ມາຮູ້ຈັກກັບລາຍການຜະລິດຕະພັນໄມ້ທຳມະຊາດ ແລະ ໄມ້ປູກທີ່ລັດຖະບານອະນຸຍາດ ແລະ ຫ້າມສົ່ງອອກ

ກອງປະຊຸມນາຍົກ- ຮອງນາຍົກລັດຖະມົນຕີ ໃນທ້າຍເດືອນ ສິງຫາຜ່ານມາ ໄດ້ຕົກລົງຮັບຮອງ ໂດຍຫລັກການຕໍ່ ການສະເໜີ ຂອງກະຊວງ ອຸດສາຫະກຳ ແລະການຄ້າ ກ່ຽວກັບລາຍການ ຜະລິດຕະພັນໄມ້ ທີ່ອະນຸມັດ ໃຫ້ສົ່ງອອກ ແລະ ຫ້າມສົ່ງອອກດັ່ງນີ້:
* ອະນຸມັດໃຫ້ສົ່ງອອກ
- ຜະລິດຕະພັນໄມ້ຂີ້ເລ່ືອຍອັດແທ່ງ ແລະ ອັດເມັດ
-ຜະລິດຕະພັນຖ່ານໄມ້ (ຖ່ານຂາວ)
- ຜະລິດຕະພັນໄມ້ປັກເກ້,ໄມ້ປູ ພື້ນສຳລັບພາຍໃນ
- ຜະລິດຕະພັນໄມ້ອັດ
-ເຄື່ອງໃຊ້ສອຍທີ່ເຮັດດ້ວຍໄມ້
-ຜະລິດຕະພັນໄມ້ປະກອບໃນອາຄານ
-ເຄື່ອງຫັດຖະກຳທີ່ເຮັດດ້ວຍໄມ້
-ເຄື່ອງເຟີນີເຈີເຮັດດ້ວຍໄມ້
-ຜະລິດຕະພັນທີ່ເຮັດດ້ວຍໄມ້ໄຜ່ ແລະ ຫວາຍ
-ໄມ້ປູກສຳລັບເຮັດໄມ້ຄ້ຳແບບ, ໄມ້ຮົ້ວ, ໄມ້ຂ້າວ, ໄມ້ວິກ ແລະ ໄມ້ກະຖິນນະລົງ ທີ່ມີໜ້າຕ້າງ 12 ຊັ ຕີແມັດ ລົງມາລວມທັງ ຜະລິດຕະພັນໄມ້ ທຸກຊະນິດ
-ຜະລິດຕະພັນເຫຍື່ອໄມ້ຈາໄມ້ປູກ
-ໄມ້ເກດສະໜາທີ່ສັບເປັນປ່ຽງນ້ອຍໆ ແລະ ບົດເປັນຝຸ່ນ
- ໄມ້ປ່ອງ ແລະ ຜະລິດຕະພັນໄມ້ປ່ອງ.
ສຳລັບປະເພດ ຜະລິດຕະພັນໄມ້ທຳມະຊາດ ຫລື ໄມ້ປູກທີ່ຫ້າມສົ່ງອອກ ປະກອບມີ:
ລາຍການໄມ້ ແລະ ຜະລິດຕະພັນໄມ້ ທຸກປະເພດ ທີ່ບໍ່ໄດ້ບັນຈຸ ຢູ່ໃນລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກຂອງ ສປປ ລາວ ແມ່ນຫ້າມສ່ົງອອກ.ຕົວຢ່າງ: ລາຍການ(ບັນຊີ) ຜະລິດຕະພັນໄມ້ ທີ່ຫ້າມສົ່ງອອກ ຈຳນວນໜຶ່ງດັ່ງນີ້:
- ຜະລິດຕະພັນໄມ້ເສົາໂຊ
- ຜະລິດຕະພັນໄມ້ໂຕະ, ຕັ່ງ ທີ່ເປັນໜ້າໄມ້ທຳມະຊາດແຜ່ນດຽວທີ່ມີຂະໜາດໃຫຍ່
- ຜະລິດຕະພັນຂຽງຂະໜາດໃຫຍ່
- ຜະລິດຕະພັນໄມ້ເສົາ ແລະ ຄານອັດປະສານ
- ໄມ້ປູກທີ່ເປັນລຳຕົ້ນຂະໜາດໃຫຍ່ (ມີຂະໜາດໜ້າຕ້າງ 12 ຊັງ ຕີແມັດຂຶ້ນໄປ)
-ຖ່ານດຳທຸກຊະນິດ
-ໄມ້ປູກພື້ນສຳລັບພາຍນອກ, ໄມ້ບົວ
-ໄມ້ປະກອບຖັງລົດ, ໂລງສົບ
- ລູກຕິ່ງ, ຮາວພະນັກ, ຮາວ ພະນັກອັດເຊ່ືອມຕໍ່ປະສານ.