ຈັ່ງໃດນໍ? ໂອລິມປິກຢູ່ຍີ່ປຸ່ນໃນປີໜ້າຈະເກີດ ຫຼື ບໍ່ ຫຼື ວ່າງານນີ້ຈະຖືກເລື່ອນອອກໄປອີກຄັ້ງ?

ໂອລິມປິກ ມະຫະກຳກີລາຄັ້ງໃຫຍ່ທີ່ສຸດຂອງຊາວໂລກ ທີ່ຈັດຂຶ້ນໃນທຸກໆ 4 ປີ ເຊິ່ງໃນປີ 2020 ນີ້ ເບື້ອງຕົ້ນແມ່ນມີກຳນົດຈັດຂຶ້ນຢູ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນເດືອນກໍລະກົດ 2020. ແຕ່ເນື່ອງຈາກການລະບາດຂອງພະຍາດຮ້າຍ "ໂຄວິດ-19" ເຮັດໃຫ້ຫຼາຍກິດຈະກຳຖືກຍົກເລີກ ຫຼື ໂຈະໄວ້ກ່ອນ ໃນນັ້ນກໍລວມເອົາມະຫະກຳກີລາຄັ້ງໃຫຍ່ນີ້ທີ່ຍີ່ປຸ່ນເປັນເຈົ້າພາບ.
ກ່ອນໜ້ານີ້ໃນເດືອນມີນາ 2020 ຕອນທີ່ໄວຣັດຍັງບໍ່ທັນລະບາດຫຼາຍ, ທາງການຂອງຍີ່ປຸນຍັງຄົງຢັ້ງຢືນວ່າຈະຈັດການແຂ່ງຂັນຕາມແຜນເກົ່າ ອີງຕາມຄຳກ່າວຂອງນາຍົກລັດຖະມົນຕີຍີ່ປຸ່ນ ຊິນໂສະ ອາເບະ. ພ້ອມດຽວກັນ ບໍ່ດົນຕໍ່ມາທາງດ້ານຂອງຄະນະກຳມະການໂອລິມປິກສາກົນເອງກໍໄດ້ອອກມາໃຫ້ຂໍ້ມູນສະໜັບສະໜຸນແນວຄິດດັ່ງກ່າວວ່າ ຈະຍັງຈັດຂຶ້ນຕາມວັນ ແລະ ເວລາເດີມ ເຖິງວ່າປະເທດຍີ່ປຸ່ນຈະຍັງຄົງມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ການຕັດສິນໃຈໃນຄັ້ງນີ້ນັ້ນ ເຮັດໃຫ້ສະມາຊິກຂອງຄະນະກຳມະການໂອລິມປິກສາກົນ ແລະ ນັກກີລາທົ່ວໂລກ ອອກມາປະນາມແນວຄິດດັ່ງກ່າວ ວ່າພວກເຂົາບໍ່ມີຄວາມຮັບຜິດຊອບ ແລະ ຈະເຮັດໃຫ້ນັກກີລາຕົກຢູ່ໃນຄວາມສ່ຽງທາງສຸຂະພາບ ແລະ ກໍໄດ້ຮຽກຮ້ອງໃຫ້ເລື່ອນການແຂ່ງຂັນອອກໄປກ່ອນ.
ຫຼັງຈາກນັ້ນ ເຈົ້າໜ້າທີ່ອາວຸໂສຂອງທາງຄະນະກຳມະການໂອລິມປິກສາກົນກໍໄດ້ອອກມາກ່າວເມື່ອທ້າຍເດືອນມີນາວ່າ ພວກເຂົາບໍ່ຕ້ອງການທີ່ຈະຍົກເລີກການແຂ່ງຂັນ ແລະ ກໍຈະບໍ່ຈັດງານໃນວັນທີ 24 ກໍລະກົດ 2020 ແລະ ທາງອອກທີ່ໄດ້ກໍຄືເລື່ອນການຈັດງານອອກໄປກ່ອນ ໂດຍມີການຫາລືກັບທາງຍີ່ປຸ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໂດຍອາດມີການຈັດງານໃນປີ 2021.
ແນວໃດກໍຕາມ ເບິ່ງຄືວ່າແຜນການນັ້ນຈະບໍ່ໄດ້ຮັບການເຫັນດີຈາກທາງພາກປະຊາຊົນພໍປານໃດ ເພາະວ່າໃນການສຳຫຼວດຄວາມຄິດເຫັນຂອງປະຊາຊົນເຊິ່ງດຳເນີນການໂດຍ ສຳນັກຂ່າວກຽມໂຕ ແລະ ສະຖານີໂທລະພາບໂຕກຽວ ເອັມເອັກສ໌ໃນທ້າຍເດືອນມິຖຸນາ 2020 ພົບວ່າ 51.7% ຂອງຜູ້ຕອບແບບສອບຖາມລວມ 1,030 ຄົນ ຫວັງວ່າການແຂ່ງຂັນໂອລິມປິກໃນປີໜ້າຈະຖືກເລື່ອນອອກໄປອີກຄັ້ງ ຫຼື ບໍ່ກໍຍົກເລີກໄປເລີຍ. ຂະນະທີ່ 46.3% ບອກວ່າຢາກເຫັນໂອລິມປິກຄັ້ງເດີນໜ້າຕໍ່ໄປ. ພ້ອມນີ້ໃນນັ້ນ 27.7% ບອກວ່າຢາກໃຫ້ຍົກເລີກການຈັດງານໄປເລີຍ. ສ່ວນຜູ້ທີ່ຢາກເຫັນໂຕກຽວໂອລິມປິກເຕັມຮູບແບບມີພຽງ 15.2%.
ຖ້າບໍ່ມີການເລື່ອນອີກ ແລະ ບໍ່ຖືກຍົກເລີກ ເຮັດແນວໃດ ໂອລິມປິກຄັ້ງນີ້ຈຶ່ງຈະປອດໄພ?
ທ່ານ ຢູຣິໂກະ ໂຄອິເກະ ຜູ້ວ່າການນະຄອນຫຼວງໂຕກຽວກ່າວວ່າ ຈະພະຍາຍາມ "120%" ເພື່ອເຮັດໃຫ້ໂຕກຽວເກມທີ່ຖືກເລື່ອນອອກໄປເປັນປີ 2021 ນັ້ນ ມີຄວາມປອດໄພ ບໍ່ວ່າຈະເປັນການຈັດການແຂ່ງຂັນທີ່ມີການຫຼຸດຂະໜາດລົງ ແລະ ເນື່ອງຈາກຄວາມກັງວົນຂອງຊາວນະຄອນຫຼວງໂຕກຽວຕໍ່ກັບການລະບາດຂອງໂຄວິດ-19 ພວກເຂົາຈະມີການພິຈາລະນາໃນເລື່ອງຂອງຄວາມງ່າຍດາຍ, ການປະຢັດຄ່າໃຊ້ຈ່າຍ ແລະ ມາດຕະການທາງດ້ານຄວາມປອດໄພ. ອີກຢ່າງໜຶ່ງກໍຄື ນະຄອນຫຼວງໂຕກຽວກຳລັງກຽມຄວາມພ້ອມເພື່ອຮັບມືກັບການແຜ່ລະບາດຮອບສອງ ໂດຍນຳໃຊ້ຄວາມຮູ້ ແລະ ປະສົບການທີ່ໄດ້ຮັບຜ່ານມາ.
ແຫຼ່ງອ້າງອີງ:
- https://www.channelnewsasia.com/news/asia/covid-19-half-tokyo-residents-oppose-olympics-2021-12879798
- https://www.japantimes.co.jp/news/2020/06/29/national/tokyo-58-coronavirus-cases/
- https://www.trtworld.com/sport/tokyo-olympics-will-be-safe-governor-says-37246
ພາບ: AFP