ເອໄອ (AI) ຄືອີ່ຫຍັງ? ທຳຄວາມເຂົ້າໃຈແບບງ່າຍໆ ຮູ້ໄດ້ໃນ 5 ນາທີ

AI (Artificial Intelligence) - ປັນຍາປະດິດ ໝາຍເຖິງການຮວບຮວມສາດສາຂາຕ່າງໆ ເຂົ້າໄວ້ນຳກັນ ເພື່ອທີ່ສາມາດສອນໃຫ້ຄອມພິວເຕີ້ສາມາດຮຽນແບບ ຫຼື ຈຳລອງພຶດຕິກຳຂອງມະນຸດໄດ້ເຊັ່ນ: ຄວາມສາມາດໃນການວາງແຜນ, ຄວາມສາມາດໃນການຮຽນຮູ້ການແກ້ໄຂບັນຫາ, ຄວາມສາມາດໃນການເຂົ້າໃຈເຫດ ແລະ ຜົນ ໄປຈົນເຖິງຄວາມຄິດສ້າງສັນທາງດ້ານຕ່າງໆ.
ປັດຈຸບັນ AI ກາຍເປັນສ່ວນໜຶ່ງຂອງການໃຊ້ຊີວິດຂອງຄົນເຮົາໂດຍທີ່ເຮົາເອງອາດຈະບໍ່ຮູ້ໂຕ ຜ່ານທາງການນຳໃຊ້ບໍລິການຕ່າງໆ ບໍ່ວ່າຈະເປັນ ການນຳສະເໜີສິນຄ້າທີ່ຜູ່ໃຊ້ສົນໃຈ ເຊິ່ງຈະອ້າງອີງຈາກຄຳຄົ້ນຂອງຜູ່ໃຊ້ເອງໃນອິນເຕີເນັດ, ການວິນິດໄສທາງການແພດຈາກອາການ ຫຼື ແຜ່ນຟີມເອກຊ໌ເຣ (X-rays), ການປັບແສງສະຫວ່າງ ຫຼື ອຸນຫະພູມພາຍໃນຫ້ອງ ອີງໃສ່ປັດໄຈທາງດ້ານສະພາບອາກາດປັດຈຸບັນຂອງອຸປະກອນ Smart home, ການຄົ້ນຫາເສັ້ນທາງທີ່ໃກ້ທີ່ສຸດໃນແຜນທີ່ ເປັນຕົ້ນ.
ຕົວຢ່າງການນຳໃຊ້ AI ຂອງບໍລິສັດຍັກໃຫຍ່ລະດັບໂລກ
- Siri - ທຸກຄົນອາດຈະຄຸ້ນຫູກັບຜູ່ຊ່ວຍອັດສະລິຍະທີ່ຊື່ວ່າ ສິຣິ (Siri) ຈາກບໍລິສັດຍັກໃຫຍ່ ແອັບເປິ້ນ (Apple),. ສິຣິ ເປັນຜູ່ຊ່ວຍທີ່ຖືກຝັງມາກັບອຸປະກອນຕ່າງໆ ຂອງບໍລິສັດແອັບເປິ້ນ ເຊັ່ນ: ໄອໂຟນ (iPhone), ໄອແພດ (iPad), ແມັກ (mac) ລຸ້ນຕ່າງໆ ເຊິ່ງ ສິຣິ ເອງສາມາດທີ່ຈະໂຕ້ຕອບກັບຜູ່ໃຊ້ງານ ແລະ ເຮັດວຽກພື້ນຖານຕາມຄຳສັ່ງຂອງຜູ່ໃຊ້ງານ ຕົວຢ່າງ: ຊ່ວຍຄົ້ນຫາຂໍ້ມູນໃນອິເຕີເນັດອິນເຕີເນັດ, ຫາເບີໂທລະສັບພາຍໃນເຄື່ອງ ແລະ ສາມາດສັ່ງໂທອອກ ຫຼື ສົ່ງຂໍ້ຄວາມໄດ້, ເພີ່ມຕາຕະລາງນັດໝາຍລົງໃນປະຕິທິນ ແລະ ອື່ນໆ ອີກຫຼາຍ.
ແນ່ນອນວ່າ ສິຣິ ຈະບໍ່ສາມາດເຂົ້າໃຈຄຳສັ່ງຈາກຜູ່ໃຊ້ງານໄດ້ເລີຍ ຫາກປາສະຈາກການຝຶກໃຫ້ ສິຣິ ເອງມີຄວາມສະຫຼາດດ້ວຍເຕັກໂນໂລຊີ Machine learning, ເຊິ່ງເປັນຂະບວນການປ້ອນຂໍ້ມູນໃຫ້ແກ່ລະບົບຄອມພິວເຕີຮຽນຮູ້ ແລະ ສາມາດເຂົ້າໃຈພາສາທີ່ມະນຸດເຮົາໃຊ້ໃນການສື່ສານກັນໄດ້ໃນທີ່ສຸດ. ນອກຈາກ ສິຣິ ແລ້ວກໍ່ຍັງມີບໍລິການທີ່ຄ້າຍໆ ກັນທີ່ໄດ້ຮັບຄວາມນິຍົມເຊັ່ນ: Alexa ຂອງ Amazon, Google Assistant ຈາກ Google, Cortana ຂອງ Microsoft ແລະ ອື່ນໆ.
ສິຣິ (Siri) ເປັນຜູ້ຊ່ວຍອັດສະລິຍະໃນລະບົບປະຕິບັດການ iOS ຂອງ Apple ແລະ ກໍໃຊ້ເຕັກໂນໂລຊີ AI ເຂົ້າມາຊ່ວຍໃນການເຮັດວຽກ / ພາບ: APPLE
- Tesla - ເປັນອີກໜຶ່ງບໍລິສັດທີ່ໄດ້ຮັບການກ່າວເຖິງໃນວົງການຍານຍົນ ແລະ ເຕັກໂນໂລຊີ, ຫຼັງຈາກເປີດໂຕລົດໄຮ້ຄົນຂັບ ຫຼື ທີ່ເທສລ່າ.(Tesla) ເອີ້ນວ່າ FSD (Full self-driving). ແນ່ນອນວ່າເບື້ອງຫຼັງຂອງການເປັນຍານຍົນຂັບເຄື່ອນອັດຕະໂນມັດນັ້ນຕ້ອງອາໄສເຕັກໂນໂລຊີປັນຍາປະດິດ (AI) ເຂົ້າມາມີບົດບາດໃນການວິເຄາະສະຖານະການ, ສະພາບການອ້ອມຂ້າງ ເພື່ອຕັດສິນໃຈໃນການເຄື່ອນທີ່ ຫຼົບຫຼີກ ຫຼື ຢຸດລົດ. ເຖິງແມ່ນວ່າປັດຈຸບັນນັກວິໄຈຫຼາຍໆ ທ່ານທົ່ວໂລກຍັງສົງໄສໃນຕັກກະ ແລະ ຄວາມສາມາດຂອງລົດຍົນໄຮ້ຄົນຂັບຂອງຄ້າຍນີ້ ແຕ່ຮັບຮອງໄດ້ເລີຍວ່າໃນອານາຄົດ ພວກເຮົາມີໂອກາດໄດ້ໃຊ້ງານເຕັກໂນໂລຊີແບບນີ້ຢ່າງແນ່ນອນ.
- Netflix - ຄໍໜັງ ຄໍຊີຣີ່ ບ້ານເຮົາຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ ເນັດຟລິກຊ໌ (Netflix) ເຊິ່ງເປັນບໍລິການສະຕຼີມມິ່ງສະຕຣີມມິງ (Streaming) ທີ່ນຳເອົາຄວາມບັນເທີງຄົບວົງຈອນມາໃຫ້ທ່ານຜ່ານທາງອິນເຕີເນັດ ບໍ່ວ່າຈະເປັນໜັງ, ຊີຣີ່, ລາຍການທາງໂທລະພາບ, ສາລະຄະດີ ແລະ ອື່ນໆ ອີກຫຼາກຫຼາຍ, ເປັນບໍລິການທີ່ໄດ້ຮັບຄວາມນິຍົມເປັນອັນດັບຕົ້ນໆ ທົ່ວໂລກໃນປັດຈຸບັນ. ເຊິ່ງທາງ Netflix ເອງມີບໍລິການທີ່ຈະສາມາດຄັດສັນສິ່ງທີ່ຜູ້ຊົມອາດຈະສົນໃຈຮັບຊົມໃນຄັ້ງຖັດໄປ ໂດຍການໃຫ້ລະບົບ AI ວິເຄາະຈາກປະຫວັດການໃຊ້ງານນຳໃຊ້ຂອງຜູ່ຊົມເອງ ສົມທົບກັບເງື່ອນໄຂອື່ນໆ ເພື່ອທີ່ຈະນຳສະເໜີຄອນເທັນຕ່າງໆ ໃຫ້ກົງກັບຄວາມຕ້ອງການຂອງຜູ່ໃຊ້ຫຼາຍທີ່ສຸດ.
ນອກຈາກຕົວຢ່າງທີ່ບໍລິສັດໃຫຍ່ໆ ນຳໃຊ້ AI ເຂົ້າມາພັດທະນາສັກກາຍະພາບສັກກະຍະພາບຂອງໂມເດວທຸລະກິດຂອງຕົນແລ້ວ ໃນອານາຄົດກໍ່ມີເທຼນເທຣນໃນການພັດທະນາ AI ໃນດ້ານຕ່າງໆ ເຊັ່ນ: ການຮັກສາຄວາມປອດໄພທາງໄຊເບີ (Cyber security), ໃຊ້ AI ໃນການຕິດຕາມ ກວດສອບ ແລະ ປັບປຸງຂະບວນການເຮັດວຽກຂອງທຸລະກິດໃຫ້ດີຂຶ້ນ (Monitoring and improving business processes), ໃຊ້ເຂົ້າໃນຂະບວນການຄິດຄົ້ນສູດຢາປິ່ນປົວພະຍາດ ແລະ ວັກແຊັງປ້ອງກັນພະຍາດຕ່າງໆ ຫຼືື ອາດຖືກນຳໃຊ້ເຂົ້າໃນຂະບວນການທີຜິດສິນລະທຳ ແລະ ກົດໝາຍ ໄດ້ແກ່ Deep fake ທີ່ເປັນຂ່າວໃນຊຸມປີທີ່ຜ່ານມາ.
ພາບ: https://www.flickr.com/photos/mikemacmarketing/44405376514
ທີ່ຍົກຂຶ້ນມານັ້ນເປັນຕົວຢ່າງພຽງບາງສ່ວນ ທີ່ AI ເຂົ້າມາມີບົດບາດໃນຊີວິດປະຈຳວັນຂອງເຮົາ, ເຮົາເອງໃນຖານະຜູ່ໃຊ້ງານກໍ່ຄວນຮູ້ຈັກ ແລະ ເຂົ້າໃຈຂະບວນການເຮັດວຽກເບື້ອງຕົ້ນ ເພື່ອທີ່ຈະບໍ່ກາຍເປັນເຫຍື່ອທາງການຕະຫຼາດ ຫຼື ມິດສາຊີບອື່ນໆ ເພາະໃນອານາຄົດທຸກໆ ສາຂາຈະນຳເອົາ AI ມາປະຍຸກໃຊ້ໃຫ້ເກີດປະໂຫຍດສູງສຸດ. ເຊິ່ງຫາກຜູ່ອ່ານ ນ້ອງໆ ນັກຮຽນ ນັກສຶກສາທ່ານໃດສົນໃຈ ແລະ ຕ້ອງການສຶກສາເພີ່ມເຕີມໃນດ້ານດັ່ງກ່າວ ສາມາດເລີ່ມສຶກສາພື້ນຖານໄດ້ຕາມແນວທາງດ້ານລຸ່ມ:
- ພື້ນຖານການຂຽນໂປຣແກຣມ (Basic programming) - ເປັນສິ່ງສຳເປັນທີ່ສຸດທີ່ຕ້ອງໄດ້ຮຽນ ຫາກຕ້ອງການສຶກສາເພີ່ມເຕີມກ່ຽວກັບ AI ເພາະເຄື່ອງມືທຸກຢ່າງແມ່ນກ່ຽວຂ້ອງກັບການຂຽນໂປຣແກຣມໂປຣແກຣມ ອີກທັງການຂຽນໂປຣແກຣມໂປຣແກຣມຍັງເປັນການຝຶກຝົນໃຫ້ເຮົາສາມາດຄິດ ພ້ອມທັງຮຽນຮູ້ຫຼັກການແກ້ໄຂບັນຫາຢ່າງເປັນລະບົບ (Algorithm). ຫາກຜູ່ອ່ານບໍ່ມີພື້ນຖານໃນການຂຽນໂປຣແກຣມໂປຣແກຣມມາກ່ອນ ແນະນຳໃຫ້ເລີ່ມຈາກພາສາ Python ເພາະຮຽນຮູ້ໄດ້ງ່າຍ ແລະ ເປັນທີ່ນິຍົມໃນການໃຊ້ເປັນເຄື່ອງມືພັດທະນາ AI ຕໍ່ໄປ.
- ຄະນິດສາດ (Math) - ຢ່າຟ້າວຕົກໃຈວ່າຕ້ອງໄດ້ເປັນອັດສະລິຍະທາງຄະນິດສາດ ແຕ່ການພັດທະນາປັນຍາປະດິດ ຈຳເປັນຕ້ອງໃຊ້ຄວາມຮູ້ທາງຄະນິດສາດເຊັ່ນ: ການຄຳນວນເຊີງເສັ້ນ, ການວິເຄາະທາງດ້ານສະຖິຕິ ແລະ ຄວາມໜ້າຈະເປັນ.
- ວິທະຍາສາດຂໍ້ມູນ (Data science) - ເປັນອີກສາຂາທີ່ຕ້ອງຮຽນຮູ້ ເພື່ອເຂົ້າໃຈໂຄງສ້າງຂອງຂໍ້ມູນ ເຊິ່ງຈຳເປັນໃນການຮຽນຮູ້ຂັ້ນຕໍ່ໄປ ບໍ່ວ່າຈະເປັນ Machine learning, Deep learning ຫຼື Natural language processing ເພື່ອນຳຄວາມຮູ້ໃນດ້ານຕ່າງໆ ທີ່ກ່າວມານັ້ນໄປພັດທະນາ AI ທີ່ຊານສະຫຼາດໃນອານາຄົດ.
ຈັ່ງໃດ ຜູ່ຂຽນກໍ່ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ຕ້ອງການສຶກສາ-ພັດທະນາທາງດ້ານປັນຍາປະດິດ ສູ້ໆ. ຖ້າຢູ່ຫຍັງ? ໄປໂຫຼດ Python ກັນເລີຍ …
ຂຽນໂດຍ: Nilavath
ກວດແກ້: ທີມບັນນາທິການ muan.la
ແຫຼ່ງອ້າງອີງ:
- https://www.forbes.com/sites/robertadams/2017/01/10/10-powerful-examples-of-artificial-intelligence-in-use-today/
- https://www.theverge.com/2019/10/23/20929529/tesla-full-self-driving-release-2019-beta
- https://github.com/srcolinas/roadmap-to-AI
- https://medium.com/fardeenehsan/road-map-to-ai-artificial-intelligence-part-2-dd29fbacb6e2
- https://www.zdnet.com/article/what-is-ai-everything-you-need-to-know-about-artificial-intelligence/
- https://towardsdatascience.com/top-10-ai-trends-for-2020-d6294cfee2bd
- https://thenextweb.com/artificial-intelligence/2019/12/17/8-biggest-ai-trends-of-2020-according-to-experts/
- https://www.cbinsights.com/research/report/ai-trends-2020/