ເຊຍສຸດໃຈ! ກຽມສົ່ງກຳລັງໃຈໃຫ້ ແຮ່ນນ້າ ສາວລາວ ໃນການແຂ່ງຂັນ GirlGroupRapstar ທີ່ປະເທດໄທ

ຢ່າລືມຮ່ວມເຊຍຮ່ວມໃຫ້ກຳລັງໃຈ "ແຮ່ນນ້າ" ແລະ ຕິດຕາມສາວນ້ອຍໄວໃສໜຶ່ງໃນຜູ້ເຂົ້າແຂ່ງຂັນທີ່ເປັນຕົວແທນຈາກປະເທດລາວເຮົາ, ເຂົ້າຮ່ວມລາຍການຂອງປະເທດເໄທທີ່ມີຊື່ວ່າ GirlGroupRapstar ເຊິ່ງເປັນລາຍການທີ່ກ່ຽວກັບການເຟັ້ນຫາ ໄອດໍ້ສາວ ທີ່ມີຄວາມສາມາດດ້ານການຮ້ອງເພງ, ເຕັ້ນ, ແຣ໊ບ, ມີລຸກໃນແບບຂອງຕົນເອງ ແລະ ອື່ນໆ ເພື່ອຈະມາສ້າງເປັນວົງ Girl Group ຂອງປະເທດໄທໃນນາມວ່າ '' 4EVE '' ແລະ ໜຶ່ງໃນຜູ້ເຂົ້າແຂ່ງຂັນກໍໄດ້ມີຕົວແທນຈາກປະເທດລາວເຮົາ ເຂົ້າຮ່ວມນັ້ນກໍຄື ແຮນນ່າ ໂຣເຊັ່ນບູມ.
ເຟສບຸກທາງການຂອງ GirlGroupRapstar ໄດ້ອັບເດດການເຄື່ອນໄຫວຂອງເຫຼົ່າເດັກຝຶກ, ພ້ອມທັງບອກວ່າອີກບໍ່ດົນຈະໄດ້ເຫັນນ້ອງໆເດບິ້ວແນ່ນອນ! ເຫຼົ່າສາວໆກໍມີແຕ່ຜູ້ງາມໆ ແລະ ພຽບພ້ອມດ້ວຍຄວາມສາມາດ ໃນໄລຍະທີ່ເກັບໂຕພວກເຂົາກໍໄດ້ຝຶກຝົນການເຕັ້ນ ແລະ ການຮ້ອງເພງເປັນຢ່າງໜັກເພື່ອກຽມເດບິ້ວ ແລະ ກຽມປ່ອຍຜົນງານໃຫ້ແຟນໆໄດ້ຮັບຊົມ, ເວົ້າມາແລ້ວກໍຕື່ນເຕັ້ນທີ່ຈະເຫັນໄອດໍ້ສາວແຮ່ນນ້າຍັບໃກ້ເຂົ້າສູ່ຄວາມຝັນແລ້ວ ເຊຍສຸດໃຈ!
ດັ່ງທີ່ຮູ້ວ່າແຮ່ນນ້າ ໄດ້ມີການເປີດຕົວໄປແລ້ວ ພ້ອມທັງປ່ອຍຮູບພາບແຕ່ລະຊຸດທີ່ໜ້າຕິດຕາມຫຼາຍ ລຸກແຮ່ນນ້າຈະໄປໃນທິດທາງແບບໃດ? ເບິ່ງໃນອາລະບໍ້າລຸ່ມສຸດໄດ້ເລີຍ:
ເຈົ້າຂອງຜົນງານທີ່ເຄີຍສ້າງສັນຜົນງານອອກມາໃຫ້ຫຼາຍໆຄົນໄດ້ຕິດຕາມ ເຊັ່ນ: ຮັກວຸ່ນໆຄຸນໜູເນ່ເນ່1 , ຮັກວຸ່ນໆຄຸນໜູເນ່ເນ່2 ແລະ MV ເພງ ມໍ 7 ຂອງອ້າຍຕີ໋ ອຸດາໄລ. ເຊິ່ງລາຍການດັ່ງກ່າວຈະເລີ່ມອອກອາກາດໃຫ້ໄດ້ຮັບຊົມກັນໃນເດືອນມິຖຸນາທີ່ຈະມາຮອດນີ້, ຢາກໃຫ້ແຟນໆ ແລະ ຄົນລາວທຸກໆຄົນຮ່ວມກັນເຊຍ , ພ້ອມທັງໃຫ້ກຳລັງໃຈສາວນ້ອຍຄົນນີ້ ທີ່ເປັນຕົວແທນຜູ້ເຂົ້າແຂ່ງຂັນຈາກປະເທດລາວ ໃຫ້ສາມາດປະສົບຜົນສຳເລັດ ແລະ ກາຍເປັນທີ່ຮູ້ຈັກຫຼາຍຂຶ້ນຂອງຄົນທົ່ວໂລກ. ສຳລັບ ແຮ່ນນ້າ ໂລເຊັ່ນບູ້ມ, ສາວໄວ 19 ປີຄົນນີ້ເປັນຜູ້ທີ່ໄດ້ຮັບລາງວັນຮອງຊະນະເລີດອັນດັບ 2 ຈາກການປະກວດ Miss Teen Laos 2019 ແລະ ເປັນສາວລາວຄົນທຳອິດທີ່ເຂົ້າຮ່ວມການປະກວດ Miss Asia.
ຂໍຂອບໃຈ
ພາບ : Hannah Rosenbloom