ໜຸ່ມຫຼໍ່ກ້າມແໜ້ນ "ມາກ ພັນນໍລິນ" ກັບການປ່ຽນແປງຕົນເອງ ສູ່ໂອກາດທີ່ຫຼາຍຂຶ້ນ

ເປັນອີກໜຶ່ງດາລາໄວໜຸ່ມທີ່ບໍ່ໄດ້ມີດີ ພຽງໜ້າຕາເທົ່ານັ້ນ ແຕ່ຍັງມີຄວາມສາມາດພຽບພ້ອມໃນວົງການບັນເທີງ ສຳລັບໜຸ່ມ ພັນນໍລິນ ພິຈິດ ຫຼື ມາກ ທີ່ຫຼາຍຄົນຮູ້ຈັກໃນນາມໜຸ່ມຫຼໍ່ສາຍສຸຂະພາບ ຂວັນໃຈສາວນ້ອຍ ສາວໃຫຍ່, ບໍ່ວ່າຈະໂພສພາບໃດສາວໆກໍກົດໄລກົດແຊກັນລົວໆ ບອກເລີຍສະເໜ່ເຫຼືອລົ້ນອີຫຼີ ກັບໜຸ່ມຄົນນີ້ເຫັນແລ້ວຟິນ ພາດບໍ່ໄດ້ທີ່ຕ້ອງບອກຕໍ່! ປັດຈຸບັນໜຸ່ມມາກອາຍຸ 22 ປີ, ເຮັດວຽກເປັນ Trainer ຢູ່ແສງດາລາ ແລະ ຮຽນຢູ່ມະຫາວິທະຍາໄລ ຄອມພິວເຕີ ປີສຸດທ້າຍ ແລະ ແຈ້ງເກີດຈາກການເປັນນາຍແບບ.
ໂດຍສະເພາະຫຸ່ນທີ່ເຕັມແຕ່ກ້າມເນື້ອທີ່ເຮົາເຫັນໃນປັດຈຸບັນ ແຕ່ບອກກ່ອນວ່າແຕ່ກ່ອນໜຸ່ມຄົນນີ້ເຄີຍອວບມາກ່ອນນໍ້າໜັກຫຼາຍເຖິງ 91 ກິໂລ, ປັດຈຸບັນ 77 ກິໂລ. ແຕ່ຕ້ອງໃຊ້ຄວາມພະຍາຍາມ ແລະ ມຸ່ງໝັ້ນແທ້ໆໃນການໄປສູ່ເປົ້າໝາຍກໍຄືການຫຼຸດນໍ້າໜັກ ນີ້ຄືຈຸດປ່ຽນທີ່ເຮັດໃຫ້ໜຸ່ມມາກເລີ່ມຮູ້ສຶກວ່າຕົນເອງເລີ່ມມີນໍ້າໜັກເກີນໄປແລ້ວ ເພື່ອໃຫ້ເປົ້າໝາຍສຳເລັດໜຸ່ມຄົນນີ້ກໍເລີ່ມຫຼຸດນໍ້າໜັກແບບຈິງຈັງ ເຊິ່ງເພິ່ນໃຊ້ເວລາພຽງແຕ່ 2 ເດືອນເທົ່ານັ້ນເດີ້ ໃນການປ່ຽນຫຸ່ນໃໝ່ໃຫ້ປັງກວ່າເກົ່າ ແລະ ທີມງານບັນເທີງມ່ວນກໍໄດ້ໄປສືບເອົາເຄັດລັບດີໆຂອງນາຍແບບຄົນນີ້ ມາຝາກລູກເພຈທຸກຄົນຫວັງວ່າຈະຖືກໃຈລູກເພຈຂອງເຮົາແນ່ນອນ!
ເຊິ່ງສິ່ງທຳອິດ ກໍຄືການມີວິໄນກັບຕົນເອງນີ້ແມ່ນພື້ນຖານທີ່ສຳຄັນທີ່ບໍ່ຄວນເບິ່ງຂ້າມ, ຖ້າເຮົາມີລະບຽບຈັດແຜນວ່າແຕ່ລະມື້ມີຄວາມຕັ້ງໃຈຫຼຸດປະລິມານອາຫານເທົ່າໃດ? ອອກກຳລັງກາຍມື້ລະຈັກເທື່ອກໍຈະສາມາດເຮັດໃຫ້ເປົ້າຫມາຍຂອງເຮົາເປັນຈິງໄດ້ຍິ່ງຂຶ້ນ, ຕໍ່ມາຄືການຄວບຄຸມອາຫານນີ້ກໍເປັນສິ່ງໜຶ່ງທີ່ສຳຄັນຫຼາຍເຊັ່ນກັນຄວນເລືອກກິນອາຫານທີ່ດີມີປະໂຫຍດ ຖ້າເປັນອາຫານຄຣີນຍິ່ງເປັນການດີ ເພາະໜຸ່ມມາກກໍກິນຢູ່, ພ້ອມທັງໜຸ່ມຄົນນີ້ຍັງມັກແລ່ນ ແລະ ຫຼິ້ນ Fitness ຢູ່ເລື້ອຍໆ. ຢາກຮູ້ບໍ່ແຮງບັນດານໃຈຂອງໜຸ່ມຄົນນີ້ແມ່ນຫຍັງ? ໜຸ່ມມາກໄດ້ບອກກັບທີມງານບັນເທີງມ່ວນວ່າ ແຮງບັນດານໃຈຂອງລາວກໍຄືການຢາກພັດທະນາຕົນເອງໃຫ້ດີຂຶ້ນ, ຢາກມີຄວາມໝັ້ນໃຈ ແລະ ດູດີ ຖ້າຫາກເຮົາມີພາບລັກທີ່ດີເຮົາກໍຈະມີໂອກາດຫຼາຍຂຶ້ນ ໂດຍສະເພາະດ້ານວົງການບັນເທີງ ແລະ ບໍ່ຢາກແນະນຳໃຫ້ກິນຢາຫຼຸດນໍ້າໜັກເພາະສ່ຽງຫຼາຍອາດມີຜົນຕາມມາໃນພາຍຫຼັງ.
ສຳລັບຜົນງານທີ່ຜ່ານມາກໍຈະມີການເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ ແລະ ພຣີເຊັນເຕີ້ເປັນຕົ້ນ. ສິ່ງທີ່ເຮັດໃຫ້ໜຸ່ມມາກຢາກເຂົ້າວົງການບັນເທີງເພາະຜູ້ກ່ຽວຄວາມມັກ ແລະ ຢາກລອງຮຽນຮູ້ສິ່ງໃໝ່ໆ, ເຊິ່ງອາຊີບນີ້ບໍ່ງ່າຍຄືດັ່ງຫຼາຍຄົນຄິດກໍເລີຍຄິດຢາກລອງ ແລະ ມັນກໍແມ່ນສິ່ງທີ່ທ້າທາຍ, ເມື່ອມີໂອກາດມີຄົນຊັກຊວນເຂົ້າວົງການບັນເທີງກໍຮູ້ສຶກດີໃຈ ຫຼັງຈາກໄດ້ເຂົ້າວົງການບັນເທີງກໍຮູ້ສຶກມັກ ແລະ ມ່ວນຫຼາຍໃນອາຊີບນີ້ ແລະ ເຮັດໃຫ້ໜຸ່ມມາກຮູ້ສຶກຢາກປ່ຽນແປງໂຕເອງໃຫ້ດີຂຶ້ນ ແລະ ພັດທະນາຕົນເອງໃນຫຼາຍໆດ້ານ ພ້ອມທັງໜຸ່ມຄົນນີ້ຍັງສົນໃຈໃນເລື່ອງການສະແດງເປັນພິເສດອີກດ້ວຍ, ຄາດວ່າອີກບໍ່ດົນແຟນໆຄົງຈະໄດ້ເຫັນບົດບາດການສະແດງຂອງໜຸ່ມຄົນນີ້ແນ່ນອນ.
ສຳລັບໃຜຢາກຕິດຕາມຜົນງານໜຸ່ມຄົນນີ້ສາມາດຕິດຕາມໄດ້ທີ່ເຟສບຸກ: Mark phannorlin ແລະ IG:mark_phannorlin
ຂໍຂອບໃຈ
ພາບ : mark_phannorlin