ເຄັດລັບ ໄລຍະເວລາທີ່ເໝາະສົມສຳລັບການອ່ານໜັງສື #ອ່ານແນວໃດໃຫ້ຈື່ໄດ້ໄວ

ທຸກມື້ນີ້ມີຫຼາຍຄົນຄິດວ່າ ຍຸກນີ້ແມ່ນຍຸກອິນເຕີເນັດ ຢາກຮູ້ຫຍັງກໍຫາເອົາໃນອິນເຕີເນັດໄດ້ ແລະ ຄິດວ່າບໍ່ຈຳເປັນຕ້ອງອ່ານຫນັງສື. ຢາກໃຫ້ທຸກຄົນເຂົ້າໃຈວ່າຂໍ້ມູນທາງອິນເຕີເນັດເປັນພຽງຄວາມຮູ້ທີ່ຖືກຕັດແບ່ງ ສ່ວນຫນັງສືແມ່ນຜູ້ຂຽນໄດ້ນຳຂໍ້ມູນມາທຳຄວາມເຂົ້າໃຈ, ຮຽບຮຽງ ແລະວິ ເຄາະຈົນຢູ່ໃນຮູບແບບຂອງຄວາມຮູ້ຮຽບຮ້ອຍແລ້ວ. ສະນັ້ນ ຈິ່ງຢາກໃຫ້ທຸກຄົນຮັກການອ່ານຫຼາຍໆ ບໍ່ຈຳເປັນອ່ານສະເພາະຫນັງສືທີ່ເປັນບົດຮຽນໃຫ້ຄວາມຮູ້ກໍໄດ້ ເຖິງຈະເປັນການອ່ານນະວະນິຍາຍ ຫຼື ສິ່ງອື່ນທີ່ເຮົາສົນໃຈ ບໍ່ວ່າຈະຈັບປຶ້ມຫົວໃດອ່ານກໍເປັນສິ່ງທີ່ດີ ເພາະໃນປື້ມຫນັງສືຕ່າງໆຈະແຝງໄປດ້ວຍຄວາມຮູ້ ປ່ຽນແທນຈາກການເອົາເວລາວ່າງໄປຫຼິ້ນໂທລະສັບ ມາເປັນການຈັບປື້ມອ່ານດີກວ່າ!
-
ໄລຍະເວລາທີ່ເຫມາະສົມທີ່ຈະອ່ານຫນັງສື
ນັບແຕ່ນີ້ໄປ ເຮົາບໍ່ຕ້ອງອ້າງວ່າບໍ່ມີເວລາໃນການອ່ານຫນັງສຶ ເພາະໄລຍະເວລາສັ້ນໆທີ່ເຮົາມີນັ້ນ ເຮົາກໍສາມາດອ່ານຫນັງສືແບບຈື່ດີໄດ້ ແລະ ຢາກບອກວ່າການອ່ານຫນັງສື ຄັ້ງລະ 15 ນາທີ ຊ່ວຍໃຫ້ມີສະມາທິິກັບການອ່ານຫຼາຍທີ່ສຸດ ເພາະມະນຸດເຮົາທຸກຄົນມີສະມາທິທີ່ມີຂີດຈຳກັດໃນການຈົດຈໍ່ກັບສິ່ງໃດສິ່ງຫນຶ່ງ. ໂດຍທົ່ວໄປ ມະນຸດເຮົາມີສະມາທິິໄລຍະສັ້ນໆໄດ້ແມ່ນ 15 ນາທີ, 45 ນາທີແມ່ນຢູ່ໃນລະດັບປານກາງ ແລະ ໃນ 45 ນາທີນີ້ ຖ້າຢຸດພັກເລັກນ້ອຍ ກໍສາມາດມີສະມາທິິຕໍ່ເນ່ື່ອງໄດ້ເຖິງ 90 ນາທີ ແລະ ໄລຍະເວລາທີ່ເປັນປະໂຫຍດຕໍ່ການອ່ານໃນຍາມວ່າງສັ້ນໆແມ່ນ 15 ນາທີ. ຕອນກ່ອນນອນໃຜມັກນອນບໍ່ຫຼັບ ລອງຈັບປຶ້ມຈັກຫົວຫນຶ່ງມາອ່ານ ແທນການຫຼິ້ນໂທສັບເດີ ອ່ານກ່ອນນອນຍິ່ງຈື່ໄດ້ດີ!
ແລະນີ້ແມ່ນເຫດຜົນທີ່ວ່າ ເປັນຫຍັງຊົ່ວໂມງຮຽນແຕ່ລະວິຊາຂອງລະບົບໂຮງຮຽນຈິ່ງແບ່ງອອກເປັນ ໄລຍະ 45 ນາທີ. ສ່ວນລະຄອນສັ້ນທີ່ມີຄວາມຍາວ 2 ຊົ່ວໂມງ ເມື່ອຕັດໂຄສະນາອອກກໍເຫລືອພຽງ 90 ນາທີ. ການແຂ່ງຂັນກີລາບານເຕະຈິ່ງໄດ້ແບ່ງອອກເປັນຕັງລະ 45 ນາທີ ແລະ ເຮົາເຫັນການແບ່ງໄລຍະເວລາແບບນີ້ເລື້ອຍໆ ແຕ່ເຮົາບໍ່ຮູ້ວ່າສາເຫດນີ້ແມ່ນຫຍັງ. ເພາະຕາມຫຼັກວິທະຍາສາດເພິ່ນໄດ້ຄົ້ນພົບວ່າ ຮ່າງກາຍຂອງຄົນເຮົາມີຈັງຫວະຊີວະພາບທີ່ເອີ້ນວ່າຈັງຫວະ ‘’ອຸລທຣາດຽນ’’ ( Ultradian Rhythm ) ມັນຄືຈັງຫວະທີ່ຄົນເຮົາຮູ້ສຶກເມື່ອຍຢາກນອນ ຫຼື ຮູ້ສຶກຕື່ນຕົວສະຫຼັບກັນທຸກໆ 90 ນາທີ ເພິ່ນໄດ້ຄົ້ນພົບກ່ອນເຮົາແລ້ວຈິ່ງເອົາມານຳໃຊ້ໃນອົງກອນການເຮັດວຽກ ຫຼື ການດຳເນີນວຽກງານກິດຈະກຳຕ່າງໆ.
-
ລວມເຄັດລັບພິເສດອ່ານແລ້ວບໍ່ລືມ
- ການອ່ານຄັ້ງລະ 15 ນາທີ 4 ຄັ້ງຈະຊ່ວຍຈື່ດີກວ່າອ່ານ 1 ຊົ່ວໂມງບາດດຽວ.
- ຖ້າຢາກຈື່ເລື່ອງຍາກໆໄດ້ຢ່າທ່ອງເລົ່າຕອນກາງເວັນ.
- ໃຫ້ເຄື່ອນເຫນັງມືໄປນຳໃນຂະນະທີ່ອ່ານເພື່ອກະຕຸ້ນສະຫມອງ.
- ເມື່ອອ່ານຫົວໃດຫນຶ່ງຈົບແລ້ວຄວນຂຽນ Review ໄວ້ກ່ຽວກັບຫນັງສືທີ່ໄດ້ອ່ານ.
- ຄວນແບ່ງປັນລົງໂຊຊຽວເມື່ອເຮົາອ່ານເຈີບົດຄວາມທີ່ຖືກໃຈ ຫຼື ຮູ້ສຶກມັກໃນຫົວຂໍ້ນັ້ນໆ.
ເຮົາມາເລີ່ມອ່ານຫນັງສື ແລະ ສະສົມການ Review ຫນັງສືທີ່ອ່ານໄປນໍາກັນເດີ!!!
ຂຽນໂດຍ: ຄະບະຊະວະ ຊີອົງ https://www.facebook.com/pg/kabasawa3/photos/