ວັນອັງຄານ ທີ 28 ພະຈິກ 2023

ສະຫຼຸບເຫດການ ຊາຍຜິວດຳຢູ່ສະຫະລັດເສຍຊີວິດຫຼັງຖືກຕຳຫຼວດຈັບກຸມ ຈົນກາຍເປັນກະແສໄປທົ່ວໂລກ

ສະຫຼຸບເຫດການ ຊາຍຜິວດຳຢູ່ສະຫະລັດເສຍຊີວິດຫຼັງຖືກຕຳຫຼວດຈັບກຸມ ຈົນກາຍເປັນກະແສໄປທົ່ວໂລກ
S! Muan

ສະໜັບສະໜູນເນື້ອຫາ

ນີ້ເປັນຫົວຂໍ້ທີ່ໃຫຍ່ທີ່ສຸດຂອງໃນຕອນນີ້ ນັ້ນກໍຄືເຫດການທີ່ຄົນຜິວສີ (ຜິວດຳ) ຖືກຕຳຫຼວດໃຊ້ຄວາມຮຸນແຮງເກີນກວ່າເຫດຈົນເຮັດໃຫ້ມີການເສຍຊີວິດເກີດຂຶ້ນ. ຫຼັງຈາກນັ້ນກໍມີຂະບວນປະທ້ວງລຸກລາມໄປທົ່ວປະເທດ ຈົນກາຍເປັນເຫດຈະລາຈົນ.

ເຫດການດັ່ງກ່າວມີຈຸດເລີ່ມຕົ້ນແນວໃດ ແລະ ສະຖານະການຫຼ້າສຸດໄປຮອດໃສແລ້ວ? ພວກເຮົາຈະມາສະຫຼຸບເຫດການທັງໝົດໃຫ້ເຂົ້າໃຈງ່າຍໆດັ່ງຕໍ່ໄປນີ້.

1.ວັນຈັນທີ 25 ພຶດສະພາ ປະມານ 20:00 ໂມງ ຢູ່ ມິນນີແອໂປລິສ ລັດມິນນິໂຊຕາ ສະຫະລັດອາເມລິກາ ຕຳຫຼວດໄດ້ຮັບແຈ້ງຈາກຮ້ານຄ້າວ່າມີລູກຄ້າຄົນໜຶ່ງພະຍາຍາມໃຊ້ທະນະບັດ 20 ໂດລາປອມ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດ 4 ຄົນຟ້າວຂັບລົດມາທີ່ຮ້ານຄ້າດັ່ງກ່າວໃນທັນທີ.

2.ຜູ້ດັ່ງກ່າວທີ່ຖືກກ່າວຫາວ່າໃຊ້ເງິນປອມໃນການຊື້ເຄື່ອງເປັນເພດຊາຍຊື່ວ່າ ຈອດ ຟລອຍ (George Floyd) ໄວ 46 ປີ ເຮັດວຽກເປັນພະນັກງານຮັກສາຄວາມປອດໄພ. ເມື່ອຕຳຫຼວດມາຮອດ ກໍໄດ້ເອີ້ນລາວລົງມາຈາກລົດ ແລ້ວໃສ່ກະແຈມືກ່ອນຈະພາຍ່າງໄປອີກຝັ່ງໜຶ່ງຂອງຫົນທາງເຊິ່ງລົດຂອງຕຳຫຼວດຈອດຢູ່. ພາບຈາກວິດີໂອກ້ອງວົງຈອນປິດຂອງຮ້ານຄ້າເວລາ 20:38 ໂມງ ເຫັນໄດ້ຢ່າງຊັດເຈນວ່າ ຟລອຍ ເບິ່ງຄືບໍ່ພໍໃຈ ແຕ່ກໍຍອມໃສ່ກະແຈມື ບໍ່ໄດ້ຂັດຂືນ.

3.ຈາກນັ້ນ 7 ນາທີບໍ່ມີໃຜຮູ້ຊັດເຈນວ່າມີຫຍັງເກີດຂຶ້ນ ແຕ່ມີຜູ້ພົບເຫັນເຫດການໄດ້ບັນທຶກວິດີໂອດ້ວຍໂທລະສັບມືຖືຄວາມຍາວ 10 ນາທີເອົາໄວ້ ໃນນັ້ນເປັນພາບຂອງຕຳຫຼວດເຊິ່ງເປັນຄົນຜິວຂາວ ຊື່ ເດເຣັກ ເຊົາວິນ ກຳລັງກົດ ຟລອຍ ໃຫ້ໜ້າແນບກັບພື້ນ ໂດຍໃຊ້ຫົວເຂົ່າກົດຄໍໄວ້.

4.ຂະນະທີ່ ຟລອຍ ຖືກຕຳຫຼວດເອົາເຂົ່າກົດຄໍໄວ້ ໃນວິດີໂອກໍສະແດງໃຫ້ເຫັນວ່າ ລາວຮ້ອງຂຶ້ນດ້ວຍຄວາມເຈັບປວດ ແລະ ເວົ້າວ່າ "ຂ້ອຍຫາຍໃຈບໍ່ອອກ" ແລະ "ຢ່າຂ້າຂ້ອຍ" ຫຼາຍຄັ້ງ.

5.ຫຼັງຈາກນັ້ນ ຊາວບ້ານທີ່ຢູ່ໃກ້ຄຽງກໍພະຍາຍາມຮ້ອງບອກໃຫ້ຕຳຫຼວດຢຸດ ແລະ ປ່ອຍລາວໄປ ໃຫ້ລາວຫາຍໃຈ ແຕ່ຕຳຫຼວດກໍບໍ່ຟັງ ແລ້ວຮ້ອງໃສ່ຜູ້ທີ່ຖ່າຍຄລິບວ່າ "ເວົ້າໄປໂລດ ໝໍນີ້ສະບາຍດີ".

6.ຜູ້ເຫັນເຫດການຄົນໜຶ່ງເລົ່າວ່າ "ມີເລືອດໄຫຼອອກຈາກດັງຂອງລາວ" ສ່ວນອີກຄົນບອກໃຫ້ຕຳຫຼວດ "ຍົກເຂົ່າອອກຈາກຄໍຂອງລາວ".

7. ລາຍງານຂອງສຳນັກຂ່າວຕ່າງປະເທດບອກວ່າ ຈອດ ຟລອຍ ຖືກເຂົ່າກົດທັບຄໍໄປ 7 ນາທີເຕັມ ແລະ ກໍໝົດສະຕິໄປ ກ່ອນທີ່ເຈົ້າໜ້າທີ່ທາງການແພດຈະນຳໂຕລາວຂຶ້ນລົດໄປ ເຊິ່ງເຫດການໃນຄລິບຈົບລົງພຽງເທົ່ານີ້ ແລະ ມີການລາຍງານວ່າ ລາວໄດ້ເສຍຊີວິດລົງໃນພາຍຫຼັງ.

8. ເຈົ້າໜ້າທີ່ຕຳຫຼວດໄດ້ອອກມາຖະແຫຼງການຕອນທຳອິດວ່າ ເຈົ້າໜ້າທີ່ຕຳຫຼວດໄດ້ສັ່ງໃຫ້ຟລອຍລົງຈາກລົດ ແຕ່ລາວຂັດຂືນການຈັບກຸມ ໂດຍກ່າວວ່າ "ຟລອຍເສຍຊີວິດຈາກອຸບັດເຫດທາງການແພດ" ແລະ "ການໂຕ້ຕອບກັບຕຳຫຼວດ".

9. ແນວໃດກໍຕາມ ຫຼັກຖານຈາກກ້ອງວົງຈອນປິດ ແລະ ຄລິບວິດີໂອທີ່ຊາວບ້ານຖ່າຍໄວ້ ໄດ້ເປັນສິ່ງຢັ້ງຢືນວ່າ ຟລອຍບໍ່ໄດ້ຂັດຂືນຫຍັງ ຕາມທີ່ຕຳຫຼວດກ່າວອ້າງ.

10. ເມື່ອຫຼັກຖານດັ່ງກ່າວຮັດໂຕ, ເຈົ້າໜ້າທີ່ຕຳຫຼວດ 4 ຄົນ ປະກອບດ້ວຍ ເດເຣັກ ເຊົາວິນ ໄວ 44 ປີ ຜູ້ໃຊ້ເຂົ້າກົດຄໍ, ທູ ເຖົາ, ໂທມັສ ເລນ ແລະ ອະເລັກຊານເດີ ເຄັງ ຖືກໄລ່ອອກຈາກວຽກທັງໝົດ ແລະ ທັງ 4 ກຳລັງຈະຖືກຮ້ອງຟ້ອງທາງກົດໝາຍ ເພື່ອເອົາຜິດໃນຂໍ້ຫາຄາຕະກຳ.

11. ຈາກນັ້ນ ທະນາຍຂອງອະເລັກຊານເດີ ເຄັງ ໜຶ່ງໃນຕຳຫຼວດ ທີ່ຢູ່ໃນເຫດການໄດ້ກ່າວວ່າ "ດ້ວຍຄວາມເຄົາລົບຕໍ່ ຟລອຍ. ແຕ່ເຮົາຂໍຫຼີກລ່ຽງທີ່ຈະເວົ້າເຖິງເຫດການນີ້ ນັ້ນກໍຍ້ອນວ່າ ເຖິງວ່າຟລອຍຈະເສຍຊີວິດແທ້ກໍຕາມ, ແຕ່ຜົນການຊັນນະສູດສົບຍັງບໍ່ທັນອອກມາ ແລະ ຕຳຫຼວດທັງ 4 ຄົນ ທີ່ຖືກໄລ່ອອກ ກໍຕ້ອງສູ້ຄະດີວ່າການຕາຍຂອງຟລອຍ ກ່ຽວຂ້ອງກັບການກະທຳຂອງພວກເຂົາ ຫຼື ບໍ່ ຫຼື ວ່າຄວາມຈິງແລ້ວ ຕໍ່ໃຫ້ບໍ່ເອົາເຂົ່າກົດລົງໄປ ຟລອຍກໍຕ້ອງເສຍຊີວິດຈາກເຫດຜົນອື່ນຢູ່ແລ້ວ."

12. ປະເດັນດັ່ງກ່າວສ້າງຄວາມເດືອນດານໃຫ້ຊາວລັດມິນນິໂຊຕາ ເນື່ອງຈາກປະຊາຊົນບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງຕ້ອງໃຊ້ຄວາມຮຸນແຮງກັນຂະໜາດນັ້ນ ເຊິ່ງເລື່ອງນີ້ກໍເປັນຊະນວນໃຫ້ຄົນຜິວສີໃນເມືອງບໍ່ພໍໃຈວ່າ ທີ່ຟລອຍຖືກກະທຳແບບນັ້ນຍ້ອນເປັນເລື່ອງຂອງສີຜິວ ຫຼື ບໍ່. ຖ້າລາວເປັນຄົນຜິວຂາວ ອາດຈະບໍ່ຖືກປະຕິບັດໃນລັກສະນະນີ້.

13. ເຫດການດັ່ງກ່າວກາຍເປັນກະແສທີ່ສົ່ງຜົນຕໍ່ຄວາມຮູ້ສຶກຂອງຄົນສະຫະລັດຢ່າງວ່ອງໄວ ເພາະວ່າເມື່ອປີ 2014 ມີເຫດການລັກສະນະດຽວກັນນີ້ເຫີດຂຶ້ນທີ່ລັດນິວຢອກ. ເອຣິກ ກາເນີ ຊາຍຜິວສີຖືກແຈ້ງຂໍ້ຫາຂາຍຢາສູບຜິດກົດໝາຍ ແລະ ເຈົ້າໜ້າທີ່ຕຳຫຼວດໄດ້ເຂົ້າຈັບກຸມລາວໂດຍໃຊ້ວິທີການລັອກຄໍ ຈົນລາວເວົ້າອອກມາວ່າ "ຂ້ອຍຫາຍໃຈບໍ່ອອກ" 11 ຄັ້ງ ແຕ່ຕຳຫຼວດກໍບໍ່ປ່ອຍ ຈົນໃນທີ່ສຸດລາວກໍເສຍຊີວິດ. ເຈົ້າໜ້າທີ່ຕຳຫຼວດຄົນດັ່ງກ່າວບໍ່ຖືກລົງໂທດທາງວິໄນ ແລະ ບໍ່ຜິດກົດໝາຍ ສາມາດປະກອບອາຊີບຕຳຫຼວດໄດ້ຕາມປົກກະຕິ.

14. ຄຳສຳຄັນໃນເຫດການທັງສອງແມ່ນ "I Can't Breathe" ເຊິ່ງທັງ ກາເນີ ແລະ ຟລອຍ ຕ່າງກໍເວົ້າອອກມາກ່ອນທີ່ຈະເສຍຊີວິດ ເຮັດໃຫ້ຄົນຜິວສີທົ່ວສະຫະລັດລຸກຮືຂຶ້ນ ແລະ ໃຊ້ປະໂຫຍກດັ່ງກ່າວເປັນໃຈກາງໃນການປະທ້ວງລັດຖະບານໃນຄັ້ງນີ້.

15.ການປະທ້ວງເລີ່ມຂຶ້ນໃນຕອນບ່າຍຂອງວັນອັງຄານທີ 26 ພຶດສະພາ ໂດຍມວນຊົນໄດ້ມາຊຸມນຸມກັນໃນທາງແຍກບ່ອນທີ່ເກີດເຫດຕົ້ນເລື່ອງ. ຜູ້ເຂົ້າຮ່ວມໄດ້ພ້ອມໃຈກັນຮ້ອງຄຳວ່າ "I can't breathe" ແລະ "It could've been me" (ມັນອາດຈະເປັນຂ້ອຍກໍໄດ້) ຊໍ້າໄປຊໍ້າມາ.

ໃນຄືນທີ 2 ຂອງການປະທ້ວງ ມີຜູ້ເຂົ້າຮ່ວມຫຼາຍພັນຄົນ ພ້ອມທັງມີການຍິງຫິນ ແລະ ໂຍນກະປ໋ອງແກສນໍ້າຕາໃສ່ຕຳຫຼວດ. ຂະນະດຽວກັນ ຢູ່ຕໍ່ໜ້າສະຖານີຕຳຫຼວດກໍມີການຈັດເຈົ້າໜ້າທີ່ໃຫ້ຢືນກັັ້ນເປັນກຳແພງເພື່ອປ້ອງກັນບໍ່ໃຫ້ຜູ້ປະທ້ວງບຸກເຂົ້າໄປ.

16. ນອກຈາກນີ້ ຫໍຍັງມີບຸກຄົນຈາກແວດວົງຕ່າງໆທີ່ອອກມາສະແດງຄວາມເຫັນຕໍ່ປະເດັນດັ່ງກ່າວ ເຊັ່ນວ່າ ຄົນດັງຕ່າງໆເຊັ່ນ: ຈອນ ໂບເຢກາ, ບີຢອນເຊ, ຈັສຕິນ ບີເບີ ໂດຍສະເພາະ ເລີບຣອນ ເຈມ ນັກກີລາບານບ້ວງຊື່ດັງຂອງສະຫະລັດ ເຊິ່ງເປັນຄົນຜິວສີເຊັ່ນກັນ ໄດ້ອອກມາໂພສຮູບຂອງ ໂຄລິນ ໂຄເປີນິກ ທີ່ຕັດສິນໃຈບໍ່ຍອມຢືນເຄົາລົບເພງຊາດສະຫະລັດ ແລະ ໃຊ້ການຄູ້ເຂົ່າ ເພື່ອສະແດງເຖິງຄວາມບໍ່ພໍໃຈ ທີ່ລັດຖະບານສະຫະລັດ ຈັດການບັນຫາຄວາມເທົ່າທຽມຂອງຄົນຕ່າງສີຜິວໄດ້ບໍ່ດີເທົ່າທີ່ຄວນ.

ຂະນະທີ່ຜູ້ສື່ຂ່າວລາຍງານເມື່ອວັນພະຫັດກ່ອນວ່າ ໂດນັລ ທຣຳ ປະທານາທິບໍດີສະຫະລັດ "ຮູ້ສຶກເສຍໃຈຫຼາຍ" ຫຼັງຈາກທີ່ໄດ້ເຫັນຄລິບວິດີໂອເຫດການດັ່ງກ່າວ ແລະ ໄດ້ອອກມາໂພສຂໍ້ຄວາມໃນທະວິດເຕີວ່າ ໄດ້ສັ່ງໃຫ້ FBI ແລະ ກະຊວງຍຸຕິທຳລົງພື້ນທີ່ເພື່ອສືບສວນເລື່ອງລາວທີ່ໜ້າເສົ້ານີ້ໃຫ້ໄວ ແລະ ເປັນທຳທີ່ສຸດ.

ທາງດ້ານຫົວໜ້າໜ່ວຍງານດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ກໍໄດ້ອອກມາວິຈານກ່ຽວກັບການເສຍຊີວິດຂອງຟລອຍ ໂດຍກ່າວວ່າຕ້ອງມີການຮັບຮູ້ ແລະ ຈັດການກ່ຽວກັບບັນຫາການແບ່ງແຍກສີຜິວທີ່ກຳລັງແຜ່ລາມ ແລະ ຮຸນແຮງຂຶ້ນ ພ້ອມທັງຮຽກຮ້ອງໃຫ້ກຸ່ມຜູ້ປະທ້ວງເຄື່ອນໄຫວຢ່າງມີລະບຽບ ແລະ ຂໍໃຫ້ເຈົ້າໜ້າທີ່ຕຳຫຼວດພະຍາຍາມເຖິງທີ່ສຸດຢ່າຕື່ມເຊື້ອໄຟໃຫ້ສະຖານະການດັ່ງກ່າວທີ່ກຳລັງເກີດຂຶ້ນ.

17.ສຳລັບການເຄື່ອນໄຫວໃນໂລກອອນລາຍ ກໍມີການໃຊ້ແຮສແທັກ #BlackLivesMatter ເຊິ່ງແປວ່າ ຊີວິດຂອງຄົນຜິວດຳກໍມີຄວາມໝາຍ ເພື່ອສ້າງຄວາມຍຸຕິທຳໃຫ້ກັບຄົນຜິວສີ ເວລາທີ່ມີເຫດປະທະກັບເຈົ້າໜ້າທີ່ລັດ ເພາະຄົນຜິວສີເຫັນວ່າ ເວລາເກີດບັນຫາຄວາມຂັດແຍ້ງ ຄົນຜິວສີມັກຖືກໃຊ້ຄວາມຮຸນແຮງເປັນພິເສດ ຕ່າງຈາກຄົນຜິວຂາວ.

18. ສະຖານະການຫຼ້າສຸດ ຊາວມິນນິໂຊຕາ ກຳລັງລໍຖ້າຟັງຜົນການຊັນນະສູດສົບຂອງຟລອຍວ່າ ສາເຫດການຕາຍທີ່ແທ້ຈິງແມ່ນຫຍັງໂດຍຜົນຂອງການຊັນນະສູດຢ່າງເປັນທາງການຈະອອກມາພາຍໃນວັນທີ 1 ມິຖຸນາ.

19. ສ່ວນສະຖານະການການຊຸມນຸມປະທ້ວງ ທາງຜູ້ຈັດຊຸມນຸມພະຍາຍາມໃຊ້ຫຼັກການເວັ້ນໄລຍະຫ່າງທາງສັງຄົມ ບໍ່ໃຫ້ຢູ່ໃຫ້ກັນຫຼາຍ ແຕ່ຫຼັງຈາກນັ້ນບໍ່ດົນປະລິມານຜູ້ຊຸມນຸມກໍເພີ່ມຂຶ້ນເປັນຫຼາຍພັນຄົນ ມີຄວາມຮຸນແຮງຂຶ້ນເລື້ອຍໆ ກາຍເປັນວ່າເກີດຄວາມວຸ້ນວາຍ ແກວ່ງເຄື່ອງຂອງໃສ່ຕຳຫຼວດ ແລະ ມີມິດສາຊີບແຝງຕົວມານຳ ບຸກທຳລາຍຮ້ານຄ້າເພື່ອປຸ້ນຊັບ ທັງຮ້ານຂາຍຢາສູບ, ຮ້ານຂາຍເຫຼົ້າ ແລະ ຮ້ານຂາຍອາຫານຕ່າງໆ. ດ້ວຍເຫດນີ້ເຈົ້າໜ້າທີ່ຕຳຫຼວດຈຶ່ງຕ້ອງໃຊ້ແກສນໍ້າຕາ ແລະ ຍິງກະສຸນຢາງ ເກີດຄວາມວຸ້ນວາຍໄປໝົດໃນທົ່ວເມືອງ.

20. ເຫດການຈະລາຈົນຢ່າງຮຸນແຮງ ເຮັດໃຫ້ພາກລັດອອກມາຄວບຄຸມສະຖານະການ ໂດຍຜູ້ວ່າການເມືອງມິນນິອາໂປລິສກ່າວວ່າ ຢາກໃຫ້ຊາວມິນນິອາໂປລິສທຸກຄົນຢ່າປ່ອບໃຫ້ເຫດສະຫຼົດໃຈເລື່ອງໜຶ່ງ ມາສ້າງເຫດສະຫຼົດໃຈເລື່ອງໃໝ່ຂຶ້ນ.

ແຫຼ່ງອ້າງອີງ:

Advertisement Replay Ad

ຂໍຂອບໃຈ

ພາບ : AFP

ອ່ານດວງລາຍວັນປະຈໍາວັນຈັນ ທີ 7 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 7 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 4 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 4 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 3 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 2 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 1 ສິງຫາ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 31 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 28 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 27 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 26 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 25 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 21 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 19 ພະຈິກ 2022 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 18 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 17 ພະຈິກ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 14 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພະຫັດ ທີ 13 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນພຸດ ທີ 12 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນອັງຄານ ທີ 11 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນຈັນ ທີ 10 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ອ່ານດວງລາຍວັນປະຈໍາວັນສຸກ ທີ 7 ກໍລະກົດ 2023 ຕາມແຕ່ລະວັນເກີດ

ສົ່ງອີເມວຫາໝູ່

ສົ່ງໃຫ້ໝູ່ຫຼາຍຄົນ “,” (ສົ່ງພ້ອມກັນຫຼາຍສຸດ 50 ອີເມວ)

ສົ່ງອີເມວ