ເຈົ້າເຫັນອະນາຄົດຂອງຕົນເອງແນວໃດໃນ 5 ປີຕໍ່ໜ້າ? ຄຳຖາມສຳພາດວຽກທີ່ຕ້ອງມີນິກໃນການຕອບ

“ເຈົ້າເຫັນອະນາຄົດໂຕເອງແນວໃດໃນອີກ 5 ປີຂ້າງໜ້າ?” ຄືໜຶ່ງໃນຄຳຖາມຍອດນິຍົມທີ່ບໍລິສັດຕ່າງໆມັກໃຊ້ໃນການສຳພາດວຽກ ເພື່ອພິຈາລະນາວ່າເຈົ້າວາງເປົ້າໝາຍໃນອາຊີບການງານແນວໃດ ແລະ ມີທັດສະນະຄະຕິທີ່ເໝາະສົມຈະມາຮ່ວມວຽກກັບບໍລິສັດ ຫຼື ບໍ່.
ຄຳຖາມດັ່ງກ່າວຈຶ່ງປຽບໄດ້ກັບການກັ່ນຕອງພະນັກງານໄປໃນຕົວ. ຖ້າໃຜມີວິໄສທັດທີ່ກວ້າງໄກ ກໍຈະໄດ້ຮັບການພິຈາລະນາຫຼາຍກວ່າຄົນອື່ນ ເພາະທຸກບໍລິສັດລ້ວນຕ້ອງການໄດ້ພະນັກງານທີ່ມີຄວາມກະຕືລືລົ້ນ ມີຄວາມທຸ້ມເທໃນການເຮັດວຽກງານ ແລະ ມີທ່າອ່ຽງທີ່ຈະຢູ່ກັບບໍລິສັດໄປດົນໆທັງນັ້ນ.
ຫາກກຽມໂຕໃຫ້ພ້ອມສຳລັບຄຳຖາມແນວນີ້ ກໍຈະເພີ່ມໂອກາດໄດ້ງານຫຼາຍຂຶ້ນ ແລະ ນີ້ຄືແນວທາງການຕອບຄຳຖາມທີ່ຈະຊ່ວຍໃຫ້ເຈົ້າໄດ້ຮັບການພິຈາລະນາຈາກຝ່າຍບຸກຄົນ ແລະ ໂດດເດັ່ນກວ່າຜູ້ສະໝັກວຽກຄົນອື່ນໆ.
ວາງເປົ້າໝາຍໃຫ້ກົງກັບຕຳແໜ່ງວຽກ
ໃຫ້ລະນຶກໄວ້ສະເໝີວ່າຕຳແໜ່ງວຽກທີ່ເຈົ້າສະໝັກ ຕ້ອງການຄຸນສົມບັດ ຫຼື ຄຸນລັກສະນະໃດແດ່ ແລະ ເຈົ້າມີສິ່ງໃດຢູ່ແລ້ວ ເພື່ອຈະໄດ້ວາງເປົ້າໝາຍໃຫ້ເປັນໄປໃນທິດທາງດຽວກັນ ພ້ອມທັງສະແດງໃຫ້ເຫັນວ່າ ເຈົ້າຕ້ອງການພັດທະນາຄວາມຮູ້ ແລະ ຄວາມຊ່ຽວຊານທີ່ມີຢູ່ໃນອີກ 5 ປີຂ້າງໜ້າ ແລະ ຢາກຈະເກັບກ່ຽວປະສົບການໃຫ້ຫຼາຍຍິ່ງຂຶ້ນ.
ຄິດເຖິງພາບປະສົບການທີ່ຢາກໃຫ້ມີໃນ CV
ໃຫ້ລອງນຶກພາບໃນອີກ 5 ປີຂ້າງໜ້າ ວ່າປະສົບການດ້ານໃດທີ່ເຈົ້າຢາກໃຫ້ມີຢູ່ໃນ CV ຂອງເຈົ້າ ຊຶ່ງຈະຊ່ວຍໃຫ້ເບິ່ງເຫັນອະນາຄົດຂອງຕົວເອງໄດ້ຊັດເຈນຍິ່ງຂຶ້ນວ່າຕ້ອງເຮັດແນວໃດຈຶ່ງຈະກ້າວໄປສູ່ຈຸດສູງສຸດຂອງອາຊີບ ຫາກເບິ່ງເຫັນພາບທີ່ຊັດເຈນຂຶ້ນ ກໍຈະເຮັດໃຫ້ຕອບຄຳຖາມໄດ້ລ່ຽນໄຫຼຍິ່ງຂຶ້ນ ເພາະເປັນອະນາຄົດທີ່ເຈົ້າວາງໄວ້ແທ້ໆນັ້ນເອງ.
ນຳສິ່ງທີ່ສົນໃຈມາເປັນເປົ້າໝາຍໃນການຕໍ່ຍອດ
ທຸກອາຊີບລ້ວນມີຊ່ອງທາງໃຫ້ເຕີບໂຕ ແລະ ໄດ້ຮຽນຮູ້ຢ່າງຕໍ່ເນື່ອງ ຫາກສາມາດນຳເລື່ອງທີ່ສົນໃຈມາເປັນເປົ້າໝາຍໃນການຮຽນຮູ້ ແລະ ພັດທະນາຕົນເອງເພື່ອຄວາມກ້າວໜ້າໃນໜ້າທີ່ການງານໄດ້ ກໍຈະເຮັດໃຫ້ເຈົ້າມີແນວທາງທີ່ຊັດເຈນຂຶ້ນໃນການຕອບຄຳຖາມດັ່ງກ່າວໂດຍບໍ່ຈຳເປັນຕ້ອງແຕ່ງເລື່ອງຂຶ້ນມາ.
ຂໍຂອບໃຈ
ຂໍ້ມູນ : tonkit via sanook