ໃສ່ໃຈໄດ້ແຕ່ມອງ... "ມອງ" ໃນນີ້ເປັນຄຳສັບພາສາລາວ ຫຼື ບໍ່? ເຮົາມີຄຳຕອບ

ກາຍເປັນໜຶ່ງໃນເພງລາວທີ່ກາຍເປັນກະແສດັງໄປທົ່ວໂລກໂຊຊຽວທັງຝັ່ງໄທ ແລະ ລາວ ສຳລັບເພງ "ໃສ່ໃຈໄດ້ແຕ່ມອງ" ເຊິ່ງຫຼັງຈາກທີ່ປ່ອຍອອກມາໃຫ້ຟັງຜ່ານທາງ YouTube ເປັນເວລາພຽງໜຶ່ງເດືອນກໍມີຜູ້ເຂົ້າຊົມແລ້ວເກືອບ 20 ລ້ານຄັ້ງ ເວົ້າໄດ້ວ່າດັງເກີນຄວາມຄາດໝາຍ. ສຳລັບຜູ້ແຕ່ງ, ຮ້ອງ ແລະ ຖ່າຍທຳວິດີໂອກໍບໍ່ແມ່ນໃຜ ແຕ່ເປັນໄວໜຸ່ມລາວທີ່ຈັບກຸ່ມກັນມາເຮັດໃນຊື່ T'JAME UNO ແລະ Gx2.
ນອກຈາກຄວາມດັງຂອງເພງແລ້ວ ອີກສິ່ງໜຶ່ງທີ່ເປັນກະແສຕາມມາບໍ່ໜ້ອຍກໍຄື ຊາວລາວບາງສ່ວນໄດ້ຕັ້ງຄຳຖາມຕໍ່ກັບຄຳວ່າ "ມອງ" ທີ່ຢູ່ໃນຊື່ເພງ ແລະ ໃນເນື້ອຮ້ອງວ່າ ຄຳສັບນີ້ເປັນຄຳລາວແທ້ບໍ? ຄິດວ່າແມ່ນຄຳໄທຊັ້ນດອກ.
ນີ້ກໍບໍ່ແມ່ນຄັ້ງທຳອິດດອກທີ່ມີການອອກມາເວົ້າກ່ຽວກັບຄຳສັບນີ້ ເພາະຕາມທີ່ສັງເກດເບິ່ງກໍມີເຟສບຸກເພຈທີ່ໃຫ້ຄວາມຮູ້ກ່ຽວກັບພາສາລາວຫຼາຍບ່ອນໄດ້ມີການກ່າວເຖິງມາກ່ອນແລ້ວ. ແຕ່ບໍ່ເປັນຫຍັງ ທີມບັນນາທິການມ່ວນຈະມາເວົ້າຊໍ້າອີກກໍໄດ້ນໍ ເຜື່ອຜູ້ທີ່ຍັງບໍ່ທັນໄດ້ອ່ານມາກ່ອນ ຈະໄດ້ຮູ້ເພີ່ມເຕີມ.
"ມອງ" ຄຳນີ້ໜາເປັນຄຳລາວ ຫຼື ຄຳໄທ?
ຄຳຕອບແມ່ນ ເປັນໄດ້ທັງຄຳລາວ ແລະ ຄຳໄທ ແລະ ຄວາມໝາຍຍັງຄືກັນອີກ ແຕ່ບໍ່ແມ່ນທັງໝົດ. ສ່ວນທີ່ມີຄວາມໝາຍຄືກັນ ແມ່ນສ່ວນຂອງຄວາມໝາຍທີ່ເປັນຄຳກິລິຍາ.
"ມອງ" ຄວາມໝາຍຕາມວັດຈະນານຸກົມ ໂດຍ ມະຫາສິລາ ວີຣະວົງ ມີດັ່ງນີ້:
1.ຄຳນາມ: ເຄື່ອງມືຫາປາຢ່າງໜຶ່ງສານດ້ວຍປ່ານ ຫຼື ຝ້າຍ ໃຊ້ຄຶງລັດເອົາປາ ຫຼື ກວາດເອົາປາ.
2.ຄຳນາມ: ຊື່ຂອງຄົກໃຊ້ຕຳເຂົ້າໂດຍການໃຊ້ຕີນຢຽບໃຫ້ເດື່ອງ ເອີ້ນວ່າ ຄົກມອງ.
3.ຄຳນາມ: ຄົນເທືອຍ, ຄົນມີອົງກຳເນີດຕາຍ ຫຼື ໃຊ້ປະໂຫຍດບໍ່ໄດ້ ໂດຍມາເປັນແຕ່ກຳເນີດ ເອີ້ນວ່າ ຄົນມອງ.
4.ຄຳກິລິຍາ: ເບິ່ງ, ຫຼິງ, ເຫັນ, ຫຼຽວ ຫຼື ຈອບເບິ່ງ.
ທີ່ເປັນປະເດັນກັນແມ່ນຄວາມໝາຍທີ່ເປັນຄຳກິລິຍານີ້ລະ. ຫຼາຍຄົນມັກຄິດວ່າຄຳວ່າ ມອງ ທີ່ແປວ່າ ເບິ່ງ, ຫຼິງ, ເຫັນ, ຫຼຽວ ຫຼື ຈອບເບິ່ງນີ້ ເປັນຄຳສັບພາສາໄທ ບໍ່ແມ່ນຄຳສັບພາສາລາວ ເຊິ່ງນີ້ເປັນການຄິດ ແລະ ຕັດສິນທີ່ເປັນອັນຕະລາຍຫຼາຍຕໍ່ກັບພາສາຂອງເຮົາ. ເຮົາຕ້ອງທຳຄວາມເຂົ້າໃຈກັນໃໝ່ບ່ອນວ່າ ພາສາລາວ ແລະ ພາສາໄທ ເປັນພາສາທີ່ມີຄວາມໃກ້ຄຽງກັນຫຼາຍ ສະນັ້ນແລ້ວ ບາງຄຳຈະເປັນຄຳດຽວ ແລະ ໃຊ້ໃນຄວາມໝາຍດຽວກັນເລີຍເຊິ່ງບໍ່ແມ່ນເລື່ອງແປກ. ການທີ່ເຮົາຕັດສິນວ່າຄຳລາວເປັນຄຳໄທ ແລະ ຕໍ່ຕ້ານ ບໍ່ນຳໃຊ້ຄຳນັ້ນເລີຍ ຈະສົ່ງຜົນເສຍຕໍ່ຄຳສັບນັ້ນໆ ເພາະມັນອາດຈະຖືກລືມຈົນຕາຍໄປໄດ້.
ສະນັ້ນແລ້ວ ສະຫຼຸບໄດ້ວ່າຄຳວ່າ "ມອງ" ເປັນຄຳລາວແທ້ ສາມາດໃຊ້ແທນຄຳວ່າ ເຫັນ, ຫຼິງ, ເບິ່ງ, ຫຼຽວ ຫຼື ຈອບເບິ່ງ ໄດ້ໂດຍບໍ່ມີບັນຫາ ແລະ ບໍ່ຜິດແຕ່ຢ່າງໃດ.
ຕົວຢ່າງຂອງການນຳໃຊ້ຄຳວ່າ "ມອງ" ທີ່ປາກົດໃນແຕ່ລະບ່ອນ:
"ມອງ" ໃນເພງ ດົງໂດກດົງໃຈ ແຕ່ງໂດຍ ວໍລະເດດ ດິດທະວົງ
ດົງໂດກດົງໃຈ ຂ້າບໍ່ເຄີຍຮັກ
ເຄີຍສຳພັນ ເປັນເຈົ້າຂອງຍິງໃດທັງຜອງ
ເຝົ້າແຕ່ຫຼຽວມອງ ນ້ອງພຽງຜູ້ດຽວຢູ່ໃນໂລກນີ້
"ມອງ" ໃນຄຳຜະຫຍາລາວ
"ໃຜຊິເປັນອົງເຈົ້າ ອໍລະຫັນຕັດສ່ອງ
ໃຜຊິມອງສອດຮູ້ ໃຈເຈົ້າວ່າຈິງ ເຈົ້າເອີຍ"
"ອັດສະຈັນຟ້າຮ້ອງ ມອງຫາບໍ່ເຫັນປາກ
ບາດປາກລຸ່ມອີ່ນ້ອງ ສັງໂຮຮ້ອງບໍ່ເປັນ"
"ມອງ" ໃນເພງ ຈຳປາເມືອງລາວ
"ໂອ ດວງຈຳປາ ເວລາຊົມນ້ອງ ນຶກເຫັນພັນຊ່ອງ
ມອງເຫັນຫົວໃຈ ເຮົານຶກຂຶ້ນໄດ້ ໃນກິ່ນເຈົ້າຫອມ".
ແລະ ໃນຄຳກອນ, ບົດເພງ ແລະ ອື່ນໆອີກຫຼວງຫຼາຍ.