ຄົນລ້ຽງແມວຄວນລະວັງ! ງານວິໄຈເຜີຍໂຄວິດ-19 ສາມາດແພ່ໃນກຸ່ມແມວໄດ້ໄວ ແຕ່ບໍ່ສະແດງອາການ

ຜົນວິໄຈເປີດເຜີຍວ່າ: ເຊື້ອໄວຣັດໂຄໂຣນາ ຕົ້ນເຫດຂອງພະຍາດໂຄວິດ-19 ສາມາດແພ່ຈາກຄົນສູ່ແມວ ແລະ ສາມາດແພ່ກະຈາຍໄດ້ຢ່າງວ່ອງໄວໃນກຸ່ມແມວນຳກັນ, ແມວທີ່ເປັນພະຍາດໂຄວິດ-19 ອາດບໍ່ໄດ້ສະແດງອາການ ຫຼື ມີອາການພຽງເລັກນ້ອຍ ຢ່າງໃດກໍຕາມ ຍັງບໍ່ມີລາຍງານວ່າແມວສາມາດແພ່ສູ່ຄົນໄດ້.
ງານວິໄຈນຳໂດຍ ທ່ານໂຢຊິຮິໂຣະ ຄາວາໂອກະ ຈາກຄະນະສັດຕະວະແພດສາດ ມະຫາວິທະຍາໄລ ວິສຄອນຊິນ ແລະ ທ່ານ ປີເຕີ້ ຮາລຟ ມັນ ຈາກມະຫາວິທະຍາໄລວິສຄອນຊິນ-ແມດິສັນ ແລະ ທີມວິໄຈຈາກສະຫະລັດອາເມຣິກາ ແລະ ຍີ່ປຸ່ນ ທີ່ຖືກຕີພິມໃນວາລະສານ New England Journal of Medicine ໄດ້ລະບຸວ່າ ແມວທີ່ມີສຸຂະພາບທີ່ດີ ຖ້າໄດ້ສຳຜັດກັບແມວທີ່ຕິດເຊື້ອໂຄວິດ ເປັນບວກຈະຕິດເຊື້ອທັນທີ 1 ວັນ ຫຼັງຈາກທີ່ມີການສຳຜັດ ແລະ ແມວທັງໝົດທີ່ສຳຜັດກັບແມວທີ່ຕິດເຊື້ອ ຈະມີຜົນກວດໂຄວິດ-19 ເປັນບວກ ພາຍໃນ 3 ວັນ ຫຼັງຈາກການມີການສຳຜັດ, ດັ່ງນັ້ນການສຶກສາຫ່ວງໂສ້ການລະບາດ ຈາກຄົນສູ່ແມວ ແລະ ຈາກແມວກັບໄປສູ່ຄົນຈຶ່ງເປັນສິ່ງຈຳເປັນ.
ນັກວິໄຈລະບຸວ່າ ແມວທັງ 6 ໂຕ: ທີ່ຢູ່ໃນການວິໄຈຄັ້ງນີ້ ບໍ່ມີໂຕໃດທີ່ສະແດງອາການຂອງພະຍາດ ແລະ ແມວທັງໝົດກໍຈະຟື້ນໂຕຈາກອາການປ່ວຍພາຍໃນໄລຍະເວລາ 1 ອາທິດ ຫຼັງຈາກຕິດເຊື້ອ, ນອກຈາກນີ້ ນັກວິໄຈເຕືອນວ່າແມວອາດແມ່ນສັດຕິດເຊື້ອໂຄວິດ-19 ທີ່ບໍ່ສະແດງອາການ ເນື່ອງຈາກເວລາແມວຕິດເຊື້ອອາດບໍ່ເຫັນອາການຊັດເຈນຈົນເຮັດໃຫ້ເຈົ້າຂອງສັງເກດໄດ້.
ຄວາມສາມາດຂອງເຊື້ອໄວຣັດທີ່ແພ່ກະຈາຍຈາກຄົນໄປສູ່ສັດ ນຳໄປສູ່ຄຳຖາມວ່າ ການແພ່ເຊື້ອສາມາດແພ່ຈາກສັດໄປສູ່ຄົນໄດ້ຫຼືບໍ່? ເຊິ່ງໃນສະຫະລັດ ອາເມຣິກາກໍໄດ້ມີລາຍງານການແພ່ເຊື້ອຈາກຄົນສູ່ສັດ ໄດ້ແກ່ເສືອໃນສວນສັດບຣັອງ ທີ່ຕິດເຊື້ອໂຄວິດ-19 ແລະ ແມວບ້ານອີກ 2 ໂຕ ທີ່ມີອາການທາງລະບົບທາງເດີນຫາຍໃຈ ແຕ່ ທ່ານຄີ ພອລເຊັນ ນັກວິໄຈຈາກມະຫາວິທະຍາໄລຄອນຊິນ-ແມດິສັນ ກ່າວວ່າ: ໂອກາດທີ່ແມວຈະໄດ້ຮັບເຊື້ອໄວຣັດຈາກເຈົ້າຂອງ ມີຫຼາຍກວ່າທີ່ແມວ ຈະແພ່ເຊື້ອໃສ່ຄົນໄດ້ ແລະ ຍັງບໍ່ມີລາຍງານວ່າ: ຄົນຕິດເຊື້ອໄວຣັດໂຄໂຣນາຈາກແມວໄດ້ ເຊິ່ງອາດຈະມີການສຶກສາເພີ່ມເຕີມຕໍ່ໄປ.
ນອກຈາກນີ້, ນັກວິໄຈຍັງຢໍ້າຕື່ມວ່າບໍ່ຄວນເບິ່ງຂ້າມເລື່ອງການຢູ່ຮ່ວມກັນຂອງຄົນ ແລະ ແມວ ເນື່ອງຈາກຄົນເປັນກຸ່ມທີ່ມີຄວາມສ່ຽງໃນການແພ່ເຊື້ອລາຍກວ່າສັດລ້ຽງ ຫາກເຈົ້າຂອງແມວຕິດເຊື້ອໂຄວິດ-19 ກໍບໍ່ຄວນຈູບແມວ ເຊັ່ນດຽວກັນກັບຄຳແນະນຳຈາກສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ຫຼື C.D.C ແລະ ໜ່ວຍງານອື່ນໆທີ່ແນະນຳວ່າ ຜູ້ຕິດເຊື້ອຄວນຢູ່ຫ່າງຈາກສັດລ້ຽງ ແຕ່ຫາກເຈົ້າຂອງແຂງແຮງດີ ກໍສາມາດໃຊ້ຊີວິດປົກກະຕິໄດ້.
ຂໍຂອບໃຈ
ຂໍ້ມູນ : sanook.com