ເຈນນີ້ ສາວສູ້ຊີວິດ ສູ່ນາງງາມເຈົ້າຂອງມຸງກຸດ MWL ຄົນທຳອິດ ເສັ້ນທາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ

ເຈນນີ້ ຫຼື ຕົ້ນຄຳ ພົນຈັນເຮືອງ ອີກໜຶ່ງສາວທີ່ສູ້ຊີວິດ ຈາກເສັ້ນທາງບໍ່ໄດ້ໂຮຍດ້ວຍກີບກຸຫຼາບ ແລະ ບໍ່ໄດ້ມີຕົ້ນທຶນທີ່ສູງຄືກັບຄົນອື່ນ, ແຕ່ເປັນຫຍັງຈຶ່ງສາມາດສ້າງຊີວິດໃຫ້ດີຂຶ້ນໄດ້? ສາວງາມທີ່ເຮົາເວົ້າເຖິງຄືເຈົ້າຂອງມຸງກຸດ MISS WORLD LAOS 2017 ແຕ່ກວ່າຈະເປັນເຈນຄືທຸກວັນນີ້ຊີວິດສາວຄົນນີ້ຜ່ານອຸປະສັກຫຍັງມາແດ່? ໄປຮູ້ຈັກກັບເຈນນີ້ໃຫ້ເພີ້ມຂຶ້ນ ແລະ ຄວາມເຂັ້ມແຂງໃນການຕໍ່ສູ້ກ້າວຜ່ານ ແລະ ການຄິດບວກຂອງສາວຄົນນີ້ພ້ອມໆກັນເລີຍ.
ເຈນນີ້ເປັນລູກຊອດ ລາວ-ຫວຽດນາມ ເກີດຢູ່ໃນຄອບຄົວແມ່ຄ້າ ແມ່ເປັນແມ່ຄ້າໃນຕະຫລາດ ເຊິ່ງເພິ່ນຈະລຶ້ງເຄີຍເລື່ອງຂອງການຫາເງິນແຕ່ນ້ອຍໆ, ເຊິ່ງເຈນໄດ້ໃຫ້ສຳພາດກັບຂ່າວບັນເທີງມ່ວນວ່າກ່ອນຈະມາເປັນເຈນນີ້ ຊີວິດໄວເດັກ ແລະ ຄອບຄົວໃນເມື່ອກ່ອນການມີຢູ່ມີກິນໃນທຸກມື້ບໍ່ແມ່ນເລື່ອງງ່າຍເລີຍ. ຄອບຄົວເຈນຈະມີກັນຢູ່ 3 ອ້າຍນ້ອງ: ເອື້ອຍກົກຄົນຫນຶ່ງ, ອ້າຍຜູ້ທີ 2 ແລະ ເຈນເປັນຜູ້ທີ 3. ເມື່ອໄດ້ໄດ້ອາຍຸ 14 ປີ ຢູ່ມໍ 3-4 ແມ່ນບໍ່ໄດ້ຂໍເງິນແມ່ໄປໂຮງຮຽນແລ້ວ ເລີ່ມຫາເງິນໃຊ້ເອງເພື່ອແບ່ງເບົາພາລະຂອງແມ່ ທີ່ລ້ຽງລູກຄົນດຽວເຖິງ 3 ຄົນ. ສາວເຈນຫາເງິນດ້ວຍການເຮັດນ້ຳປັ່ນຂາຍ ໃນຍາມຮ້ອນ, ເຄີຍຕົ້ມນ້ຳເກັກຮວຍ ກະຈ໋ຽບໄປຂາຍຢູ່ຕະຫລາດ (ເອົາເວລາຫວ່າງເລີກໂຮງຮຽນຕອນສວາຍໄປຂາຍ) ແລະ ເຮັດປິ້ງເອັນຂາຍ ຫຼັງເລີກຮຽນ.
ນອກນັ້ນ, ເຈນນີ້ຍັງເລົ່າຕື່ມວ່າຢູ່ແຖວເຮືອນເຄີຍເຮັດວຽກເອກກະສານຢູ່ຄ້າຍເພງແຫ່ງຫນຶ່ງ ຢູ່ກັບຄ້າຍເພງວົງການບັນເທີງ, ເລີຍຜັນໂຕເອງມາເປັນນັກຮ້ອງ (ໂດຍນ້ຳ ອິນທິດາ ເປັນຄົນເຮັດເພງໃຫ້), ຈາກນັ້ນສາວເຈນເລີ່ມປະກວດນາງສັງຂານປີ 2012 ຕົກຮອບ. ຫລັງຈາກນັ້ນເລີ່ມໄປສະຫມັກເປັນເອັມຊີຕາມງານອີເວັນຕ່າງໆ, ບຸນແຄມຂອງ ບຸນທາດຫລວງ ເຮັດຢູ່ຫລາຍປີ. ເຈນໄດ້ກ່າວໃນບົດສຳພາດອີກກວ່າ ດ້ວຍໂຕຂອງເພິ່ນເອງເປັນເດັກນ້ອຍທີ່ມຸ່ງຫມັ້ນ ເຮັດໃຫ້ເຮົາມີການພັດທະນາແບບກ້າວກະໂດດ. ຄົນເລີ່ມຮູ້ຈັກພິທິກອນເຈນນີ້ ແລະ ເລີ່ມເປັນທີ່ຮູ້ຈັກໃນວົງການ ເລີ່ມເປັນນາງແບບ ເປັນພິທີກອນໃນເວລາດຽວກັນ.
ນອກນັ້ນນາງງາມຄົນນີ້ຍັງຕັ້ງໃຈເຮັດໂມເດວລິ້ງເປັນຂອງຕົນເອງ ໂດຍໃສ່ຊື່ວ່າ Tonkham Modeling ມາໃນປີ 2017, ເມື່ອໂຊກເຂົ້າຂ້າງ ມີໜຸ່ມອາ ແລະ ສາວຝົນ ທີ່ເປັນຊ່າງແຕ່ງຫນ້າດັງໃນລາວ ເພິ່ນນມາຊັກຊວນໃຫ້ເຈນລົງປະກວດ ເຈນເລີຍຕັດສິນໃຈລົງປະກວດ ແລະ ເຈນກໍກາຍເປັນຄົນທີ່ມີຊື່ສຽງຂື້ນມາອີກລະດັບຫນື່ງ ເພາະເຈນໄດ້ເປັນ Miss World Laos 2017 ຄົນທຳອິດຂອງປະເທດລາວ. ຫລັງຈາກນັ້ນເຈນກໍພັດທະນາໂຕເອງມາໂດຍຕະຫລອດ ເຮັດໃຫ້ເປັນທີ່ຮູ້ຈັກຫລາຍຂຶ້ນໃນວົງການເປັນພິທິກອນ, ວົງການການເດີນແບບ, ການຖ່າຍແບບ ແລະ ການເປັນຜູ້ບໍລິຫານຂອງຕົ້ນຄຳ ໂມເດວລິ້ງ. ສາວເຈນບໍ່ເຄີຍເສຍໃຈໃນໄວເດັກທີ່ເຈນອາດຈະມີບໍ່ມີເວລາໄດ້ໄປຫລິ້ນນນຳຫມູ່ຄືຄົນອື່ນ ເພາະມັນເຮັດໃຫ້ເຈນໄດ້ເປັນເຈນນີ້ໃນທຸກມື້ນີ້.
ຈາກເດັກນ້ອຍທຳມະດາ ເປັນນັກຮ້ອງ, ເປັນນາງແບບ, ເປັນພິທີກອນ No name. ຈົນຮອດມື້ນີ້ທີ່ເຈນ ໄດ້ເປັນນາງງາມ ເຈນມີການພັດທະນາຂຶ້ນຫລາຍ ມີຄວາມຄິດທີ່ເປັນຜູ້ໃຫຍ່ຂຶ້ນ, ມີຄວາມຫມັ້ນໃຈ ແລະ ຄວາມສາມາດກໍເພີ່ມຂຶ້ນນຳ. ພ້ອມໄດ້ເຜີຍວ່າຕົນເອງເຊື່ອຄືກັນວ່າທຸກໆຄົນລ້ວນແຕ່ມີບັນຫາຊິວິດຫມົດ, ຕ່າງແຕ່ເຫດການ ແລະ ເຫດຜົນເທົ່ານັ້ນ. ສິ່ງທຳອິດທີ່ທຸກຄົນຕ້ອງມີຄືສະຕິ, ຄວາມດີ, ຄວາມອົດທົນ, ຄວາມເຊື່ອຫມັ້ນໃນໂຕເອງວ່າໂຕເອງຕ້ອງເຮັດໄດ້ ສາວເຈນເຊື່ອຢ່າງຍິ່ງວ່າ ເຮົາຈະບໍ່ມີມື້ແພ້ ຖ້າໃຈເຮົາຍັງສູ້ຢູ່.
ເມື່ອເວົ້າເຖິງເປົ້າໝາຍໃນອະນາຄົດ, ຕອນນີ້ສາວເຈນຢາກສ້າງໂຕເອງໃຫ້ຫມັ້ນຄົງ, ໃນອະນາຄົດເຈນຢາກສ້າງມູນນິທິໂຕເອງ ຊ່ວຍເຫລືອຜູ້ເຖົ້າທີ່ລຳບາກ, ບໍ່ມີບ່ອນຢູ່. ເຊິ່ງເປັນຄວາມຝັນອັນຫນຶ່ງໃນຊິວິດ ທີ່ຢາກເຮັດຫລາຍທີ່ສຸດ (ແຕ່ຕອນນີ້ກຳລັງແຮງໂຕເອງຍັງເຮັດບໍ່ໄດ້ ຫວັງວ່າອະນາຄົດ ອີກຫຼາຍປີ ຫວັງວ່າຈະມີມື້ນັ້ນ) ທີ່ຜ່ານມາເຖິງປັດຈຸບັນ, ເສັ້ນທາງວົງການບັນເທີງໄດ້ສອນໃຫ້ສາວເຈນມີມຸມມອງເປັນຜູ້ໃຫຍ່ຫລາຍຂຶ້ນ, ມີສະຕິ ສອນໃຫ້ເຈນຮູ້ຈັກແບ່ງປັນເພື່ອສ່ວນລວມ ຫລາຍກ່ວາໂຕເອງ ສອນໃຫ້ເປັນຄົນຕື່ນໂຕ ແລະ ມີການພັດທະນາໂຕເອງຢູ່ຕະຫລອດເວລາ. ສຳລັບຜົນງານການບັນເທິງຕອນນີ້ກໍຈະມີ ພິທິກອນ, ນາງແບບ, ນັກສະແດງ ແລະ ເປັນຜູ້ບໍລິຫານຂອງ Tonkham Modeling.
ສຸດທ້າຍນີ້ເຈນຂອບໃຈທຸກແຮງໃຈ ທຸກໆຄົນທີ່ຊ່ວຍສົ່ງເສີ່ມເຈນຕະຫລອດ, ບໍ່ວ່າເຈນຈະເຮັດຫຍັງ ເພາະມັນຄືກຳລັງໃຈທີ່ຍິ່ງໃຫຍ່ສຳລັບເຈນໃນການເຮັດວຽກ ແລະ ການພັດທະນາໂຕເອງ ທຸກ Like ທຸກຄອມເມັ້ນທີ່ທຸກຄົນສົ່ງໃຫ້ ມັນຄືພະລັງບວກ ແລະ ກຳລັງໃຈທີ່ດີໃຫ້ກັບສາວເຈນ. ໃຜຢາກຕິດຕາມການເຄື່ອນໄຫວຂອງສາວງງາມພະລັງບວກຄົນນີ້ ສາມາດຕິດຕາມໄດທີ່ລິ້ງ Facebook: https://www.facebook.com/phonchanheuang ແລະ ສ່ວນ IG ແມ່ນhttps://www.instagram.com/jennietonkham/ .
ຂໍຂອບໃຈ