ວັນອັງຄານ ທີ 28 ພະຈິກ 2023

ສາວໝັ້ນຄິດບວກ ຕຸກ The WOW Laos ກ້າວຜ່ານຄຳເວົ້າ Bully ເປັນຄົນໃໝ່ທີ່ດີກວ່າ

ສາວໝັ້ນຄິດບວກ ຕຸກ The WOW Laos ກ້າວຜ່ານຄຳເວົ້າ Bully ເປັນຄົນໃໝ່ທີ່ດີກວ່າ
S! Muan

ສະໜັບສະໜູນເນື້ອຫາ

ຕຸກສາວໝັ້ນນາງແບບຊື່ດັງຂອງວົງການບັນເທີງລາວ ຫຼື ຮູ້ຈັກກັນດີໃນນາມສາວs ນັບມື້ຍິ່ງງາມ ແລະ ເຊັກຊີ່ເວີ້. ແຕ່ກ່ອນຈະເປັນສາວຕຸກຄືທຸກມື້ນີ້ຕ້ອງຜ່ານການຖືກຂົ່ມເຫງທາງຄຳເວົ້ານັບບໍ່ຖ້ວນ, ຖືກກະແສໂຈມຕີດຣາມານັບບໍ່ໜ້ອຍ ແຕ່ແມ່ນຫຍັງຄືຈຸດປ່ຽນທີ່ເຮັດສາວຄົນນີ້ກາຍເປັນຄົນທີ່ກ້າສະແດງອອກ ແລະ ສາມາດກ້າວສູ່ຄວາມຝັນໂດຍຜ່ານຄຳເວົ້າເຫຼົ່ານັ້ນໄປໄດ້? ບົດຄວາມນີ້ຄືຄຳຕອບທີ່ຈະພາໃຫ້ທ່ານຮູ້ຈັກກັບ ຕຸກ The WOW Laos.

ສາວຕຸກໄດ້ໃຫ້ສຳພາດກັບທີມງານບັນເທີງຂ່າວມ່ວນວ່າກວ່າຈະເປັນຕຸກໃນມື້ນີ້ໄດ້ຜ່ານຄຳດູໝິ່ນມາຈາກສັງຄົມ ແລະ ຄົນອ້ອມຂ້າງມາຫຼາຍ. ເລີ່ມຈາກຊີວິດຕອນເດັກ ສາວຕຸກເປັນຄົນໜຶ່ງທີ່ມັກເຕັ້ນ, ຟ້ອນ, ເດີນແບບ ແຕ່ດ້ວຍຄວາມທີ່ເປັນຄົນຂີ້ຮ້າຍ ເລີຍຖືກເວົ້າສຽດສີ ຖືກຂົ່ມເຫງມາຕັ້ງແຕ່ນ້ອຍ ບໍ່ວ່າຈະເປັນຄຳເວົ້າເຊັ່ນວ່າ: ດຳຕັບເປັດ, ແກ້ວຫນ້າມ້າ, ເຈີງ ເປັນຕົ້ນ. ມັນເລີຍເຮັດໃຫ້ສາວຕຸກກາຍເປັນຄົນທີ່ເວົ້າຫນ້ອຍ, ບໍ່ກ້າສະແດງອອກ ແລະ ເປັນຄົນຂີ້ອາຍ. ພ້ອມທັງສາວຕຸກຍັງໄດ້ບອກຕື່ມອີກວ່າການບູລີ້ (Bully) ນີ້ຖືກຕັ້ງແຕ່ປະຖົມຈົນຮອດເຂົ້າຮຽນມະຫາວິທະຍາໄລ ໄລຍະເວລານັ້ນຄືໄລຍະທີ່ອ່ອນແອທີ່ສຸດ. ສາວຕຸກຍັງເຜີຍວ່າຕົນເອງຮ້ອງໄຫ້ຕະຫລອດ ຍ້ອນຄຳເວົ້າພວກນັ້ນ ຖືວ່າຫນັກຫນ່ວງຫລາຍກວ່າຈະຜ່ານຈຸດນັ້ນມາ ແລະ ຕ້ອງມີຄວາມພະຍາຍາມຫລາຍກວ່າຄົນອື່ນເຮົາຈຶ່ງຈະມີມື້ນີ້ໄດ້. ພວກເຮົາຂໍເປັນກຳລັງໃໜຶ່ງໃຫ້ສາຕຸກຄືກັນເດີ້!

74607635_1835034386641315_564

ໃນຖານະທີ່ຕຸກເປັນຄົນຫນຶ່ງທີ່ຫມັ້ນໃຈໃນໂຕເອງ ເປັນໄອດໍ້ຂອງຄວາມກ້າສະແດງອອກ ແລະ ສາວໝັ້ນໃຫ້ແກ່ຫຼາຍໆຄົນມີວິທີຮັບມືຈາກຄຳເວົ້າຂົ່ມເຫງແນວໃດ?

ສາວຕຸກໄດ້ໃຫ້ສຳພາດວ່າ ເມື່ອເວົ້າເຖິງການຂ້າມຜ່ານການບູລີ້ມັນຍາກ ແລະ ທໍ້ຫລາຍ ແຕ່ຈຸດເລີ່ມຕົ້ນຄືຢູ່ທີ່ໂຕເຮົາເອງ ເຮົາຕ້ອງປ່ຽນຄວາມຄິດເຮົາເອງກ່ອນ, ຄົນໃຫ້ກຳລັງໃຈເຮົາກໍມີ. ສະນັ້ນຕຸກຢາກໃຫ້ໂຟກັສທີ່ຄວາມຄິດບວກຫລາຍກວ່າລົບ ໃຜທີ່ຂົ່ມເຫງເຮົາຢ່າເກັບມາຄິດ, ມັນບໍ່ມີປະໂຫຍດກັບຊີວິດເຮົາ ສຳຄັນທີ່ເຮົາຕ້ອງປະຕິບັດລົງມືເຮັດ ເພື່ອພິສູດໃຫ້ຄົນທີ່ຂົ່ມເຫງເຮົາເຫັນວ່າ "ເຮົາເຮັດມັນໄດ້ດ້ວຍຄວາມສາມາດຂອງເຮົາ ແລະ ຢູ່ກັບສິ່ງທີ່ເຮົາເປັນ (ປົມດ້ອຍ) ໃຫ້ຄຽງຄູ່ໄປນຳກັນໄດ້. ການຮັບມືສະບັບຕຸກ The WOW Laos ໃນປະເດັນຄຳເວົ້າບູລີ້ຂອງຄົນອື່ນຄື ຢ່າໄປໃສ່ໃຈມາເກັບໄປຄິດ, ປາກຄົນຫ້າມກັນບໍ່ໄດ້ ສະນັ້ນຕຸກແນະນຳໃຫ້ເຮົາເຮັດໃນສ່ວນຂອງເຮົາໃຫ້ດີທີ່ສຸດກໍພໍ ກຳລັງໃຈຍອມມີຈາກຄົນອ້ອມຂ້າງ ແລ້ວມື້ຫນຶ່ງເຈົ້າຈະເຮັດໃຫ້ຄົນທີ່ບູລີ້ເຈົ້າ ຍອມຮັບໃນຄວາມສາມາດຂອງເຈົ້າ. ຂໍແຕ່ຢ່າຍອມແພ້ ເມື່ອຍກໍພັກແລ້ວຍ່າງຕໍ່ ເປັນກຳລັງໃຈໃຫ້ທຸກຄົນ.

ຫວັງວ່າຫຼາຍຄົນຄົງຈະໄດ້ຂໍ້ຄິດດີໆນຳໄປປັບໃຊ້, ເພື່ອກ້າວຜ່ານສິ່ງທີ່ທຳຮ້າຍຈິດໃຈ ປ່ຽນເປັນພະລັງບວກໃຫ້ຕົນເຮົາເອງມີຄວາມສຸກເດີ້!

98344583_2041344609343624_772

ພາມາອັບເດດຄວາມງາມຂອງສາວຕຸກກັນແດ່ ທີ່ນັບວັນຍິ່ງງາມ ແລະ ເຊັກຊີ່ຂຶ້ນເປັນພິເສດ. ເຊິ່ງຕຸກໃຫ້ສຳພາດວ່າຕຸກມີຄວາມຄິດບວກບໍ່ຄຽດເກີນໄປ ເປັນຄົນອາລົມດີແດ່ , ແລະ ອີກຢ່າງປັດຈຸບັນສາວຕຸກຈັດແຂ້ວ ແລະ ເສີມດັງ ເລີຍເບິ່ງຕ່າງຈາກເກົ່າຫນ້ອຍຫນຶ່ງ.

ເຖິງຢ່າງໃດກໍຍັງງາມ ແລະ ເລີດເດີ້! ສຳລັບຜົນງານໃຫມ່ຖ້າລຸ້ນກັນກ່ອນ ເພາະເນື່ອງຈາກໂຄວິດ-19, ພ້ອມຝາກຕິດຕາມໃນລາຍການຫມາກນັດພາລົມໃນໄວໆນີ້ ພ້ອມຜົນງານເກົ່າໆທຸກຄົນສາມາດຕິດຕາມຍ້ອນຫລັງໄດ້ ໃກ້ຫາຍຄິດຮອດ, ຄິດເຖິງ. ອີກໜຶ່ງຢ່າງທີ່ສາວຕຸກຢາກບອກກັບແຟນຄລັບຄືຢາກຂອບໃຈແຟນຄັບທຸກໆຄົນ ບໍ່ວ່າຈະຄົນລາວ ແລະ ຄົນໄທ ຖ້າບໍ່ມີແຟນຄລັບທີ່ຄ່ອຍສະຫນັບສະຫນຸນກໍບໍ່ມີ ຕຸກ The WOW ໃນມື້ນີ້. ໃຜຢາກຝາກໂຕເປັນແຟນຄລັບອີກຄົນ ສາມາດຕິດຕາມຜົນງານສາວຕຸກໄດ້ທີ່ລິ້ງເຟສບຸກສ່ວນຕົວຕຸກເລີຍ https://www.facebook.com/malavone.singthongpadith?epa=SEARCH_BOX

Advertisement Replay Ad

ຂໍຂອບໃຈ

ພາບ : Took TheWow Malavone Singthongpadith

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ