ເປີດວາບໜຸ່ມສະເໜ່ແຮງ ນົນ ຊານົນ ຂວັນໃຈສາວໆ ດີກຣີພະເອກໜຸ່ມຫຼໍ່ມາດເຂັ້ມແຫ່ງວົງການລາວ

ພາດທີ່ຈະແນະນຳບ່າວຫຼໍ່ຄົນນີ້ບໍ່ໄດ້ແທ້ໆ! ຫຼາຍຄົນຄົງຮູ້ຈັກດີ ສຳລັບໜຸ່ມຫຼໍ່ມາດເຂັ້ມຄົນນີ້ ທີ່ຝາກຜົນງານໄວ້ໃຫ້ສາວໆໄດ້ຕິດຕາມ ແລະ ໃຈລະລາຍມາແລ້ວບໍ່ໜ້ອຍ, ຈະເປັນໃຜຄົນອື່ນໄປບໍ່ໄດ້ເລີຍ ຖ້າບໍ່ແມ່ນ "ນົນ ຊານົນ" ໜຸ່ມລູກຊອດລາວ-ຫວຽດນາມ ທີ່ມີໃບໜ້າຫຼໍ່ຄົມ ອັນເປັນສະເໜ່ ຊວນຫຼົງໄຫຼເປັນທີ່ສຸດ ແລະ ເຫັນມີຫຸ່ນທີ່ດີເຟີມ ແລະ ເຕັມໄປດ້ວຍກ້າມທ້ອງເປັນມັດແບບນີ້, ເພາະຜູ້ກ່ຽວມັກ ແລະ ຫຼົງໄຫຼໃນດ້ານກິລາຕີມວຍເປັນພິເສດ ສົມພໍຈຶ່ງມີຮ່າງກາຍອັນເຊັກຊີ່ ເຮັດໃຫ້ສາວໆເຫັນເປັນຕ້ອງໃຈສັ່ນ.
ແຖມເຈົ້າໂຕກໍມັກໂພສຮູບລົງໃຫ້ແຟນໆໄດ້ຕິດຕາມ ແລະ ຊື່ນໃຈກັນກັນຢູທົ່ວໜ້າ ນອກຈາກຈະເປັນຄົນໜຶ່ງທີ່ເປັນໜຸ່ຫຼໍ່ໜ້າຕາດີແລ້ວ , ເຮົາຍັງຈະເຫັນຊານົນໃນບົດບາດການເປັນຜູ້ໃຫ້ຊ່ວຍເຫຼືອສັງຄົມຢູ່ຕະຫຼອດ, ແນວນີ້ຈະບໍ່ໃຫ້ແຟນຄລັບຮັກ ແລະ ຫຼົງໄດ້ແນວໃດ! ແນ່ນອນທີມງານມ່ວນໄດ້ນຳເອົາພາບຫຼໍ່ໆ ທີ່ຖ່າຍມຸມໃດເຫັນກໍຕ້ອງຟິນມາຝາກໆໄວໜຸ່ມເຮົາ ໄປສ່ອງດ້ານລຸ່ມອາລະບໍ້າໄດ້ເລີຍ:
ທັງນີ້ ນົນ ຊານົນ ນອກຈາກຈະເປັນສິລະປິນລາວທີ່ມີຄວາມສາມາດໃນການຮ້ອງເພງມ່ວນແລ້ວ ຍັງເປັນນາຍແບບ ແລະ ນັກສະແດງ ໂດຍຜົນງານເດັ່ນໆຄື ຖ່າຍແບບໃຫ້ກັບຄໍເລັກຊັນຂອງ MEN folder, ຮັບບົດນຳໃນຮູບເງົາ ສຽງສຸດທ້າຍ ຂອງ ໂຈໂຈ້ ມິຣາໂຄ້ ແລະ ຮູບເງົາສັ້ນສົ່ງເສີມການທ່ອງທ່ຽວ "Laos Simply Beautiful the Movie" ເຊິ່ງສະແດງເປັນພະເອກຄູ່ກັບ ອາເລັກຊານດຣາ ບຸນຊ່ວຍ, ເປັນໜຸ່ມຄົນຫນຶ່ງທີ່ມີຄວາມສາມາດ ແລະ ຈັບຕາມອງອີ່ຫຼີ!
ຂໍຂອບໃຈ
ຂໍ້ມູນ : Nonh Sanonh Maniphonh