ເບິ່ງດວງລາຍວັນປະຈໍາວັນຈັນ ທີ 6 ກໍລະກົດ 2020 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ
ການງານ ຄວາມດຸໝັ່ນຈະເຮັດໃຫ້ມີຄວາມຫມັ້ນຄົງທາງດ້ານການງານ ຜູ້ໃຫຍ່ຈະໃຫ້ການສະໜັບສະໜຸນດີຂຶ້ນໃນໄລຍະນີ້
ການເງິນ ລະວັງການໃຊ້ຈ່າຍ ແລະການໃຊ້ເງິນໃນໄລຍະນີ້ ບໍ່ສາມາດໃຊ້ເງິນເປື້ອງໄດ້ຄືແຕ່ກ່ອນ
ຄວາມຮັກ ມີໂອກາດຕົກຢູ່ໃນສະຖານະການພາວະຮັກຊ້ອນໃນໄລຍະນີ້ ການພົບດ້ານຄວາມຮັກຈະກ່ຽວຂ້ອງກັບການເຮັດວຽກງານ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສີເຫຼືຶອງ
ເລກນຳໂຊກ 0 3
ຄົນເກີດວັນຈັນ
ການງານ ຈະຈັບທຸລະກິດງານສິ່ງໃດໃນໄລຍະນີ້ຈະປະສົບຄວາມສຳເລັດ ມີຄວາມກ້າວໜ້າຢ່າງທີ່ທ່ານຄາດຫວັງ ແຕ່ມີບໍລິວານບາງຄົົນທີ່ຍັງສື່ສານບໍ່ເຂົ້າໃຈກັນ
ການເງິນ ມີໂຊກຈະໄດ້ເງິນ ຜູ້ໃຫຍ່ຈະໃຫ້ການຊ່ວຍເຫລືອອຸປະຖຳທາງດ້ານການເງິນ ຫລືໃນມື້ນີ້ມີໂຊກຈະໄດ້ເງິນເຂົ້າມາເພິ່ມເຕິມ ເພີ່ມຂຶ້ນກໍເປັນໄປໄດ້
ຄວາມຮັກ ຍັງເບິ່ງໆ ຢູ່ຫລາຍກວ່າ ເພາະຍັງມີເລື່ອງວຸ້ນວາຍທີ່ຕ້ອງຮີບຈັດການຫລາຍກວ່າທີ່ຈະທຸ້ມເທດ້ານຄວາມຮັກໂດຍກົງ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີຂາວ
ເລກນຳໂຊກ 2 7
ຄົນເກີດວັນອັງຄານ
ການງານ ຈະເຮັດວຽກຫຍັງໃນໄລຍະນີ້ປະສົບຄວາມສຳເລັດແມ່ນຕ້ອງພົບອຸປະສັກດ້ວຍກໍຖືວ່າເປັນເລື່ອງປົກກະຕິ ເລື່ອງທີ່ຕ້ອງລະວັງຄືຄວາມໃຈຮ້ອນຈົນເກີນໄປເຮັດໃຫ້ງານເກີດຄວາມຜິດພາດ
ການເງິນ ມີທັງຮັບທັງຈ່າຍໃນໄລຍະນີ້ສະຫຼັບປັບປ່ຽນກັນໄປ ແຕ່ກໍໝຸນຫາໃຊ້ຈ່າຍໄດ້ທັນທ່ວງທີຢ່າງແນ່ນອນ
ຄວາມຮັກ ຕ້ອງໃຊ້ຄວາມໃຈເຢັນ ຢ່າໃຊ້ຄວາມໃຈຮ້ອນເພາະຍັງບໍ່ລົງຕົວໃນເລື່ອງຄວາມສຳພັນດ້ານຄວາມຮັກໃນຊ່ວງນີ້
ເຄື່ອງມຸງຄຸນ ໄຂ່ມຸກ
ສີມຸງຄຸນ ສີຟ້າ
ເລກນຳໂຊກ 1
ຄົນເກີດວັນພຸດ
ການງານ ກວດກາເບິ່ງເອກະສານໃຫ້ຖ້ວນຖີ່ ໃນການເຈລະຈາຕໍ່ລອງຕ່າງໆຢ່າໃຫ້ຖືກເອົາປຽບ ຕ້ອງມີຄວາມຮອບຄອບຫລາຍໆ
ການເງິນ ຍັງຄົງກັງວົນໃຈໃນການໃຊ້ຈ່າຍ ແລະການໃຊ້ເງິນ ແຕ່ເມື່ອຈ່າຍອອກໄປກໍຈະຫາເຂົ້າມາໄດ້ຫລາຍກໍໃຊ້ຫລາຍ ແຕ່ກໍຍັງຫາໄດ້ທັນໃຊ້ຢູ່
ຄວາມຮັກ ລະວັງຄຳເວົ້າເຮັດໃຫ້ເກີດຄວາມຂັດແຍ້ງ ຫລືເຮັດໃຫ້ເກີດຄວາມຄາງແຄງໃຈ ຄວນເວົ້າປັບຄວາມເຂົ້າໃຈໃຫ້ກົງກັນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີເທົາ
ເລກນຳໂຊກ 4 9
ຄົນເກີດວັນພະຫັດ
ການງານ ມີຄວາມຕັ້ງໃຈທີ່ຈະສ້າງຜົນງານ ຫລືການງານທີ່ດີຂຶ້ນສະເໝີໃນຊ່ວງນີ້ ການເດິນທາງ ການຍົກຍ້າຍກໍ່ໃຫ້ເກີດໂອກາດ ແລະຄວາມສຳເລັດ
ການເງິນ ມີຂ່າວດີດ້ານການເງິນເຂົ້າມາ ຊຶ່ງທ່ານກໍອຸ່ນໃຈໄດ້ໃນໄລຍະນີ້ວ່າຈະຄ່ອຍໆ ມີຄວາມຫມັ້ນຄົງຂຶ້ນໄປຕະຫຼອດ
ຄວາມຮັກ ຍັງບໍ່ສົນໃຈໃນເລື່ອງຄວາມຮັກ ເພາະຍັງມຸ່ງເນັ້ນໃນເລື່ອງການງານຫລາຍກວ່າ
ເຄື່ອງມຸງຄຸນ ເພັດສີມ່ວງ
ສີມຸງຄຸນ ສີແດງ
ເລກນຳໂຊກ 6
ຄົນເກີດວັນສຸກ
ການງານ ໄລຍະນີ້ຈະເຮັດວຽກສິ່ງໃດກໍຈະມີຄົນຊ່ວຍເຫລືອ ການເດິນທາງມີຄວາມປອດໄພ ການເດີນທາງຕ່າງປະເທດຈະມີໂຊກດີ
ການເງິນ ລະວັງການໃຊ້ຈ່າຍ ແລະການໃຊ້ເງິນໃນໄລຍະນີ້ ຕ້ອງມີເລື່ອງຈຳເປັນທີ່ຕ້ອງໃຊ້ເງີນເປັນຈຳນວນຫລາຍອອກໄປ
ຄວາມຮັກ ມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈໃນໄລຍະນີ້ ມີໂອກາດໄດ້ຂ່າວດີເລື່ອງຄວາມຮັກ ຫລືໄດ້ພົບຄູ່ຄອງແບບບັງເອີນ
ເຄື່ອງມຸງຄຸນ ເງິນ
ສີມຸງຄຸນ ສີບົວ
ເລກນຳໂຊກ 1
ຄົນເກີດວັນເສົາ
ການງານ ໄລຍະນີ້ບໍ່ຕ້ອງເມື່ອຍປານໃດເຮັດວຽກໄດ້ດັ່ງໃຈ ແຕ່ຕ້ອງລະວັງການຂັດແຍ້ງກັບຜູ້ໃຫຍ່
ການເງິນ ມີໂຊກຈະໄດ້ເງິນເຂົ້າມາຕະຫຼອດ ໃນຊ່ວງນີ້ ດວງສະຕາດ້ານການເງິນຈະມີຄວາມໂຊກດີເຂົ້າມາຕະຫຼອດ ພໍທີ່ຈະສະບາຍໃຈໄດ້ໃນໄລຍະນີ້
ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈດ້ວຍບຸນເກົ່ານຳພາມາໃຫ້ໄດ້ພົບກັນກັບໃຜບາງຄົົນທີ່ເປັນຄົນເກັ່ງມີຄວາມສາມາດ ຊຶ່ງທ່ານຄວນຄ່ອຍໆເບິ່ງສຶກສາຈິດໃຈກັນໄປ
ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນ ສືດໍາ
ເລກນຳໂຊກ 3