ໃນອະນາຄົດຕົ້ນໄມ້ອາດມີອາຍຸສັ້ນລົງ ແລະ ຄົນເຮົາກໍມີສ່ວນທີ່ເຮັດໃຫ້ມັນເປັນແບບນັ້ນ!

ເຖິງຈະມີການຢັ້ງຢືນວ່າ ການປູກຕົ້ນໄມ້ພຽງຢ່າງດຽວຈະບໍ່ສາມາຫຼຸດຜ່ອນພາວະໂລກຮ້ອນໄດ້ ແຕ່ກໍຖືວ່າເປັນທາງເລືອກທີ່ດີທີ່ສຸດໃນເວລານີ້ ແລະ ຫຼາຍໆປະເທດກໍໄດ້ຕັ້ງເປົ້າໝາຍໃນການເພີ່ມເນື້ອທີ່ປ່າໄມ້ໃຫ້ຫຼາຍຂຶ້ນ. ໃນຂະນະດຽວກັນ, ກໍມີການຄົ້ນພົບວ່າ ຕົ້ນໄມ້ໃນຫຼາຍພາກພື້ນທົ່ວໂລກກໍາລັງຖືກຄຸກຄາມ ແລະ ມີຈໍານວນຫຼຸດລົງຢ່າງຕໍ່ເນື່ອງ.
ໃນປີ 2018 ມີລາຍງານວ່າ ຕົ້ນບາວບັບ (Baobab) ເຊິ່ງເປັນຕົ້ນໄມ້ທີ່ມີຂະໜາດໃຫຍ່ ແລະ ອາຍຸຍືນທີ່ສຸດໃນປະເທດອາຟຣິກກາໃຕ້ ໄດ້ລົ້ມຕາຍລົງຢ່າງຕໍ່ເນື່ອງຕະຫຼອດໄລຍະເວລາກວ່າໜຶ່ງທົດສະວັດທີ່ຜ່ານມາ, ສົ່ງຜົນໃຫ້ບັນດານັກວິທະຍາສາດໃນສາຂາທີ່ກ່ຽວຂ້ອງ ໄດ້ໃຫ້ຄວາມສົນໃຈ ແລະ ສຶກສາຄົ້ນຄວ້າຢ່າງຈິງຈັງກ່ຽວກັບການປ່ຽນແປງຂອງຕົ້ນໄມ້ຊະນິດອື່ນໆຢູ່ທົ່ວໂລກ.
ຕົ້ນບາວບັບ ທີ່ປະເທດ ທານຊາເນຍ (Tanzania) /ພາບ: Pixabay
ເມື່ອບໍ່ດົນມານີ້ ມີລາຍງານວ່າ ໃນໄລຍະປີ 1900-2015 ໂລກໄດ້ສູນເສຍປ່າໄມ້ທີ່ມີອາຍຸເກົ່າແກ່ໄປແລ້ວຫຼາຍກວ່າ 1/3 ຂອງເນື້ອທີ່ປ່າໄມ້ທັງໝົດ ແລະ ໄດ້ມີອັດຕາການຕາຍເພີ່ມຂຶ້ນເປັນສອງເທົ່າໃນ 4 ທົດສະວັດຜ່ານມາ. ຜົນການຄົ້ນຄວ້າ ຍັງໄດ້ລະບຸວ່າ ສາເຫດຕົ້ນຕໍທີ່ເຮັດໃຫ້ເກີດບັນຫາດັ່ງກ່າວແມ່ນ ການຕັດໄມ້ທຳລາຍປ່າ, ໄຟໄໝ້ປ່າ ແລະ ອີກສາເຫດໜຶ່ງທີ່ສໍາຄັນແມ່ນ ການເກີດໄພແຫ້ງແລ້ງທີ່ຮຸນແຮງ ແລະ ຍາວນານ ເນື່ອງຈາກການປ່ຽນແປງດິນຟ້າອາກາດ ໂດຍສະເພາະແມ່ນ ການເພີ່ມຂຶ້ນຂອງອຸນຫະພູມໂລກ. ເມື່ອຕົ້ນໄມ້ ໂດຍສະເພາະຕົ້ນໄມ້ທີ່ມີຂະໜາດໃຫຍ່ ແລະ ເກົ່າແກ່ມີຈໍານວນຫຼຸດລົງ, ປ່າໄມ້ກໍຈະເຫຼືອພຽງແຕ່ຕົ້ນໄມ້ຂະໜາດນ້ອຍ, ຄວາມຫຼາກຫຼາຍດ້ານຊີວະນາໆພັນ ກໍຈະໄດ້ຮັບຜົນກະທົບ, ຄວາມຊຸ່ມໃນດິນຫຼຸດລົງ, ບ່ອນຢູ່ອາໄສຂອງພືດ-ສັດກໍຈະມີຈໍາກັດ ແລະ ຄວາມສາມາດໃນການດູດຊັບຄາບອນໄດອັອກຊາຍ (CO2) ກໍຈະຫຼຸດລົງອີກດ້ວຍ.
ສະພາບປ່າໄມ້ຫຼັງຈາກໄຟໄໝ້ປ່າ ທີ່ລັດຄາລິຟໍເນຍ, ສະຫະລັດອາເມຣິກາ /ພາບ: Pixabay
ເຖິງຢ່າງໃດກໍຕາມ, ຜົນການຄົ້ນຄວ້າຂອງ ມະຫາວິທະຍາໄລແຄມບຣິດ (University of Cambridge) ໄດ້ຢັ້ງຢືນວ່າ ການປ່ຽນແປງດິນຟ້າອາກາດສາມາດກະຕຸ້ນໃຫ້ຕົ້ນໄມ້ມີການຈະເລີນເຕີບໂຕໄວຂຶ້ນ ໂດຍນັກຄົ້ນຄວ້າໄດ້ໃຫ້ເຫດຜົນວ່າ ອຸນຫະພູມທີ່ສູງຂຶ້ນຈະຊ່ວຍເພີ່ມໄລຍະເວລາ ຫຼື ລະດູຂອງການຈະເລີນເຕີບໂຕຂອງຕົ້ນໄມ້. ແຕ່ໃນທາງກົງກັນຂ້າມ, ເມື່ອຕົ້ນໄມ້ຈະເລີນເຕີບໂຕໄວຂຶ້ນ ພວກມັນກໍຈະອ່ອນແອ ແລະ ຕາຍໄວຂຶ້ນເຊັ່ນກັນ. ນອກຈາກນີ້, ຍັງມີການລາຍງານວ່າ ເມື່ອຕົ້ນໄມ້ໄດ້ຖືກຄຸກຄາມຈາກປັດໄຈຕ່າງໆແລ້ວ ພວກມັນຈະມີຂະໜາດນ້ອຍ (ເຕ້ຍ) ລົງກວ່າເກົ່າຢ່າງຊັດເຈນ ແລະ ບໍ່ສາມາດຟື້ນຄືນສູ່ສະພາບເດີມໄດ້. ເມື່ອເປັນດັ່ງນັ້ນ, ຄວາມສາມາດຂອງຕົ້ນໄມ້ທີ່ເຮັດໜ້າທີ່ໃນການຫຼຸດຜ່ອນພາວະໂລກຮ້ອນກໍຈະຍິ່ງຫຼຸດລົງ ເນື່ອງຈາກວ່າ ໂດຍທົ່ວໄປແລ້ວ ຕົ້ນໄມ້ທີ່ມີຂະໜາດໃຫຍ່ ແລະ ມີອາຍຸຫຼາຍຈະສາມາດເກັບກັກ CO2 ໄດ້ຫຼາຍກວ່າ ແລະ ເມື່ອພວກມັນຕາຍ ນອກຈາກຈະບໍ່ສາມາດເຮັດໜ້າທີ່ນີ້ໄດ້ແລ້ວ, ຍັງຈະມີການປ່ອຍ CO2 ເພີ່ມຂຶ້ນອີກດ້ວຍ.
ຮູບຈໍາລອງສະແດງເຖິງການປ່ຽນແປງຂອງຕົ້ນໄມ້ພາຍຫຼັງຖືກຄຸກຄາມ /ພາບ: Forbs.com
ໃນສະຖານະການແບບນີ້ ສິ່ງທີ່ພວກເຮົາສາມາດເຮັດໄດ້ທັນທີໃນເວລານີ້ກໍອາດຈະເປັນການປູກຕົ້ນໄມ້ ຄຽງຄູ່ກັບການປົກປັກຮັກສາ ແລະ ຟື້ນຟູປ່າໄມ້ທີ່ມີຢູ່ແລ້ວໃຫ້ອຸດົມສົມບູນຂຶ້ນ. ແຕ່ສິ່ງທີ່ນັກວິທະຍາສາດແນະນໍາກໍຄື ຕ້ອງຫຼຸດປະລິມານການປ່ອຍ CO2 ສູ່ຊັ້ນບັນຍາກາດໃຫ້ໄດ້ຫຼາຍທີ່ສຸດ ຈຶ່ງຈະສາມາດຊ່ວຍໃຫ້ມະນຸດ ແລະ ໂລກຂອງພວກເຮົາຫຼຸດພົ້ນອອກຈາກບັນຫາພາວະໂລກຮ້ອນທີ່ກໍາລັງເກີດຂຶ້ນນີ້ໄດ້.
ບົດຄວາມໂດຍ: Bouavonh Biachampah
ແຫຼ່ງຂໍ້ມູນ:
- https://blogs.agu.org/geospace/2017/05/18/planting-trees-cannot-replace-cutting-carbon-dioxide-emissions-study-shows/
- https://go.nature.com/2MkDvEv
- https://on.natgeo.com/2U0DLN7
- https://www.carbonbrief.org/european-forests-could-live-fast-and-die-young-in-a-warming-climate
- https://www.forbes.com/sites/jamesconca/2020/05/31/climate-change-driving-forests-to-smaller-and-younger-trees/#2d7741ab2787