ຟັງກັນ ຫຼື ຍັງ? ເພງລາວທີ່ມາແຮງແຊງໂຄ້ງໃນຕອນນີ້ ພຽງໜຶ່ງເດືອນກວາດຍອດວິວຫຼາຍສິບລ້ານຄັ້ງ!

ກ່ອນອື່ນຈະຂໍກ່າວເຖິງບົດເພງ "ຢາກເປັນລູກເຂີຍ" ຢາກໃຫ້ລອງໄປຟັງເດີ ເພງຂອງຄົນລາວເຮົາເອງທີ່ຕອນນີ້ຄົນເບິ່ງທະລຸຫຼາຍກວ່າ 26,000,000 ວິວແລ້ວ (ວັນທີ 26 ມິຖຸນາ 2020) ແລະ ຄິດວ່າຫນ້າຈະເພີ່ມຂຶ້ນເລື້ອຍໆ ອາດຮອດ 50,000,000 ວິວ ກໍເປັນໄດ້ເພາະຍອດວິວເພີ່ມຂຶ້ນຕະຫຼອດເລີຍຍຍຍ! ໄດ້ປ່ອຍເພງອອກມາຕັ້ງແຕ່ປາຍເດືອນພຶດສະພາ 2020.
ໃນບົດເພງນີ້ຈະມີນັກຮ້ອງ ຮ້ອງຮ່ວມກັນ 3 ຄົນ ແລະ ແຕ່ລະຄົນຈະມີຊ່ອງ YouTube ຂອງໃຜລາວ ຢ່າລືມໄປຕິດຕາມຜົນງານເຂົາເຈົ້າເດີ.
Sophana chanel ໂດຍທົ່ວໄປແລ້ວເພິ່ນເປັນຊ່າງຖ່າຍຮູບອິດສະຫຼະທີ່ນະຄອນປາກເຊ ແລະ ມັກເຮັດຄຮິບບັນເທິງຕ່າງໆຮ່ວມກັນກັບຊ່ອງ Bigyai seehalad ຫຼື ເອີ້ນວ່າ ແບກຶ ແລະ ອີກຄົນຫນຶ່ງແມ່ນ T’jame uno ຜູ້ບ່າວລົດໄຖ (ປະທັບໃຈແຮງ) ເພິ່ນໄດ້ມີຫຼາຍບົດເພງແລ້ວ ເພິ່ນຈັດການເຮັດເອງທຸກຢ່າງ ແຕ່ງເພງ, ຮ້ອງເພງ, ຖ່າຍວີດີໂອ ແລະ ທຳນອງ. ແຕ່ລະເພງນັ້ນຟັງມ່ວນສະບາຍ ຈົນຕ້ອງຟັງຊ້ຳໆ. ຍ້ອນເຂົາທັງສາມມີຄວາມພະຍາຍາມເຮັດໃນສິ່ງທີ່ຕົນມັກຈົນມີຜູ້ຕິດຕາມບໍ່ຕໍ່າກວ່າ 1 ແສນຄົນ. ເຊິ່ງວ່າເຮົາເອງກໍຮູ້ສຶກພູມໃຈໃນຄວາມສາມາດທີ່ ກ້າເຮັດ ກ້າສະແດງອອກ ແລະ ຮູ້ສຶກຍິນດີນຳເພິ່ນແຮງ ເຊື່ອວ່າຫຼັງບົດເພງນີ້ແລ້ວ ອາດຈະກະຕຸ້ນໃຫ້ຜູ້ທີ່ມີຄວາມມັກຄວາມຝັນໃນດ້ານນີ້ ກ້າທີ່ຈະລຸກຂຶ້ນມາເຮັດໃນສິ່ງທີ່ໂຕເອງມັກ. ອີກຢ່າງຫນຶ່ງທີ່ພູມໃຈທີ່ສຸດກໍຄື ການເຫັນຄົນລາວເຮົາສະຫນັບສະຫນຸນກັນຟັງເພງລາວ ແລະ ຢາກເຫັນຄົນລາວເຮົາສະຫນັບສະຫນຸນກັນແບບນີ້ໄປເລື້ອຍໆ ເພື່ອເປັນກຳລັງໃຈໃຫ້ຜູ້ເຮັດ ຫຼື ຜູ້ທີ່ມີຄວາມຝັນໃນດ້ານນີ້ ຢາກໃຫ້ທຸກຄົນຮູ້ຈັກທີ່ຈະຍິນດີກັບຜົນສໍາເລັດຂອງຄົນອື່ນດ້ວຍຄວາມຈິງໃຈ ເປີດໃຈເບິ່ງຜົນງານຂອງຄົນລາວດ້ວຍຄວາມເອັນດູ ແລະ ຊົມເຊີຍໃນຄວາມສາມາດຂອງເຂົາເຈົ້າຫຼາຍໆ!
ສັງເກດເບິ່ງປະເທດເພື່ອນບ້ານ ເພິ່ນສະຫນັບສະຫນຸນກັນຈົນເປັນທີ່ຮູ້ຈັກໃນຫຼາຍໆປະເທດ ໃຜກໍສາມາດເປັນເນັດໄອດໍ (Net idol) ຫຼື ໃຜມີສິ່ງດີໆເຂົາກໍຈະແຊຈະແບ່ງປັນກັນ ແລະ ສະຫນັບສະຫນຸນກັນ ຈົນເຮົາເຫັນເຂົາເຈົ້າໄປທົ່ວທຸກຊ່ອງທາງໃນ ສື່ສັງຄົມອອນລາຍ ແລະ ເຮົາເອງກໍຍັງຕ້ອງມັກໄປນຳອີກດ້ວຍ.
ສະນັ້ນ ຢ່າໄດ້ເບິ່ງຂ້າມຜົນງານຂອງຄົນລາວເດີ ບໍ່ແມ່ນພຽງບົດເພງນີ້ທີ່ຢາກໃຫ້ທຸກຄົນໄປສະຫນັບສະຫນຸນ ແຕ່ຍັງມີອີກຄົນອື່ນທີ່ເປັນ ນັກຮ້ອງຫນ້າໃຫມ່,ຄົນທີ່ເຮັດ Vlog ສອນຄວາມຮູ້ດ້ານຕ່າງໆອີກດ້ວຍ ບໍ່ວ່າຈະສອນພາສາອັງກິດ ຫຼື ຄົນທີ່ຕ້ອງການຈະແຊປະສົບການທີ່ເຂົາໄດ້ເຈິະໃຫ້ແກ່ເຮົາ ເພື່ອຫວັງວ່າຈະເກີດສິ່ງທີ່ດີໆໃນສັງຄົມ.
ປະເທດຈະພັດທະນາ ຈະກ້າວກະໂດດໄປໄກທັນສາກົນກໍຂຶ້ນກັບທຸກຄົນໃນປະເທດເຊັ່ນດຽວກັນ ຖ້າເຮົາມີຄວາມສາມັກຄີ ຮຽນຮູ້ທີ່ຈະຂອບໃຈ ຮູ້ສຳນຶກບຸນຄຸນຕໍ່ປະເທດຊາດ ກໍບໍ່ຕ້ອງສົງໄສເລີຍວ່າປະເທດຈະພັດທະນາສ່ຳໃດ ເພາະ ‘’ຄວາມສາມັກຄີ ເປັນບໍ່ເກີດແຫ່ງຄວາມສຳເລັດ’’ . ນັບແຕ່ນີ້ເປັນຕົນໄປເຮົາມາສະຫນັບສະຫນຸນຄົນລາວນໍາກັນເດີ ! ຈົ່ງພູມໃຈທີ່ເປັນສ່ວນຫນຶ່ງໃນຜົນສຳເລັດຂອງເຂົາ ຮູ້ຈັກທີ່ຈະຍິນດີ ແລະ ຝຶກຕົນເອງໃຫ້ເປັນຜູ້ໃຫ້ດ້ວຍຄວາມຫວັງດີ ແລະ ຕິຕຽນດ້ວຍຄວາມຈິງໃຈ.
ຂຽນໂດຍ: Ana Colorfull