ອິນເດຍ ຕະຫຼາດໃໝ່ດ້ານເຕັກໂນໂລຊີ - ຖານການຜະລິດ iPhone ບ່ອນໃໝ່ຂອງ Apple

ຄວາມຂັດແຍ່ງດ້ານສົງຄາມການຄ້າລະຫວ່າງສອງປະເທດມະຫາອຳນາດ ອາເມລິກາ ແລະ ຈີນ ບວກໃສ່ກັບສະພາບຄວາມເຄັ່ງຕຶງຂອງສະຖານະການ ການແຜ່ລະບາດຂອງ Covid-19 ເຮັດໃຫ້ບໍລິສັດຕ່າງໆທີ່ປະກອບທຸລະກິດດ້ານຮາດແວ ແລະ ເຕັກໂນໂລຊີໄດ້ຄິດທົບທວນກ່ຽວກັບແຜນການທຸລະກິດຂອງເຂົາເຈົ້າ ໃນລະຫວ່າງຂໍ້ຂັດແຍ່ງນີ້ເປີດໂອກາດໃຫ້ລັດຖະບານກາງຂອງອິນເດຍສະເໜີນະໂຍບາຍດ້ານທຸລະກິດທີ່ໜ້າສົນໃຈໃຫ້ແກ່ບັນດາຜູ້ປະກອບການຍັກໃຫຍ່ຈາກທົ່ວໂລກ.
ແຕ່ກ່ອນເຖິງວ່າອິນເດຍຈະເປັນຕະຫຼາດແຮງງານທີ່ມີຄ່າແຮງຖືກກໍຕາມ ແຕ່ດ້ວຍຂໍ້ກຳນົດ ແລະ ມາດຕະການດ້ານກົດໝາຍທີ່ລະບຸໃຫ້ບໍລິສັດທີ່ຈະມາຜະລິດສິນຄ້າ ແລະ ຕັ້ງຖິ່ນຖານໃນປະເທດໂດຍມີການຂາຍສິນຄ້າພຽງຍີ່ຫໍ້ດຽວ (ຕົວຢ່າງ: ໂທລະສັບຍີ່ຫໍ້ໃດໜຶ່ງໂດຍບໍ່ລວມຍີ່ຫໍ້ອື່ນຂາຍຢູ່ນຳ) ຕ້ອງໄດ້ນຳໃຊ້ສິນຄ້າ ຫຼື ສ່ວນປະກອບຕ່າງໆທີ່ຜະລິດໃນອິນເດຍຢ່າງໜ້ອຍ 30%. ດ້ວຍເຫດຜົນນີ້ເອງ, ບໍລິສັດຍັກໃຫຍ່ຕ່າງໆໃນເມື່ອກ່ອນຈຶ່ງເລືອກທີ່ຈະໄປລົງທຶນຢູ່ບ່ອນອື່ນ ເປັນຕົ້ນແມ່ນ ຈີນ, ຫວຽດນາມ ແລະ ມາເລເຊຍ ຫຼາຍກວ່າທີ່ຈະລົງທຶນໃນອິນເດຍເຖິງວ່າຈະຕ້ອງໄດ້ຈ່າຍຄ່າແຮງທີ່ແພງກວ່າກໍຕາມ.
ເມື່ອສະພາບເສດຖະກິດໂລກມີການປ່ຽນແປງ ແລະ ບັນດາປະເທດມະຫາອຳອາດເກີດສົງຄາມການຄ້າ, ອັນເຊິ່ງເປັນອຸປະສັກໃນການຂະຫຍາຍອະນານິຄົມຂອງສິນຄ້າລວມເຖິງການຜະລິດ ແລະ ການຕີຕະຫຼາດໃນປະເທດນັ້ນໆ. ລັດຖະບານອິນເດຍຈຶ່ງໄດ້ຫັນວິກິດໃຫ້ເປັນໂອກາດໂດຍການສະເໜີນະໂຍບາຍ ແລະ ໂປຣໂມຊັ່ນທີ່ໜ້າສົນໃຈໃຫ້ແກ່ນັກລົງທຶນຊາວຕ່າງຊາດເພື່ອຫັນເຂົ້າມາລົງທຶນໃນປະເທດຂອງຕົນເພີ່ມຂຶ້ນເປັນຕົ້ນແມ່ນການລົດພາສີ ແລະ ອື່ນໆເຮັດໃຫ້ຕະຫຼາດໂລກຫັນຄວາມສົນໃຈມາທາງອິນເດຍຫຼາຍຂຶ້ນ ຈົນເອີ້ນໄດ້ວ່າ “ອິນເດຍ” ແມ່ນຕະຫຼາດເກີດໃໝ່ທີ່ໃຫຍ່ທີ່ສຸດໃນໂລກ ໃນຂະນະທີ່່ເສດຖະກິດກຳລັງຂະຫຍາຍຕົວ, ກຳລັງໃນການຊື້ກໍເພີ່ມຂຶ້ນ.
ໃນປັດຈຸບັນ, ບໍລິສັດໃຫຍ່ດ້ານການຜະລິດໂທລະສັບມືຖືຢ່າງ Apple ກໍກຳລັງວາງແຜນທີ່ຈະຍ້າຍໂຮງງານຜະລິດໂທລະສັບ iPhone ຈາກຈີນເຊິ່ງເປັນໂຮງງານຜະລິດໃຫຍ່ແຫ່ງທີ 5 (ຈາກໂຮງງານຜະລິດຍັກໃຫຍ່ໃນ 5 ປະເທດຫຼັກລວມມີອາເມລິກາ, ການາດາ, ຟິນແລນ, ຍີ່ປຸ່ນ ແລະ ຈີນ) ໄປຍັງອິນເດຍ. ຜູ້ບໍລິຫານລາຍໃຫຍ່ຂອງບໍລິສັດໄດ້ເຂົ້າພົບປະກັບສະພາແຮງງານອິນເດຍຫຼາຍຄັ້ງເພື່ອຕົກລົງເຈລະຈາການເຮັດທຸລະກິດ ແລະ ການຈ້າງແຮງງານ ແລະ ຕອນນີ້ກໍຢູ່ໃນຂັ້ນຕອນສຸດທ້າຍຂອງການເຈລະຈາ. ທ່ານ ທິມ ຄຸກ (Tim Cook) ຊີອີໂອບໍລິສັດ Apple ອອກມາເຜີຍວ່າຈະມີການເປີດ Apple Store ສາຂາທຳອິດທີ່ອິນເດຍໃນປີ 2021 ທີ່ຈະມາເຖິງ.
ສິ່ງທີ່ຜູ້ຊົມໃຊ້ໂທລະສັບມືຖື iPhone ໃຫ້ຄວາມສົນໃຈກັບການຍ້າຍຖານຜະລິດຂອງບໍລິສັດທີ່ຈະເກີດຂຶ້ນຄືອາດມີການລົດລົງຂອງລາຄາໂທລະສັບຍີ່ຫຍໍ້ iPhone. ສາເຫດກໍຍ້ອນມາຈາກລາຄາການຈ້າງແຮງງານໃນອິນເດຍມີລາຄາຖືກກວ່າໃນຂະນະທີ່ຄ່າແຮງງານຈາກຈີນສູງຂຶ້ນເລື້ອຍໆອັນເນື່ອງມາຈາກການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງເສດຖະກິດໃນປະເທດ.
ສິ່ງໜຶ່ງທີ່ໜ້າສົນໃຈໃນການຍ້າຍໂຮງງານຄື Apple ຖືຮຸ້ນສ່ວນໜ້ອຍໃນຕະຫຼາດໂທລະສັບທີ່ອິນເດຍ. ດັ່ງນັ້ນ, ຈຶ່ງເປັນໄປໄດ້ວ່າການຍ້າຍໂຮງງານຜະລິດມາທີ່ອິນເດຍພຽງເພື່ອເປັນບ່ອນຜະລິດສົ່ງອອກໄປຂາຍໃນປະເທດອື່ນ.
ແລ້ວທ່ານເດຄິດແນວໃດກັບ iPhone made in India?
ຂຽນໂດຍ: Zalita Phetxomphou
ແຫຼ່ງຂໍ້ມູນ
- https://en.m.wikipedia.org/wiki/Foxconn
- https://m.facebook.com/1741355449523333/posts/2744107542581447
- https://www.deccanherald.com/business/technology/make-in-india-apple-to-shift-big-chunk-of-iphone-production-from-china-to-india-836466.html
- www.livemint.com/news/india/india-may-be-apple-s-next-big-production-hub/