ການຫ້າມໃຊ້ຖົງຢາງປລາສຕິກມີຜົນດີຕໍ່ສິ່ງແວດລ້ອມແທ້ບໍ່?

ນັບເປັນເວລາຫຼາຍສິບປີມາແລ້ວທີ່ຖົງຢາງປລາສຕິກໄດ້ມີບົດບາດສໍາຄັນ ແລະ ເປັນສ່ວນໜຶ່ງທີ່ຊ່ວຍໃຫ້ການດໍາລົງຊີວິດຂອງມະນຸດເຮົາມີຄວາມສະດວກສະບາຍຫຼາຍຂຶ້ນ ໂດຍສະເພາະໃນການບັນຈຸສິ່ງຂອງ ແລະ ການຈັບຈ່າຍໃຊ້ສອຍຕ່າງໆ ຈົນຫຼາຍຄົນລືມຄິດໄປວ່າ ສິ່ງປະດິດທີ່ຖືກສ້າງຂຶ້ນມາເພື່ອຊ່ວຍໂລກໃນອະດີດນັ້ນ ໄດ້ກາຍເປັນບັນຫາສໍາຄັນລະດັບໂລກໄປແລ້ວ.
ໃນປີ 1959 ຖົງຢາງປລາສຕິກ ໄດ້ຖືກຜະລິດຂຶ້ນເປັນຄັ້ງທໍາອິດ ເພື່ອທົດແທນການໃຊ້ຖົງເຈ້ຍ ທີ່ຜະລິດຈາກຕົ້ນໄມ້ ເຊິ່ງຖືວ່າເປັນສິ່ງທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມໃນເວລານັ້ນ, ແຕ່ຍ້ອນປະລິມານການນໍາໃຊ້ທີ່ໄດ້ເພີ່ມຂຶ້ນຢ່າງມະຫາສານ ໄດ້ເຮັດໃຫ້ມັນກາຍເປັນສາເຫດທີ່ສໍາຄັນຂອງບັນຫາສິ່ງແວດລ້ອມຂອງໂລກໃນປັດຈຸບັນ. ບັນດາປະເທດທົ່ວໂລກ ຈຶ່ງໄດ້ພະຍາຍາມຈໍາກັດ ແລະ ຫຼຸດຜ່ອນການນໍາໃຊ້ຖົງຢາງປລາສຕິກ ດ້ວຍການປະຕິບັດມາດຕະການຕ່າງໆ ແລະ ໜຶ່ງໃນນັ້ນແມ່ນ “ການຫ້າມໃຊ້ຖົງຢາງປລາສຕິກ” ໂດຍແມ່ນ ບັງກະລາເດັດ ທີ່ເລີ່ມຕົ້ນເປັນປະເທດທໍາອິດຂອງໂລກ ໃນປີ 2002. ຈາກນັ້ນຫຼາຍກວ່າ 127 ປະເທດທົ່ວໂລກ ກໍໄດ້ປະຕິບັດມາດຕະການເຊັ່ນດຽວກັນນີ້ ເຊັ່ນ: ສະຫະລັດອາເມລິກາ (ລັດຄາລິຟໍເນຍ) ໃນປີ 2014 , ເຄັນຢາ ໃນປີ 2017 ຫຼື ປະເທດໄທ ກໍໄດ້ເລີ່ມຫ້າມແຈກຖົງຢາງປລາສຕິກຢູ່ຮ້ານຂາຍເຄື່ອງຍ່ອຍທົ່ວປະເທດ ໃນຕົ້ນປີ 2020 ແລະ ລວມເຖິງປະເທດລາວຂອງພວກເຮົາ ກໍໄດ້ເລີ່ມຫ້າມໃຊ້ຖົງຢາງປລາສຕິກຢູ່ຕະຫຼາດ ໜອງຈັນ ໃນວັນທີ 17 ພຶດສະພາ 2020 ທີ່ຜ່ານມານີ້. ເຖິງຢ່າງໃດກໍດີ, ຍັງມີການຕັ້ງຂໍ້ສັງເກດຢູ່ສະເໝີວ່າ ມາດຕະການດັ່ງກ່າວນີ້ສາມາດແກ້ໄຂບັນຫາດ້ານສິ່ງແວດລ້ອມໄດ້ແທ້ ຫຼື ບໍ່?
ພາບ: The Times
ໃນສາຍຕາຂອງຄົນສ່ວນຫຼາຍອາດເຫັນວ່າ ການຫ້າມໃຊ້ຖົງຢາງປລາສຕິກ ເປັນວິທີການທີ່ດີທີ່ສຸດໃນການແກ້ໄຂບັນຫາດ້ານສິ່ງແວດລ້ອມ ເນື່ອງຈາກວ່າ ມັນເປັນການຫຼຸດຜ່ອນປະລິມານສິ່ງເສດເຫຼືອຈໍານວນມະຫາສານຈາກຖົງຢາງປລາສຕິກທີ່ໃຊ້ແລ້ວລົງໄດ້. ອົງການສະຫະປະຊາຊາດໄດ້ຍົກໃຫ້ເຫັນຜົນສໍາເລັດຂອງການຫ້າມໃຊ້ຖົງຢາງປລາສຕິກຢູ່ປະເທດເຄັນຢາ ວ່າ: ວິທີການນີ້ສາມາດຫຼຸດຜ່ອນການໃຊ້ຖົງຢາງປລາສຕິກລົງໄດ້ເຖິງ 80% ຂອງຖົງຢາງປລາສຕິກທີ່ຖືກນໍາໃຊ້ທັງໝົດຫຼາຍກວ່າ 100 ລ້ານຖົງຕໍ່ປີ.
ພາບ: UN Environment
ໃນທາງກົງກັນຂ້າມ, ຜົນການຄົ້ນຄວ້າຂອງນັກເສດຖະສາດທີ່ມີຊື່ວ່າ Rebecca Taylor ເຫັນວ່າ ການຫ້າມໃຊ້ຖົງຢາງປລາສຕິກຢູ່ລັດຄາລິຟໍເນຍ (ສະຫະລັດອາເມລິກາ) ສາມາດຊ່ວຍເຮັດໃຫ້ປະລິມານຂີ້ເຫຍື້ອທີ່ເປັນຖົງຢາງປລາສຕິກຫຼຸດລົງໄດ້ຢ່າງຫຼວງຫຼາຍ ແຕ່ຈໍານວນຜູ້ຊື້ຖົງຢາງດໍາ ຫຼື ຖົງໃສ່ຂີ້ເຫຍື້ອມາໃຊ້ ພັດເພີ່ມຂຶ້ນເຖິງ 120% ເຊິ່ງເປັນເລື່ອງທີ່ໜ້າເປັນຫ່ວງເພາະຖົງຢາງຊະນິດນີ້ຈະມີຄວາມໜາກວ່າ ແລະ ຍ່ອຍໄດ້ຍາກກວ່າທຸກຢາງປລາສຕິກທົ່ວໄປ. ບໍ່ພຽງແຕ່ເທົ່ານັ້ນ, ການຫ້າມໃຊ້ຖົງຢາງປລາສຕິກຍັງເຮັດໃຫ້ມີການນໍາໃຊ້ຖົງເຈ້ຍເພີ່ມຂຶ້ນອີກດ້ວຍ ເຊິ່ງຍິ່ງເປັນວິທີທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມຫຼາຍກວ່າເກົ່າ ເນື່ອງຈາກວ່າ ການຜະລິດຖົງເຈ້ຍຕ້ອງໃຊ້ຫຼາຍກວ່າຖົງຢາງປລາສຕິກ ໂດຍສະເພາະແມ່ນຕົ້ນໄມ້ ແລະ ນໍ້າສະອາດ. ນອກນັ້ນ, ສໍາລັບຖົງເຈ້ຍ ຕ້ອງໄດ້ໃຊ້ຊໍ້າອີກເຖິງ 43 ຄັ້ງ ຈຶ່ງຈະເກີດຜົນດີຕໍ່ສິ່ງແວດລ້ອມ.
ພາບ: PERFECT PACKAGING
ແລ້ວຈະເຮັດແນວໃດຈຶ່ງຈະສາມາດແກ້ໄຂບັນຫານີ້ໄດ້ຢ່າງມີປະສິດທິຜົນ?
ຜົນການຄົ້ນຄວ້າຂອງ Rebecca Taylor ໄດ້ໃຫ້ຂໍ້ສະຫຼຸບວ່າ ວິທີການທີ່ດິທີ່ສຸດໃນການແກ້ໄຂບັນຫາສິ່ງເສດເຫຼືອຈາກຖົງຢາງປລາສຕິກແມ່ນ “ການນໍາກັບມາໃຊ້ຄືນໃໝ່ (Reuse)” ນັ້ນເອງ ເຊິ່ງເຊື່ອວ່າເປັນວິທີທີ່ຫຼາຍຄົນເຄີຍໄດ້ເຮັດມາກ່ອນແລ້ວ.
ສຸດທ້າຍແລ້ວ ເຖິງວ່າການຫ້າມໃຊ້ຖົງຢາງປລາສຕິກ ຈະກໍໃຫ້ເກີດຜົນດີ ຫຼື ຜົນເສຍໜ້ອຍຫຼາຍພຽງໃດກໍຕາມ, ຢ່າງໜ້ອຍກໍຖືວ່າເປັນສິ່ງທີ່ສາມາດກະຕຸ້ນໃຫ້ຄົນຫັນມາຮັບຮູ້ ແລະ ມີສ່ວນຮ່ວມໃນປົກປັກຮັກສາສິ່ງແວດລ້ອມຫຼາຍຂຶ້ນ. ໂດຍລວມແລ້ວ ຖ້າສາມາດຈໍາກັດການໃຊ້ຖົງຢາງປລາສຕິກລົງໄດ້, ມົນລະພິດຕໍ່ສິ່ງແວດລ້ອມກໍຈະຫຼຸດລົງ ແລະ ໂລກຂອງພວກເຮົາກໍຈະໜ້າຢູ່ຂຶ້ນຢ່າງແນ່ນອນ.
ໂດຍ: Bouavonh Biachampah
ແຫຼ່ງອ້າງອີງ:
- https://www.independent.co.uk/environment/plastic-bags-pollution-paper-cotton-tote-bags-environment-a9159731.html
- https://www.unenvironment.org/news-and-stories/story/birth-ban-history-plastic-shopping-bag
- https://www.nationalgeographic.com/environment/2019/04/plastic-bag-bans-kenya-to-us-reduce-pollution/
- https://www.ncsl.org/research/environment-and-natural-resources/plastic-bag-legislation.aspx#:~:text=Eight%20states%E2%80%94California%2C%20Connecticut%2C,bags%20at%20large%20retail%20stores.
- https://www.unenvironment.org/news-and-stories/story/birth-ban-history-plastic-shopping-bag
- https://thestandard.co/stop-using-plastic-bags-010120/
- https://v2.vientianemai.net/archives/3981?fbclid=IwAR3bG1QHu2VQMSQ3f03_71SnTWyXixEVKS-gKi2L5kQYSdAGoMgewergHjA
- https://thestandard.co/no-plastic-bags-2/
- https://www.channelnewsasia.com/news/singapore/businesses-using-paper-instead-of-plastic-not-necessarily-better-12200916