ວັນສຸກ ທີ 29 ກັນຍາ 2023

ນັກຮ້ອງສຽງດີ ແຈັກກີ້ The Voice ກຽມປ່ອຍເພງໃໝ່ "ບອກມາ" ບອກເລີຍເນື້ອເພງຊຶ້ງກິນໃຈສຸດ!

ນັກຮ້ອງສຽງດີ ແຈັກກີ້ The Voice ກຽມປ່ອຍເພງໃໝ່ "ບອກມາ" ບອກເລີຍເນື້ອເພງຊຶ້ງກິນໃຈສຸດ!
S! Muan

ສະໜັບສະໜູນເນື້ອຫາ

ຫຼັງຈາກຫ່າງຫາຍໄປໃນໄລຍະໜຶ່ງໜຸ່ມແຈັກກີ້ກັບມາພ້ອມຜົນງານເພງໃໝ່ ທີ່ຈະປ່ອຍໃຫ້ທຸກຄົນໄດ້ຟັງໃນໄວໆນີ້ ພ້ອມອັບເດດການເຄື່ອນໄຫວ. ດັ່ງນັ້ນເພື່ອເອົາໃຈໄວໜຸ່ມ ແລະ ໃຫ້ແຟນໆໄດ້ຊື່ນໃຈ ພວກເຮົາຈະພາທຸກຄົນໄປຮູ້ຈັກໜຸ່ມຄົນນີ້ໃຫ້ຫຼາຍຂຶ້ນ ແລະ ຜົນງານເພງໃໝ່ຈະເປັນແນວເພງແບບໃດໄປຕິດຕາມພ້ອມກັນເລີຍ.

ໄຊປະເສີດ ພົມມະວົງໄຊ ຫລື ຫລາຍຄົນຮູ້ຈັກກັນໃນນາມ ແຈັກກີ້ The Voice ຫລື Jacky XIX. ປັດຈຸບັນອາຍຸ 21 ປີ ຈົບການສຶກສາຊັ້ນມັດທະຍົມມາຈາກ ໂຮງຮຽນ ມສ ລຽວໂຕ້. ປັດຈຸບັນກຳລັງສຶກສາຢູ່ມະຫາວິມະຍາໄລ ທຸລະກິດບັນດິດ (ປະເທດໄທ) ປີ 2. ກ່ອນຈະມາເປັນສິລະປິນທີ່ຫຼາຍຄົນຮູ້ຈັກ, ໜຸ່ມແຈັກກີ້ໄດ້ປະກວດຫລາຍເວທີ ບໍ່ວ່າຈະເປັນ Pepsi Singing Contest 2016 ເຊິ່ງໄດ້ເຂົ້າໄປເຖິງຮອບຊິງຊະນະເລີດ ແລະ ໄດ້ອັນດັບຫນຶ່ງຂອງໂຄງການ Beerlao Band challenge ໃນປີ 2017.

ຜົນງານທີ່ເຮັດໃຫ້ໜຸ່ມແຈັກກີ້ພູມໃຈທີ່ສຸດແມ່ນແຈັກກີ້ໄດ້ມີໂອກາດໄປແຂ່ງໃນລາຍການ The voice Thailand Season 6 ແລະ ຍ້ອນຄວາມສາມາດຂອງເພິ່ນຈຶ່ງເຮັດໃຫ້ແຈັກກີ້ໄດ້ເຂົ້າເຖິງຮອບການສະແດງສົດ, ເປັນຄົນລາວຄົນທຳອິດທີ່ສ້າງປາກົດການໃໝ່ສູ່ເວທີໃຫຍ່ປະເທດໄທຢ່າງ The Voice. ຫຼັງຈາກນັ້ນມາຊື່ສຽງຂອງໜຸ່ມຄົນນີ້ ເລີ່ມເປັນທີ່ຮູ້ຈັກຢ່າງກວ້າງຂວາງຂຶ້ນ. ພ້ອມນັ້ນຜົນງານເພງຜົນງງານເພງ "ຜິດ" ແລະ ເພງ "ຈົບ" ກໍໄດ້ຮັບກະແສດີເຊັ່ນກັນ. ເຊິ່ງໜຸ່ມແຈັກກີ້ເອງກໍເປັນຄົນໜຶ່ງທີ່ມັກ Cover ເພງຂອງສິນລະປິນອື່ນເລີຍເປັນທີ່ຮູ້ຈັກໃນກຸ່ມຄົນທີ່ຕິດຕາມນຳ.

26066628_823045644570152_8780

ສຳລັບແຈັກກີ້ແລ້ວເພງຄືສ່ວນໜຶ່ງໃນຊີວິດຈິດໃຈ ໜຸ່ມແຈັກກີ້ເປັນຄົນມັກຮ້ອງເພງຕັ້ງແຕ່ຕອນຍັງນ້ອຍ ແຕ່ສ່ວນໂຕເປັນຄົນຂີ້ອາຍ ແລະ ບໍ່ກ້າສະແດງອອກ. ແຕ່ຫລັງຈາກໄດ້ເຫັນລຸ້ນອ້າຍສິນລະປິນຫລາຍຄົນ ເຮັດອອກມາໄດ້ດີ ແລະ ມີຄວາມເທ້ ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ໜຸ່ມແຈັກກີ້ເລີ່ມສຶກສາການຮ້ອງເພງຢ່າງຈິງຈັງໃນປີ 2014-2015 ຈົນເຖິງປັດຈຸບັນ. ມາເຖິງຕອນນີ້ໜຸ່ມສຽງດີຄົນນີ້ມີຜົນງານເພງດ່ຽວຂອງໂຕເອງ ນັ້ນກໍຄືເພງ : "ຈົບ" ແລະ ເພງໃຫມ່ທີ່ກຳລັງຈະປ່ອຍໃນເດືອນ 7 ນີ້ແມ່ນເພງ "Tell Me"

ຫຼາຍຄົນຄົງຈະສົງໃສວ່າເພງ "Tell Me" ຫລື ເພງ "ບອກມາ" ເປັນເພງໃດ? ຊຶ່ງໜຸ່ມຫຼໍ່ຄົນນີ້ໄດ້ໃຫ້ສຳພາດກັບທີມງານຂ່າວມ່ວນວ່າເປັນເພງແນວປ໋ອບ R&B . ເນື້ອໃນຂອງເພງຈະສອດຄ່ອງຕາມຊື່ເພງ ນັ້ນກໍຄື ບອກມາ ນັ້ນເປັນປະໂຫຍກຄຳຖາມ ໃຫ້ກັບຄົນຮັກທີ່ເຂົາໄດ້ຈາກໄປແລ້ວ ແລະ ຍັງຄົງມີຄຳຖາມສະເຫມີວ່າເຫດໃດ ເຂົາຈຶ່ງໄປ ແລະສຸດທ້າຍແລ້ວເຮົາຄວນຖ້າ? ຫລືຄວນປ່ອຍໃຫ້ມັນເປັນອະດີດທີ່ເຄີຍມີ. ຟັງແຕ່ເນື້ອໃນເພງເທົ່ານີ້ກໍຈະອົດໃຈຖ້າຮັບຊົມຮັບຟັງບໍ່ໄດ້ແລ້ວ ລະດັບຢ່າງໜຸ່ມແຈັກກີ້ ບໍ່ເຮັດໃຫ້ແຟນໆຄືພວກເຮົາຜິດຫວັງແນ່ນອນ!

103338571_265904807987449_817

ອີກດ້ານໜຶ່ງທີ່ຫຼາຍຄົນຍັງບໍ່ຮູ້ ໜຸ່ມແຈັກກີ້ເປັນຄົນໜຶ່ງມັກຟັງເພງຫລາຍແນວ ແຕ່ຫລັກໆເປັນຄົນຖະນັດແນວ Pop R&B. ນອກຈາກການຮ້ອງເພງແລ້ວ ໜຸ່ມແຈັກກີ້ມີຄວາມສົນໃຈໃນການເຮັດທຸລະກິດຮ້ານອາຫານ, ສະຖານທີ່ບັນເທີງ. ແຈັກກີ້ເປັນຜູ້ຊາຍໂຕນ້ອຍ, ບໍ່ໄດ້ສູງຫຼາຍແຕ່ວ່າເປັນຄົນທີ່ມັກຫລິ້ນກີລາບານບ້ວງ ຍ້ອນມີໄອດໍ້ທີ່ມັກທີ່ຫຼິ້ນກີລານີ້ຫຼາຍຄົນ ແລະ ຄິດວ່າກິລານີ້ມີທັກສະທີ່ເປັນເອກກະລັກ ແລະເຮັດໃຫ້ແຈັກກີ້ມີໄຫວພິບດີຂຶ້ນ. ສິ່ງທີ່ແຈັກກີ້ ຫລົງໄຫລກວ່າການຮ້ອງເພງກໍຄື ການທ່ອງທ່ຽວ ມັກໃນການເຫັນສິ່ງໃຫມ່ໆ, ວັດທະນະທຳໃຫມ່ໆ ແລະ ຄວາມສະຫງົບໃນບາງຄັ້ງຄາວ ແລະ ສິ່ງທີ່ເຮົາມາບອກແຟນໆນີ້ຄື ສິ່ງທີ່ແຈັກກີ້ບໍ່ເຄີຍບອກໃຫ້ຄົນທີ່ຕິດຕາມຮູ້ມາກ່ອນເດີ້ ແລະ ຫວັງວ່າຄົນທີ່ຕິດຕາມຈະໄດ້ຮູ້ຈັກໜຸ່ມແຈັກກີ້ຫລາຍຂຶ້ນ.

ທີມງານມ່ວນ ແລະ ແຈັກກີ້ກໍຂໍຝາກຜົນງານເພງ "Tell Me "ທີ່ກຳລັງຈະປ່ອຍໃນເດືອນ 7, ບໍ່ດົນເກີນຖ້າເຮົາກໍຈະໄດ້ຟັງສຽງໜຸ່ມມີສະເໜ່ຄົນນີ້ແລ້ວ ຫວັງວ່າຫລາຍຄົນຄົງຈະຖືກໃຈ ເພາະໄດ້ແຮງບັນດານໃຈມາຈາກເພງຂອງປະເທດໄທ ແລະເອົາມາປະຍຸກໃຫ້ເຂົ້າກັບເພງບ້ານເຮົາ. ສຸດທ້າຍນີ້ຂາດບໍ່ໄດ້ເລີຍຕ້ອງຂອບໃຈຄົນທີ່ຕິດຕາມ ຫລື ແຟນຄລັບທີ່ຍັງຕິດຕາມຜົນງານ ແລະ ສະຫນັບສະຫນຸນໜຸ່ມແຈັກກີ້ຕະຫລອດມາ. ໜຸ່ມສຽງດີຄົນນີ້ສັນຍາວ່າຈະເຮັດຜົນງານອອມມາໃຫ້ທຸກຄົນໄດ້ຮັບຊົມເລື້ອຍໆ. ໜ້າຮັກສຽງດີແບບນີ້ບໍ່ແປກໃຈທີ່ມີແຟນຄລັບຢ່າງຫຼວງຫຼາຍ. ສາມາດຕິດຕາມການເຄື່ອນໄຫວໜຸ່ມຄົນນີ້ໄດ້ທີ່ໄອຈີ: https://www.instagram.com/jk.pmmvx/

Advertisement Replay Ad

ຂໍຂອບໃຈ

ພາບ : jk.pmmvx

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ