Google ທີ່ວ່າໃຊ້ງານຟຣີ ຫຼື ມີຫຍັງທີ່ຕ້ອງແລກ?

“ກົດເພື່ອຍອມຮັບເງື່ອນໄຂການໃຊ້ງານ”
ໃຜທີ່ເຄີຍສະໝັກໃຊ້ງານບໍລິການອອນລາຍຕ່າງໆ ບໍ່ວ່າຈະເປັນ Facebook, Gmail, Instagram, TikTok, WhatsApp ແລະ ອື່ນໆ ຄົງຈະເຄີຍເຫັນຂໍ້ຄວາມດັ່ງກ່າວມາແລ້ວທັງນັ້ນ ແລະ ເຊື່ອເລີຍວ່າມີພຽງຈຳນວນໜ້ອຍເທົ່ານັ້ນ ທີ່ຈະກົດເຂົ້າໄປອ່ານເງື່ອນໄຂການໃຊ້ງານຂອງບໍລິການຕ່າງໆ ເພາະເປັນຂໍ້ຄວາມທີ່ຍາວຢຽດ ລາຍຫູລາຍຕາ ອີກທັງບາງບໍລິການກໍ່ຍັງບໍ່ມີເອກະສານທີ່ເປັນສະບັບພາສາລາວ. ຜູ້ຂຽນເອງກໍ່ເຄີຍເປັນເຊັນກັນ ທີ່ເລື່ອນໆ ເບິ່ງແລ້ວເຫັນແຕ່ຂໍ້ຄວາມພາສາອັງກິດ ຫຼຽວທາງໃດກໍ່ເປັນອັກສອນລາຕິນ ເບິ່ງແລ້ວຊວນໃຫ້ວິນຫົວ ແລະ ກໍ່ກົດຍອມຮັບເງື່ອນໄຂຂອງຜູ້ໃຫ້ບໍລິການນັ້ນໆ ໂດຍທີ່ບໍ່ໄດ້ອ່ານລາຍລະອຽດຫຍັງເລີຍ ... ແລ້ວ “ເງື່ອນໄຂການໃຊ້ງານ” ທີ່ວ່ານັ້ນມີຄວາມສຳຄັນຫຍັງ? ຈຳເປັນບໍ່ທີ່ຕ້ອງຮູ້ຈັກກ່ອນໃຊ້ງານ? ໃນເມື່ອບໍ່ອ່ານ ກໍ່ສາມາດໃຊ້ງານໄດ້ປົກກະຕິ. ໃນຈຸດນີ້ ຂໍບອກດ້ວຍສຽງດັງໆ ກ້ອງກັງວານເອັກໂຄ (Echo) ສູງໆ ເລີຍວ່າ ມັນ - ສຳ - ຄັນ - ຫຼາຍ !!! ຫາກທ່ານເປັນຄົນໜຶ່ງທີ່ຫ່ວງເລື່ອງຄວາມເປັນສ່ວນຕົວແລ້ວ ຍິ່ງຈຳເປັນຕ້ອງໄດ້ອ່ານໃຫ້ລະອຽດ ແລະ ເຂົ້າໃຈໃນທຸກໆ ເງື່ອນໄຂຂອງບໍລິການທີ່ຈະສະໝັກ.
ບໍລິການອອນລາຍຕ່າງໆ ສາມາດເຂົ້າເຖິງຂໍ້ມູນສ່ວນຕົວຫຍັງແດ່?
ທຸກໆ ບໍລິການອອນລາຍ ຈະມີການເກັບບັນທຶກຂໍ້ມູນຕ່າງໆ ໄວ້ເພື່ອຈຸດປະສົງໃດໜຶ່ງ, ອາດຈະເກັບໄວ້ເພື່ອກວດສອບ ຫຼື ລະບຸຕົວຕົນຂອງຜູ້ໃຊ້, ບັນທຶກໄວ້ເພື່ອປັບປຸງສິນຄ້າ ແລະ ບໍລິການຂອງຕົນ ຫຼື ເກັບໄວ້ເພື່ອໃຊ້ປະໂຫຍດໃນອະນາຄົດ. ໂດຍແຕ່ລະຊະນິດຂໍ້ມູນນັ້ນ ອາດຈະມີອາຍຸໃນການເກັບບັນທຶກແຕກຕ່າງກັນໄປຕາມຊະນິດຂໍ້ມູນ, ອາດຈະມີການທຳລາຍຖິ້ມຕາມໄລຍະເວລາ ຫຼື ບັນທຶກໄວ້ຈົນກວ່າຈະມີຄຳຂໍໃຫ້ທຳລາຍຂໍ້ມູນຈາກຜູ້ໃຊ້ງານ. ສ່ວນໃຫຍ່ແລ້ວ ບໍລິການດັງໆ ທີ່ເປັນທີ່ນິຍົມໃນທົ່ວໂລກນັ້ນຈະມີຕົວເລືອກໃຫ້ສາມາດລົບທຸກການເຄື່ອນໄຫວ ຫຼື ປະຫວັດການໃຊ້ງານຂອງລູກຄ້າໄດ້ ແຕ່ກໍ່ແຕກຕ່າງກັນໄປຕາມນະໂຍບາຍຂອງແຕ່ລະບໍລິສັດ.
ສ່ວນໃຫຍ່ແລ້ວຈະເກັບຂໍ້ມູນປະເພດຕ່າງໆ ເຊັ່ນ: ຂໍ້ມູນການໃຊ້ເວັບ, ການຄົ້ນຫາ, ຂໍ້ມູນໂປຣໄຟລ໌ (Profile) ຂອງຜູ້ໃຊ້ງານ, ຮູບ, ຂໍ້ຄວາມ (ແຊັດ ຫຼື ອີເມວ, ຄຳຄິດເຫັນຕ່າງໆ), ການກົດ Like ກົດ Share, ປະຫວັດສະຖານທີ່ (Location history), ຄຳສັ່ງສຽງ, ຂໍ້ມູນຈາກອຸປະກອນເຄື່ອນທີ່ ແລະ ສະຖານະເຄື່ອງ (ມືຖື, ແທັບເລັດ, ຄອມ … ), ໃນເຄື່ອງມີການຕິດຕັ້ງແອັບ (Application) ຫຍັງແນ່, ການເຂົ້າເຖິງລາຍຊື່ຜູ້ຕິດຕໍ່, ລາຍຊື່ເພງ ແລະ ອື່ນໆ ທີ່ຜູ້ໃຊ້ອະນຸຍາດໃຫ້ເຂົ້າເຖິງ (ໂດຍຕັ້ງໃຈ ຫຼື ບໍ່ກໍ່ຕາມ) ເຊິ່ງບາງບໍລິການນັ້ນ ສາມາດເຂົ້າເຖິງໄມ (Microphone) ຫຼື ກ້ອງໜ້າ (Webcam) ໄດ້ອີກດ້ວຍ. ສະນັ້ນ ກ່ອນຈະກົດອະນຸຍາດໃຫ້ເຂົ້າເຖິງ ຫຼື ຍອມຮັບເງື່ອນໄຂການໃຫ້ບໍລິການ ຄວນຢ່າງຍິ່ງທີ່ຈະສຶກສາການຂໍອະນຸຍາດເຂົ້າເຖິງຊັບພະຍາກອນຂອງເຄື່ອງ (Permission) ຫຼື ເງື່ອນໄຂຕ່າງໆ ໃຫ້ເຂົ້າໃຈ ເພື່ອຄວາມປອດໄພ ແລະ ຄວາມເປັນສ່ວນຕົວ (Privacy) ຂອງທ່ານເອງ.
ຜູ້ຂຽນໄດ້ສັງລວມເອົາລິ້ງເງື່ອນໄຂການໃຊ້ບໍລິການຂອງບໍລິສັດຕ່າງໆ ທີ່ເພື່ອນໆ ນິຍົມໃຊ້ກັນໄດ້ແກ່:
ສ່ວນບໍລິການອື່ນໆ ຜູ້ອ່ານສາມາດກົດເຂົ້າໄປອ່ານໄດ້ຕາມເວັບໄຊທາງການຂອງບໍລິການນັ້ນໆ ຫຼື ຫາກຊອກບໍ່ເຫັນສາມາດຄອມເມັນຖາມທາງທີມງານພວກເຮົາໄດ້ ແລ້ວຈະຫາມາໃຫ້ອ່ານກັນ.
ບັນດາບໍລິການອອນລາຍໄດ້ຫຍັງ ຈາກການໃຫ້ບໍລິການຟຣີແກ່ຜູ້ໃຊ້ທົ່ວໂລກ?
ການໃຫ້ບໍລິການຍ່ອມມີຕົ້ນທຶນ ຍິ່ງຂະໜາດຂອງທຸລະກິດມີຂະໜາດໃຫຍ່ ກໍ່ຍິ່ງມີຕົ້ນທຶນໃນການໃຫ້ບໍລິການສູງ ບໍ່ວ່າຈະເປັນຕົ້ນທຶນທາງດ້ານອຸປະກອນ (Infrastructures, Data farm storage … ), ຊັບພະຍາກອນມະນຸດ (ນັກພັດທະນາໂປຣແກຣມ, ພະນັກງານຫ້ອງການ), ຄ່າພາສີ - ອາກອນ ແລະ ອື່ນໆ ທີ່ຈຳເປັນໃນການດຳເນີນທຸລະກິດ. ແຕ່ລະບໍລິການອອນລາຍຈະມີໂມເດວ (Model) ໃນການຫາລາຍໄດ້ແຕກຕ່າງກັນຕາມກົນລະຍຸດຂອງບໍລິສັດນັ້ນໆ ເຊັ່ນ: ການຂາຍໂຄສະນາ, ການເກັບຄ່າສະມາຊິກ ເພື່ອບໍ່ສະແດງໂຄສະນາ ຫຼື ບໍ່ຈຳກັດ Feature ການໃຊ້ງານ ເປັນຕົ້ນ.
ແຕ່ສ່ວນໃຫຍ່ແລ້ວແມ່ນໄດ້ປະໂຫຍດຈາກຂໍ້ມູນຜູ້ໃຊ້ ເພື່ອໃຊ້ໃນການວິເຄາະພຶດຕິກຳຂອງຄົນໃນການກະທຳໃດໜຶ່ງ ເຊັ່ນ: ການຊົມໃຊ້ສິນຄ້າ ແລະ ບໍລິການຕ່າງໆ, ຜົນຕອບຮັບຈາກການການໃຊ້ສິນຄ້າໃດໜຶ່ງ, ໃນຊ່ວງເວລາໃດທີ່ມີຜູ້ຄົນຊົມໃຊ້ບໍລິການດັ່ງກ່າວ ແລະ ໃນໂອກາດ ຫຼື ແມ່ນແຕ່ໃນສະພາບອາກາດແບບໃດ ເປັນຕົ້ນ. ໃຊ້ເພື່ອວິເຄາະ ແລະ ນຳສະເໜີບໍລິການທີ່ກົງກັບຄວາມຕ້ອງການຂອງຜູ້ໃຊ້ງານ ເຊັ່ນ: ການແນະນຳວີດີໂອຖັດໄປທີ່ຄາດວ່າຜູ້ໃຊ້ຈະເບິ່ງຕໍ່, ການສ້າງລາຍການເພງຕາມແນວທີ່ລູກຄ້າມັກຟັງ …
ຈະຍົກຕົວຢ່າງງ່າຍໆ ເພື່ອໃຫ້ຜູ້ອ່ານເຫັນພາບເຊັ່ນ: ການບໍລິໂພກຊານົມໄຂ່ມຸກຂອງຍີ່ຫໍ້ ມ່ວນ (ນາມສົມມຸດ) ເຊິ່ງຜູ້ໃຊ້ທີ່ມີການໂພສ (Post) ລົງບໍລິການອອນລາຍໜຶ່ງ ໂດຍບໍລິສັດທີ່ໃຫ້ບໍລິການອອນລາຍສາມາດເກັບຂໍ້ມູນຂອງຜູ້ໃຊ້ໄດ້ຈາກໂພສ (Post) ຕ່າງໆ ທີ່ອັບຂຶ້ນໄດ້ແກ່ ວັນເວລາ, ສະພາບອາກາດຮ້ອນ ຫຼື ໜາວ, ຜູ້ບໍລິໂພກຢູ່ໃນຊ່ວງອາຍຸໃດ, ເຂດໃດໄດ້ຂາຍດີ ແລະ ຂໍ້ມູນອື່ນໆ ທີ່ຈຳເປັນຕໍ່ການວິເຄາະທາງການຕະຫຼາດ ເຊິ່ງສາມາດນຳໄປເປັນຂໍ້ມູນໃນການກຳນົດກຸ່ມເປົ້າໝາຍທາງການຕະຫຼາດ ໄປຈົນເຖິງວິເຄາະພຶດຕິກຳເພື່ອໃຊ້ໃນການຍິງໂຄສະນາໃນອະນາຄົດ ຫຼື ຂາຍຂໍ້ມູນໃຫ້ແກ່ບໍລິສັດອື່ນໆ ທີ່ຕ້ອງການນຳໄປວິເຄາະເພື່ອເປົ້າໝາຍໃດໜຶ່ງ. ເຫັນ ຫຼື ບໍ່ວ່າພຽງແຕ່ໂພສ (Post) ຊານົມໄຂ່ມຸກຈອກດຽວ ກໍ່ມີຄ່າທາງດ້ານຂໍ້ມູນມະຫາສານ ຫາກດຶງຂໍ້ມູນອອກມານຳໃຊ້ໄດ້ຖືກຈຸດ.
ສຳລັບຜູ້ໃຊ້ງານບໍລິການຂອງ Google ຫາກຕ້ອງການຢາກລົບຂໍ້ມູນສ່ວນຕົວຂອງເຮົາອອກຈາກການຕິດຕາມຂອງ Google ສາມາດເຮັດຕາມຂັ້ນຕອນລຸ່ມນີ້ໄດ້ເລີຍ. ສາມາດເຂົ້າໄປກວດສອບປະຫວັດການໃຊ້ງານໄດ້ທີ່ ລິ້ງນີ້ ແລ້ວທ່ານຈະສາມາດເປີດ - ປິດ ການເກັບປະຫວັດການນຳໃຊ້ ພ້ອມທັງສາມາດລົບປະຫວັດການໃຊ້ເວັບ, ປະຫວັດສະຖານທີ່ (Location history) ລວມທັງສາມາດທີ່ຈະປ່ຽນແປງຂໍ້ມູນ Profile ຂອງບັນຊີເຮົາໄດ້ເຊັ່ນດຽວກັນ. ລາຍລະອຽດການລົບປະຫວັດການໃຊ້ງານຂອງບັນຊີ Google ຕາມຮູບຂັ້ນຕອນດ້ານລຸ່ມ:
ຫຼັງຈາກກົດ ລິ້ງນີ້ ໃນໜ້າ Web browser ແລ້ວ ລະບົບຈະນຳທ່ານເຂົ້າສູ່ໜ້າຈັດການປະຫວັດການໃຊ້ງານ, ຫາກທ່ານຍັງບໍ່ທັນໄດ້ລົງຊື່ເຂົົ້າໃຊ້ງານ (Sign in) ກໍ່ໃຊ້ບັນຊີ Gmail ແລະ ລະຫັດຜ່ານຂອງທ່ານລົງຊື່ເຂົ້າໃຊ້ໄດ້ເລີຍ ແລ້ວຈະປາກົດໜ້າຈັດການປະຫວັດການໃຊ້ງານຂອງບັນຊີທ່ານດັ່ງຮູບລຸ່ມນີ້:
ໃນບົດຄວາມນີ້ ຈະຂໍຍົກຕົວຢ່າງການລົບປະຫວັດການຄົ້ນຫາ (ຈາກແອັບຂອງ Google ຂອງຜູ້ຂຽນເອງ ທີ່ທຸກໆ ການຄົ້ນຫາຈະຖືກບັນທຶກໄວ້) ໂດຍກົດໄປທີ່ Manage Activity ຈາກຂັ້ນຕອນດ້ານເທິງ, ແລ້ວລະບົບຈະນຳໄປສູ່ໜ້າຖັດໄປດັ່ງຮູບ.
ໃນໜ້າດັ່ງກ່າວ ເຮົາສາມາດເລືອກລົບປະຫວັດການສືບຄົ້ນທັງໝົດ, ເລືອກລົບບາງລາຍການ ຫຼື ຄົ້ນຫາປະຫວັດການຄົ້ນຫາ ຈາກຊ່ອງຄົ້ນຫາດ້ານເທິງໄດ້ (ໃນຕົວຢ່າງນີ້ ຂໍລົບທັງໝົດທີ່ເຄີຍສືບຄົ້ນໃນມື້ນີ້ ໂດຍກົດປຸ່ມຮູບຖັງຂີ້ເຫຍື້ອໄດ້ເລີຍ)
ເມື່ອລະບົບລົບຂໍ້ມູນແລ້ວ ຈະສັງລວມປະຫວັດດ້ານອື່ນໆ ເຊັ່ນ: ປະຫວັດການເດີນທາງ (Location history) ວ່າເຮົາໄປໃສມາແນ່ ຫາກຕ້ອງການລົບກໍ່ສາມາດເລືອກໄປທີ່ See your location history ແລ້ວລະບົບຈະນຳທ່ານໄປໜ້າຈັດການປະຫວັດການເດີນທາງ (Location history) ດັ່ງຮູບດ້ານລຸ່ມ ຫຼື ຫາກບໍ່ຕ້ອງການລົບກໍ່ສາມາດກົດ Got it ເພື່ອກັບໜ້າກ່ອນນີ້.
ໃນໜ້າດັ່ງກ່າວ ຈະປະກົດເສັ້ນທາງທີ່ເຄີຍເດີນທາງ, ໂດຍສາມາດຄົ້ນຫາຕາມວັນເດືອນປີໄດ້ (ດ້ານຊ້າຍ - ເທິງ) ແຕ່ໃນຕົວຢ່າງນີ້ ຂໍກົດລົບປະຫວັດການເດີນທາງ (Location history) ທັງໝົດໄປເລີຍ ໂດຍກົດທີ່ປຸ່ມຮູບຖັງຂີ້ເຫຍື້ອເຊັ່ນເຄີຍ ແລ້ວລະບົບຈະຖາມຢືນຢັນການລົບ, ແລ້ວບໍ່ຕ້ອງຄິດຫຍັງຫຼາຍ ກົດປຸ່ມ DELETE LOCATION HISTORY ສີແດງໆ ຕາມພາບດ້ານລຸ່ມເລີຍ.
ແລະ ແລ້ວ ປະຫວັດການໃຊ້ເວັບ ແລະ ປະຫວັດສະຖານທີ່ໆ ຜູ້ຂຽນເຄີຍໄປກໍ່ຖືກລົບອອກຈາກລະບົບ. ສ່ວນປະຫວັດການໃຊ້ງານອື່ນໆ ທ່ານກໍ່ສາມາດໄລ່ລົບໄດ້ຕາມໃຈເລີຍ.
ສຸດທ້າຍນີ້ ຂໍໃຫ້ທຸກທ່ານມີຄວາມສຸກກັບການກິນຊານົມໄຂ່ມຸກ ແລະ ໃຊ້ງານບໍລິການອອນລາຍຢ່າງປອດໄພ ໄວ້ພົບກັນໃນບົດຄວາມຖັດໄປ ບ໊າຍ…
ຂຽນໂດຍ: Nilavath
ແຫຼ່ງອ້າງອີງ:
- https://www.theguardian.com/commentisfree/2018/mar/28/all-the-data-facebook-google-has-on-you-privacy
- https://www.wired.com/story/google-tracks-you-privacy/
- https://gizmodo.com/everything-google-knows-about-you-and-how-to-delete-it-1834633034
- https://www.techoffside.com/2017/10/google-data-privacy/
- https://www.cnet.com/how-to/google-keeps-a-frightening-amount-of-data-on-you-heres-how-to-find-and-delete-it/