ລໍຄອຍມາເຖິງ 30 ປີ ແລະ ໃນທີ່ສຸດ "LIVERPOOL" ກໍຄວ້າໄດ້ໄຊຊະນະທີ່ຍິ່ງໃຫຍ່!

ເປັນຫຍັງໄຊຊະນະຂອງເຊລຊີ (Chelsea) ໃນການແຂ່ງຂັນເມື່ອຄືນວັນພະຫັດທີ 25 ມິຖຸນາ 2020 ຈຶ່ງມີຄວາມໝາຍຫຼາຍກັບອີກທີມ ນັ້ນກໍຄື "ລິເວີພູລ" (Liverpool)? ນັ້ນກໍເພາະວ່າ ໄຊຊະນະຄັ້ງນີ້ເຮັດໃຫ້ ລິເວີພູລ ກາຍເປັນແຊ້ມພຣີເມຍລີກຢ່າງເປັນທາງການເຖິງວ່າຈະຍັງເຫຼືອການແຂ່ງຂັນອີກ 7 ນັດ ແລະ ທີ່ສຳຄັນ ນີ້ເປັນໄຊຊະນະຄັ້ງທຳອິດໃນຮອບ 30 ປີ!
ລິເວີພູລ ເປັນສະໂມສອນທີ່ມີປະຫວັດສາດທີ່ຍາວນານຂອງວົງການບານເຕະອັງກິດກໍ່ຕັ້ງຂຶ້ນໃນວັນທີ 3 ມິຖຸນາ 1892 ເຊິ່ງຄັ້ງກ່ອນໜ້ານີ້ທີ່ລິເວີພູລ ຫຼື "ຫົງແດງ" ໄດ້ຍົກຂັນລາງວັນອັນຊົງກຽດນີ້ຂຶ້ນສູ່ສາຍຕາແຟນບານແມ່ນຍ້ອນກັບໄປຕັ້ງແຕ່ສະໄໝປີ 1989-90 ເຊິ່ງຕອນນັ້ນຊື່ຂອງລີກຍັງເປັນ First Division ດິວິຊັນ 1 ແລະ ຫຼັງຈາກທີ່ປ່ຽນຊື່ມາເປັນ Premier League ກໍບໍ່ເຄີຍໄດ້ແຊ້ມອີກເລີຍ ຈົນມາຮອດການແຂ່ງໃນຊີຊັນ 2019/2020 ນີ້.
ສ່ວນສາເຫດທີ່ເຮັດໃຫ້ລິເວີພູລໄດ້ແຊ້ມໃນຄັ້ງນີ້ນັ້ນ ກໍຍ້ອນວ່າ ໃນການແຂ່ງຂັນລະຫວ່າງສິງນໍ້າເງິນຄາມ "ເຊລຊີ" ສາມາດເອົາຊະນະ ແມນເຊສເຕີຊິຕີ້ "ເຮືອໃບສີຟ້າ" ເມື່ອຕອນແລງວັນພະຫັດທີ 25 ມິຖຸນາ 2020 ເຮັດໃຫ້ລິເວີພູລມີຄະແນນລວມ 86 ແຕ້ມ ຫ່າງຈາກທີມອັນດັບທີ່ສູງເຊິ່ງກໍຄື ແມນເຊສເຕີ ຊິຕີ້ ເຖິງ 23 ຄະແນນ ຂະນະທີ່ເຫຼືອການແຂ່ງຂັນອີກພຽງແຕ່ 7 ນັບ ສົ່ງຜົນໃຫ້ລິເວີພູໄດ້ຍົກຂັນແຊ້ມພຣີເມຍລີກຢ່າງເປັນທາງການແລ້ວ.
ນີ້ເປັນໄຊຊະນະທີ່ສຳຄັນ ແລະ ເປັນທີ່ພາກພູມໃຈທີ່ສຸດຂອງສະໂມສອນໃຫຍ່ນີ້ ໂດຍ "ເຈີເກນ ຄລັອບ ຜູ້ຈັດການທີມລິເວີພູລຄົນປັດຈຸບັນໄດ້ກ່າວຫຼັງຈົບເກມລະຫວ່າງ ເຊລຊີ ແລະ ແມນເຊສເຕີ ຊິຕີ້ວ່າ ຕົນເອງຮູ້ສຶກດີໃຈ ໂລ່ງໃຈ, ມີຄວາມສຸກ ແລະ ພູມໃຈກັບນັກເຕະຂອງສະໂມສູງເປັນຢ່າງສູງ.
ຜູ້ຈັດການທີມຄົນນີ້ຍັງໄດ້ຍົກຍ້ອງ "ສະຕີເວນ ເຈີຣາດ" ວ່າ ໃນໄລຍະ 20 ປີຜ່ານມາ ສະໂມສອນນີ້ຖືກປັ້ນຂຶ້ນຈາກສີມືຂອງນັກເຕະຄົນນີ້ ເຊິ່ງແບກຄວາມກົດດັນຢູ່ເທິງບ່າ ແລະ ເຮັດໄດ້ອອກມາດີ.
ນອກຈາກຜູ້ຈັດການທີມ ແລະ ບັນດານັກເຕະແລ້ວ ອີກກຸ່ມຄົນທີ່ເຮົາຈະບໍ່ກ່າວເຖິງບໍ່ໄດ້ກໍຄື ບັນດາແຟນບານທີ່ສືບຕໍ່ໃຫ້ກຳລັງໃຈສະໂມສອນນີ້ມາຕະຫຼອດຈົນໄດ້ຮັບໄຊຊະນະໃນຄັ້ງນີ້.
ແຫຼ່ງອ້າງອີງ: