ຢ່າມາຊູນເດີ້ ແມ່ກໍຄືແມ່ Ariana ໂຕ້ແບບແກຣນ ປະເດັນຖືກກ່າວຫາວ່າປັ່ນຍອດເພງ ຈົນໄດ້ອັນດັບ 1

ຈັ່ງໃດໜໍ ເມື່ອໜຸ່ມແຣັບເປີ້ Takeshi ຫົວຮ້ອນຈັດໆ ສົງໄສຜິດຫວັງກັບເພງຕົນເອງໄດ້ອັນດັບທີ 3 ໃນ Billboard ເຖິງຂັ້ນອອກມາໂຈມຕີຜົນງານເພງອັນດັບໜຶ່ງ Stuck with U ຂອງເຈົ້າແມ່ Ariana Grande ແລະບ່່າວ Justin Bieber ຫາວ່າທຸ້ມເງິນຊື້ປັ່ນຍອດຂາຍວ່າຊັ້ນນນ ທັ້ງທີ່ຍອດຟັງຂອງຕົນເອງເປັນອັນດັບໜຶ່ງ ແບບນີ້ມັນບໍ່ແມ່ນນນນແລ້ວບໍ່ຈັກ.
ແນ່ນອນວ່າ Ariana ເຫັນແບບນີ້ ກໍບໍ່ຍອມແນ່ນອນ ເຊິ່ງໄດ້ອອກມາຕອບໂຕ້ວ່າ ແຟນເພງຂອງ Ariana Grande-Justin Bieber ເດີ້ທີ່ໄດ້ຊ່ວຍສະໜັບສະໜຸນ ເພງ "Stuck With U" ຈົນເຮັດໃຫ້ຂຶ້ນຮອດອັນດັບທີ 1, ແລະ Ariana ໄດ້ອະທິບາຍ ຊີ້ແຈງໃຫ້ເຂົ້າໃຈນຳກັນວ່າ:
ການນັບຍອດສຕຣີມມິ້ງ ບໍ່ເທົ່າກັບຂາຍເພງທາງອອນລາຍແນວໃດໃດກໍ່ຕາມ, ຍອດຂາຍເພງອອນລາຍກໍຕ້ອງຫຼາຍກວ່າຢູ່ດີ, ສະນັ້ນຢ່າມາກ່າວໂຈມຕີຄົນອື່ນແບບນີ້. ສຳລັບຜູ້ທີ່ບໍ່ພໍໃຈກັບອັນດັບຂອງຕົນເອງ ຫຼືໃຜກໍຕາມທີ່ຈະເອົາເວລາມາຄິດວ່າ ຈະເຮັດແບບນັ້ນຄວນທົບທວນເບິ່ງຕົນເອງກ່ອນ ເພາະເປັນສິລະປິນຍິງຜູ້ໜຶ່ງທີ່ທຸ້ມເທກັບວຽກງານ ແລະ ຈົ່ງດີໃຈທີ່ມີຄົນຢາກຟັງຜົນງານເພງຂອງເຮົາຫຼາຍກວ່າ ບໍ່ວ່າຈະຢູ່ໃນອັນດັບທີເທົ່າໃດກໍຕາມ.
ສ່ວນບ່າວ Justin Bieber ກໍໄດ້ຕອບກັບຜ່ານທາງ Instagram ດ້ວຍຄຳອະທິບາຍຄືກັນກັບ Ariana, ພ້ອມທັງບອກຢໍ້າວ່າ ພວກເຂົາບໍ່ເຄີຍໃຊ້ເງິນຊື້ເພງເພື່ອໃຫ້ໄດ້ອັນດັບທີ 1 ການທີ່ ໜຸ່ມ Takeshi ກ່າວວ່າພວກເຂົາໃຊ້ບັດເຄດິດປັ່ນຍອດເພື່ອຂາຍ 30,000 ແຜ່ນມັນເປັນໄປບໍ່ໄດ້. ຍ້ອນວ່າລາວມີກົດລະບຽບທີ່ຈະແຈ້ງວ່າບັດເຄດິດ 1 ບັດສາມາດຊື້ໄດ້ພຽງ 4 ຊຸດທົ່ານັ້ນ, ຖ້າຫລາຍກວ່ານັ້ນ ມັນບໍ່ໄດ້ຖືກນັບວ່າເປັນຍອດຂາຍໃນຕາຕະລາງແລ້ວ, Justin ບອກວ່າ Tekashi ບໍ່ຄວນໂຈມຕີ Ariana ຄົນດຽວເພາະວ່າລາວກໍຍັງມີສ່ວນຮ່ວມໃນເພງ "Stuck With U" ເຊັ່ນກັນ.
ໂດຍ Justin ແລະ Ariana ມີຄວາມຕັ້ງໃຈແຮງທີ່ຈະທີ່ຈະບໍລິຈາກເງິນສ່ວນໜຶ່ງ ທີ່ໄດ້ຜົນງານເພງຄັ້ງນີ້ ໃຫ້ແກ່ການກຸສົນເພື່ອຊ່ວຍເຫຼືອເດັກນ້ອຍ ຕໍ່ຕ້ານກັບໄພພິບັດ ໂຄວິດ-19 ເຊັ່ນດຽວກັນ.
ຂໍຂອບໃຈ
ຂໍ້ມູນ : nineentertain.mcot.net / tnn