ເຈົ້າຮູ້ບໍ່ວ່າ ໂລກກໍາລັງຈະຂາດແຄນ “ຊາຍ” ໃນອະນາຄົດອັນໃກ້?

ທຸກມື້ນີ້ ຊາຍ ຫຼື ຂີ້ຊາຍ ແມ່ນໄດ້ມີບົດບາດສໍາຄັນຫຼາຍຕໍ່ການດໍາລົງຊີວິດຂອງຄົນເຮົາ ເພາະມັນເປັນວັດຖຸດິບພື້ນຖານຂອງສິ່ງປຸກສ້າງຕ່າງໆທີ່ພວກເຮົາອາໄສຢູ່ ລວມເຖິງຖະໜົນຫົນທາງ ແລະ ອຸປະກອນຮັບໃຊ້ຕ່າງໆກໍລ້ວນແຕ່ມີຊາຍເປັນສ່ວນປະສົມ. ເຖິງວ່າ “ຊາຍ” ຈະສາມາດພົບເຫັນໄດ້ເກືອບວ່າທຸກຫົນທຸກແຫ່ງໃນໂລກ ບໍ່ວ່າຈະເປັນເທິງທະເລຊາຍອັນກວ້າງໃຫຍ່, ຕາມຫາດຊາຍເລາະລຽບແມ່ນໍ້າ ແລະ ຫ້ວຍໜອງຄອງບຶງຕ່າງໆ. ແຕ່ເຊື່ອບໍ່ວ່າ ປັດຈຸບັນໂລກກໍາລັງປະເຊີນໜ້າກັບການຂາດແຄນຊາຍຢ່າງໜ້າເປັນຫ່ວງ? ບັນຫານີ້ເກີດຂຶ້ນໄດ້ແນວໃດ? ມາຫາຄໍາຕອບພ້ອມກັນເລີຍ!
ພາບ: Unsplash
ຊາຍ ຫຼື ດິນຊາຍ ເປັນຊັບພະຍາກອນທໍາມະຊາດທີ່ຖືກນໍາໃຊ້ຫຼາຍທີ່ສຸດຖັດຈາກ ນໍ້າ ເຊິ່ງໂດຍສະເລ່ຍແລ້ວໃນທຸກໆປີມີການນໍາໃຊ້ຊາຍສູງເຖິງ 50 ພັນລ້ານໂຕນ ເຊິ່ງເປັນປະລິມານມະຫາສານ ທຽບເທົ່າກັບຂະໜາດຂອງປະເທດອັງກິດໄດ້ເລີຍ. ປັດໄຈສໍາຄັນທີ່ເລັ່ງໃຫ້ເກີດຄວາມຕ້ອງການຊາຍໃຫ້ນັບມື້ນັບສູງຂຶ້ນແມ່ນ ການຫັນເປັນຕົວເມືອງໃຫຍ່ ເຊິ່ງມີຜົນມາຈາກການເພີ່ມຂຶ້ນຂອງປະຊາກອນ ແລະ ການເຄື່ອນຍ້າຍບ່ອນຢູ່ອາໄສຈາກຊົນນະບົດເຂົ້າມາຢູ່ຕົວເມືອງທີ່ເພີ່ມຂຶ້ນເລື້ອຍໆ ໂດຍສະເພາະໃນບັນດາປະເທດທີ່ກໍາລັງພັດທະນາ. ຈາກຂໍ້ມູນຂອງອົງການສະຫະປະຊາຊາດໄດ້ໃຫ້ຮູ້ວ່າ ນັບຕັ້ງແຕ່ປີ 1950 ເປັນຕົ້ນມາ ຈໍານວນຄົນທີ່ອາໄສຢູ່ໃນຕົວເມືອງມີເຖິງ 4.2 ພັນລ້ານຄົນ ແລະ ຄາດວ່າຈະເພີ່ມຂຶ້ນເປັນ 6.7 ພັນລ້ານຄົນໃນສາມທົດສະວັດຕໍ່ໜ້ານີ້.
ພາບ: BBC
ຄໍາຖາມກໍຄືວ່າ ຈະເກີດຫຍັງຂຶ້ນ ຖ້າຄົນຍ້າຍເຂົ້າມາຢູ່ໃນຕົວເມືອງຫຼາຍຂຶ້ນເລື້ອຍໆ?
ສິ່ງໜຶ່ງທີ່ຕາມມາແມ່ນຄວາມຕ້ອງການດ້ານພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເຊັ່ນ: ອາຄານສະຖານທີ່, ຖະໜົນຫົນທາງ ແລະ ອື່ນໆ ເຊິ່ງລ້ວນແລ້ວແຕ່ຕ້ອງໄດ້ນໍາໃຊ້ຊາຍເປັນວັດຖຸດິບໃນການກໍ່ສ້າງ. ປັດຈຸບັນ, ຈີນ ກາຍເປັນປະເທດທີ່ໄດ້ນໍາໃຊ້ຊາຍຫຼາຍທີ່ສຸດໃນໂລກ, ກວມເອົາເຄິ່ງໜຶ່ງຂອງປະລິມານຊາຍທີ່ນໍາໃຊ້ໃນທົ່ວໂລກ ແລະ ສະເພາະລະຫວ່າງປີ 2011-2014 ຈີນໄດ້ນໍາໃຊ້ຊາຍເພື່ອການກໍ່ສ້າງຫຼາຍກວ່າທີ່ ສະຫະລັດອາເມລິກາ ໄດ້ນໍາໃຊ້ທັງໝົດໃນໜຶ່ງສະຕະວັດທີ່ຜ່ານມາ. ໃນຂະນະທີ່ປະເທດອິນເດຍ ຄວາມຕ້ອງການຊາຍເພື່ອການກໍ່ສ້າງກໍໄດ້ເພີ່ມຂຶ້ນເປັນສາມທົບນັບແຕ່ປີ 2000 ເປັນຕົ້ນມາ ແລະ ຍັງເພີ່ມຂຶ້ນຢ່າງໄວວາເຊັ່ນກັນ.
ນອກຈາກນີ້, ຊາຍຍັງຖືກນໍາໃຊ້ເຂົ້າໃນເປົ້າໝາຍອື່ນອີກ ເປັນຕົ້ນແມ່ນການສ້າງເນື້ອທີ່ດິນໃໝ່ເລາະລຽບຝັ່ງທະເລ ຫຼື ເອີ້ນກັນວ່າ ທີ່ດິນທຽມ ນັ້ນເອງ. ອີງຕາມຂໍ້ມູນຈາກກຸ່ມນັກຄົ້ນຄວ້າຊາວເນເທີແລນ ເຫັນວ່າ ນັບຕັ້ງແຕ່ປີ 1985 ມະນຸດເຮົາໄດ້ສ້າງເນື້ອທີ່ດິນໃໝ່ເລາະຕາມຝັ່ງທະເລທົ່ວໂລກຂຶ້ນໃໝ່ເຖິງ 13,563 km2. ສິງກະໂປ ກໍຖືວ່າເປັນປະເທດແຖວໜ້າຂອງໂລກໃນການສ້າງເນື້ອທີ່ດິນໃໝ່ ເຊິ່ງໃນ 40 ກວ່າປີຜ່ານມາສາມາດເພີ່ມເນື້ອທີ່ດິນຂອງປະເທດໄດ້ເຖິງ 130 km2. ສ່ວນຢູ່ ນະຄອນດູໄບ ກໍໄດ້ສ້າງເກາະຮູບຊົງຕົ້ນປາມຂະໜາດໃຫຍ່ ເຊິ່ງຄາດວ່າໄດ້ນໍາໃຊ້ຊາຍເຖິງ 186.5 ລ້ານແມັດກ້ອນ.
ທັງໝົດນັ້ນ ເຫັນໄດ້ວ່າໂລກມີຄວາມຕ້ອງການນໍາໃຊ້ຊາຍຢ່າງມະຫາສານ ແລະ ຍັງມີທ່າອ່ຽງນັບມື້ນັບເພີ່ມຂຶ້ນ ເຊິ່ງອາດສົ່ງຜົນໃຫ້ບາງປະເທດຕ້ອງປະເຊີນກັບວິກິດການຂາດແຄນຊາຍໃນໃນອະນາຄົດອັນໃກ້ນີ້. ຍົກຕົວຢ່າງ ປະເທດຫວຽດນາມ ຄາດວ່າຈະບໍ່ມີຊາຍພຽງພໍສໍາລັບການກໍ່ສ້າງພາຍໃນປະເທດ ໃນປີ 2022 ສ່ວນປະເທດອື່ນໆໃນໂລກອາດປະເຊີນກັບບັນຫາເຊັ່ນດຽວກັນນີ້ພາຍໃນປີ 2050 ເຊິ່ງເວລານັ້ນຄາດວ່າຈະມີຄົນທີ່ອາໄສຢູ່ໃນຕົວເມືອງເຖິງ 7 ພັນລ້ານຄົນ.
ພາບ: Pixabay
ຫຼາຍຄົນອາດຕັ້ງຄໍາຖາມວ່າ ໂລກຂອງພວກເຮົາ ຍັງມີທະເລຊາຍເປັນຈໍານວນຫຼວງຫຼາຍ ຈະຂາດແຄນຊາຍໄດ້ແນວໃດ?
ຄໍາຕອບກໍຄື ຊາຍ ທີ່ມີໃນທະເລຊາຍນັ້ນບໍ່ສາມາດນໍາໃຊ້ເຂົ້າໃນການກໍ່ສ້າງໄດ້ ເນື່ອງຈາກວ່າເປັນຊາຍທີ່ມີຂະໜາດນ້ອຍ ແລະ ມີຄວາມລະອຽດຈົນເກີນໄປ ຈົນບໍ່ສາມາດໃຊ້ເປັນສ່ວນປະສົມຂອງຄອນກຣີດໄດ້.
ພາບ: BBC
ຍ້ອນສາເຫດດັ່ງກ່າວນັ້ນ, ທາງເລືອກດຽວກໍຄື ການຂຸດຄົ້ນຊາຍຕາມຝັ່ງແມ່ນໍ້າ ເຊິ່ງເປັນວິທີທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຢ່າງໜ້າເປັນຫ່ວງ ເປັນຕົ້ນແມ່ນໄດ້ເຮັດໃຫ້ລະບົບນິເວດຂອງແມ່ນໍ້າມີການປ່ຽນແປງ, ກໍໃຫ້ເກີດການເຊາະເຈື່ອນເພີ່ມຂຶ້ນ ສົ່ງຜົນຕໍ່ສິ່ງມີຊີວິດໃນນໍ້າ ລວມເຖິງຄົນທີ່ອາໄສຢູ່ເລາະລຽບຕາມຝັ່ງແມ່ນໍ້າອີກດ້ວຍ. ຍົກຕົວຢ່າງ ຢູ່ເຂດສາມຫຼ່ຽມປາກແມ່ນໍ້າຂອງ ເຊິ່ງເປັນທີ່ຢູ່ອາໄສຂອງຄົນຫຼາຍກວ່າ 20 ລ້ານຄົນ ແລະ ເປັນແຫຼ່ງອາຫານຂອງເກືອບເຄິ່ງໜຶ່ງຂອງບັນດາປະເທດໃນເຂດນັ້ນ ໄດ້ມີການຂຸດຄົ້ນຊາຍເຖິງ 50 ລ້ານໂຕນສະເພາະປີ 2011. ໃນຂະນະດຽວກັນ ກໍໄດ້ມີການສ້າງເຂື່ອນເທິງແມ່ນໍ້າຂອງແລ້ວເຖິງ 5 ແຫ່ງ ແລະ ມີແຜນກໍ່ສ້າງອີກ 12 ແຫ່ງ ເຊິ່ງບັນດາເຂື່ອນເຫຼົ່ານີ້ ຈະເຮັດໃຫ້ການໄຫຼຂອງຕະກອນລົງສູ່ເຂດປາກແມ່ນໍ້າຫຼຸດລົງ ແລະ ເມື່ອເປັນເຊັ່ນນັ້ນ ມີການຄາດຄະເນວ່າ ປະມານ ເຄິ່ງໜຶ່ງຂອງເກາະດອນຈະສູນຫາຍໄປຈາກເຂດດັ່ງກ່າວພາຍໃນທ້າຍສະຕະວັດນີ້.
ເຖິງຢ່າງໃດກໍຕາມ, ບັນຫາການຂາດແຄນຊາຍ ລວມເຖິງຜົນກະທົບດ້ານສິ່ງແວດລ້ອມທີ່ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ຫຼາຍປະເທດຫັນມາກໍານົດມາດຕະການເພື່ອຄຸ້ມຄອງການຂຸດຄົ້ນຊາຍໃຫ້ຮັດກຸມຂຶ້ນ ເປັນຕົ້ນແມ່ນ ກໍາປູເຈຍ ໄດ້ຢຸດຕິການສົ່ງອອກຊາຍທັງໝົດໃຫ້ແກ່ປະເທດສິງກະໂປ ມາຕັ້ງແຕ່ປີ 2017, ຕໍ່ມາແມ່ນ ມາເລເຊຍ ແລະ ບາງປະເທດໃກ້ຄຽງກໍໄດ້ປະຕິບັດມາດຕະການເຊັ່ນດຽວກັນນີ້. ນອກຈາກນີ້, ຫວຽດນາມ ກໍໄດ້ຈໍາກັດການສົ່ງອອກຊາຍໄດ້ແລ້ວຫຼາຍກວ່າ 30%.
ເຫັນບໍວ່າ ທຸກຊັບພະຍາກອນທໍາມະຊາດທີ່ມະນຸດເຮົານໍາມາໃຊ້ນັ້ນ ລ້ວນແຕ່ມີຂີດຈໍາກັດຕາມການເວລາຂອງມັນ. ດັ່ງນັ້ນ, ພວກເຮົາກໍຄວນຮັບຮູ້ ແລະ ເຂົ້າໃຈວ່າ “ຊາຍ” ເປັນຊັບພະຍາກອນທີ່ຫາໄດ້ຍາກ ແລະ ຈໍາເປັນເຊັ່ນດຽວກັບ “ນໍ້າ” ເຊິ່ງຖ້າພວກເຮົາບໍ່ມີການຄຸ້ມຄອງ-ນໍາໃຊ້ຢ່າງລະມັດລະວັງຕັ້ງແຕ່ຕອນນີ້ ກໍອາດສວາຍເກີນໄປທີ່ຈະແກ້ໄຂໄດ້ໃນອະນາຄົດ.
ຂຽນໂດຍ: Bouavonh Biachampah
ແຫຼ່ງຂໍ້ມູນ: