ເຮັດວຽກໜ້ອຍມື້ຊ່ວຍເສດຖະກິດໄດ້? ນີ້ແມ່ນເຫດຜົນທີ່ນາຍົກນິວຊີແລນສະເໜີໃຫ້ເຮັດວຽກ 4 ມື້ຕໍ່ອາທິດ

ການລະບາດຂອງພະຍາດໂຄວິດ-19 ຈຳກັດການເດີນທາງຂອງຄົນທົ່ວໂລກ ສົ່ງຜົນກະທົບຢ່າງຮຸນແຮງຕໍ່ທຸລະກິດການທ່ອງທ່ຽວ ເຮັດໃຫ້ຂະແໜງການນີ້ສູນເສຍເມັດເງິນຈຳນວນມະຫາສານ.
ແຕ່ແນວໃດກໍຕາມຫຼັງຈາກທີ່ສະຖານະການຜ່ອນຄາຍ ຫຼື ຄວບຄຸມໄດ້ແລ້ວ ຫຼາຍປະເທດກໍເລີ່ມເປີດການເດີນທາງ ແລະ ການທ່ອງທ່ຽວພາຍໃນປະເທດຄືນ ເພື່ອກະຕຸ້ນເສດຖະກິດ. ໃນນັ້ນນາຍົກລັດຖະມົນຕີນິວຊີແລນສ້າງຄວາມຕື່ນເຕັ້ນໃຫ້ກັບຊາວນິວຊີແລນເປັນຈຳນວນຫຼາຍ ເພາະໄດ້ອອກມາແນະນຳໃຫ້ນາຍຈ້າງພິຈາລະນາຫຼຸດມື້ເຮັດວຽກໃຫ້ເຫຼືອພຽງອາທິດລະ 4 ມື້ ເພື່ອເປີດໂອກາດໃຫ້ປະຊາຊົນໄດ້ມີເວລາໃນການເດີນທາງທ່ອງທ່ຽວ ເຊິ່ງນີ້ຈະສາມາດຊ່ວຍຂະແໜງການທ່ອງທ່ຽວໄດ້ຫຼາຍ.
ທ່ານນາງ ຈາຊິນດາ ອາເດິນ ຜູ້ນຳນິວຊີແລນກ່າວວ່າ ການທ່ອງທ່ຽວຂອງປະເທດໄດ້ຮັບຜົນກະທົບໜັກຫຼາຍ ແລະ ການເຮັດວຽກງານອາທິດລະ 4 ມື້ ຈະເຮັດໃຫ້ປະຊາຊົນສາມາດເດີນທາງທ່ອງທ່ຽວໃນປະເທດໄດ້ງ່າຍຂຶ້ນ. ຊາວນິວຊີແລນຈຳນວນຫຼາຍບອກວ່າ ພວກເຂົາຈະເດີນທາງທ່ອງທ່ຽວໃນປະເທດຫຼາຍຂຶ້ນ ຫາກມີຊີວິດການເຮັດວຽກງານທີ່ຜ່ອນຜັນຫຼາຍກວ່ານີ້.
ຄຳແນະນຳດັ່ງກ່າວມີຂຶ້ນຫຼັງຈາກທີ່ທ່ານນາງ ອາເດິນ ໄດ້ເປີດເຜີຍໃນເຟສບຸກໄລຟ໌ຢ່າງບໍ່ເປັນທາງການເມື່ອວັນຈັນທີ່ຜ່ານມາຫຼັງການປະຊຸມຂະແໜງການອຸດສາຫະກຳບໍລິການໃນເມືອງໂຣໂຕຣົວ ແຫຼ່ງທ່ອງທ່ຽວສຳຄັນຂອງນິວຊີແລນ ໂດຍບອກວ່າໄດ້ຍິນຄົນຈຳນວນຫຼາຍແນະນຳວ່າ ການຫຼຸດຈຳນວນມື້ເຮັດວຽກຕໍ່ອາທິດລົງໄປ ລວມທັງການເພີ່ມວັນພັກທາງລັດຖະການ ເປັນວິທີການກະຕຸ້ນເສດຖະກິດ ແລະ ການທ່ອງທ່ຽວພາຍໃນປະເທດ.
ຢ່າງໃດກໍຕາມ, ສຸດທ້າຍແລ້ວ ເລື່ອງນີ້ຂຶ້ນຢູ່ກັບນາຍຈ້າງ ແລະ ພະນັກງານວ່າຈະຕັດສິນໃຈຫຼຸດຈຳນວນມື້ເຮັດວຽກຕໍ່ອາທິດ ຫຼື ບໍ່, ແຕ່ກໍສະໜັບສະໜຸນໃຫ້ນາຍຈ້າງລອງພິຈາລະນາເງື່ອນໄຂນີ້ວ່າຈະສາມາດເຮັດໄດ້ກັບອົງກອນຂອງຕົວເອງ ຫຼື ບໍ່ ເພາະແນ່ນອນວ່າເງື່ອນໄຂເຮັດວຽກ 4 ມື້ຕໍ່ອາທິດຈະເປັນປະໂຫຍດຕໍ່ການທ່ອງທ່ຽວທົ່ວປະເທດ.
ເນື່ອງຈາກຂະແໜງການທ່ອງທ່ຽວມີຄວາມສຳຄັນຢ່າງຍິ່ງຕໍ່ເສດຖະກິດຂອງນິວຊີແລນ ໂດຍເມື່ອປີ 2019 ສ້າງເງິນໃຫ້ກັບປະເທດຫຼາຍເຖິງ 16,200 ລ້ານໂດລາ ຄິດເປັນ 6% ຂອງຈີດີພີ (GDP). ຄວາມໝາຍກໍຄືໃນຈຳນວນຊາວນິວຊີແລນທຸກໆ 8 ຄົນ ຈະມີ 1 ຄົນທີ່ເຮັດວຽກໃນຂະແໜງການເສດຖະກິດນີ້.
ຢ່າງໃດກໍຕາມ ກອງທຶນການເງິນລະຫວ່າງປະເທດ ຫຼື ໄອເອັມເອຟ (IMF) ຄາດການວ່າການເຕີບໂຕທາງເສດຖະກິດຂອງນິວຊີແລນຈະຫົດຕົວເຖິງ 8% ໃນປີນີ້. ຂະນະທີ່ຕົວເລກການວ່າງງານອາດສູງເກີນ 15% ແລະ ອາດແຕະສູງສຸດເຖິງ 30%.
ທັງນີ້ ນິວຊີແລນເປັນອີກປະເທດໜຶ່ງທີ່ໄດ້ຮັບສຽງຊົມເຊີຍໃນການຄວບຄຸມການລະບາດຂອງໂຄວິດ-19 ລັດຖະບານໄດ້ຕັດສິນໃຈລັອກດາວຢ່າງວ່ອງໄວ ຊຶ່ງພາຍໃຕ້ມາດຕະການລັອກດາວລະດັບ 4 ທີ່ບັງຄັບໃຊ້ເປັນເວລາ 1 ເດືອນ ໄດ້ຫ້າມປະຊາຊົນມີປະຕິສຳພັນກັບຄົນທີ່ຢູ່ນອກເຮືອນ, ມີພຽງຊູເປີມາເກັດ ແລະ ຮ້ານຂາຍຢາເທົ່ານັ້ນທີ່ເປີດດຳເນີນການ. ແຕ່ຫຼ້າສຸດລັດຖະບານກໍໄດ້ຄາຍມາດຕະການລັອກດາວແລ້ວເມື່ອໄລຍະປາຍເດືອນເມສາ ແລະ ຈົນເຖິງຕອນນີ້ຍັງບໍ່ມີລາຍງານການລະບາດຮອບ 2 ໂດຍເມື່ອອາທິດທີ່ຜ່ອນມາ, ສະຖານທີ່ເຮັດວຽກຕ່າງໆຂອງນິວຊີແລນສາມາດກັບມາເປີດດຳເນີນການໄດ້ແລ້ວຫຼັງນາຍົກລັດຖະມົນຕີອາເດິນຍົກເລີກຂໍ້ຫ້າມເກືອບທັງໝົດ. ເຊັ່ນດຽວກັບອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານເຫຼົ້າ, ຮ້ານຄ້າຍ່ອຍ ແລະ ໂຮງຮຽນອີກເທື່ອ ໂດຍຍັງຄົງຕ້ອງຮັກສາໄລຍະຫ່າງທາງສັງຄົມ. ນອກຈາກນີ້ ຜູ້ທີ່ພັກໃນນິວຊີແລນຍັງໄດ້ຮັບອະນຸຍາດໃຫ້ເດີນທາງຂ້າມພາກພື້ນ ລວມທັງສາມາດຈັດກິດຈະກຳທີ່ມີຄົນຊຸມນຸມໄດ້ສູງສຸດ 10 ຄົນ.
ຂະນະທີ່ຜົນສຳຫຼວດຈາກ Newshub-Reid Research ຊຶ່ງເຜີຍແຜ່ເມື່ອວັນຈັນທີ່ຜ່ານມາຊີ້ວ່າ ຜົນງານຈາກການຕອບສະໜອງຕໍ່ການລະບາດໃຫຍ່ຂອງໂຄວິດ-19 ເຮັດໃຫ້ນາຍົກລັດຖະມົນຕີອາເດິນກາຍເປັນຜູ້ນຳທີ່ໄດ້ຮັບຄວາມນິຍົມສູງສຸດໃນຮອບ 1 ສະຕະວັດຂອງນິວຊີແລນ ຄະແນນຄວາມນິຍົມໃນພັກແຮງງານຂອງນາງພຸ່ງຂຶ້ນໄປເຖິງເກືອບ 60% ຈາກຜົນສຳຫຼວດດັ່ງກ່າວ ແລະ ປະຊາຊົນສ່ວນໃຫຍ່ສະໜັບສະໜຸນມາດຕະການລັອກດາວຂອງລັດຖະບານ.