ລາວອີ-ສະປອດ ເປີດຮັບສະໝັກບຸກຄະລາກອນ ກຽມສ້າງເປັນຄູຝຶກ ແລະ ກໍາມະການຕັດສິນອາຊີບ

ສະຫະພັນກີລາອີ-ສະປອດແຫ່ງຊາດລາວ ເປີດລົງທະບຽນເພື່ອເຂົ້າຮ່ວມການຝຶກອົບຮົມ ການເປັນຄູຝຶກ ແລະ ກຳມະການຕັດສິນ ໃນການກຽມຈັດການແຂ່ງຂັນຄືນໃໝ່ອີກຄັ້ງ ໂດຍຜູ້ທີ່ຜ່ານການຄັດເລືອກ ຈະໄດ້ຮັບໃນຮັບຮອງ ແລະ ໃບຢັ້ງຢືນ ການເປັນຄູຝຶກ ແລະ ກຳມະການຕັດສິນ ຈາກ ສະຫະພັນກີລາອີ-ສະປອດແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກີລາ.
ອີງຕາມການລາຍງານຂອງສະຫະພັນກີລາອີ-ສະປອດແຫ່ງຊາດລາວ ເມື່ອວັນທີ 22 ພຶດສະພາ ຜ່ານມາ ວ່າ: ປັດຈຸບັນ ທາງສະຫະພັນ ໄດ້ເປີດຮັບສະໝັກການເປັນຄູຝຶກ ແລະ ກຳມະການຕັດສິນ ນັບແຕ່ວັນທີ 21 ພຶດສະພາ 2020 ເປັນຕົ້ນມາ ແລະ ຈະປິດຮັບສະໝັກໃນວັນທີ 31 ພຶດສະພາ 2020. ສໍາລັບມື້ທີ່ຈະເລີ່ມຝຶກອົບຮົມແມ່ນແນະນຳໃຫ້ທຸກຄົນທີ່ລົງທະບຽນສາມາດຕິດຕາມຂ່າວຈາກ ເຟດບຸກ Lao e-Sports Federation ຊຶ່ງໃນການລົງທະບຽນນັ້ນ ແມ່ນຈະເສຍຄ່າສະໝັກ 490,000 ກີບຕໍ່ຄົນ. ສ່ວນສະຖານທີ່ຝຶກອົບຮົມ ແລະ ສອບເສັງແມ່ນສຳນັກງານ ບໍລິສັດ ລາວອາດມີເດຍ ຂ້າງຮ້ານອາຫານຊົມດາວ ບ້ານໜອງສະໂນຄຳ ເມືອງສິໂຄດຕະບອງ ນະຄອນຫຼວງວຽງຈັນ.
ສຳລັບເງື່ອນໄຂໃນການສະໝັກ ນັບແຕ່ອາຍຸ 18 ປີຂຶ້ນໄປ, ເປັນສະມາຊິກຂອງສະໂມສອນ ຫຼື ຫົວໜ້າທີມໃດໜຶ່ງ, ມີການເຄື່ອນໄຫວໃນວົງການກີລາອີ-ສະປອດ ຫຼື ລົງແຂ່ງຂັນມາກ່ອນ, ມີຄວາມມຸ່ງໝັ້ນພັດທະນາ ແລະ ຢາກເປັນສ່ວນໜຶ່ງໃນວຽກງານກີລາອີ-ສະປອດ, ມີປະສົບການ ການເປັນຫົວໜ້າທີມ ຫຼື ຈັດການແຂ່ງຂັນ ມາກ່ອນຍິ່ງເປັນການດີ, ມີຮູບຂະໜາດ 3x4 ຈຳນວນ 3 ໃບເພື່ອປະກອບເອກະສານ, ສຳເນົາໜັງສືຜ່ານມາແດນ (Passport) ຫຼື ບັດປະຈຳຕົວມາພ້ອມ, ໂດຍຜູ້ທີ່ຜ່ານຈະໄດ້ຮັບໃບຮັບຮອງ ແລະ ໃບຢັ້ງຢືນ ການເປັນຄູຝຶກ ແລະ ກຳມະການຕັດສິນ ຈາກ ສະຫະພັນກີລາອີ-ສະປອດແຫ່ງຊາດລາວ ແລະ ກະຊວງສຶກສາທິການ ແລະ ກີລາ.
ທັງນີ້, ການເປັນຄູຝຶກ ແລະ ກຳມະການຕັດສິນກີລາອີ-ສະປອດ ແມ່ນຈະສາມາດເຂົ້າຮ່ວມເປັນກຳມະການຕັດສິນການແຂ່ງຂັນ, ສາມາດຈັດການແຂ່ງຂັນໄດ້, ມີສິດໃນການປ່ຽນແປງກົດລະບຽບຕ່າງໆຂອງການແຂ່ງຂັນໄດ້, ສາມາດສ້າງຮ່າງລະບຽບສະເໜີຫາສະຫະພັນໄດ້, ສາມາດເຂົ້າຮ່ວມສອບເສັງເປັນກໍາມະການສາກົນ, ສາມາດເຂົ້າຮ່ວມຕັດສິນໃນການແຂ່ງຂັນກີລາອີ-ສະປອດ ໄດ້ໃນທຸກລະດັບການແຂ່ງຂັນຄື: ລະດັບທ້ອງຖິ່ນ, ລະດັບແຂວງ ໄປຈົນເຖິງລະດັບຊາດ ຫຼື ລະດັບສາກົນ.
ໂດຍ: ໜຸ່ມໂສດ