ກຽມໂຕໃຫ້ພ້ອມ ມະຫາວິທະຍາໄລແຫ່ງຊາດ ພ້ອມເປີດການຮຽນການສອນສໍາລັບນັກສຶກສາປີສຸດທ້າຍ 2 ມິຖຸນານີ້

ມະຫາວິທະຍາໄລແຫ່ງຊາດ (ມຊ) ແຈ້ງໃຫ້ແຕ່ລະຄະນະພາກວິຊາກຽມຄວາມພ້ອມ ໃນການເປີດການຮຽນການສອນຄືນພາຍຫຼັງວິກິດພະຍາດລະບາດໂຄວິດ-19 ຜ່ອນຄາຍ, ໂດຍສະເພາະແມ່ນນັກສຶກສາປີສຸດທ້າຍເລີ່ມແຕ່ວັນທີ 2 ມິຖຸນານີ້ ເປັນຕົ້ນໄປ.
ອີງຕາມໜັງສືແຈ້ງການ ເລກທີ 1195/ມຊ ລົງວັນທີ 18 ພຶດສະພາ 2020 ກ່ຽວກັບການກະກຽມຄວາມພ້ອມໃນການເປີດການຮຽນການສອນ ໃນຂອບເຂດທົ່ວມະຫາວິທະຍາໄລແຫ່ງຊາດ; ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງມະຫາວິທະຍາໄລແຫ່ຊາດສະບັບເລກທີ 071/ນຍ, ລົງວັນທີ 16 ມີນາ 2009; ອີງຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ, ສະບັບເລກທີ 465/ສສກ, ລົງວັນທີ 16 ພຶດສະພາ 2020 ວ່າດ້ວຍການຜັນຂະຫຍາຍແຈ້ງການຂອງສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 580/ຫສນຍ, ລົງວັນທີ 15 ພຶດສະພາ 2020 ຂອງຂະແໜງການສຶກສາ ແລະ ກິລາ ແລະ ອີງຕາມ ຄໍາແນະນໍາຂອງຄະນະສະເພາະກິດຂອງກະຊວງສຶກສາທິການ ແລະ ກິລາ, ສະບັບເລກທີ 466/ສສກ ລົງວັນທີ 17 ພຶດສະພາ 2020.
ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ແຈ້ງການໃຫ້ແຕ່ລະຄະນະວິຊາກຽມຄວາມພ້ອມ ໃນການເປີດການຮຽນການສອນ ສໍາລັບນັກສຶກສາປີສຸດທ້າຍຂອງ ມຊ ເລີ່ມວັນທີ 2 ມິຖຸນາ 2020 ເປັນຕົ້ນໄປ ໂດຍໃຫ້ແຕ່ລະຄະນະວິຊາເອົາໃຈໃສ່ຕິດຕາມການຂຽນບົດໂຄງການຈົບຊັ້ນ ແລະ ການລົງຝຶກງານຂອງນັກສຶກສາປີສຸດທ້າຍ ແລະ ຈັດຕັ້ງ ການຮຽນການສອນ ໃຫ້ແກ່ນັກສຶກສາທີ່ບໍ່ມີເງື່ອນໄຂຂຽນບົດໂຄງການຈົບຊັ້ນເພື່ອກຽມຄວາມພ້ອມໃນການສອບເສັງຈົບຊັ້ນໃຫ້ແກ່ພວກກ່ຽວ ຕາມລະບຽບຫຼັກການທາງດ້ານວິຊາການ.
ນອກຈາກນີ້, ໃຫ້ພະນັກງານ, ຄູອາຈານທົ່ວ ມຊ ມາປະຈໍາການປົກກະຕິ ເພື່ອປະຕິບັດໜ້າທີ່ຕາມຄວາມຮັບຜິດຊອບຂອງຕົນ ດໍາເນີນການພັດທະນາ ການຮຽນການສອນໃຫ້ມີຄຸນນະພາບ ແລະ ກະກຽມຄວາມພ້ອມໃນການເປີດການຮຽນການສອນ ນັກສຶກສາປີສຸດທ້າຍ; ໃຫ້ຫ້ອງການຄຸ້ມຄອງຫໍພັກເລີ່ມຮັບນັກສຶກສາປີສຸດທ້າຍ ແຕ່ວັນທີ 25 ພຶດສະພາ 2020 ເປັນຕົ້ນໄປ. ສ່ວນນັກສຶກສານອກເໜືອຈາກປີສຸດທ້າຍທຸກຊັ້ນ, ທຸກລະບົບນັ້ນ ແມ່ນໃຫ້ລໍຖ້າຄໍາແນະນໍາ ຫຼື ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາອອກມາກ່ອນ.
ສໍາລັບລາຍລະອຽດຕ່າງໆໃນການກະກຽມຮັບນັກສຶກສາເຂົ້າຫໍພັກນັ້ນໃຫ້ຫ້ອງການຄຸ້ມຄອງຫໍພັກ ອອກແຈ້ງການເພິ່ມເຕິ່ມ; ນັກສຶກສາຕ່າງປະເທດ ມອບໃຫ້ຫ້ອງການທີ່ກ່ຽວຂ້ອງປະສານງານ ແລະ ວາງມາດຕະການໃນການຄຸ້ມຄອງຕາມລະບຽບຫຼັກການຂອງປະເທດນັ້ນໆ ແລະ ຕາມລະບຽບຫຼັກການຂອງຄະນະສະເພາະກິດໄດ້ວາງອອກ. ມອບໃຫ້ຄະນະວິຊາຕ່າງໆ ຊີ້ນໍາ ນໍາພາພະນັກງານ, ຄູອາຈານ ແລະ ນັກສຶກສາ ເຮັດອະນາໄມຫ້ອງການ, ຫ້ອງຮຽນ ແລະ ສະຖານທີ່ຕ່າງໆພາຍໃນຂົງເຂດຂອງຕົນເອງ ພ້ອມສະໜອງອຸປະກອນອະນາໄມ ແລະ ບ່ອນລ້າງມືໃຫ້ພະນັກງານ, ຄູອາຈານ ແລະ ນັກສຶກສາ ເພື່ອຮັບປະກັນໃນການປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ມີປະສິດທິພາບ.
ພ້ອມກັນນັ້ນ, ໃຫ້ທຸກຄະນະວິຊາລວມທັງສະຖາບັນຕ່າງໆ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອຮອງຮັບການເປີດການຮຽນການສອນທຸກຊັ້ນທຸກສາຍ ຖ້າສະພາບການຕ່າງໆ ຫາກມີການຜ່ອນຄາຍດີຂຶ້ນ ແລະ ມີແຈ້ງການຈາກກະຊວງສຶກສາທິການ ແລະ ກິລາ ອອກມາພວກເຮົາຈຶ່ງຈະມີການເປີດການຮຽນການສອນ ໃນວັນທີ 15 ມິຖຸນາ 2020.