ງາມແຮງຫຼາຍ "ຟ້າ ກໍລະພິນ" ລາວຊຸບເປີໂມເດວ 2019 ຊິວໆທີ່ຫາດຊາຍຂາວ

ມີຜົນງານອອກມາໃຫ້ເຫັນກັນຢູ່ເລື້ອຍໆ ສຳລັບນາງແບບສາວໜ້າຫວານ ຟ້າ - ກໍລະພິນ ສິນລາດສະວົງ ລາວຊຸບເປີໂມເດວ 2019 ໂດຍຫຼ້າສຸດກັບການຖ່າບພາບການພັກຜ່ອນແບບສະບາຍສະບາຍ ຕ້ອງບອກເລີຍວ່າງາມແຮງ ພ້ອມກົດຫົວໃຈລົວໆໃຫ້ເລີຍ ເພາະເບິ່ງພາບມູມໃດກໍ່ງົດງາມໄປທຸກຈຸດກັບຊຸດສີບົວ ຫວານແຫວວ ຈັດເຕັມທັງເສື້ອຜ້າໜ້າຜົມ ນັ່ງຊິວໆກັນທີ່ຫາດຊາຍຂາວ.
ສຳລັບ ຟ້າ - ກໍລະພິນ ສິນລາດສະວົງ ເລີ່ມເຂົ້າສູ່ວົງການບັນເທີງໂດຍການເປັນນາງແບບ ແລະ ເຂົ້າຮ່ວມເວທີການປະກວດ ລາວຊຸບເປີໂມເດວ 2019 (LAO SUPER MODEL 2019) ໄດ້ຮັບຕຳແໜ່ງ ຊະນະເລີດປະເພດນາງແບບຍິງມາຄອງ ໃນຄຳ່ຄືນ ວັນທີ 17 ສິງຫາ 2019.
Advertisement
Replay Ad