5 ແນວຄວາມຄິດທີ່ເຈົ້າຄວນເຝິກປະຕິບັດ ເພື່ອຮັບມືກັບເຫດການຕ່າງໆໄດ້ດີຂຶ້ນ

ເຈົ້າກຳລັງພົບກັບບັນຫາເຫຼົ່ານີ້ບໍ່ ຕື່ນມາແລ້ວຮູ້ສຶກສັບສົນ ແລະ ບໍ່ຮູ້ວ່າຕົວເອງຄິດຫຍັງຢູ່ ແລະ ຈະເຮັດຫຍັງຕໍ່ໄປດີ, ບໍ່ມີເປົ້າໝາຍບໍ່ຮູ້ວ່າຄວນຈະເລີ່ມເຮັດອັນໃດກ່ອນ ແລະ ອັນໃດຄວນເຮັດຕາມຫຼັງ, ບໍ່ສາມາດຮັບມືກັບເຫດການທີ່ບໍ່ຄາດຄິດວ່າຈະເກີດຂຶ້ນກັບຕົວເອງໄດ້, ສະມາທິສັ້ນ ແລະ ໃຈລອຍ ເປັນຕົ້ນ. 5 ແນວຄວາມຄິດຕໍ່ໄປນີ້ຈະຊ່ວຍເຝິກໃຫ້ເຈົ້າຮັບມືເຫດການຕ່າງໆໄດ້ດີຂຶ້ນ ແລະ ກ້າວຂ້າມຜ່ານບັນຫາຕ່າງໆໄດ້.
1. ຈັດການກັບຄວາມຄິດຂອງຕົວເອງທຸກໆຄັ້ງກ່ອນລຸກຈາກບ່ອນນອນ
ທຸກໆຄັ້ງທີ່ເຮົາຕື່ນນອນໃນຕອນເຊົ້າ, ກ່ອນທີ່ຈະເລີ່ມຕົ້ນມື້ໃໝ່ ສິ່ງສຳຄັນທີ່ຕ້ອງເຮັດກ່ອນເລີຍຄືື ການຈັດການກັບອາລົມຄວາມຮູ້ສຶກ ແລະ ຄວາມຄິດຂອງຕົວເອງສາກ່ອນ.
ເລີ່ມດ້ວຍການລຸກຂຶ້ນມານັ່ງ ແລ້ວຕິດຕາມລົມຫາຍໃຈເຂົ້າ-ອອກ, ຕິດຕາມຄວາມຄິດ ແລະ ອາລົມຂອງຕົວເອງ ວ່າຕອນນັ້ນເຮົາກຳລັງເຮັດ, ກຳລັງຄິດ ແລະ ກຳລັງຮູ້ສຶກຫຍັງຢູ່ ເປັນຕົ້ນ.
ການນັ່ງສະມາທິຕິດຕາມອາລົມ, ຈັດການຄວາມຮູ້ສຶກ ແລະ ຄວາມຄິດຂອງຕົວເອງ ຈະຊ່ວຍໃຫ້ເຮົາຮູ້ເຖິງສະພາວະຄວາມຄິດຂອງຕົວເອງໃນຕອນນັ້ນ, ຊ່ວຍໃຫ້ເຮົາບໍ່ຄິດ ແລະ ໃຈລອຍ ກັບເລື່ອງທີ່ໄຮ້ສາລະ, ມີສະຕິກັບອາລົມ ແລະ ຄວາມຄິດທີ່ຕົວເອງກຳລັງເປັນຢູ່ໃນປັດຈຸບັນ. ແລ້ວການເລີ່ມຕົ້ນມື້ໃໝ່ຂອງເຮົາຈະແຕກຕ່າງອອກໄປໃນແບບທີ່ເຮົາສາມາດກຳນົດ ແລະ ຮັບມືກັບມັນໄດ້.
ພາບ: Designed by rawpixel.com / Freepik
2. ຕັ້ງເປົ້າໝາຍ ແລະ ກຳນົດແນວທາງໃນມື້ນັ້ນໃຫ້ຊັດເຈນ
(ຖ້າມີບັນຫາໃຫ້ເບິ່ງບັນຫາຂອງຕົວເອງໃນຖານະເປັນຜູ້ໃຫ້ຄໍາປຶກສາກັບຄົນອື່ນ)
“ການຕັ້ງເປົ້າໝາຍບໍ່ແມ່ນໂຕຕັດສິນຕົ້ນຕໍ, ແຕ່ແມ່ນ ວິທີການ ແລະ ການຮັກສາແນວທາງ ເພື່ອບັນລຸເປົ້າໝາຍນັ້ນຕ່າງຫາກທີ່ເປັນຕົວຕັດສິນທີ່ແທ້ຈິງ” ໂດຍ Tom Landry ອະດີດນັກກິລາ ແລະ ຄູເຝິກ ກິລາຣັກບີ້ ຊາວອາເມລິກາ.
ການທີ່ເຮົາຈະເຮັດຫຍັງໃຫ້ສຳເລັດແນ່ນອນຕ້ອງມີເປົ້າໝາຍເປັນຕົວຕັ້ງ ແລ້ວຄ່ອຍມາວາງແຜນການ ແລະ ແນວທາງເພື່ອທີ່ຈະເຮັດໃຫ້ບັນລຸເປົ້າໝາຍທີ່ຕ້ອງການ. ສິ່ງທີ່ຕ້ອງເຮັດໃຫ້ໄດ້ຫຼັງຈາກຮັບຮູ້ອາລົມຄວາມຮູ້ສຶກ ແລະ ຄວາມຄິດຂອງຕົວເອງແລ້ວນັ້ນ. ຕໍ່ມາຄື ການຕັ້ງເປົ້າໝາຍຂອງຕົວເອງໃນມື້ນັ້ນໃຫ້ຊັດເຈນ ເຊັ່ນວ່າ: ຈັດລຳດັບໜ້າວຽກ ຫຼື ກິດຈະກຳຫຼັກທີ່ເຮົາຕ້ອງເຮັດຢູ່ແລ້ວບໍ່ວ່າຈະເປັນໜ້າວຽກປະຈຳ ຫຼື ພາລະກິດທີ່ເຮົາຕ້ອງເຮັດໃນທຸກໆມື້ ໂດຍ ອາດຈະບັນທຶກໃສ່ປຶ້ມບັນທຶກ ຫຼື ໂທລະສັບກໍ່ໄດ້ ເພື່ອເຮັດໃຫ້ສະໝອງຂອງເຮົາຈົດຈໍ່ ແລະ ເຫັນພາບເປົ້າໝາຍທີ່ຊັດເຈນຂຶ້ນກວ່າເກົ່າ.
ການກຳນົດເປົ້າໝາຍ ແລະ ແນວທາງໃນການເຮັດໃຫ້ເປົ້າໝາຍໃນມື້ນັ້ນໆສຳເລັດ ຈະຊ່ວຍກຽມພ້ອມເຮົາໃຫ້ສາມາດຮັບມືກັບບັນຫາ ຫຼື ເຫດການ ທີ່ບໍ່ຄາດຝັນທີ່ອາດຈະເກີດຂຶ້ນໂດຍທີ່ເຮົາບໍ່ທັນໄດ້ຕັ້ງຕົວ ແລະ ສາມາດກຽມການຮັບມືກັບບັນຫານັ້ນໆໄດ້ ໂດຍທີ່ບໍ່ກະທົບ ຫຼື ກະທົບກັບເປົ້າໝາຍຫຼັກຂອງເຮົາໜ້ອຍທີ່ສຸດ.
ແຕ່ຖ້າເຮົາກຳນົດເປົ້າໝາຍ ແລະ ມີແນວທາງທີ່ຊັດເຈນແລ້ວ ຍັງບໍ່ພົ້ນທີ່ຈະພົບກັບບັນຫາທີ່ເຮົາຫຼີກເວັ້ນບໍ່ໄດ້, ສິ່ງທີ່ເຈົ້າຄວນເຮັດອັນດັບທຳອິດຄື ເບິ່ງບັນຫານັ້ນໃນມູມມອງຂອງຜູ້ທີ່ໃຫ້ຄຳປຶກສາກັບຄົນອື່ນ (ເພາະຄົນເຮົາຈະເຫັນຄວາມເປັນໄປໄດ້ຫຼາຍທີ່ສຸດຫາກບັນຫານັ້ນໆມັນບໍ່ໄດ້ເກີດກັບຕົວເຮົາ) ໂດຍລອງຄິດພາບວ່າບັນຫານີ້ເກີດຂຶ້ນກັບໝູ່ເຮົາ ແລ້ວເຮົາຈະໃຫ້ຄຳປຶກສາ ແລະ ແນະນຳທາງອອກໃຫ້ເຂົາເຈົ້າແນວໃດດີ.
ດ້ວຍວິທີນີ້ເຈົ້າຈະສາມາດເບິ່ງເຫັນມູມມອງທີ່ແຕກຕ່າງອອກໄປ ແລະ ເຫັນແນວທາງການແກ້ໄຂບັນຫາທີ່ເປັນໄປໄດ້ຫຼາກຫຼາຍຂຶ້ນກວ່າເກົ່າແນ່ນອນ. ເຊິ່ງມັນຈະຊ່ວຍໃຫ້ເຮົາຮັບມືກັບເຫດການຕ່າງໆໄດ້ຢ່າງມີປະສິດທິພາບທີ່ສຸດ.
ພາບ: Designed by ijeab / Freepik
3. ບໍ່ຄິດຫຼາຍຈົນເກີນໄປ (ລົງມືເຮັດເລີຍ)
“ຄິດຫຼາຍຈົນເກີນໄປ ຫຼື ເປັນທີ່ຮູ້ຈັກກັນດີວ່າ ແມ່ນການສ້າງບັນຫາຂຶ້ນມາ ໂດຍທີ່ຄວາມຈິງແລ້ວບັນຫານັ້ນຍັງບໍ່ເຄີຍເກີດຂຶ້ນມາກ່ອນເລີຍ” David Sikhosana.
ການຄິດຫຼາຍເກີນໄປແທນທີ່ຈະຊ່ວຍໃຫ້ເຮົາເຮົາຮັບມື ແລະ ແກ້ໄຂບັນຫາ ໃຫ້ດີຂຶ້ນ ແຕ່ກົງກັນຂ້າມ ມັນອາດເຮັດໃຫ້ເຮົາຢຸດຢູ່ກັບທີ່ ບໍ່ໄປໃສ ແລະ ບັນຫາທີ່ມີ ກໍ່ຍັງມີຢູ່.
ຄົນເຮົາກໍ່ມີສັນຊາດຕະຍານການເອົາຊີວິດລອດແບບດຽວກັບສັດ. ເຮົາລອງມາສົມທຽບຄົນເຮົາກັບເສືອເບິ່ງ, ເສືອທີ່ຫີວໂຫຍ ມັນຈະບໍ່ຄິດວ່າຈະຫາຫຍັງມາກິນດີຈຶ່ງອີ່ມ, ມັນຈະບໍ່ນັ່ງຈົ່ມວ່າໂຊກຊະຕາເຮັດໃຫ້ມັນຕ້ອງຫີວໂຫຍ, ຫາກິນລຳບາກ ແລະ ອື່ນໆ, ແຕ່ ສິ່ງທີ່ມັນເຮັດຄື ອອກເດີນທາງຫາລ່າສັດອື່ນມາເປັນອາຫານໃນທັນທີຈົນກວ່າມັນຈະໄດ້ກິນອີ່ມ.
ການທີ່ມັນບໍ່ຄິດ ຫຼື ນັ່ງຈົ່ມ ບໍ່ແມ່ນວ່າມັນບໍ່ຫິວ, ບໍ່ເມື່ອຍ ຫຼື ມີພາລະກຳລັງພ້ອມທີ່ຈະລ່າຕະຫຼອດເວລາ. ພຽງແຕ່ວ່າການທີ່ມັນຈະມານັ່ງຄິດເລື່ອງແບບນັ້ນ ມັນບໍ່ມີປະໂຫຍດ ແລະ ເສຍເວລາໄປລ້າໆ.
ດັ່ງນັ້ນ, ຈົ່ງເຝິກຕົວເອງໃຫ້ຄຸ້ນເຄີຍກັບການທີ່ຈະເຮັດສິ່ງໃດກໍ່ຕາມ ຂໍໃຫ້ລົງມືເຮັດເລີຍ ຢ່າມົວແຕ່ຄິດຫຼາຍຈົນເກີນເຫດ. ແນ່ນອນມັນອາດຈະຜິດພາດແດ່, ເລີ່ມຕົ້ນບໍ່ຄັກປານໃດ, ບໍ່ເປັນໄປໄດ້ດ້ວຍດີຄືກັບຄົນອື່ນ. ແຕ່ຢ່າງໜ້ອຍມັນຈະເຮັດໃຫ້ເຮົາມີບົດຮຽນ ແລະ ສາມາດນຳມາປັບປຸງຕໍ່ຍອດຕໍ່ໄປໃຫ້ດີຂຶ້ນໃນຄັ້ງຕໍ່ໆໄປໄດ້.
ການທີ່ມົວແຕ່ນັ່ງຄິດຫາຄວາມໝາຍ, ຫາເຫດຜົນ ຫຼື ຄວາມເປັນໄປໄດ້ ຫຼາຍເກີນໄປ ມັນອາດເຮັດໃຫ້ເຮົາບໍ່ໄດ້ເຮັດຫຍັງເລີຍ. ເຮົາບໍ່ຮູ້ດອກວ່າຈະມີຫຍັງເກີດຂຶ້ນແດ່ໃນອະນາຄົດ
ຖ້າເຮົາມົວແຕ່ຄິດຫຼາຍຈະເຮັດໃຫ້ເຮົາຕິດຢູ່ໃນໂລກຂອງຄວາມຄິດ ແລະ ເຮົາຈະບໍ່ສາມາດເຫັນສິ່ງທີ່ເກີດຂຶ້ນຈິງໄດ້ ພວກເຮົາຈະເຫັນພຽງແຕ່ຄວາມຄິດທີ່ບໍ່ມີຕົວຕົນເທົ່ານັ້ນ.
ເຊິ່ງຫົນທາງດຽວທີ່ເຮົາຈະເຫັນພາບວ່າມັນເປັນໄປໄດ້ແທ້ ຫຼື ບໍ່ ຄື ຕ້ອງໄດ້ລົງມືເຮັດຕົວຈິງ ແລ້ວຄ່ອຍນຳສິ່ງທີ່ເກີດຂຶ້ນນັ້ນມາຄິດວິເຄາະ ແລະ ຮຽນຮູ້ມັນໄປຕາມຫຼັງ.
Designed by Creativeart / Freepik
4. ອົດທົນໜັກແໜ້ນ ແລະ ບໍ່ຍອມຈຳນົນ ຈົນກວ່າຈະເຮັດສິ້ນສຸດພາລະກິດນັ້ນ
(ຢ່າສົງໄສກັບສິ່ງທີ່ຕົວເອງໄດ້ຕັດສິນໃຈໄປແລ້ວ)
ການທີ່ນ້ຳກັດເຊາະຜາຫີນຈົນທະລຸໄປອີກຝາກໜຶ່ງໄດ້ບໍ່ແມ່ນຍ້ອນພະລັງຂອງນ້ຳ ແຕ່ແມ່ນຍ້ອນຄວາມອົດທົນໜັກແໜ້ນ ແລະ ບໍ່ຍອມພ່າຍແພ້ ຂອງນ້ຳທີ່ເຊາະຜາຫີນທຸກໆມື້ຈົນເຮັດໃຫ້ນ້ຳສາມາດໄຫຼທະລຸອອກໄປອີກຝາກໄດ້.
ການທີ່ເຮົາເລີ່ມຕົ້ນລົງມືເຮັດຫຍັງ ມັນມັກທີ່ຈະພົບອຸປະສັກ ແລະ ພົບກັບບັນຫາ ທີ່ເຮົາບໍ່ສາມາເຫຼີກເວັ້ນໄດ້ ຢູ່ສະເໝີເຊິ່ງກໍ່ປຽບເໝືອນຜາຫີນກີດຂວາງທາງ.
ດັ່ງນັ້ນ ເມື່ອໃດກໍ່ຕາມທີ່ເຈົ້າ ໄດ້ເລີ່ມລົງມືເຮັດສິ່ງໃດໜຶ່ງໄປແລ້ວ ສິ່ງທີ່ສຳຄັນທີ່ສຸດເລີຍ ຄື ຕ້ອງມີຄວາມອົດທົນໜັກແໜ້ນ, ຫ້າມສົງໄສ ຫຼື ຕັ້ງຄຳຖາມກັບເລື່ອງທີ່ຕົວເອງໄດ້ຕັດສິນໃຈລົງໄປແລ້ວເດັດຂາດແຕ່ໃຫ້ອົດທົນເຮັດມັນໄປເລື້ອຍໆຈົນກວ່າຈະສິ້ນສຸດໜ້າທີ່ ຫຼື ເຮັດມັນໃຫ້ເຖິງທີ່ສຸດກ່ອນ ແລ້ວຄ່ອຍກັບມາເບິ່ງຜົນງານ ແລະ ຖອດຖອນລົດຮຽນຈາກມັນ. ເພາະວ່າການຕັ້ງຄຳຖາມກັບສິ່ງທີ່ຕົວເອງກຳລັງເຮັດຢູ່ນັ້ນ ນອກຈາກຈະເຮັດໃຫ້ເຮົາເອງຫວັ່ນໄຫວ, ເສຍສະມາທິ ແລະ ສັບສົນແລ້ວ, ມັນຍັງເຮັດໃຫ້ຄວາມໜັກແໜ້ນໃນຈິດໃຈຕ້ອງສັ່ນຄອນລົງເລື້ອຍໆ ແລ້ວການທີ່ຈະເຮັດສິ່ງໃດໜຶ່ງສຳເລັດລຸລ່ວງທັນເວລາກໍ່ມີໂອກາດສຳເລັດໜ້ອຍລົງ.
ຈົ່ງເຝິກຕົວເອງໃຫ້ຕັ້ງສະມາທິກັບສິ່ງທີ່ຕົວເອງເຮັດ, ບໍ່ຄວນຄິດສົງໄສ ຫຼື ຖາມວ່າມັນຈະ ດີ ຫຼື ບໍ່ ເມື່ອໄດ້ລົງມືເຮັດແລ້ວກໍ່ໃຫ້ເຮັດຈົນສຳເລັດໜ້າທີ່ ເຖິງຜົນລັບມັນຈະເປັນແນວໃດກໍ່ຕາມ ຄ່ອຍກັບມາ ຄິດທົບທວນ ຫຼື ຕັ້ງຄຳຖາມ ຕາມຫຼັງ ເພື່ອຫາຂໍ້ຜິດພາດ ແລະ ປັບປຸງໃຫ້ດີຂຶ້ນຕໍ່ໄປ.ບົດຄວາມ: 6ວິທີທີ່ມີປະສິດທິພາບ ທີ່ຈະຊ່ວຍໃຫ້ເຈົ້າມີຄວາມໜັກແໜ້ນຫຼາຍຂຶ້ນ
ພາບ: Image by Tumisu from Pixabay
5. ຮຽນຮູ້ຈາກຄວາມຜິດພາດ
ຖ້າຫາກວ່າ ເຈົ້າເປັນຄົນໜຶ່ງທີ່ເຄີຍເວົ້າວ່າ: “ຂ້ອຍຈະບໍ່ມີທາງເຮັດມັນອີກຄັ້ງແນ່ນອນ” ແຕ່ຫຼັງຈາກນັ້ນບໍ່ດົນເຈົ້າກໍ່ພົບວ່າຕົວເອງເຮັດມັນອີກແລ້ວ! ຖ້າເປັນແບບນັ້ນສະແດງວ່າເຈົ້າບໍ່ໄດ້ເປັນຄົນດຽວທີ່ເຄີຍເຮັດຜິດ, ໃນຄວາມເປັນຈິງເຮົາທຸກຄົນລ້ວນແລ້ວແຕ່ເຄີຍເຮັດຜິດໃນທຸກໆເລື່ອງບໍ່ວ່ານ້ອຍຫຼືໃຫຍ່ ເພາະວ່າ ຄວາມຜິດພາດ ແລະ ປະສົບການ ເປັນຫົນທາງທີ່ຊີວິດສອນໃຫ້ເຮົາເຕີບໃຫຍ່ແບບເຂັ້ມແຂງ.
ບໍ່ມີໃຜສົມບູນແບບ ແລະ ບໍ່ມີໃຜທີ່ເຮັດໄດ້ດີທີ່ສຸດ ໃນຄັ້ງທຳອິດທີ່ລົງມືເຮັດສິ່ງໃດໜຶ່ງ. ໃນການໃຊ້ຊີວິດກໍ່ຄືກັນ ຈົ່ງຢ່າຍ້ານທີ່ຈະເຮັດຜິດພາດ, ຄວາມຜິດພາດມັນຈະຊ່ວຍໃຫ້ເຮົາໄດ້ເຫັນວ່າ ຍັງມີສ່ວນໃດທີ່ເຮົາເບິ່ງຂ້າມ, ຍັງມີສ່ວນໃດທີ່ເຮົາຕ້ອງໄດ້ແກ້ໄຂ ແລະ ປັບປຸງອີກ, ແລະ ທີ່ສຳຄັນທີ່ສຸດ ຄວາມຜິດພາດຈະເຮັດໃຫ້ເຮົາມີໂອກາດໄດ້ປ່ຽນແປງໃຫ້ສິ່ງທີ່ຈະເກີດຂຶ້ນໃນຕໍ່ໜ້າໃຫ້ມີຄວາມຜິດພາດໜ້ອຍລົງ ຫຼື ບໍ່ຜິດພາດເລີຍ.
ຈົ່ງເຝິກຕົວເອງໃຫ້ມີຄວາມຄິດທີ່ພ້ອມທີ່ຈະໃຫ້ອະໄພຕົວເອງສະເໝີ ເມື່ອເຮັດຜິດພາດ ແລະ ພ້ອມທີ່ຈະຮຽນຮູ້ວ່າຕົວເອງຜິດພາດຈຸດໃດ ແລະ ຈະປັບປຸງມັນແນວໃດໃນຄັ້ງຕໍ່ໆໄປ.
“ຄວາມຜິດພາດເປັນ ຄູຊີວິດ ທີ່ດີທີ່ສຸດທີ່ສອນໃຫ້ເຮົາເຕີບໃຫຍ່ແບບເຂັ້ມແຂງ”
ພາບ: Image by Freepik.com
ບົດຄວາມໂດຍ: Thanakhone LLS
ກວດແກ້: ທີມບັນນາທິການ muan.la
ແຫຼ່ງອ້າງອີງ:
- https://zapier.com/blog/morning-moods-and-productivity/
- https://www.forbes.com/sites/jeffboss/2017/01/19/5-reasons-why-goal-setting-will-improve-your-focus/
- https://this.deakin.edu.au/self-improvement/how-goal-setting-can-put-you-on-the-path-to-success
- https://www.keranews.org/post/how-overthinking-can-affect-mental-and-physical-health
- https://medium.com/@einzelgangster/4-dangerous-effects-of-overthinking-258ed58bf1ed
- https://medium.com/kaizen-habits/psychologists-explain-how-to-stop-overthinking-everything-e527962a393
- https://medium.com/insight-publications/success-requires-you-to-be-persistent-86879ccaab9c
- https://www.lifehack.org/articles/productivity/6-effective-ways-to-become-persistent.html
- https://www.sciencedaily.com/releases/2018/06/180611133437.htm
- https://www.forbes.com/sites/amymorin/2017/07/17/5-ways-to-turn-your-mistake-into-a-valuable-life-lesson/#109b42431c01