເຕັມ ທັງວາຈາ ແລະ ທຳຮ້າຍຮ່າງກາຍ ຕົວຢ່າງເຊັ່ນ ຄັ້ງໜຶ່ງຖືກ ຈາງ ເອີ້ນໄປຫາແລ້ວເວົ້າໃຫ້ວ່າ "ຮ່າງກາຍແບບນີ້ ຖາມແທ້ວ່າເປັນຜູ້ຊາຍແປງເພດມາ ຫຼື ບໍ່?" ພ້ອມທັງຫົວຂວັນ ແລະ ອີກຄັ້ງໜຶ່ງບອກວ່າ "ນີ້ເຈົ້າເປັນກະເທີຍທີ່ນັດຜູ້ຊາຍບໍ່ເລືອກໜ້າ ຫຼື ບໍ່ຫະ?". ນອກຈາກນັ້ນ ລາວຍັງຖືກຮຸ່ນເອື້ອຍ ຈາງ ຍ່າງມາຕົບຫົວຢ່າງແຮງ ແລ້ວກໍຫົວຂວັນ ບາງເທື່ອກໍຊົກ, ບາງເທື່ອກໍຍູ້ ແລະ ທຸກຄົນໃນທີມກໍຄິດວ່າເປັນເລື່ອງມ່ວນຊື່ນ. ຊະເວ ຖືກຂົ່ມເຫງແບບນີ້ຊໍ້າໄປຊໍ້າມາ ຫຼາຍປີຕິດຕໍ່ກັນ.
ຈາງ ຢຸນຢອງ ນັກກີລາໄຕຣກີລາຍິງເຈົ້າຂອງຫຼຽນທອງ ເອຊຽນເກມ 2010 ທີ່ກວາງໂຈວ ສປ ຈີນ ແລະ ເປັນນັກກີລາຄົນທຳອິດໃນປະຫວັດສາດເກົາຫຼີທີ່ໄດ້ຫຼຽນເອຊຽນເກມ / ພາບ: AFP
7. ເມື່ອເກີດເຫດການແບບນີ້ ຫຼາຍຄົນອາດສົງໄສວ່າ ແລ້ວ ຊະເວ ບໍ່ໄດ້ຕອບໂຕ້ ຫຼື ເຮັດຫຍັງບໍ່? ຊະເວ ເຄີຍໄປຟ້ອງຄູຝຶກຜູ້ຊື່ວ່າ ຄິມ ຄະໂຢບອງ ເລື່ອງທີ່ຖືກກະທຳ ແຕ່ຊໍ້າພັດຖືກສັ່ງໃຫ້ຂໍໂທດຮຸ່ນເອື້ອຍດ້ວຍການຄຸເຂົ່າ ໂດຍບໍ່ມີການປົກປ້ອງໃດໆເກີດຂຶ້ນ. ນອກຈາກນັ້ນ ຍັງມີຄັ້ງໜຶ່ງທີ່ໄປແຂ່ງຂັນຢູ່ທີ່ນິວຊີແລນ ແລ້ວນັກກີລາຖືກສັ່ງໃຫ້ງົດອາຫານ ແຕ່ ຊະເວ ເຜີໄປກິນໝາກຄາຍ 2 ປ່ຽງ ແລ້ວຖືກຄູຝຶກ ຄິມ ໃຊ້ເກີບຟາດໜ້າ ແລ້ວລົງໂດທກໂດຍການຊື້ເຂົ້າຈີ່ຈຳນວນຫຼາຍມາໃຫ້ລາວກິນເລື້ອຍໆ ຈົນຮາກອອກມາຫຼາຍຮອບ ໝົດຄືນ.
8. ດ້ວຍສະພາບຈິດໃຈທີ່ບອບຊໍ້າ ຊະເວ ຈຶ່ງໄດ້ພັກການຫຼິ້ນກີລາໄປກ່ອນ 1 ປີເຕັມ ດ້ວຍຄວາມຫວັງວ່າເມື່ອກັບຄືນມາຫຼາຍສິ່ງຈະດີຂຶ້ນ ແລະ ພ້ອມທີ່ຈະກຽມໂຕເພື່ອຄັດໂຕແທນໄປແຂ່ງໂອລິມປິກ 2020 ຢູ່ຍີ່ປຸ່ນ. ແຕ່ນັ້ນຜິດຄາດຫຼາຍ ເພາະຄັ້ງນີ້ມີທັງແພດປະຈຳທີມ ແລະ ນັກກີລາຊາຍຮ່ວມທຳຮ້າຍຮ່າງກາຍລາວນຳ ແລະ ສະຖານະການແບບນີ້ເຮັດໃຫ້ຜົນງານຂອງລາວຍິ່ງຫ່າງໄກຈາກການຕິດທີມຊາດຂຶ້ນເລື້ອຍໆ.
9. ໃນທີ່ສຸດ ຊະເວ ກໍທົນບໍ່ໄຫວອີກຕໍ່ໄປ ເລີຍຕັດສິນໃຈແຈ້ງເລື່ອງດັ່ງກ່າວຫາພາກສ່ວນທີ່ກ່ຽວຂ້ອງ ທັງສະມາຄົມໄຕຣກີລາຂອງເກົາຫຼີໃຕ້ ແລະ ຕຳຫຼວດ ແຕ່ເລື່ອງລາວກໍງຽບຫາຍໄປ ບໍ່ມີຫຍັງເກີດຂຶ້ນ. ນາງຈຶ່ງຕັດສິນໃຈອັດສຽງບັນທຶກເຫດການທີ່ຕົນເອງຖືກທຳຮ້າຍຮ່າງກາຍເອົາໄວ້ ເພື່ອເປັນຫຼັກຖານ ພ້ອມທັງຂຽນບັນທຶກເຫດການໄວ້ໃນປຶ້ມບັນທຶກ. ຫຼັງຈາກນັ້ນລາວກໍຍັງຖືກທຳຮ້າຍຮ່າງກາຍເລື້ອຍມາ ຈຶ່ງຕັດສິນໃຈລາອອກຈາກສະໂມສອນນັ້ນໃນປາຍປີ 2019 ແລະ ໄປຫຼິ້ນໃຫ້ກັບທີມນ້ອຍໆໃນເມືອງປູຊານ.
10. ໃນຫົວຂອງ ຊະເວ ມີແຕ່ເລື່ອງເຄັ່ງຄຽດ ແລະ ຄວາມທຸກ ພ້ອມທັງກ່າວໂທດວ່າຕົນເອງຈົບພຽງ ມ. 6, ເອົາດີທາງດ້ານກີລາກໍບໍ່ໄດ້ ແລະ ເປັນພາລະຂອງຄອບຄົວ ເຮັດໃຫ້ຄອບຄົວຜິດຫວັງ ແລະ ທີ່ເສຍໃຈທີ່ສຸດແມ່ນການທີ່ຄົນທີ່ທຳຮ້າຍຕົນເອງຊໍາ້ພັດໄດ້ດີກັນທຸກຄົນ ມີແຕ່ຕົນເອງທີ່ຕ້ອງທໍລະມານຄົນດຽວ. ຈົນຮອດຄືນວັນທີ 26 ມິຖຸນາ 2020, ລາວຈຶ່ງຕັດສິນໃຈຈົບຊີວິດລົງ.
11. ຫຼັງຈາກທີ່ ຊະເວ ເສຍຊີວິດ ແມ່ຂອງລາວໄດ້ນຳເອົາບັນທຶກ ແລະ ຄລິບສຽງທັງໝົດໄປໃຫ້ສື່ມວນຊົນ ຈົນເລື່ອງລາວຖືກເຜີຍແຜ່ອອກໄປ ແລະ ໄດ້ຮັບຄວາມສົນໃຈຂອງຄົນທົ່ວປະເທດ ແລະ ເຮັດໃຫ້ສັງຄົມເກົາຫຼີວິພາກວິຈານກັນຢ່າງຮ້ອນແຮງວ່າ ເປັນຫຍັງສັງຄົມເກົາຫຼີຈຶ່ງເຫັນວ່າການຊ້ອມກີລາແບບໂຫດເປັນເລື່ອງປົກກະຕິ ແລະ ເພື່ອຄວາມສຳເລັດ ນັກກີລາຕ້ອງຍອມແລກທຸກຢ່າງໃນຊີວິດເລີຍບໍ?
12. ເລື່ອງລາວນີ້ກາຍເປັນປະເດັນຈົນເຖິງຂັ້ນ ທ່ານ ມຸນ ແຈອິນ ປະທານາທິບໍດີຂອງເກົາຫຼີໃຕ້ຕ້ອງອອກມາກ່າວວ່າ ນີ້ເປັນເລື່ອງທີ່ບໍ່ສາມາດປ່ອຍຜ່ານໄດ້ "ການໃຊ້ຄວາມຮຸນແຮງມັນຫຼ້າຫຼັງ ແລະ ເຮົາບໍ່ຕ້ອງການໃຫ້ມັນເກີດຂຶ້ນອີກ" ພ້ອມທັງສະແດງຄວາມຜິດຫວັງທີ່ໜ່ວຍງານລັດບໍ່ຍອມເຂົ້າໄປເຮັດຫຍັງເລີຍທັງໆທີ່ນັກກີລາຄົນດັ່ງກ່າວແຈ້ງເລື່ອງມາແຕ່ດົນແລ້ວ. ພ້ອມນີ້ ທ່ານ ມຸນ ຍັງໄດ້ສັ່ງໃຫ້ມີການສືບສວນສວບສວນຢ່າງເລັ່ງດ່ວນ ເຮັດໃຫ້ຕຳຫຼວດ ແລະ ສະມາຄົມກີລາຢູ່ບໍ່ເປັນສຸກ ຈົນສາມາດເກັບໄດ້ຫຼັກຖານ ແລະ ນຳໄປສູ່ການລົງໂທດຜູ້ທີ່ກ່ຽວຂ້ອງທັງໝົດ ເຊັ່ນ ສັ່ງໂຈະການເຄື່ອນໄຫວຂອງ ຄິມ ຄະໂຢບອງ ຄູຝຶກສະໂມສອນ ຕະຫຼອດຊີວິດ ລວມທັງສັ່ງໂຈະການເຄື່ອນໄຫວຂອງຮຸ່ນເອື້ອຍ ຈາງ ຢຸນຢອງ ທີ່ເປັນຜູ້ນຳການຂົ່ມເຫງຕະຫຼອດຊີວິດເຊັ່ນກັນ.
ຕໍ່ໄປເຈົ້າໜ້າທີ່ຕະຫຼອດຈະດຳເນີນການສືບສວນສອບສວນຕໍ່ ແລະ ຫາບົດສະຫຼຸບໃຫ້ກັບຜູ້ທີ່ກ່ຽວຂ້ອງກັບການຂົ່ມເຫງ ຊະເວ ທັງໝົດວ່າຕ້ອງຖືກໂທດຈຳຄຸກ ຫຼື ບໍ່.
ແຫຼ່ງອ້າງອີງ: