ຢຸດແຊພາບຜູ້ເສຍຊີວິດ ເພາະເປັນການກະທຳທີ່ບໍ່ໃຫ້ກຽດ ແລະ ຜິດກົດໝາຍ ໃຫ້ຄິດເຖິງ "ໃຈເຂົາໃຈເຮົາ"

ຫຼາຍຄັ້ງທີ່ເກີດເຫດການສະຫຼົດ ແລ້ວມີການເຜີຍແຜ່ຮູບພາບຂອງຜູ້ເສຍຊີວິດລົງໃນສື່ສັງຄົມອອນລາຍຕ່າງໆ ແບບບໍ່ມີການປົກປິດ ໃຫ້ເຫັນສະພາບຂອງສົບຢ່າງໂຈ່ງແຈ້ງ ບາງຄັ້ງກໍເປັນສະພາບທີ່ບໍ່ເປັນຕາເບິ່ງ ຫຼື ສະເທືອນໃຈຮຸນແຮງ ປານກັບວ່ານັ້ນເປັນເລື່ອງປົກກະຕິ ແລະ ຜູ້ເຜີຍແຜ່ເອງກໍບໍ່ແມ່ນຍາດພີ່ນ້ອງ ແຕ່ເປັນບຸກຄົນເຊິ່ງຢູ່ໃນເຫດການ ຫຼື ບາງຄັ້ງກໍເປັນຜູ້ທີ່ໃຫ້ການຊ່ວຍເຫຼືອ.
ນີ້ອາດເກີດຂຶ້ນຍ້ອນຄວາມບໍ່ຮູ້ ຫຼື ອາດຈະຮູ້ ແຕ່ຍ້ອນຕ້ອງການກະແສ ຫຼື ອີ່ຫຍັງກໍຕາມທີ່ບໍ່ໄດ້ເກີດຜົນດີຕໍ່ກັບໂຕຜູ້ຕາຍ ແລະ ຍາດພີ່ນ້ອງເອງ ແລະ ການກະທຳນັ້ນເປັນສິ່ງທີ່ "ຜິດກົດໝາຍ" ເພາະອາດກາຍເປັນການໝິ່ນປະໝາດ, ບໍ່ໃຫ້ກຽດ ຫຼື ຢຽດຫຍາມສົບຜູ້ເສຍຊີວິດ ໂດຍຮູ້ເທົ່າບໍ່ເຖິງການ ເຊິ່ງໃນປະມວນກົດໝາຍອາຍາຂອງລາວເຮົາໄດ້ມີການກຳນົດໂທດໄວ້ນຳອີກ.
ນີ້ເປັນສິ່ງທີ່ເຮົາຕ້ອງໄດ້ນຳມາເວົ້າຊໍ້າແລ້ວຊໍ້າອີກ ທຸກຄັ້ງທີ່ມີເຫດສະຫຼົດເກີດຂຶ້ນ ເພື່ອເຕືອນສະຕິພວກເຮົາໃຫ້ຮູ້ວ່າສິ່ງທີ່ເຮັດລົງໄປນັ້ນ ເປັນສິ່ງທີ່ບໍ່ຖືກບໍ່ຄວນ. ສຳລັບໃນປະມວນກົດໝາຍອາຍາ ສະບັບປີ 2017, ອີງຕາມມາດຕາທີ 204 ໄດ້ກຳນົດໄວ້ວ່າ ການໝິ່ນປະໝາດຊາກສົບ ຫຼື ຊື່ສຽງຂອງຄົນຕາຍ ໂດຍການກະທຳ ຫຼື ໃຊ້ວາຈາຢ່າງຫຍາບຊ້າ ຕໍ່ກັບຊາກສົບ, ຊື່ສຽງ, ບ່ອນຝັງສົບ ຫຼື ທາດຂອງຜູ້ຕາຍ ເຊິ່ງເປັນການແຕະຕ້ອງເຖິງຈິດໃຈຂອງມະຫາຊົນ ຈະຖືກລົງໂທດຕັດອິດສະລະພາບ (ພາສາບ້ານໆແມ່ນ ເຂົ້າຄຸກ) ແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 1,000,000 ຫາ 5,000,000 ກີບ. ເວົ້າງ່າຍໆກໍຄື ຖ້າຍາດພີ່ນ້ອງຂອງຜູ້ທີ່ເສຍຊີວິດຢາກຮ້ອງຟ້ອງເພື່ອເອົາຜິດທາງກົດໝາຍ ກໍສາມາດເຮັດໄດ້.
ແນວໃດກໍຕາມ ມີບາງກໍລະນີເຊັ່ນ ຕ້ອງການຕາມຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ ອາດຈະເຮັດໄດ້ ແຕ່ຕ້ອງໄດ້ມີການປົກປິດໜ້າຕາ ແລະ ບໍ່ໃຫ້ເຫັນສະພາບສົບທີ່ສະເທືອນໃຈຈົນເກີນໄປດ້ວຍການເຊັນເຊີ ຫຼື ອາດຈະໃຊ້ວິທີການເລົ່າບັນລະຍາຍຮູບຮ່າງລັກສະນະເພື່ອບອກຂໍ້ມູນ ຫຼື ອາດຈະໃສື່ຊື່ ຫຼື ນາມສະກຸນ ບ້ານຢູ່ປັດຈຸບັນລົງໄປ ຖ້າຫາກມີຂໍ້ມູນເຫຼົ່ານີ້ (ຈາກບັດປະຈຳຕົວ ຫຼື ເອກະສານທີ່ຕິດໂຕຜູ້ເສຍຊີວິດ).
ນອກຈາກເລື່ອງຂອງກົດໝາຍແລ້ວ ສິ່ງທີ່ສຳຄັນທີ່ຄວນຄຳນຶງເຖິງອີກຢ່າງກໍຄື ເຮົາຄວນມີຄວາມເຫັນອົກເຫັນໃຈຍາດພີ່ນ້ອງຂອງຜູ້ເສຍຊີວິດ ເຊິ່ງບໍ່ມີໃຜຢາກມາເຫັນພາບຄົນໃນຄອບຄົວໃນສະພາບທີ່ບໍ່ເປັນຕາເບິ່ງ ແລະ ສະເທືອນໃຈ ຖືກແບ່ງປັນຊໍ້າໄປຊໍ້າມາ ຫຼອກຫຼອນພວກເຂົາໃນແຕ່ລະມື້.
ການສູນເສຍບຸກຄົນອັນເປັນທີ່ຮັກກໍເສຍໃຈຢ່າງເປັນທີ່ສຸດແລ້ວ ຢ່າຊໍ້າເຕີມພວກເຂົາດ້ວຍການແຊພາບຂອງຄົນທີ່ພວກເຂົາຮັກໂດຍຂາດສະຕິຮັບຜິດຊອບເລີຍ.