ຄວາມຮັກບໍ່ມີພົມແດນ! ລວມພາບຄວາມຫວານ ຄູ່ຮັກລາວ-ໄທ ສາວນຸນີ່ ແລະ ໜຸ່ມອັອຟ

ພາທຸກຄົນມາສ່ອງຄວາມຫວານຂອງສາວລາວ ບ່າວໄທ. ຄູ່ຮັກແຫ່ງປີ ເອີ້ນໄດ້ວ່າເປັນອີກໜຶ່ງຄູ່ທີ່ໂດ່ງດັງຫຼາຍໃນໂລກອອນລາຍສຳລັບ ໜຸ່ມອັອຟ ລາຍພາງ ພ້ອມທັງຄູ່ຮັກ ສາວນຸນີ່ ຜູ້ໜ້າຮັກ ທີ່ເປັນກະແສຮືຮາ ໃນລາຍການ Take Me Out Thailand ທີ່ມີພິທີກອນ ນ້າເນັກ ແລະ ກາລະແມ ເປັນພິທີກອນຄູ່ຂວັນ ທັງມ່ວນ ແລະ ຕະຫຼົກ ເອີ້ນໄດ້ວ່າຄົບທຸກລົດຊາດ, ພິເສດໄປກວ່ານັ້ນ ເປັນລາຍການທີ່ເປີດໂອກາດໃຫ້ໜຸ່ມໆສາວໆມາພົບກັນ ທຳຄວາມຮູ້ຈັກກັນ ຄືຄູ່ອັອຟ ແລະ ນຸນີ່ ເຊິ່ງທັງສອງກໍເປັນອີກຄູ່ທີ່ພົບຮັກກັນໃນທີ່ເວທີແຫ່ງນັ້ນ ຍ້ອນຄວາມໜ້າຮັກ ແລະ ທັງສອງເໝາະສົມກັນ ຈຶ່ງເຮັດໃຫ້ໄດ້ຮັບຄວາມສົນໃຈຈາກແຟນໆທັງຝັ່ງລາວ ແລະ ໄທ.
ສຳລັບສາວນຸນີ່ ກຸມພົນພັກດີແລ້ວ ເປັນສາວລາວ ທີ່ໜ້າຮັກສົດໃສ. ປັດຈຸບັນອາຍຸ 26 ປີ ເປັນຄົນນິໄສມັກມ່ວນຊື່ນ, ເຮຮາ, ເວົ້າຕະຫຼົກ ເຊິ່ງຜູ້ຕິດຕາມກໍຄົງຈະເຫັນຕະຫຼອດໃນໄລຟສົດວ່າເປັນຄົນເວົ້າມ່ວນກັນເອງ ກໍຄົງບໍ່ແປກໃຈທີ່ເຮັດໃຫ້ ໜຸ່ມອັອຟ ແລະ ແຟນຄລັບຫຼົງສະເໜ່ຂອງນາງ.
ສຳລັບໜຸ່ມອັອຟຊາຍທີ່ອົບອຸ່ນຜູ້ທີ່ຄວ້າໃຈສາວນູນີ່ໄປຄອງໄດ້ ບອກເລີຍວ່າບໍ່ທຳມະດາ ໜຸ່ມອ໊ອຟມີທຸລະກິດສ່ວນໂຕເປັນຂອງຕົນເອງໂດຍເຮັດກ່ຽວກັບອາໄຫລ່ລົດຈັກ, ເປັນເຈົ້າຂອງແບຣນລາຍພາງ ທີມລົດລາຍພາງ ແລະ ຍັງໄດ້ເຕີບໃຫຍ່ມາໃນຄອບຄົວທະຫານ ຈຶ່ງເຮັດໃຫ້ມີພໍ່ເປັນໄອດໍ້ ເອີ້ນວ່າບໍ່ທຳມະດາແທ້ໆ! ຫຼັງຈາກໜຸ່ມອັອຟ ແລະ ສາວນຸນີ່ເທັກກັນອອກມາໄດ້ ທັງສອງກໍຕົກລົງສຶກສາເບິ່ງໃຈກັນ, ຈົນໜຸ່ມອັອຟ ໄດ້ໄປສູ່ຂໍສາວນຸນີ່ຕາມປະເພນີ ເຊິ່ງເປັນງານທີ່ອົບອຸ່ນ ແລະ ໜ້າຮັກສຸດໆ ຖ້າໃຜໄດ້ຕິດຕາມຜ່ານທາງໄອຈີ ກໍຈະເຫັນວ່າໜຸ່ມອັອຟ ລົງຮູບຫວານກັບຄູ່ຮັກຕະຫຼອດ. ເຫັນແລ້ວອິດສາ ມ່ວນຈຶ່ງພາທຸກຄົນມາສ່ອງພາບຕັ້ງແຕ່ພົບຮັກຈົນເຖິງປັດຈຸບັນທີ່ອາລະບໍ້າລຸ່ມສຸດເລີຍ:
ຂໍຂອບໃຈ
ພາບ : IG: koumphonphakdee