ທາງລົດໄຟ ລາວ-ຈີນ ຈະນຳໃຊ້ດິນກວ່າ 3.000 ເຮັກຕາ ສຳລັບແລວທາງ-ສະຖານີ

ໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ ຈະມີຂອບເຂດ ການນຳໃຊ້ເນື້ອທີ່ ດິນຖາວອນ ສຳລັບແລວທາງລົດໄຟ ແລະ ສະຖານີ ລວມທັງໝົດ ປະມານ 3.058 ເຮັກຕາ ແລະ ຂອບເຂດການນຳໃຊ້ເນື້ອທີ່ດິນ ຊົ່ວຄາວສຳລັບ ເປັນບໍ່ດິນ, ບໍ່ຫີນ ແລະ ເປັນບ່ອນຖິ້ມ ສິ່ງເສດເຫລືອ 800 ເຮັກຕາ.ນອກຈາກດິນຂ້າງເທິງແລ້ວ ຍັງຕ້ອງໄດ້ສະຫງວນ ເນື້ອທີ່ດິນຈຳນວນໜຶ່ງ ຢູ່ທາງທິດໃຕ້ຂອງ ນະຄອນຫລວງວຽງຈັນ ເພື່ອຮອງຮັບການກໍ່ສ້າງ ລະບົບສາງ ແລະ ສູນປ່ຽນຖ່າຍ ແຈກສິນຄ້າ (ໂລຈິດສະຕິກ) ທີ່ທັນສະໄໝ.
ໂຄງການກໍ່ສ້າງ ເສັ້ນທາງລົດໄຟ ລາວ-ຈີນ ມີມູນຄ່າ ເກືອບ 6 ຕື້ໂດລາສະຫະລັດ ເຊິ່ງຜົນຕອບແທນ ຕົ້ນທຶນ 4,38%, ໄລຍະທີ່ສາມາດ ແທນທຶນຄືນທັງໝົດ 35 ປີ ລວມທັງໄລຍະກໍ່ສ້າງ. ສ່ວນຜົນຕອບແທນ ທາງເສດຖະກິດ ຂອງໂຄງການນີ້ແມ່ນ 24,57% ຖືວ່າສູງກວ່າຄ່າ ມາດຕະຖານ ດ້ານປະສິດທິຜົນ ໂດຍລວມທີ່ກຳນົດໄວ້ 12% ເພາະວ່າເມື່ອ ໂຄງການສຳເລັດແລ້ວ ຈະປະກອບສ່ວນສຳຄັນ ເຂົ້າໃນການຊຸກຍູ້ ຂະບວນການຜະລິດ ເປັນສິນຄ້າ ໂດຍລວມຂອງປະຊາຊົນ ບັນດາເຜົ່າ. ສຳລັບໂຄງສ້າງ ການລົງທຶນ ລາວ-ຈີນ ຈະຕ້ອງໄດ້ສ້າງຕັ້ງ ບໍລິສັດຮ່ວມທຶນສອງຝ່າຍ ໂດຍຝ່າຍລາວຖືຫຸ້ນ 30% ແລະຈີນ ຖືຫຸ້ນ 70% ເຊິ່ງແຕ່ລະຝ່າຍ ຕ້ອງອອກເງິນຕົ້ນທຶນ ຕາມອັດຕາສ່ວນ ຂອງການຖືຫຸ້ນຂອງຕົນ ລວມກັນໃຫ້ໄດ 40% ຂອງມູນຄ່າໂຄງການ, ສ່ວນ60% ບໍລິສັດຮ່ວມທຶນ ຈະກູ້ຢືມນຳ ທະນາຄານຂອງ ສປ ຈີນ.
ສຳລັບການອອກເງິນຕົ້ນທຶນ ຂອງຝ່າຍລາວ ລວມປະມານ 730 ລ້ານໂດລາສະຫະລັດ ນັ້ນ ຝ່າຍລາວສາມາດ ອອກເງິນຕົ້ນທຶນເຂົ້າໃນ ໂຄງການນີ້ກ່ອນປະມານ 50 ລ້ານໂດລາສະຫະລັດ ເຊິ່ງລວມໄລຍະ 5 ປີຂອງການກໍ່ສ້າງ ເປັນເງິນທັງໝົດ 250 ລ້ານໂດລາສະຫະລັດ. ສ່ວນຈຳນວນ ທີ່ຍັງບໍ່ພໍປະມານ 480ລ້ານໂດລາສະຫະລັດ ຝ່າຍລາວໄດ້ສະເໜີ ລັດຖະບານຈີນ ພິຈາລະນາ ແກ້ໄຂດ້ວຍຮູບແບບກູ້ຢືມ ດອກເບ້ຍນະໂຍບາຍ. ດັ່ງນັ້ນ, ສາມາດເວົ້າໄດ້ວ່າ ການສະເໜີໂຄງສ້າງ ການລົງທຶນໃນລັກສະນະນີ້ ແມ່ນຄວາມພະຍາຍາມ ຂອງຝ່າຍຈີນ ທີ່ຈະເຮັດໃຫ້ໂຄງການ ມີຄວາມເປັນໄປໄດ້ສູງ ບົນພື້ນຖານຄວາມຫຍຸ້ງຍາກ ທາງດ້ານການເງິນ ໃນຂັ້ນຕົ້ນຂອງຝ່າຍລາວ ./.
ຂໍຂອບໃຈ
ຂໍ້ມູນ : kpl.gov.la
ພາບ : www.laopost.com