ອະນຸຍາດໃຫ້ຈັດແຂ່ງກີລາ ເປີດກາຊີໂນ ຈັດງານແຕ່ງດອງ ງານປະເພນີ ງານຊຸມນຸມ ໄດ້ແລ້ວ

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີປະກາດຜ່ອນຜັນມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊິ່ງມີຜົນລະຫວ່າງວັນທີ 1 ຫາ 31 ກໍລະກົດ 2020.
ມາດຕະການທີ່ຜ່ອນຜັນເພີ່ມຕື່ມ ມີດັ່ງນີ້:
1. ເຫັນດີໃຫ້ຈັດລາຍການແຂ່ງຂັນກີລາທຸກປະເພດໄດ້ ໂດຍມີຜູ້ເຂົ້າຊົມຕາມຄວາມເໝາະສົມຂອງ ສະຖານທີ່, ປະຕິບັດ ໄລຍະຫ່າງ 1 ແມັດຂຶ້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດປາກດັງ, ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ມອບໃຫ້ກະຊວງສຶກ ສາທິການ ແລະ ກີລາ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.
2. ເຫັນດີໃຫ້ເປີດກາຊີໂນ ທີ່ໄດ້ຮັບອະນຸຍາດຖືກຕ້ອງຕາມລະບຽບ ແຕ່ໃຫ້ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອ ເປັນຕົ້ນ ປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບຸ ຫຼື ເຈວລ້າງມື, ໃສ່ຜ້າອັດ ປາກ-ດັງ, ແທກອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ. ມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດ ຕົວຈິງ.
3. ອະນຸຍາດໃຫ້ຈັດກິດຈະກໍາຊຸມນຸມຕ່າງໆ, ງານສັງສັນ, ງານປະເພນີ ແລະ ງານແຕ່ງດອງ ຕາມຮີດຄອງ ປະເພນີອັນດີງາມ ຂອງຊາດເຮົາ ບົນຈິດໃຈປະຢັດ ມັດທະຍັດ ແຕ່ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ ໂດຍປະຕິບັດໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນ້ໍາສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັ່ງ, ແທກ ອຸນຫະພຸມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ. ມອບໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບພາກສ່ວນກ່ຽວຂ້ອງ ອອກຄໍາແນະນໍາລະອຽດໃນການຈັດຕັ້ງປະຕິບັດຕົວຈິງ.
ມາດຕະການຜ່ອນຜັນນີ້ ແມ່ນເປັນການຊົ່ວຄາວ, ຖ້າມີການລາຍງານ ກໍລະນີມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນ ແຂວງໃດແຂວງຫນຶ່ງ ຈະໄດ້ຈໍາກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆ ຢ່າງເຂັ້ມງວດສະເພາະແຂວງນັ້ນ ເຊິ່ງແມ່ນຄະນະສະເພາະກິດແຂວງນັ້ນ ຈະເປັນຜູ້ພິຈາລະນາ; ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດບັນດາມາດຕະການຕ່າງໆ ທີ່ໄດ້ກໍານົດໃນຄໍາສັ່ງ ສະບັບເລກທີ 06/ນຍ ຄືນໃຫມ່ ຢ່າງເຂັ້ມງວດ.
ບາງມາດຕະການທີ່ຍັງຕ້ອງໄດ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ທີ່ໄດ້ກໍານົດໃນຄໍາສັ່ງ 06/ນຍ, ລົງວັນທີ 29 ມີນາ 2020 ດັ່ງນີ້:
1.ສືບຕໍ່ປົດບັນດາກິດຈະການຮ້ານບັນເທິງ, ຮ້ານຄາຣາໂອເກະ ແລະ ຮ້ານເກມ.
2. ສືບຕໍ່ປີດດ່ານປະເພນີ ແລະ ດ້ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້. ສ່ວນດ່ານສາກົນ ສືບຕໍ່ປີດສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວ ຕ່າງປະເທດ ທີ່ມີຄວາມຈໍາເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະ ກິດ. ສໍາລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບບຸກຄົນ ທີ່ເດີນທາງມາຈາກ ຜ່ານ ປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19. ສໍາລັບ ນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດ ເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນ ດີ ຈາກຄະນະສະເພາະກິດ. ສໍາລັບ ຂັ້ນຕອນໃນການປະຕິບັດຕົວຈິງກະຊວງການຕ່າງປະເທດ ຈະອອກຄໍາແນະນໍາ ຕາງຫາກ.