ບໍ່ລອດ "ເອຟຊີ ໂຊລ" ຖືກໃໝ 730 ລ້ານກີບ ຍ້ອນໃຊ້ "ຕຸກກະຕາຢາງ" ແທນຜູ້ຊົມ ຊີ້ດູໝິ່ນກຽດແຟນບານເພດຍິງ

ບໍ່ລອດ ສະໂມສອນບານເຕະ "ເອຟຊີ ໂຊລ"ຂອງເກົາຫຼີໃຕ້ຖືກສັ່ງປັບໃໝເປັນເງິນເຖິງ 100 ລ້ານວອນ ຫຼື ປະມານ 730 ລ້ານກີບ ເນື່ອງຈາກນຳເອົາຕຸກກະຕາຢາງເຂົ້າມານັ່ງເທິງອັດທະຈັນແທນຜູ້ຊົມ ເຫດການດັ່ງກ່າວນີ້ຖືກເຫັນວ່າເປັນການໝິ່ນກຽດແຟນບານເພດຍິງຢ່າງຮຸນແຮງ.
ການແຂ່ງຂັນເມື່ອວັນອາທິດກ່ອນ ລະຫວ່າງທີມ "ເອຟຊີ ໂຊລ" ແລະ "ກວາງຈູ ເອຟຊີ" ໃນເຄ-"ລີກ ໄດ້ມີການນຳເອົາຕຸກກະຕາຢາງຈຳນວນ 30 ໂຕມາວາງເພື່ອຈຳລອງບັນຍາກາດການຊົມ ແລະ ເຊຍບານເຕະໃຫ້ສົມຈິງ ເພາະວ່າໃນຕອນນີ້ແຟນບານຍັງບໍ່ສາມາດເຂົ້າຊົມການແຂ່ງຂັນໃນສະໜາມໄດ້ ເພື່ອຄວບຄຸມການລະບາດຂອງໂຄວິດ-19.
ເຫດການດັ່ງກ່າວນີ້ຖືກວິພາກວິຈານຢ່າງໜັກຈາກຜູ້ໃຊ້ໂຊຊຽວມີເດຍວ່າເປັນການກະທຳທີ່ບໍ່ເໝາະສົມ ເຊິ່ງຕຸກກະຕາຢາງບາງໂຕນຸ່ງເສື້ອເອຟຊີໂຊລ, ບາງໂຕກໍໃສ່ເສື້ອຍືດ ຫຼື ຖືປ້າຍໂຄສະນາອຸປະກອນທາງເພດ ຫຼື ເວັບໄຊສຳລັບຜູ້ໃຫຍ່ ຈົນເຮັດໃຫ້ເມື່ອວັນຈັນທີ່ຜ່ານມາ ສະໂມສອນດັ່ງກ່າວຕ້ອງອອກມາຂໍໂທດແຟນບານ.
ຫຼ້າສຸດ ເຄ-ລີກ ເຊິ່ງເປັນລີກອາຊີບຂອງເກົາຫຼີໃຕ້ ໄດ້ສັ່ງລົງໂທດປັບໃໝສະໂມສອນ ເອຟຊີ ໂຊລ ເປັນເງິນ 100 ລ້ານວອນ ຫຼື ປະມານ 730 ລ້ານກີບ ພ້ອມທັງລະບຸວ່ານີ້ເປັນການດູໝິ່ນ ແລະ ທຳຮ້າຍຄວາມຮູ້ສຶກຂອງແຟນບານເພດຍິງຢ່າງຮ້າຍແຮງ ລວມທັງຍັງທຳລາຍຊື່ສຽງຂອງເຄ-ລີກ.
ຂໍຂອບໃຈ
ຂໍ້ມູນ : Voice TV , The Guardian , BBC , Japan Today