ວັນອັງຄານ ທີ 28 ພະຈິກ 2023

ຊີຣີເລື່ອງທຳອິດໃນຊີວິດຂອງສາວ "ໝີພູ ພິລັນຍາ" ຈາກສາຍປະກວດ ຜັນສູ່ນາງເອກຢ່າງເຕັມໂຕ

ຊີຣີເລື່ອງທຳອິດໃນຊີວິດຂອງສາວ "ໝີພູ ພິລັນຍາ" ຈາກສາຍປະກວດ ຜັນສູ່ນາງເອກຢ່າງເຕັມໂຕ
S! Muan

ສະໜັບສະໜູນເນື້ອຫາ

ແຟນຄລັບຈະໄດ້ເຫັນບົດບາດການສະແດງຢ່າງເຕັມໂຕອີກຄັ້ງກັບສາວງາມຫນ້າໝວຍ ຫມີພູ ຫຼື ພິລັນຍາ ທິບພົມວົງ. ປັດຈຸບັນອາຍຸ 24 ປີ, ໝີພູເປັນສາວຫົວພັນທີ່ງາມ ແລະ ມີສະເໜ່, ແຖມມີດີກຣີເປັນເຈົ້າຂອງມຸງກຸດ Miss Global Laos 2019 ອີກດ້ວຍ. ປັດຈຸບັນໝີພູເຮັດວຽກຢູ່ສາຍການບິນຊື່ດັງ ແລະ ຮັບງານວົງການບັນເທີງບໍ່ວ່າຈະເປັນການຖ່າຍແບບ, ຖ່າຍໂຄສະນາ, ພຣີເຊັນເຕີ ແລະ ສະແດງເອັມວີເພງ.

ຜົນງານຫຼ້າສຸດທີ່ອອກສູ່ສາຍຕາ ແລະ ໄດ້ຮັບກະແສຕອບຮັບເປັນຢ່າງດີຄື mv ເພງ ພາບເຄຶ່ອນໄຫວ ຕ່າຍອາກາດ, ຜົນງານການຖ່າຍແບບ Presenter Fiber Expert & Collagen Expert. ພ້ອມທັງ ປັດຈຸບັນໝີພູ ກຳລັງຖ່າຍທຳຊີຣີເລື່ອງໃໝ່ House The Series ເຊິ່ງຈະອອກອາກາດຕົ້ນເດືອນ 10 ທ້າຍປີນີ້. ຢາກເຫັນບົດບາດການສະແດງຂອງສາວສາວຄົນນີ້ແລ້ວ! ແຖມຊີຣີເລື່ອງນີ້ ສາວໝີພູ ຮັບບົດເປັນນາງເອກອີກດ້ວຍ ແລະ ເປັນຊີຣີເລື່ອງທຳອິດຂອງໝີພູ ສຳລັບການສະແດງ. ບົດບາດທີ່ໄດ້ຮັບກໍຈະເປັນປະມານວ່າ ຜູ້ຍິງທີ່ຮຽນເກັ່ງ, ເປັນຜູ້ນຳ ແລະ ສະຫລາດ ແລະ ຮັກຫມູ່ ແຕ່ຂາດຢູ່ເລື່ອງດຽວຄືເລື່ອງຄວາມຮັກ. ຮູ້ສໍ່ານີ້ກໍຢາກຕິດຕາມແລ້ວ ແລະ ເປັນຜູ້ຍິງທີ່ເປັນອາສາສະຫມັກຢູ່ອົງການໄວຫນຸ່ມລາວ ໃຫ້ຄວາມຮູ້ກ່ຽວກັບເລື່ອງພະຍາດຕິດຕໍ່ທາງເພດສຳພັນ.

72777563_145742253490932_2765

ສາວໝີພູຍັງໃຫ້ສຳພາດກັບທີມງານຂ່າວມ່ວນວ່າຮູ້ສຶກດີໃຈ ທີ່ໄດ້ຮ່ວມງານກັບທີມງານມືອາຊີບ ແລະ ນັກສະແດງທີ່ເກັ່ງໆທຸກຄົນ. ເຊິ່ງຊີຣີນີ້ເປັນຊີຣີຍາວທຳອິດຂອງຫມີພູ ເຊິ່ງມັນທ້າທ້າຍຫລາຍເປັນປະສົບການ ຄວາມຮູ້ໃຫມ່ ທີ່ບໍ່ເຄີຍເຮັດມາກ່ອນ. ສາຍຊີຣີບໍ່ຄວນພາດເດີ້! ນອກຈາກມີນັກສະແດງທີ່ມີສີມືຮ່ວມຖ່າຍທອດອາລົມແລ້ວ, ເນື້ອຫາກໍດີເຊັ່ນກັນ ເພາະຊີຣີເລື່ອງນີ້ເປັນເລື່ອງທີ່ສະທ້ອນເຖິງສັງຄົມລາວປັດຈຸບັນ, ດ້ານແງ່ຄວາມຄິດ ຄວາມເທົ່າທຽມ ໂດຍສະເພາະແມ່ນ ເພດຍິງ-ຊາຍ ຫລື ເພດທາງເລືອກ.

ສຳລັບໝີພູເຄີຍປະກວດນາງສັງຂານຊຳເຫນືອປີ 2012 ໄດ້ຮອງອັນດັບ 4, ຖ່າຍປະຕິທິນເບຍລາວ 2015, ນາງສາວລາວ 2016 ເຂົ້າຮອບ 20 ຄົນສຸດທ້າຍ, ໝີພູເຂົ້າປະກວດ ເວທີ Miss Tourism Queen ເຊິ່ງໄດ້ຕຳແໜ່ງ Miss Tourism Universe Laos 2018 ແລະ ເວທີ Miss Global 2019 ຢູ່ຟິລິບປິນ ໄດ້ລາງວັນແຕ່ງໂຕດີທີສຸດໃນກອງປະກວດຄື  "Miss Fashion" 

70890101_130525118247290_3695

ບໍ່ວ່າຈະເປັນສາຍປະກວດ, ສາຍນາງງາມ ແລະ ນັກສະແດງຕ່າງກໍເປັນຄວາມມັກຮັກຂອງສາວໝີພູຢູ່ແລ້ວ, ມີຄວາມສຸກທຸກຄັ້ງທີ່ໄດ້ມີຜົນງານໃນສາຍວົງການບັນເທີງ ເຊິ່ງເປັນຄວາມຝັນຂອງຫມີພູແຕ່ນ້ອຍໆ ແລະ ສາວໝີພູກໍເຊື່ອວ່າຜູ້ຍິງຫລາຍຄົນຢາກມີໂອກາດຢາກມາຢືນຈຸດນີ້. ໝີພູຍັງບອກຕື່ມອີກວ່າການປັບໂຕທຳອິດແມ່ນຍາກຫລາຍ, ກ່ອນຈະໄດ້ຜົນງານໜຶ່ງອອກມາໃຫ້ທຸກຄົນໄດ້ຮັບຊົມ. ເຊິ່ງຕ້ອງໃຊ້ເວລາ, ຄວາມອົດທົນສູງ, ຕ້ອງຮັບບົດບາດເປັນອີກຄົນໆຫນຶ່ງເຊິ່ງມັນບໍ່ແມ່ນຕົວເຮົາເອງ. ລວມເຖິງການສະແດງອອກບຸກຄະລິກ, ທ່າທາງ ແລະ ອາລົມ, ຄວາມນຶກຄິດຂອງຕົວລະຄອນນັ້ນໆ. ເຊິ່ງສາວໝີພູຈະຕ້ອງຖິ້ມທຸກຢ່າງທີ່ເປັນຕົວເຮົາເອງອອກໃຫ້ຫມົດ. ເປັນຫຍັງທີ່ຍາກ, ທ້າທ້າຍ ແຕ່ມ່ວນດີ.

ສະນັ້ນ ຝາກຕິດຕາມຜົນງານຊີຣີ "House The Series" ແລະ ໄວໆນີ້ສາວໝີພູຈະມີຊ່ອງ YouTube Channel ຂອງຫມີພູເຊິ່ງຈະເຮັດຄລິບກິນ, ທ່ຽວຕາມສະບັບຫມີພູ ແນວໃດເປັນກຳລັງໃຈໃຫ້ສາວຄົນນີ້ແລະ ຢ່າລືມໄປ subscribe ໄວ້ແດ່ເດີ້ "meepooh channel"

Advertisement Replay Ad

ຂໍຂອບໃຈ

ພາບ : IG: meepooh_tpv

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 2 ມີນາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 23 ມັງກອນ 2023 ຕາມແຕ່ລະວັນເກີດ

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ຮູ້ຈັກ ປ່າເຢັ້ງຊາ ລໍ່ ສາວເຜົ່າມົ້ງຈາກລາວ ທີ່ສາມາດຜ່ານເຂົ້າຮອບ 16 ຄົນສຸດທ້າຍ Miss Universe 2022

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 22 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 12 ທັນວາ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 29 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 21 ພະຈິກ 2022 ຕາມແຕ່ລະວັນເກີດ

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ຄັ້ງທຳອິດຂອງລາວ! ຜູ້ບົກຜ່ອງທາງການໄດ້ຍິນຮ່ວມປະກວດ Miss and Mister Deaf Universum

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 8 ພະຈິກ 2022 ຕາມແຕ່ລະວັນເກີດ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ເພາະດົນຕຣີແນວອິນດີ້ຄືຄວາມມັກ ຊວນລົມກັບ Jindie ກຸ່ມສິລະປິນທີ່ມີຜູ້ຟັງເພງພວກເຂົາຈາກທົ່ວໂລກ

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ຟັງເພງ "ຝົນ" ແລ້ວມາອ່ານບົດສຳພາດຂອງ "ຕານຸ" ກ່ຽວກັບແຮງບັນດານໃຈໃນການສ້າງຜົນງານໃໝ່ນີ້

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ບໍ່ຢາກເຊື່ອວ່ານີ້ເພງລາວ! "ເຈັບແຕ່ຈົບ" ເພງໃໝ່ທີ່ໄດ້ແຮງບັນດານໃຈ ຈາກຊີຣີ Squid Game

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ຟັງແລ້ວບໍ່? "ທີ່ລະນຶກ" ເພງຮັກຄວາມໝາຍດີຂອງຄົນທາງໄກ ຈາກແຈັກ

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ເອ ແມ່ຄົວຄົນດັງໃນ TikTok ພ້ອມໂຊສີມືປຸງແຕ່ງອາຫານລາວໃນ Next Level Chef ລາຍການໃໝ່ຂອງ Gordon Ramsay

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

ໂຈໂຈ້ ມິຣາໂຄ ຖະແຫຼງເປີດໂຕຄ້າຍເພງໃໝ່ Miracle Music ພ້ອມດັນສິລະປິນລາວໄປສູ່ລະດັບສາກົນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

Dispatch ເປີດເຜີຍຂໍ້ຄວາມແຊັດລະຫວ່າງ ຄິມຊອນໂຮ ແລະ ອະດີດແຟນສາວ ທີ່ເຮັດໃຫ້ຮູ້ເລື່ອງລາວຫຼາຍຂຶ້ນ

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ຮູ້ຈັກ "ນຸ່ຍ ນົບຊະພອນ" ນັກອອກແບບຄົນສະຫວັນ ເຈົ້າຂອງແບບຊຸດປະຈໍາຊາດປີນີ້

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ເອະ ຄົນນີ້ໜ້າຄຸ້ນໆ! ໃຜເປັນໃຜໃນ Miss Universe Laos 2021?

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສຽງເພງນຳພາເຮົາມາພົບກັນ ຮູ້ຈັກ ບຸ່ຍ ຕວນ ຫງັອກ ບ່າວຫວຽດນາມຜູ້ຮ້ອງເພງ 'ຜູ້ສາວວຽງຈັນ'

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ