ເລື່ອງລາວດີໆຂອງ "ລູກນໍ້າ ທິດາລັດ" ນາງເອກລະດັບແຖວໜ້າເມືອງລາວ ຜູ້ງາມທັງກາຍ ແລະ ໃຈ!

ເມື່ອສັງຄົມຕ້ອງການ "ລູກນໍ້າ ທິດາລັດ ວົງສິລິ" ກໍພ້ອມທີ່ຈະຊ່ວຍ ນີ້ຄືສິ່ງທີ່ເຮົາເຫັນມາໂດຍຕະຫຼອດ, ໃນການເຮັດແທ້ທຳຈິງຂອງດາລາສາວຜູ້ນີ້. ດັ່ງທີ່ຮູ້ກັນດີວ່າສາວລູກນໍ້າເປັນນາງງາມທີ່ສາຍບຸນ ເພາະຍາມໃດເພິ່ນກໍຕ້ອງການຊ່ວຍເຫລືອຄົນລາວນຳກັນມາໂດຍຕະຫຼອດບໍ່ວ່າຈະເກີດໄພພິບັດຫຍັງ ຫຼື ພາກສ່ວນໃດຫາກຕ້ອງການຄວາມຊ່ວຍເຫຼືອ ລູກນໍ້າຈະອຸທິດຕົນຍື່ນມືໄປຊ່ວຍສະເໝີ. ມື້ນີ້ທີມງານມ່ວນເເລີຍຈະລວມການເຮັດຄວາມດີ ແລະ ການເຄື່ອນໄຫວຊ່ວຍເຫຼືອສັງຄົມໃນເບື້ອງຕົ້ນ ທີ່ເຮັດດ້ວຍໃຈ ແລະ ທຸ້ມເທທັງແຮງຊັບ ແລະ ແຮງງານຂອງດາລາາວໃຈບຸນຜູ້ນີ້ມາບອກຕໍ່:
ໃນໄລຍະໂຄວິດ ລູກນໍ້າໄດ້ບໍລິຈາກເຂົ້າສານອາຫານແຫ້ງໃຫ້ຄອບຄົວທີ່ຂາດເຂີນ, ການແຈກເຄື່ອງບໍລິໂພກໃນຄັ້ງນັ້ນ ແມ່ນໄດ້ລົງມອບໃຫ້ 51 ຄົວເຮືອນ, ປະກອບດ້ວຍເຂົ້າສານ 102 ກິໂລກຣາມ, ໄຂ່ 520 ໜ່ວຍ ແລະ ໝູເຄິ່ງສຳເລັດຮູບ. ເຊິ່ງໃນວັນທີ 20 ເມສາ 2020 ທີ່ຜ່ານມາ ລູກນໍ້າໄດ້ໂພສຜ່ານເຟສບຸກສ່ວນຕົວວ່າແຕ່ລະຄອບຄົວ ໄດ້ຮັບເຂົ້າສານ 2 ກິໂລກຣາມ, ໄຂ່ 10 ໜ່ວຍ ແລະ ໝີ່ຈຳນວນໜຶ່ງ.
ຊຸບຕາໃຈບຸນຄົນນີ້ສືບຕໍ່ ບໍລິຈາກໜ້າກາກອະນາໄມ ແລະ ເຈວລ້າງມືຈຳນວນໜຶ່ງ ໃຫ້ 3 ໂຮງໝໍ, ເມື່ອວັນທີ 7 ເມສາ 2020 ທີ່ຜ່ານມາ ລູກນໍ້າໄດ້ໂພສຮູບພາບ ທ່ານໝໍຮັບເອົາໜ້າກາກອະນາໄມ ແລະ ເຈວລ້າງມື ເປັນທີ່ສຳເລັດ ເຊິ່ງໄດ້ມອບໃຫ້ 3 ໂຮງໝໍໃຫຍ່ຄື: ໂຮງໝໍ ເມືອງບາຈຽງ ແຂວງຈຳປາສັກ, ໂຮງໝໍເສດຖາ ພະແນກສຸກເສີນ ແລະ ໂຮງໝໍມະໂຫສົດ ພະແນກຫົວໃຈ.
ຍັງບໍ່ພໍສຳລັບໄລຍະໂຄວິດ-19 ລູກນໍ້າຍັງເຫັນເຖິງຄວາມສຳຄັນຂອງແພດໝໍ ສາວງາມທັງກາຍ ແລະ ໃຈຄົນນີ້ໄດ້ ໃນໄລຍະຕົ້ນເດືອນເມສາ "ລູກນໍ້າ ທິດາລັດ" ໄດ້ໂພສຜ່ານເຟສບຸກສ່ວນຕົວ ກ່ຽວກັບການລະດົມທຶນຊື້ຊຸດປ້ອງກັນການແພ່ເຊື້ອໄວຣັດໂຄວິດ-19 ເຊິ່ງເພິ່ນເອີ້ນວ່າ: "ຊຸດໝີ" ທີ່ຈະສົ່ງໃຫ້ແພດໝໍເພື່ອສູ້ກັບໂຄວິດ-19 ເນື່ອງຈາກທາງໂຮງໝໍຍັງຂາດເຂີນອຸປະກອນການແພດ. ນອກຈາກນັ້ນ ເພິ່ນຍັງໄດ້ໂພສຂໍ້ຄວາມທີ່ມີເນື້ອໃນວ່າ: “ນີ້ແມ່ນຊຸດຫມີຂາວທີ່ເຮົາກຽມແຈກໃຫ້ແພດຫມໍທີ່ຮັບມືກັບ Covid-19 ໂດຍຕົງ ບອກເລີຍ ພະຍາດຫຍັງກໍຜ່ານເຂົ້າໄປບໍ່ໄດ້ເລີຍ ຕອນນີ້ເຮົາຕ້ອງ save ຫມໍໄວ້ກ່ອນ ເພາະຖ້າຫມໍປ່ວຍ ໃຜສິເບິ່ງເຮົາ ເຊິ່ງທາງຊຸດໝີທີ່ຖືກລະດົມສົມທົບກັບູ້ໃຈບຸນທັງຫຼາບ ກໍເກີດປະໂຫຍດຢ່າງຍິ່ງ ໃນວິກິດທີ່ຜ່ານມາ.
ໃນວັນທີ 1 ເດືອນເມສາ 2020, ທັງໂຮງໝໍຕ່າງແຂວງສາວລູກນໍ້າກໍສົ່ງອຸປະກອນການແພດໄປຊ່ວຍເຫຼືອເຊັ່ນກັນ ສາວລູກນໍ້າໄດ້ໂພສຮູບພາບຂອງຜ່ານເຟສບຸກສ່ວນຕົວ ພ້ອມສະແດງຄວາມຍິນດີ ຢ່າງສຸກໃຈທີ່ສຸດ, ທີ່ເຄື່ອງລະດົມທຶນຊ່ວຍເຫຼືອຖືກສົ່ງເຖິງໃຫ້ແຕ່ລະພາກສ່ວນ ແມ່ນຮອດມື ແລະ ໄດ້ມອບຮັບເປັນທີ່ຮຽບຮ້ອຍແລ້ວ. ໂດຍສະເພາະ, ໂຮງໝໍຕ່າງແຂວງ ຫຼາຍພາກສ່ວນເພິ່ນກໍໄດ້ຖ່າຍຮູບການຮັບເອົາເຄື່ອງເປັນທີ່ສຳເລັດ ພ້ອມຂຽນຂອບອົກຂອບໃຈ ສາວລູກນໍ້າຜູ້ທີ່ງາມທັງກາຍ ແລະ ໃຈ ທີ່ຕັ້ງໃຈລະດົມທຶນຊ່ວຍເຫຼືອ ໃນວິກິດການແບບນີ້ ຂໍໃຫ້ບຸນຄໍ້ານໍາຊູ.
ໃນດ້ານລະບົບການສຶກສາກໍເຊັ່ນກັນ, ລູກນໍ້າຈຶ່ງເຫັນຄວາມສຳຄັນໃນດ້ານນີ້ດີ ບໍ່ວ່າຈະເປັນການຊ່ວຍລະດົມທຶນສ້າງໂຮງຮຽນ, ລະດົມເງິນຊື້ອຸປະກອນຕ່າງໆ ເຊັ່ນດຽວກັນກັບການຊ່ວຍເຫຼືອໂຮງຮຽນ ຢູ່ແຂວງໄຊຍະບູລີ ທີ່ຍັງຂາດເຂີນບໍ່ວ່າຈະເປັນອຸປະກອນເຄື່ອງໃຊ້ຈຳເປັນເຊັ່ນ: ຄອມພິວເຕີ້ ເພື່ອໃຫ້ຄູອາຈານ ແລະ ນັກຮຽນໄດ້ດຳເນີນການຮຽນ-ການສອນຢ່າງມີປະສິດທິພາບຂຶ້ນ. ໃນວັນທີ 14 ພຶດສະພາ 2020 ທີ່ຜ່ານມາ, ລູກນໍ້າໄດ້ໂພສຜ່ານເຟສບຸກສ່ວນຕົວເພື່ອລະດົມທຶນວ່າ: ລະດົມທຶນຊື້ຄອມໃຫ້ໂຮງຮຽນ ບ້ານດອນຕິ້ວ ເມືອງພຽງ ຢູ່ແຂວງ ໄຊຍະບູລີ.
ລູກນໍ້າ - ທິດາລັດ ວົງສິລິ ຍັງໄດ້ລິເລີ່ມເປີດລະດົມທຶນເພື່ອປະກອບສ່ວນໃນການສ້ອມແປງຫ້ອງຮຽນຢູ່ໂຮງຮຽນປະຖົມໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ, ໂດຍມີຜູ້ຮ່ວມຊ່ວຍເຫຼືອວັດຖຸປັດໃຈເປັນຈຳນວນຫຼາຍ. ລູກນໍ້າ ໄດ້ໂພສອັບເດດຄວາມຄືບໜ້າທີ່ໄດ້ເຮັດຕັ້ງແຕ່ເດືອນທັນວາ ປີ 2019 ຈົນຮອດທີ 24 ກຸມພາ ປີ 2020 ທີ່ຜ່ານມາ ສຳລັບໂຄງການກໍ່ສ້າງສ້ອມແປງຫ້ອງຮຽນ ຢູ່ໂຮງຮຽນປະຖົມບ້ານໂພນຂາມ ເມືອງປາກງື່ມ ນະຄອນຫຼວງວຽງຈັນນີ້, ລູກນໍ້າ ໄດ້ກ່າວໄວ້ກ່ອນໜ້ານີ້ວ່າ ມູນຄ່າການກໍ່ສ້າງທັງໝົດແມ່ນຫຼາຍກວ່າ 26 ລ້ານກີບ. ເຫດຜົນທີ່ສາວຄົນນີ້ເລືອກທີ່ຈະມາຊ່ວຍເຫຼືອກໍ່ສ້າງສ້ອມແປງຫ້ອງຮຽນໃນໂຮງຮຽນດັ່ງກ່າວ ກໍຍ້ອນພົບເຫັນສະພາບທີ່ບໍ່ເອື້ອອຳນວຍຕໍ່ການຮຽນຂອງຫ້ອງຮຽນ ເຊິ່ງຜູ້ກ່ຽວກ່າວໄວ້ວ່າ ເປັນຫ້ອງຮຽນທີ່ເປີດໂລ່ງ ບໍ່ມີຝາແອ້ມ ເຮັດໃຫ້ຫຍຸ້ງຍາກຕໍ່ການຮຽນການສອນໃນໄລຍະຍາມຝົນ ແລະ ຍາມໜາວ.
ນອກຈາກນັ້ນ, ໃນປີ 2018 ລູກນໍ້າ ທິດາລັດ ຊ່ວຍເຫຼືອດ້ວຍໃຈ ນາງສາວລາວປີ 2011 ຄົນນີ້ໄດ້ລົງພື້ນທີ່ປະສົບໄພ, ມອບເຄື່ອງບລິຈາກໃຫ້ພີ່ນ້ອງຊາວອັດຕະປືເພື່ອມອບເຄື່ອງບໍລິຈາກ ໃຫ້ແກ່ຜູ້ປະສົບໄພພິບັດນໍ້າຖ້ວມຄັ້ງຮ້າຍແຮງທີ່ອັດຕະປື. ລູກນໍ້າລະບຸວ່າ ເດີນທາງກວ່າ 13 ຊົ່ວໂມງ ໄດ້ນອນພຽງແຕ່ 3 ຊົ່ວໂມງ ໂດຍຕັ້ງໃຈນຳເອົາເສື້ອຜ້າທັງຂອງຜູ້ໃຫຍ່ ແລະ ເດັກນ້ອຍ ລວມທັງເສື້ອຜ້າ, ອາຫານ ແລະ ຕຸກກະຕາ ມາປະກອບສ່ວນເປັນກຳລັງໃຈໃຫ້ກັບພີ່ນ້ອງທີ່ປະສົບໄພ. ທີ່ສຳຄັນກໍຄື ລູກນໍ້າບອກວ່າ ງານນີ້ມາດ້ວຍ "ໃຈ" ລ້ວນໆ.
ແລະ ນີ້ກໍເປັນເລື່ອງລາວບາງສ່ວນ ໃນການເຮັດດີ, ປະກອບສ່ວນຊ່ວຍເຫຼືອສັງຄົມ ທີ່ສາວງາມຄົນນີ້ຍື່ນມືຊ່ວຍເຫຼືອສັງຄົມດ້ວຍໃຈ ຂໍຊົມເຊີຍເດີ້ ທັງງາມ ແລະ ໃຈບຸນສົມເປັນຊຸບຕາເມືອງລາວແທ້ໆ!
ຂໍຂອບໃຈ